ຄົ້ນຫາຂໍ້ມູນ

/ languages

Choisir langue
 

ອ່ານປວັດຄວາມເປັນມາ ຂອງຊົນເຜົ່າກວ໊ຽກ

ຊົນຊາດທີ່ໄຮ້ແຜ່ນດິນ ເປັນຂອງຕົວເອງ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 02/11/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 02/11/2007 18:57 TU

ແຜນທີ່ສແດງຕຳແໜ່ງທີ່ຕັ້ງຂອງເຂດກວ໊ຽກດິສຖານໃນສີ່ປະເທດ: ຕວ໊ຽກກີ, ອີຣັກ, ອີຫຣ່ານ ແລະ ຊີຣີ
(ພາບ: RFI)

ແຜນທີ່ສແດງຕຳແໜ່ງທີ່ຕັ້ງຂອງເຂດກວ໊ຽກດິສຖານໃນສີ່ປະເທດ: ຕວ໊ຽກກີ, ອີຣັກ, ອີຫຣ່ານ ແລະ ຊີຣີ (ພາບ: RFI)

ແຄວ້ນທີ່ເອີ້ນກັນວ່າ "ກວ໊ຽກດິສຖານ" (Kurdistan) ໃນສມັຍປວັດສາດເຄີຍ ເປັນສ່ວນໜຶ່ງຂອງອານາຈັກອ໊ອຕໂຕມານ (Ottoman)

ເມື່ອອານາຈັກນີ້ຫລົ້ມສລາຍເພາະປລາໄຊໃນສົງຄາມໂລກຄັ້ງທີ່ໜຶ່ງແລ້ວ ສົນທິ ສັນຍາແຊວຣ໌ ວັນທີ 10 ສິງຫາ 1920 (Traité de Sèvres) ໄດ້ກຳໜົດ ໃຫ້ແຄວ້ນກວ໊ຽກດິສຖານເປັນຣັດເອກຣາດ ຄືກັນກັບຊົນຊາດອື່ນໆໃນຂົງເຂດຕະ ວັນອອກກາງ ແຕ່ສົນທິສັນຍາໂລຊານ 1923 (Traité de Lausanne) ໄດ້ ລົບລ້າງສິດອະທິປະໄຕດັ່ງກ່າວຂອງຊາວກວ໊ຽກ

ຊາຕາກັມທີ່ກຳໜົດໂດຍເຈົ້າອານານິຄົມ
ດັ່ງນັ້ນ ແຄວ້ນກວ໊ຽກດິສຖານຈຶ່ງໄດ້ຖືກແບ່ງແຍກຕາມການຕົກລົງຂອງສອງມຫາອຳນາດ
ເຈົ້າອານານິຄົມແຫ່ງທວີບເອີຣົບຄື ສຫະຣາຊອານາຈັກ ແລະ ຝຣັ່ງເສດ

ສ່ວນໜຶ່ງຕົກໄປເປັນຂອງປະເທດຕວ໊ຽກກີ (ພາກ ຕະວັນອອກສຽງໃຕ້), ສ່ວນໜຶ່ງເປັນ
ຂອງປະເທດອີຣັກ (ພາກຕະວັນອອກສຽງເໜືອ), ສ່ວນໜຶ່ງເປັນຂອງປະເທດອີຫຣ່ານ
(ພາກຕະວັນຕົກສຽງເໜືອ) ແລະສ່ວນໜຶ່ງເປັນຂອງປະເທດຊີຣີ (ພາກຕະວັນ ອອກສຽງ
ເໜືອແລະຕະວັນຕົກສຽງເໜືອ)

ເມື່ອບັນດາປະເທດຕ່າງໆໃນຂົງເຂດຕະວັນອອກກາງໄດ້ຮັບເອກຣາດຫລັງສົງຄາມໂລກ
ຄັ້ງທີສອງ ແຄວ້ນກວ໊ຽກດິສຖານກໍຍັງບໍ່ສາມາດຈັດຕັ້ງເປັນປະເທດເອກຣາດໄດ້ ແລະ
ຍັງຄົງເປັນສ່ວນໜຶ່ງຂອງສີ່ປະເທດທີ່ກ່າວຊື່ມາເທິງນີ້ຕໍ່ໄປ

ຂບວນການຕໍ່ສູ້ຂອງຊາວກວ໊ຽກໃນປະເທດຕ່າງໆ
ກໍຍ້ອນເຫດຜົນຕາມທີ່ໄດ້ກ່າວມາ ຈຶ່ງທຳໃຫ້ເກີດມີຂບວນການຊາດນິຍົມຂອງຊົນເຜົ່າ
ກວ໊ຽກຂື້ນໃນປະເທດຕ່າງໆ ທຳການຕໍ່ສູ້ເພື່ອຈັດຕັ້ງເປັນປະເທດເອກຣາດຈົນເທົ່າທຸກ
ວັນນີ້

ທີ່ປະເທດຕວ໊ຽກກີ
ນັບຕັ້ງແຕ່ ມຸສຕາຟາ ເກມາລ ອາຕາຕວ໊ຽກ (Mustafa Kémal Atatürk)
ໄດ້ປະກາດສຖາປະນາປະເທດຕວ໊ຽກກີສມັຍໃໝ່ເມື່ອປີ 1923 (ຫລັງການລົງນາມໃນ
ສົນທິສັນຍາໂລຊານ) ການໃຊ້ພາສາກວ໊ຽກ ແລະການໃຊ້ຊື່ນາມສກຸນທີ່ເປັນສຳນຽງ
ກວ໊ຽກ ໄດ້ຖືກຫ້າມຢ່າງເປັນທາງການ

ການປາກເວົ້າພາສາກວ໊ຽກໃນສຖານທີ່ສາທາຣະ ນະຖືວ່າເປັນການກະທຳຜິດກົດ
ໝາຍ ມີໂທດເຖິງຂັ້ນຈຳຄຸກ

ຄຳວ່າ "ຊາວກວ໊ຽກ" ເປັນຄຳທີ່ຕ້ອງຫ້າມ ແລະໄດ້ຮັບການທົດແທນຢ່າງເປັນ
ທາງການດ້ວຍຄຳວ່າ "ຊາວຕວ໊ຽກພູເຂົາ"

ຍ້ອນໄດ້ຮັບຄວາມກົດຂີ່ຂົ່ມເຫັງຄືແນວນີ້ ຈຶ່ງທຳໃຫ້ຊາວກວ໊ຽກໃນປະເທດຕວ໊ຽກກີ
ທີ່ມີປະມານ 20 – 25 ລ້ານຄົນ (ເທົ່າກັບ 1/4 ຂອງພົລເມືອງທັງໝົດຂອງປະເທດ
ແລະຫລາຍກວ່າໃນປະເທດອື່ນໃນຂົງເຂດ) ພາກັນລຸກຮືຂື້ນຕໍ່ສູ້ຫລາຍຄັ້ງໂດຍການ
ນຳຂອງ "ພັກຄົນງານແຫ່ງກວ໊ຽກດິສຖານ" (PKK) ແຕ່ລະຄັ້ງໄດ້ຮັບການ
ປາບປາມຢ່າງນອງເລືອດໂດຍກອງທັບ

ທີ່ປະເທດອີຣັກ
ຊາວກວ໊ຽກໃນປະເທດອີຣັກມີປະມານ 5 ລ້ານຄົນ ເທົ່າກັບປະມານ ¼ ຂອງພົລ
ເມືອງທັງໝົດ ສ່ວນໃຫຍ່ຂອງຊາວກວ໊ຽກໃນອີຣັກຢູ່ໃນແຄວ້ນທີ່ເອີ້ນວ່າ "ກວ໊ຽກ
ດິສຖານອີຣັກ"
ຊຶ່ງມີຖານະເປັນເຂດປົກຄອງເອກເທດ (Autonome) ຕິດກັບ
ຊາຍແດນຂອງປະເທດຕວ໊ຽກກີ

ປະທານຂອງເຂດປົກຄອງເອກເທດແມ່ນ ທ່ານມາສຸດ ບາກຊານີ
(Mazoud Barzani)
ຫົວໜ້າພັກ "ປະຊາທິປະໄຕກວ໊ຽກດິສ ຖານ"
(PDK)

ໃນຂນະທີ່ປະທານາທິບໍດີຂອງປະເທດອີຣັກໃນປັດຈຸບັນໄດ້ແກ່ ທ່ານຢາ
ລາລ ຕາລາບານີ (Jalal Talabani)
ທີ່ເປັນຊົນເຜົ່າກວ໊ຽກນັ້ນ ເປັນຫົວ
ໜ້າພັກ "ສຫະພັນຮັກຊາດກວ໊ຽກດິສຖານ" (UPK)

ໃນສມັຍ ຊັດດັມ ຮຸດເຊັນ ເຮືອງອຳນາດໃນປະເທດອີຣັກ ທັງ "PDK" ແລະ "UPK"
ໄດ້ຮ່ວມກັນຕໍ່ສູ້ເພື່ອຄວາມເປັນເອກຣາດຮ່ວມກັນໃນນາມ "PDK" ແຕ່ກໍຕ້ອງແຕກ
ແຍກກັນໃນທີ່ສຸດເພາະຄວາມຂັດແຍ່ງ ຈຶ່ງກາຍມາເປັນ "PDK" ແລະ "UPK"
ໃນປັດຈຸບັນ

ເມື່ອລະບອບ ຊັດດັມ ຮຸດເຊັນ ຖືກໂຄ່ນລົ້ມ ສຫະຣັດອະເມຣິກາຈຶ່ງໄດ້ເຈຣະຈາກັບ
"PDK" ແລະ "UPK" ໃຫ້ເຂົ້າຮ່ວມໃນຄນະຣັຖບານປະສົມ ໂດຍຕົກລົງໃຫ້ຫົວໜ້າພັກ
"PDK" ທ່ານມາສຸດ ບາກຊານີ ເປັນປະທານເຂດເອກເທດ "ກວ໊ຽກດິສຖານ"
ທີ່ຍົງຄົງຢູ່ໃນອະທິປະໄຕຂອງປະເທດອີຣັກ

ໃນຂນະທີ່ ທ່ານຢາລາລ ຕາລາບານີ ໄດ້ຮັບຕຳແໜ່ງກິດຕິມະສັກ ເປັນປະທານາ
ທິບໍດີຂອງປະເທດອີຣັກ

ທີ່ປະເທດອີຫຣ່ານ
ເຖິງແມ່ນວ່າພາສາກວ໊ຽກໄດ້ຮັບການຮັບຮູ້ຢ່າງເປັນທາງການ ມີຜູ້ແທນຣາສດອນ
ຊົນເຜົ່າກວ໊ຽກໃນສພາ ແລະແຂວງໜຶ່ງຂອງອີຫຣ່ານກໍຊື່ວ່າ "ກວ໊ຽກດິສຖານ" ກໍ
ຕາມ ແຕ່ປະຊາຄົມຊາວກວ໊ຽກທີ່ມີທັງໝົດກວ່າ 6 ລ້ານຄົນ ກໍໄດ້ຮັບການສິ້ງຊອມ
ມາຕລອດ ພົລເມືອງອີຫຣ່ານເຊື້ອສາຍກວ໊ຽກຖືກຈັບກຸມແລະຖືກຕັດສິນລົງໂທດຈຳ
ຄຸກຢູ່ສເມີ ຍ້ອນມີແນວຄວາມຄິດຊາດນິຍົມ

ທີ່ປະເທດຊີຣີ
ເກີດການລຸກຮືຂື້ນຢ່າງຂນານໃຫຍ່ຂອງປະຊາຄົມຊາວກວ໊ຽກເມື່ອປີ 2004 – 2005
ແຕ່ກໍໄດ້ຮັບການ ປາບປາມຢ່າງໜັກມືໂດຍກອງທັບ

ຖືໄດ້ວ່າຖານະຂອງຊາວກວ໊ຽກໃນປະເທດຊີຣີນີ້ແມ່ນໜັກກວ່າໃນປະເທດອື່ນໆ ທັງນີ້
ເພາະກົດໝາຍປະຕິເສດສັນຊາດຊີຣີສຳລັບພວກເຂົາເຈົ້າ ທີ່ມີປະມານ 1,7 ລ້ານຄົນ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU