ຄົ້ນຫາຂໍ້ມູນ

/ languages

Choisir langue
 

ບົດວິເຄາະ: ຈີນ-ອະເມຣິກາ ຕົກລົງຕິດຕັ້ງ ໂທຣະສັບແດງ

ໃນໂອກາດການຢ້ຽມຢາມຂອງ ຣມຕ ປ້ອງກັນປະເທດອະເມຣິກັນ ທ່ານໂຣແບຣ໌ຕ ເກຕສ໌

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 05/11/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 05/11/2007 12:59 TU

ທ່ານໂຣແບຣ໌ ເກຕສ໌ ຣມຕ ປ້ອງກັນປະ
ເທດອະເມຣິກັນ ຈັບມືກັບທ່ານ ກາວກາງ
ຊວນ ຄູ່ຕຳແໜ່ງຈີນ ທີ່ກຸງປັກກີ່ງ ຫລັງ
ຈາກຕົກລົງຕິດຕັ້ງໂທຣະສັບແດງ ຕິດ
ຕໍ່ລະຫວ່າງກອງທັບຂອງສອງປະເທດ
(ຮູບ:Reuters)

ທ່ານໂຣແບຣ໌ ເກຕສ໌ ຣມຕ ປ້ອງກັນປະ ເທດອະເມຣິກັນ ຈັບມືກັບທ່ານ ກາວກາງ ຊວນ ຄູ່ຕຳແໜ່ງຈີນ ທີ່ກຸງປັກກີ່ງ ຫລັງ ຈາກຕົກລົງຕິດຕັ້ງໂທຣະສັບແດງ ຕິດ ຕໍ່ລະຫວ່າງກອງທັບຂອງສອງປະເທດ (ຮູບ:Reuters)

ສປ ຈີນ ແລະ ສຫະຣັດອະເມຣິກາ ຕົກ
ລົງ ຕິດຕັ້ງສາຍໂທຣະສັບແດງລະ
ຫວ່າງກອງທັບຂອງສອງປະເທດ ອັນຈະ
ເປັນການເສີມຂຍາຍການຮ່ວມມືໃຫ້ໃກ້
ຊິດແລະຫລາຍຂື້ນ ເຖິງປານນັ້ນທາງ
ຝ່າຍອະເມຣິກັນກໍຍັງຮຽກຮ້ອງໃຫ້ຈີນ ມີ
ຄວາມໂປ່ງໃສກ່ຽວກັບງົບປະມານການ
ໃຊ້ຈ່າຍທາງທະຫານຂອງຕົນ ນີ້ຄືຜົນ
ການຢ້ຽມຢາມ ສປ ຈີນ ຂອງ ຣມຕ
ປ້ອງກັນປະເທດອະເມຣິກັນ ທ່ານໂຣ
ແບຣ໌ຕ ເກຕສ໌

ໂທຣະສັບແດງເປັນແນວໃດ?
ໂທຣະສັບແດງກໍຄືໂທຣະສັບທີ່ຜູ້ນຳປະເທດສາມາດຍົກຫູຂື້ນຕິດຕໍ່ກັນໂດຍກົງໄດ້ໂລດ
ໃນກໍຣະນີທີ່ມີເຫດການຮີບດ່ວນ ຊຶ່ງສາມາດເຮັດໃຫ້ຫລີກເວັ້ນການເກີດເຫດການທີ່ບໍ່
ເພິງປາຖນາໄດ້ ເຊັ່ນສົງຄາມເປັນຕົ້ນ

ການຕົກລົງກັນຕິດຕັ້ງໂທຣະສັບແດງລະຫວ່າງກອງທັບ ຈີນ-ອະເມຣິກັນ ຄັ້ງນີ້ໄດ້ຮັບ
ການເຜີຍອອກໂດຍ ຣມຕ ປ້ອງກັນປະເທດອະເມຣິກັນ ທ່ານໂຣແບຣ໌ ເກຕສ໌ ຫລັງ
ການພົບປະຫາລືກັບຄູ່ຕຳແໜ່ງຈີນ ທ່ານ ກາວ ກັງຊວນ

ຣມຕ ປ້ອງກັນປະເທດອະເມຣິກັນຢ້ຳວ່າການເສີມຂຍາຍການຮ່ວມໄມ້ຮ່ວມມືລະຫວ່າງ
ກອງທັບອະເມຣິກັນແລະຈີນນັ້ນແມ່ນຮອບດ້ານ

ທ່ານໂຣແບຣ໌ ເກຕສ໌ ເດີນທາງເຖິງກຸງປັກກິ່ງຕັ້ງແຕ່ມື້ວານນີ້ (ອາທິດ 4 ພະຈິກ)
ເພື່ອການເຈຣະຈາເປັນເວລາສອງວັນ ໂດຍສເພາະແມ່ນກ່ຽວກັບການພັທນາກອງ
ທັບຢ່າງຂນານໃຫຍ່ຂອງ ສປ ຈີນໃນຣະຍະຫລັງໆຜ່ານມາ ໂດຍສເພາະການເພີ້ມ
ງົບປະມານການໃຊ້ຈ່າຍທາງທະຫານຂອງຈີນ ທີ່ສ້າງຄວາມກັງວົນໃຈໃຫ້ແກ່ສຫະ
ຣັດອະເມຣິກາ

ອະເມຣິກາສົງໃສ
ກອງປະຊຸມຫລວງຂອງພັກຄອມມຸຍນິດຈີນ ທີ່ສິ້ນສຸດລົງເມື່ອເດືອນຕຸລາຜ່ານມາໄດ້
ປະກາດວ່າ ສປ ຈີນ ໄດ້ເພີ້ມງົບປະມານທາງທະຫານຂື້ນ 17,8% ຮວມທັງໝົດເປັນ
45 ພັນລ້ານດອລລາຣ໌ ແຕ່ທາງຝ່າຍສຫະຣັດອະເມຣິກາເຫັນວ່າທາງຝ່າຍຈີນຂາດ
ຄວາມໂປ່ງໃສກ່ຽວກັບການໃຊ້ຈ່າຍທາງທະຫານນີ້

ພ້ອມທັງສົງໃສວ່າອັນທີ່ຈິງງົບປະມານການໃຊ້ຈ່າຍທາງທະຫານຂອງຈີນໜ້າຈະສູງ
ເຖງ 125 ພັນ ລ້ານດອລລາຣ໌ສຳລັບປີ 2007 ນີ້ ດັ່ງນັ້ນ ໃນການເດີນທາງຢ້ຽມຢາມ
ສປ ຈີນຄັ້ງນີ້ ຣມຕ ປ້ອງກັນປະເທດອະເມຣິກັນ ຈຶ່ງໄດ້ຮຽກຮ້ອງໃຫ້ທາງການຈີນໃຊ້
ຄວາມພຍາຍາມຕື່ມອີກເພື່ອໃຫ້ມີຄວາມໂປ່ງໃສຫລາຍຂື້ນກ່ຽວກັບງົບປະ ມານການໃຊ້
ຈ່າຍທາງທະຫານຂອງຕົນ

ນັບຕັ້ງແຕ່ ສປ ຈີນ ໄດ້ປະສົບຜົນສຳເຣັດໃນການທົດລອງອາວຸດຕ້ານດາວທຽມເມື່ອ
ວັນທີ 11 ມັງກອນຜ່ານມາ, ການພັທນາສົງຄາມທາງເຄື່ອຂ່າຍສາຍໃຍ Internet
ຂອງກອງທັບຈີນ ຕລອດຈົນຮອດການພັທນາຂີປະນາວຸດຣະຍະຍິງໄກ ສາມາດຍິງເຖິງ
ຖານທັບເຮືອແລະຖານທັບອາກາດຂອງສຫະຣັດອະເມຣິກາໄດ້ ໄດ້ທຳໃຫ້ສຫະຣັດອະເມ
ຣິກາຍິ່ງມີຄວາມກົງວົນຫລາຍຂື້ນກ່ຽວກັບແສນຍານຸພາບຂອງກອງທັບປະຊາຊົນຈີນ

ຢ່າງໃດກໍຕາມ ທາງດ້ານ ທ່ານກາວ ກາງຊວນ ຣມຕ ປ້ອງກັນປະເທດຈີນ ກໍຍັງເຫັນ
ວ່າການພົບປະເຈຣະກັບຄູ່ຕຳແໜ່ງອະເມຣິກັນ ທ່ານໂຣແບຣ໌ ເກຕສ໌ ຄັ້ງນີ້ ດຳເນີນໄປ
ຢ່າງສ້າງສັນ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU