ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດຝຣັ່ງ - ການຢຸດງານປະທ້ວງ

ການເຈຣະຈາ ກັບທາງການ ບໍ່ມີຫັຽງຄືບໜ້າ

ໂດຍ  ສິຣິ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 16/11/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 16/11/2007 15:39 TU

ພນັກງານຣົດໄຟຝຣັ່ງ SNCF ພາ
ກັນປະທ້ວງ ຕໍ່ການປະຕິຮູບເບັ້ຍບຳ
ນານພິເສດ ຂອງຣັຖບານ
  ຮູບ : Reuters

ພນັກງານຣົດໄຟຝຣັ່ງ SNCF ພາ ກັນປະທ້ວງ ຕໍ່ການປະຕິຮູບເບັ້ຍບຳ ນານພິເສດ ຂອງຣັຖບານ ຮູບ : Reuters

ພນັກງານຂັ້ນ ພື້ນຖານ ຂອງອົງການ SNCF ຕ່າງພໍໃຈ ດ້ວຍກັນ ເຮັດ ການປະທ້ວງສືບ ຕໍ່ໄປອີກ 24 ຊົ່ວໂມງຕື່ມ ຊຶ່ງເປັນການລົງໂຫວດ ກັນຈາກ 7 ສະຫະພັນກັມມະບານ
ການສືບຕໍ່ ເຮັດການປະທ້ວງ ຂອງພນັກງານຣົດໄຟ SNCF ອັນໄດ້ມີການ
ເຖິງ ຂັ້ນເຮັດ piquet de grève ຄື ໄດ້ມີ ພນັກງານບາງຄົນ ໄປຕັນການ
ສັນຈອນ ຣົດໄຟ ທີ່ ສຖານີ Gare St Lazare ພ້ອມທັງ ໄດ້ມີ ການຖິ້ມ
ໝາກກະໂພກ ແລະ ກະປ໋ອງຄວັນ Fumigène ໃຫ້ມັນ ມີ ຄວັນພຸ່ງຂື້ນ
ມາກຸ້ມ ອ້ອມແອ້ມບໍຣິເວນ ທີ່ພາກັນ ຢືນປະທ້ວງ

ດັ່ງນັ້ນ ທາງຂັ້ນສູງຂອງ SNCF ບໍ່ຄວນຈະມີການປະຕິບັດ ການປະທ້ວງ
ໄປໃນ ທຳນອງນີ້ເລີຍ ບັນຫາແບບນີ້ ກໍ ເກີດຂື້ນທີ່ເຂດຊານເມືອງຂອງ
ກຸງ ປາຣີສ

ຣມຕ ກະຊວງແຮງງານ ທ່ານ Xavier Bertrand ໄດ້ກ່າວວ່າ ການຢຸດ
ງານປະ ທ້ວງ ນັ້ນ ກໍ ເປັນ ສິດອັນນຶ່ງ ທີ່ມັນສອດຄ້ອງກັບ ກົດໝາຍ ຫາກ
ແຕ່ວ່າ ການເຮັດ piquet de grève ມັນເປັນ ການກຳໜົດ ກົດເກນເອົາ
ເອງ ຈຶ່ງຄວນນຶກເຖິງ ຄົນ ທີ່ຕ້ອງການ ອອກແຮງງານ ຄົນອື່ນດ້ວຍ

ອີກດ້ານນຶ່ງ ກໍມີ 7 ສະຫະພັນກັມມະບານ ທີ່ໄດ້ທີການ ປະຊຸມຫລວງແລ້ວ
ເຫັນດີດ້ວຍກັນ ສືບຕໍ່ຢຸດງານປະທ້ວງ ຈົນຮອດມື້ອື່ນ

ກ່ຽວກັບການປະທ້ວງ ຂອງ ນັກສຶກສາ ທີ່ທຳການຄັດຄ້ານ ຕໍ່ໂຄງຮ່າງ
ກົດໝາຍ ກ່ຽວກັບຄວາມເປັນເອກເທດ ນັ້ນ ທ່ານນາງ Valérie Pé-
-cresse ຣມຕ ດ້ານການສຶກສາສູງ ໄດ້ກ່າວວ່າ ຢ່າງນ້ອຍ ກໍມີ ມະຫາ
ວິທຍາລັຍ ສາມສິບ ກວ່າແຫ່ງ ໃນຈຳນວນທັງໝົດ 85 ທີ່ໄດ້ຄັດຄ້ານຕໍ່
ການປະຕິຮູບນີ້

ພນັກງານຂັ້ນ ພື້ນຖານ ຂອງອົງການ SNCF ຕ່າງພໍໃຈດ້ວຍກັນ ເຮັດການ ປະທ້ວງສືບຕໍ່ໄປອີກ 24 ຊົ່ວໂມງຕື່ມ ຊຶ່ງເປັນການລົງໂຫວດ ກັນຈາກ  7 ສະ
ຫະພັນກັມມະບານ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU