ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດຝຣັ່ງເສດ ນັດຢຸດງານຂນານໃຫຍ່ ໃນວົງການຂົນສົ່ງມວນຊົນ

ຫລາຍຫົວເມືອງໃຫຍ່ ກາຍເປັນອັມມະພາດ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 14/11/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 14/11/2007 13:04 TU

ສພາບແອອັດຢັດຢຽດປານປາກະປ໋ອງຂອງ
ຜູ້ໂດຍສານທີ່ສຖານີຣົດໄຟ Gare du
Nord (ພາບ: Reuters)

ສພາບແອອັດຢັດຢຽດປານປາກະປ໋ອງຂອງ ຜູ້ໂດຍສານທີ່ສຖານີຣົດໄຟ Gare du Nord (ພາບ: Reuters)

ຫລາຍຫົວເມືອງໃຫຍ່ຂອງປະເທດກາຍ
ເປັນອັມມະພາດ ຣົດຕິດມະນຶງພຶງພືດ
ຍາວເຖິງ 360 ກ.ມ. ໂດຍສເພາະທີ່ນະ
ຄອນຫລວງປາຣີສ ເພື່ອປະທ້ວງຕໍ່ແຜນ
ການ ໃນຂນະທີ່ ບັນດານັກສຶກສາໃນ
ຫລາຍມະຫາວິທຍາໄລກໍປະທ້ວງຄືກັນ
ຕໍ່ແຜນປະຕິຮູບວົງການສຶກສາລະດັບມະ
ຫາວິທຍາລັຍ

ການນັດຢຸດງານດັ່ງກ່າວກໍມີ ທີ່ບໍຣິສັດໄຟຟ້າແຫ່ງຊາດ (EDF) ທີ່ບໍຣິສັດຣົດ
ໄຟແຫ່ງຊາດ (SNCF) ບໍຣິສັດຣົດເມປະຈຳທາງ ແລະຣົດໄຟໃຕ້ດິນ
(RATP) ແລະໃນອີກຂແນງການ ອື່ນຈຳນວນໜຶ່ງ

ປະຕິຮູບແນວໃດ?
ແຜນປະຕິຮູບຣັຖບານນັ້ນກໍຄື ປັບໃຫ້ບັນດາພນັກງານຂອງຣັຖວິສາຫະກິດທີ່ກ່າວຊື່ມານີ້
ໃຫ້ເຮັດວຽກຣະຍະຍາວນານເຖິງ 40 ປີ ຄືກັນກັບບັນດາບໍຣິສັດເອກຊົນແລະຂ້າຣາຊ
ການ ກ່ອນທີ່ຈະມີສິດອອກກິນເບັ້ຽບຳນານຢ່າງເຕັມອັຕຣາໄດ້ ແທນທີ່ຈະແມ່ນ 37 ປີ
ເຄີ່ງຢ່າງໃນປັດຈຸບັນ

ນອກຈາກນີ້ ໃນລະບົບບຳນານພິເສດ ເງິນເບັ້ຽບຳນານກໍຄິດໄລ່ຈາກເງິນເດືອນ
ເດືອນສຸດທ້າຍເປັນພື້ນຖານສຳລັບການຄຳນວນສຳລັບພນັກງານໄຟຟ້າ EDF,
6 ເດືອນສຸດທ້າຍສຳລັບພນັກງານຣົດໄຟແລະຣົດເມລ໌ ໃນຂນະທີ່ລະບົບເບັ້ຽບຳນານ
ທັມມະ ດາຂອງຂ້າຣາຊການແລະພນັກງານບໍຣິສັດເອກຊົນອື່ນໆແມ່ນຄິດໄລ່ຈາກເງິນ
ເດືອນຂອງ 25 ປີ ສຸດທ້າຍ ຈຶ່ງເຫັນໄດ້ວ່າມີຄວາມແຕກຕ່າງກັນປານຟ້າກັບດິນ

 ໃຜແດ່ກ່ຽວຂ້ອງກັບລະບົບບຳນານພິເສດ?
ປັດຈຸບັນມີຜູ້ກິນເບັ້ຽບຳນານໃນລະບົບພິເສດນີ້ມີປະມານ 1,1 ລ້ານຄົນ ໃນຂນະທີ່
ຜູ້ເຮັດການແລະຈ່າຍເງິນບຳລຸງມີພຽງ 500 000 ຄົນເທົ່ານັ້ນ ເວົ້າອີກຢ່າງໜຶ່ງກໍ
ຄືມີ 1 ຄົນເຮັດວຽກສຳລັບຈ່າຍເງິນລ້ຽງ 2 ຄົນ
ເມື່ອຄິດໄລ່ໂດຍສເລັ່ຽແລ້ວ ເງິນ
ທີ່ຈ່າຍໃຫ້ແກ່ຜູ້ກິນເບັ້ຽບຳນານພິເສດນັ້ນເທົ່າກັບປະມານ 6,4% ຂອງເງິນບຳນານ
ທັງໝົດ
ບັນດາພນັກງານທີ່ກ່ຽວຂ້ອງກັລລະບົບບຳນານພິເສດນີ້ແມ່ນພນັກງານຂອງຣັຖວິສາ
ຫະກິດຕ່າງໆ ເຊັ່ນ ໄຟຟ້າແຫ່ງຊາດ (EDF), ກ໊າສແຫ່ງຊາດ (GDF), ພນັກ
ງານຣົດໄຟ (SNCF) ພນັກງານຂົນສົ່ງມວນຊົນອື່ນໆເຊັ່ນ ຣົດໄຟໃຕ້ດິນແລະຣົດ
ເມລ໌ປະຈຳທາງ (RATP) ນອກຈາກນີ້ກໍຍັງມີຊາວປະມົງ, ພນັກງານບໍ່ແຮ່ ຕລອດ
ຈົນຮອດພນັກງານສຳນັກງານທະນາຍຄວາມອະສັງຫາຣິມະຊັບ ແລະບັນດາ ສສ
ນຳດ້ວຍ

ຫລາຍວົງການຍອມຮັບວ່າບາງອາຊີບທີ່ມີເງື່ອນໄຂໃນການເຮັດວຽກທີ່ແສນຍາກລຳ
ບາກແລະສ່ຽງອັນຕຣາຍ ເຊັ່ນ ພນັກງານບໍ່ແຮ່, ພນັກງານໂຮງງານຫລໍ່ເຫລັກກ້າ
ແລະຊາວປະມົງເປັນຕົ້ນ ສົມຄວນທີ່ຈະໄດ້ຮັບບຳນານພິເສດ

 ການນັດຢຸດງານເທື່ອນີ້ ການຂົນສົ່ງມວນຊົນກາຍເປັນອັມມະພາດເກີນກວ່າການຄາດ
ຄະເນ ທີ່ນະຄອນຫລວງປາຣີສມີຣົດໄຟໃຕ້ດິນພຽງສາຍດຽວ ຄືສາຍ 14 ທີ່ຍັງຄົງແລ່ນ
ບໍຣິການຂົນສົ່ງຜູ້ໂດຍສານຕາມປົກຕິ ນອກນັ້ນມີພຽງ 1 ໃນຈຳນວນສອງ ຫລືໃນບາງ
ສາຍກໍມີພຽງ 1 ໃນຈຳນວນ 10 ເທົ່ານັ້ນ ໃນຂນະທີ່ຣົດເມປະຈຳທາງແລະຣົດ
Tramway ທີ່ນະຄອນຫລວງປາຣີສກໍມີພຽງແຕ່ 15% ເທົ່ານັ້ນ

ກັມມະບານກໍຮັບຮູ້ຄວາມຈິງ
ອັນທີ່ຈິງ ວົງການກັມມະບານກໍຍອມຮັບໃນການປະຕິຮູບ ແຕ່ກໍຕ້ອງການເຈຣະຈາໃນແຕ່
ລະສາຂາອາຊີບ ແທນທີ່ຈະເຈຣະຈາໂດຍຮວມ ທັງນີ້ໂດຍກັມມະບານຫວັ່ນເກງວ່າການ
ເຈຣະຈາແບບຮວມນັ້ນ ຈະທຳໃຫ້ຣັຖບານຕີລວດກວດພຽງ ບໍ່ມີການໃຈ້ແຍກວ່າອາຊີບ
ໃດຄວນຍົກເລີກລະບົບບຳນານພິເສດແລະອາຊີບໃດຄວນດຳເນີນຕໍ່ໄປ ຫລືບໍ່ກໍປະຕິຮູບ
ໂດຍການຮັບຮູ້ຄວາມຍາກລຳບາກແລະການສ່ຽງອັນຕຣາຍຂອງອາຊີບນັ້ນໆ ເຊັ່ນຊາວ
ປະມົງ, ພນັກງານບໍ່ຖ່ານຫິນ ແລະພນັກງານໂຮງງານຫລໍ່ເຫລກກ້າເປັນຕົ້ນ

ຊາຣ໌ໂກຊີວ່າຈະເດີນໜ້າຈົນເຖິງທີ່ສຸດ
ທາງດ້ານທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ກໍໃຫ້ສັມພາດໂທຣະທັດເມື່ອຄືນ
ຜ່ານມາວ່າ ການປະຕິຮູບລະບົບເບັ້ຽບຳນານພິເສດນີ້ ແມ່ນຄຳໝັ້ນສັນຍາທີ່ທ່ານໃຫ້ໄວ້
ເມື່ອຄັ້ງຫາ ສຽງເລືອກຕັ້ງ ສນັ້ນເມື່ອທ່ານໄດ້ຮັບເລືອກຕັ້ງມາແລ້ວ ທ່ານຕ້ອງປະຕິບັດ
ຕາມຄຳໝັ້ນສັນຍາ ແລະທ່ານຈະດຳເນີນໄປຈົນເຖິງທີ່ສຸດ

ອີກປະການໜຶ່ງ ປະຊາຊົນຊາວຝຣັ່ງເສດສ່ວນໃຫຍ່ກໍໃຫ້ການສນັບສນຸນຕໍ່ແຜນການປະຕິ
ຮູບຂອງຣັຖບານ ໂດຍເຫັນວ່າແມ່ນເພື່ອຄວາມຍຸດຕິທັມທາງດ້ານສັງສຳລັບພົລເມືອງ
ທຸກຄົນ ຈາກຜົນຂອງການຢັ່ງຄວາມເຫັນຫລ້າສຸດທີ່ເຜີຍອອກໂດຍສຖາບັນ BVA ຊີ້ ໃຫ້
ເຫັນວ່າຜູ້ຖືກສອບຖາມຄວາມເຫັນເຖິງ 59% ເຫັນວ່າຣັຖບານບໍ່ຄວນຖອຍຫລັງຍອມ
ອ່ອນຂໍ້

ປັນຫາທີ່ຍືດເຍື້ອຍາວນານ
ລະບົບເບັ້ຽບຳນານໃນປະເທດຝຣັ່ງເສດມີປັນຫາການຂາດດຸນມາຊ້ານານແລ້ວ ທຸກຣັຖ
ບານພຍາຍາມທຳການປະຕິຮູບ ແຕ່ກໍປະສົບກັບຄວາມລົ້ມແຫລວມາຕລອດຍ້ອນການ
ຕໍ່ຕ້ານດ້ວຍການນັດຢຸດງານຂນານໃຫຍ່ ແຕ່ໃນປີ 2003 ຣັຖບານກໍປະສົບຜົນສຳເຣັດ
ສາມາດປັບລະດັບເບັ້ຽບຳນານຂ້າຣາຊການຈາກ 37 ປີເຄີ່ງໄປເປັນ 40 ປີໄດ້ ແຕ່ຄັ້ງ
ນັ້ນບໍ່ໄດ້ແຕະຕ້ອງເຖິງລະບົບບຳນານພິເສດ

ການຂາດດຸນງົປມານຂອງກອງເງິນທຶນເບັ້ຽບຳນານໜັກໜ້າຂື້ນທຸກປີ ທັງນີ້ຍ້ອນພົລ
ເມືອງບໍ່ເພີ້ມ ໃນຂນະດຽວກັນຜູ້ສູງອາຍຸກໍມີອາຍຸທີ່ຍືນຍາວກວ່າເກົ່າຍ້ອນເງື່ອນໄຂ
ທາງດ້ານອະນາໄມດີຂື້ນ

ຜົນທີ່ຕາມມາກໍຄືຄົນໜຸ່ມສາວທີ່ອອກສູ່ຕລາດແຮງງານໃນແຕ່ລະປີ ຊຶ່ງເປັນຜູ້ຈ່າຍ
ເງິນເຂົ້າກອງເງິນທຶນເບັ້ຽບຳນານນັ້ນ ມີຈຳນວນເທົ່າເດີມ ນັ້ນກໍໝາຍຄວາມວ່າເງີນ
ເຂົ້າກອງເງີນທຶນເບັ້ຽບຳນານມີຈຳນວນເທົ່າເດີມ ໃນຂນະທີ່ເງີນຈ່າຍໃຫ້ບັນດາຜູ້ສູງ
ອາຍຸເພີ້ມຂື້ນໃນແຕ່ລະປີ ຈຶ່ງເປັນສາເຫດເຮັດໃຫ້ກອງເງີນທຶນເບັ້ຽບຳນານຂາດດຸນ
ສູງຂື້ນເລື້ອຍໆ ຄາດຄະເນກັນວ່າຖ້າບໍ່ມີການປະຕິຮູບໃດໆເລີຍໃນອີກ 30 – 50 ປີ
ຂ້າງໜ້າລະບົບເບັ້ຽບຳນານກໍຈະເຖິງຂັ້ນພັງທະລາຍເພາະຣັຖບານຈະບໍ່ມີເງີນຈ່າຍ
ໃຫ້ອີກ ຕໍ່ໄປ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU