ຄົ້ນຫາຂໍ້ມູນ

/ languages

Choisir langue
 

ອຸດສາຫະກັມການບິນ: ພິທີມອບຮັບ ແອຣ໌ບຸສ A-380 ລຳທຳອິດແດ່ ສິງຄະໂປແອຣ໌ໄລນ໌

ຫລັງຊັກຊ້າເຖິງ 18 ເດືອນເຕັມ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 16/10/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 16/10/2007 16:19 TU

ເຮືອບິນໂດຍສານຂນາດ "ອະພິມະຫຶມາ A-380" ກຳລັງອອກຈາກໂຮງງານປະກອບ
ທີ່ເມືອງຕູລູສ ປະເທດຝຣັ່ງເສດ ເພື່ອນຳມອບແກ່ລູກຄ້າ "ສິງຄະໂປຣ໌ ແອຣ໌ໄລນ໌"
(ພາບ: AFP)

ເຮືອບິນໂດຍສານຂນາດ "ອະພິມະຫຶມາ A-380" ກຳລັງອອກຈາກໂຮງງານປະກອບ ທີ່ເມືອງຕູລູສ ປະເທດຝຣັ່ງເສດ ເພື່ອນຳມອບແກ່ລູກຄ້າ "ສິງຄະໂປຣ໌ ແອຣ໌ໄລນ໌" (ພາບ: AFP)

ຫລັງຈາກທີ່ຊັກຊ້າມາເປັນເວລາເຖິງ 18 ເດືອນ ໃນທີ່ສຸດເເຮືອບິນໂດຍສານ
ຂນາດອະພິມະຫຶມາ "ແອຣ໌ບຸສ A-380" ລຳທຳອິດ ກໍໄດ້ຖືກມອບສົ່ງໃຫ້ແກ່
ລູກຄ້າ ຄືສາຍການບິນ "ສິງຄະໂປຣ໌ ແອຣ໌ໄລນ໌" ເມື່ອວານນີ້ (ຈັນ 15 ຕຸ
ລາ)

ພິທີມອບໄດ້ຈັດຂື້ນທີ່ເມືອງຕູລູສ (Toulouse) ໃນພາກຕະວັນຕົກສຽງໃຕ້
ຂອງປະເທດຝຣັ່ງເສດ ອັນເປັນເມືອງທີ່ຕັ້ງຂອງສຳນັກງານໃຫຍ່ຂອງບໍຣິ
ສັດແລະໂຮງງານປະກອບ ໂດຍມີບັນດາແຂກປະມານ 600 ຄົນຈາກທົ່ວ
ໂລກເຂົ້າຮ່ວມໃນພິທີ ສ່ວນໃຫຍ່ແມ່ນດັນດາບຸກຄົນຈາກ "ສິງຄະໂປຣ໌ແອຣ໌
ໄລນ໌", "ແອຣ໌ບຸສ" ແລະບຸກຄົນຈາກສາຍການບິນອື່ນທົ່ວໂລກ ຕລອດຈົນ
ຮອດບັນດາຜູ້ສື່ຂ່າວ

ຮັບມອບຖ້າມກາງກໍຣະນີອື້ສາວ
ແຕ່ເຫດການປວັດສາດດັ່ງກ່າວຊ້ຳພັດໄດ້ຮັບການມົວໝອງຍ້ອນກໍຣະນີອື້ສາວການຂາຍ
ຮຸ້ນໂດຍຜິດກົດໝາຍຂອງບັນດາຜູ້ນຳຂອງກຸ່ມບໍຣິສັດ "EADS" ຊຶ່ງເປັນບໍຣິສັດແມ່ຂອງ
Airbus ກ່ອນທີ່ຂໍ້ມູນກ່ຽວກັບການຊັກຊ້າໃນການສົ່ງມອບ A-380 ໃຫ້ກ່ລູກຄ້າ ຈະຖືກ
ເຜີຍອອກແລະທຳໃຫ້ຣາຄາຮຸ້ນຂອງບໍຣິສັດຕົກຕ່ຳລົງໃນເວລາຕໍ່ມາ

ບັນດາຜູ້ນຳຂອງບໍຣິສັດເປັນຜູ້ຖືຮຸ້ນທີ່ມີຖາ
ນະບໍ່ຄືກັນກັບຜູ້ຖືຮຸ້ນອື່ນໆ ທັງນີ້ເພາະເປັນ
ຜູ້ຮູ້ຂໍ້ມູນການຄ້າຂອງບໍຣິສັດທຸກຢ່າງທີ່ບໍ່
ອາດນຳເຜີຍຕໍ່ສາທາຣະນະຊົນໄດ້ ແຕ່ໃນ
ເມື່ອຮູ້ຂໍ້ມູນກ່ຽວກັບການຊັກຊ້າໃນການ
ມອບເຮືອບິນໃຫ້ແກ່ລູກຄ້າແລ້ວ ດ່ວນຕັດ
ສິນໃຈຂາຍຮຸ້ນຂອງຕົນອອກ ກ່ອນທີ່ຣາ
ຄາຮຸ້ນຈະຕົກຕ່ຳລົງ ທຳໃຫ້ຜູ້ຊື້ຮຸ້ນໄດ້ຮັບຄ
ວາມເສັຽຫາຍ ຈຶ່ງເປັນການກະທຳທີ່ຜິດ
ຕໍ່ກົດໝາຍຄວບຄຸມຕລາດຮຸ້ນແລະຕລາດ
ການເງິນ

ໃນຈຳນວນບັນດາຜູ້ນຳຂອງ "EADS" ທີ່ ຖືກສົງໃສວ່າຂາຍຮຸ້ນແບບຜິດກົດໝາຍນັ້ນ
ມີທ່ານ Thomas Enders ປະທານອແອຣ໌ບຸສ ຊາວເຍີຣະມັນ ແລະ ທ່ານ Arnaud
Lagardère
ປະທານບໍຣິສັດ Lagardère ຊາວຝຣັ່ງ ເສດ ຜູ້ຖືຮຸ້ນລາຍໃຫຍ່ ຮ່ວມ
ຢູ່ນຳດ້ວຍ ແລະບາງທີຣັຖບານຝຣັ່ງເສດອາດສົມຮູ້ຮ່ວມຄິດຕໍ່ການຂາຍຮຸ້ນຄັ້ງນັ້ນດ້ວຍ
(ກຸມພາ 2006)

ໃນເວລາປັດຈຸບັນ ເຣື່ອງກຳລັງຢູ່ໃນການດຳເນີນການສືບສວນຫາຄວາມຈິງຂອງຂບວນ
ການຍຸດຕິທັມທັງຂອງປະເທດຝຣັ່ງເສດແລະປະເທດເຍີຣະມັນຍ້ອນການແຈ້ງຄວາມຂອງ
ຄນະກັມມະການແຫ່ງຊາດ ກວດກາຕລາດຮຸ້ນແລະຕລາດການເງິນ

ຖ້ຽວບິນທຳອິດເພື່ອການກຸສົນ
ແຜນສ້າງ "A-380" ທີ່ເປັນເຮືອບິນ
ໂດຍສານທີ່ໃຫຍ່ທີ່ສຸດບໍ່ເຄີຍມີມາກ່ອນ
ໃນປວັດສາດການບິນຂອງໂລກ ຫລືຈະ
ເອີ້ນອີກຢ່າງໜຶ່ງວ່າ ຂນາດ "ອະພິມະ
ຫຶມາ" ກໍວ່າໄດ້ ໄດ້ຮັບການເຜີຍອອກ
ສູ່ສາທາຣະນະເມື່ອເດືອນມັງກອນ ປີ
2005....

ຫລັງພິທີຮັບມອບແລ້ວ "A-380" ກໍບິນສູ່ປະເທດສິງຄະໂປຣ໌ ກ່ອນທີ່ຈະບິນຮັບສົ່ງຜູ້ໂດຍ
ສານຖ້ຽວທຳອິດໃນວັນທີ 25 ຕຸລານີ້ ລະຫວ່າງສິງຄະໂປຣ໌ແລະນະຄອນຊິດເນ ປະເທດ
ອົສຕຣາລີ

ປີ້ເຮືອບິນສຳລັບການບິນຮັບສົ່ງຜູ້ໂດຍສານຖ້ຽວທຳອິດນີ້ ໄດ້ຮັບການປະກາດຂາຍໂດຍ
ຜ່ານເວບໄຊຕ໌ "eBay" ທຳໃຫ້ສາຍການບິນມີລາຍໄດ້ 1 300 000 ດອລລາຣ໌ ລາຍ
ໄດ້ດັ່ງກ່າວຈະຖືກນຳມອບໃຫ້ແກ່ອົງການຊ່ວຍເຫລືອທາງດ້ານມະນຸສຍະທັມຕ່າງໆ

ປັນຫາການຊັກຊ້າ
ດັ່ງທີ່ໄດ້ກ່າວໄວ້ແລ້ວວ່າ ການຮັບມອບ "A-380" ລຳທຳອິດໃຫ້ແກ່ລູກຄ້າຊ້າກວ່າກຳ
ໜົດປົກຕິເຖິງ 18 ເດືອນ ໂດຍມີສາເຫດມາຈາກປັນຫາການເດີນສາຍໄຟໃນຕົວເຮືອບິນ
ອັນເກີດຈາກລະບົບການເຮັດວຽກຂາດການປະສານງານກັນລະຫວ່າງໜ່ວຍງານຕ່າງໆ
ຂອງ "ແອຣ໌ບຸສ"

ຈົນໃນທີ່ສຸດການຂາດການປະສານງານດັ່ງກ່າວ ຈຶ່ງໄດ້ຮັບການແກ້ໄຂໂດຍລົດຈຳນວນ
ບຸກຄລາກອນຂັ້ນບໍຣິຫານທີ່ເປັນຊາວຝຣັ່ງເສດແລະເຍີຣະມັນຮັດກຸມກວ່າເກົ່າເວົ້າງ່າຍໆ
ກໍຄື ມີການແບ່ງປັນວຽກງານຂັ້ນບໍຣິຫານກັນໃໝ່ລະຫວ່າງສອງປະເທດທີ່ຖືຮຸ້ນໃຫຍ່ກວ່າ
ຫມູ່ນັ້ນເອງ ແຕ່ຫາກວ່າການແກ້ໄຂດັ່ງກ່າວກໍມີຂື້ນຫລັງຈາກທີ່ກຳໜົດປົກຕິການມອບສົ່ງ
ເຮືອບິນໃຫ້ລູກຄ້າໄດ້ຜ່ານພົ້ນໄປແລ້ວ

"A-380" ແນໃສ່ແຂ່ງຂັນກັບ "Boeing 747"....ການທີ່ບໍຣິສັດ Airbus ແຫ່ງ
ເອີຣົບ ອອກແນວຄິດສ້າງເຮືອບິນໂດຍສານຂນາດ "ອະພິມະຫຶມາ" ຊຶ່ງໄດ້ແກ່
"A-380" ນີ້ ແມ່ນແນໃສ່ແຂ່ງຂັນກັບ "Boeing 747" ຂອງສຫະຣັດອະເມຣິກາ
ຊຶ່ງເປັນເຮືອບິນໂດຍສານທີ່ໃຫຍ່ທີ່ສຸດ ທີ່ເຫີນຟ້າຮັບສົ່ງຜູ້ໂດນສານມາຕັ້ງແຕ່ປີ
1970 ແລະມີຂີດຄວາມສາມາດບັນຈຸຜູ້ໂດຍສານໄດ້ເຖິງ 450 ຄົນ ໃນຂນະທີ່
"A-380" ສາມາດບັນຈຸຜູ້ໂດນສານໄດ້ 525 ຄົນຖ້າເປັນຖ້ຽວບິນທັມມະດາ ແຕ່
ຖ້າເປັນຖ້ຽວບິນ Charter ກໍສາມາດບັນຈຸຜູ້ໂດນສານໄດ້ເຖິງ 853 ຄົນ

ຈົນຮອດປັດຈຸບັນນີ້ ມີບັນດາບໍຣິສັດສາຍການບິນຕ່າງໆທົ່ວໂລກ 16 ບໍຣິສັດຈາກ
ເອເຊັຽ, ຕະວັນອອກກາງ ແລະ ເອີຣົບ ໄດ້ສັ່ງຊື້ "A-380" ໄປແລ້ວ ຮວມທັງໝົດ
420 ລຳ

ບໍຣິສັດ "ແອຣ໌ບຸຊ" ຄາດຄະເນວ່າ "A-380" ຈະເປັນຜູ້ຄອງຕລາດເຮືອບິນ
ຂນາດໃຫຍ່ (Long corrier) ໃນໂລກໃນລະດັບ 7% ໃນຂນະທີ່ Boeing ຄາດຄະ
ເນຈະເປັນຜູ້ຄອງຕລາດພຽງ 4% ໂດຍຈະນຳເຮືອບິນປະເພດ "Dreamliner
B787"
ອອກສູ່ຕລາດ ແຕ່ຫາກວ່າກໍມີການຊັກຊ້າເຊັ່ນດຽວກັນເຖິງ 6 ເດືອນ ແທນທີ່
ຈະຜລິດອອກໃນເດືອນມິຖຸນາ ປີ 2008 ແຕ່ກໍຕ້ອງເລື່ອນອອກໄປເປັນເດືອນທັນວາ
ຂອງປີດຽວກັນ

ເມື່ອບໍ່ເທົ່າໃດສັປດາທີ່ຜ່ານມາ ບໍຣິສັດແອຣ໌ບຸສໄດ້ປະສົບຜົນສຳເຣັດຢ່າງງົດງາມ
ໂດຍສາມາດໂນ້ມນ້າວໃຫ້ "British Airways" ຊຶ່ງເປັນລູກຄ້າຂາປະຈຳຂອງ
Boeing ມາຕລອດ ໃຫ້ສັ່ງຊື້ "A-380" ຈຳນວນ 19 ລຳ

6000 ລ້ານດອລລາຣ໌ສຳລັບການປະຕິຮູບ
ແຕ່ເນື່ອງມາຈາກການມອບສົ່ງໃຫ້ລູກຄ້າມີການຊັກຊ້າ ດັ່ງນັ້ນເພື່ອໃຫ້ຄຸ້ມຄ່າ ບໍຣິ
ສັດແອຣ໌ບຸສ ຈຳເປັນຕ້ອງຂາຍ "A-380" ໃນຣາຄາ 319,2 ລ້ານດອລລາຣ໌
ຕໍ່ລຳ
ແທນທີ່ຈະແມ່ນ 270 ລ້ານຕາມທີ່ຕັ້ງເອົາໄວ້ເມື່ອປີ 2000

ການຊັກຊ້າໃນການມອບສົ່ງໃຫ້ລູກຄ້າ ທຳໃຫ້ບໍຣິສັດແອຣ໌ບຸສເພີ້ມລາຍຈ່າຍສຳ
ລັບການຜລິດຂື້ນເຖິງ 2 500 ລ້ານເອີໂຣ ສຳລັບປີ 2006 ທຳໃຫ້ຂາດລາຍໄດ້
ໄປເຖິງ 572 ລ້ານເອີໂຣ

ຈາກນີ້ເຖິງປີ 2010 ແອຣ໌ບຸສຍັງຈະປົດພນັກງານອອກອີກເຖິງ 10 000 ຄົນ ໃນ
ນັ້ນເຄີ່ງໜຶ່ງເປັນພນັກງານຂອງບໍຣິສັດທາງນອກທີ່ຮັບເໝົາເຮັດວຽກໃຫ້ແອຣ໌ບຸສ
ເມື່ອສລຸບແລ້ວລາຍຈ່າຍທັງໝົດທີ່ເກີດຈາກປັນຫາການຊັກຊ້າ ແລະການປະຕິ
ຮູບໃໝ່ ປົດຄົນງານອອກ ຈະທຳໃຫ້ບໍຣິສັດມີລາຍຈ່າຍທັງໝົດເຖິງ 6000 ລ້ານ
ເອີໂຣ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU