ຄົ້ນຫາຂໍ້ມູນ

/ languages

Choisir langue
 

ນາຍົກ ຣມຕ ສິງຄະໂປວ່າ:

"ອາຊຽນຕ້ອງປະນາມ ການປາບປາມການ ປະທ້ວງທີ່ພະມ້າ"

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 17/11/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 17/11/2007 15:18 TU

ທ່ານລີຊຽນລຸງ ນາຍົກ ຣມຕ ສິງຄະໂປ
ກ່າວວ່າອາຊຽນຕ້ອງປະນາມການປາບ
ປາມການປະທ້ວງດ້ວຍຄວາມຮຸນແຮງໃນ
ປະເທດພະມ້າ (ພາບ: D/R)

ທ່ານລີຊຽນລຸງ ນາຍົກ ຣມຕ ສິງຄະໂປ ກ່າວວ່າອາຊຽນຕ້ອງປະນາມການປາບ ປາມການປະທ້ວງດ້ວຍຄວາມຮຸນແຮງໃນ ປະເທດພະມ້າ (ພາບ: D/R)

ນາຍົກ ຣມຕ ສິງຄະໂປ ທ່ານລີຊຽນລຸງ
ໄດ້ກ່າວໃຫ້ສັມພາດລາຍວັນ The
Straight Times ທີ່ ວາງຈຳໜ່າຍ
ໃນມື້ນີ້ (ເສົາ 17 ພະຈິກ) ວ່າ ກຸ່ມປະ
ເທດອາຊຽນບໍ່ມີທາງເລືອກອື່ນໃດນອກ
ຈາກຕ້ອງກ່າວປະນາມຕໍ່ການໃຊ້ຄວາມ
ຮຸນແຮງປາບປາມຂບວນການປະທ້ວງທີ່
ປະເທດພະມ້າເມື່ອເດືອນກັນຍາທີ່ຜ່ານມາ

ປະເທດສິງຄະໂປທຳໜ້າທີ່ເປັນປະທານ
ຂອງກຸ່ມປະເທດອາຊຽນໃນເວລາປັດຈຸບັນແລະຈະເປັນເຈົ້າພາບ ຈັດກອງປະຊຸມ
ສຸດຂອງກຸ່ມໃນວັນອາທິດ 18 – 21 ພະຈິກນີ້

ນາຍົກ ຣມຕ ລີຊຽນລຸງ ກ່າວວ່າ ເຖິງແມ່ນອາຊຽນມີເງື່ອນໄຂຈຳກັດໃນການກົດດັນຕໍ່ພະ
ມ້າ ແຕ່ສຖານະການໃນປະເທດນີ້ກໍບໍ່ອາດສາມາດດຳເນີນແນວນີ້ຕໍ່ໄປໄດ້ເຫິງນານ ທັງນີ້
ເພາະສ້າງຜົນກະທົບຕໍ່ຂົງເຂດທັງໝົດ ແລະວ່າອາຊຽນມີທາງເລືອກທາງດຽວກໍຄືການ
ຂື້ນສຽງປະນາມຕໍ່ພະມ້າ

ຫລັງເກີດການປາບປາມໜັກມືຕໍ່ຂບວນການປະທ້ວງທີ່ປະເທດພະມ້າເມື່ອເດືອນກັນຍາ
ຜ່ານມາ ອາຊຽນໄດ້ສແດງຄວາມ "ຫົດຫູ່ໃຈ" ອັນເປັນການສແດງທ່າທີທີ່ຜິດປົກຕິສຳ
ລັບກຸ່ມທີ່ມີປະເພນີໃນການບໍ່ແຊກແຊງກິຈການພາຍໃນຂອງກັນແລະກັນ ຢ່າງໃດກໍຕາມ
ອາຊຽນກໍຍັງບໍ່ມີການກ່າວປະນາມຢ່າງເດັດຂາດຕໍ່ການໃຊ້ຄວາມຮຸນແຮງໃນປະເທດພະ
ມ້າ

ນາຍົກ ຣມຕ ສິງຄະໂປກ່າວອີກວ່າຫລັກການບໍ່ແຊກແຊງກິຈການພາຍໃນຂອງກັນແລະກັນ
ອາດຖືກນຳຂື້ນພິຈາຣະນາເບີ່ງກັນຄືນໃໝ່ເນື່ອງໃນໂອກາດທີ່ຈະມີການລົງນາມໃນກົດບັດ
ຂອງອາຊຽນເນື່ອງໃນກອງປະຊຸມສຸດຍອດທີ່ສິງຄະໂປຈະເປັນເຈົ້າພາບຕັ້ງແຕ່ວັນທີ 18
– 21 ພະຈິກນີ້

"ກົດບັດຮັບຮູ້ວ່າ ໃນສຖານະການທີ່ທຸກປະເທດຕ່າງກໍຕ້ອງເພີ່ງພາອາໃສຊຶ່ງກັນແລະກັນ
ຫລາຍຂື້ນເລື້ອຍໆຢ່າງໃນທຸກວັນນີ້ ອາຊຽນຕ້ອງປັບປ່ຽນປະເພນີດັ້ງເດີມຂອງຕົນທີ່ບໍ່
ແຊກແຊງກິຈການພາຍໃນຂອງກັນແລະກັນ ໂດຍສເພາະໃນຂແນງການທີ່ກຸ່ມມີຜົນປໂຍດ
ຮ່ວມກັນ" ນາຍົກ ຣມຕ ສິງຄະໂປ ໄດ້ກ່າວ

ທ່ານລີຊຽນລຸງ ຢ້ຳວ່າ "ການບໍ່ແຊກແຊງກິຈການພາຍໃນຂອງກັນແລະກັນບໍ່ໄດ້ໝາຍ
ຄວາມວ່າຈະບໍ່ເຮັດ ຫຍັງເລີຍ"

ເມື່ອວັນສຸກຜ່ານມາ ສພາສູງອະເມຣິກັນກໍໄດ້ລົງມະຕິດ້ວຍສຽງທີ່ເປັນເອກສັນຮຽກຮ້ອງ
ໃຫ້ອາຊຽນງົດການເປັນສມາຊິກຂອງພະມ້າ "ເຖິງເວລາແລ້ວທີ່ອາຊຽນຕ້ອງລົງມືປະ
ຕິບັດໃນສິ່ງທີ່ຕົນເວົ້າ" ທ່ານນາງ ບາຣ໌ບາຣາ ບອ໊ກເຊີ ສມາຊິກສພາສູງແຫ່ງພັກດີໂມ
ແຄຣຕ ຜູ້ສເນີຮ່າງມະຕິ ໄດ້ກ່າວ

ສ່ວນທາງດ້ານພົນເອກ ຕັນສ່ວຍ ໝາຍເລກໜຶ່ງຂອງລະບອບທະຫານກຳອຳນາດໃນພະ
ມ້າ ກໍໄດ້ໃຫ້ສັມພາດຕໍ່ລາຍວັນພາສາອັງກິດ "The Light of Myanma" ວ່າ ການ
ສ້າງປະຊາທິປະໄຕຈະດຳເນີນຕໍ່ໄປ

ເມື່ອວັນທີ 18 ຕຸລາຜ່ານມາ ຣັຖບານທະຫານພະມ້າໄດ້ແຕ່ງຕັ້ງສມາຊິກຮ່າງກົດໝາຍ
ຣັຖທັມມະນູນຈຳ ນວນ 54 ທ່ານ ຫລັງຈາກທີ່ກອງປະຊຸມສມັດຊາແຫ່ງຊາດເພື່ອພິຈາ
ຣະນາແນວທາງຂອງຮ່າງກົດໝາຍຣັຖທັມມະນູນສບັບໃໝ່ໄດ້ສິ້ນສຸດລົງເມື່ອເດືອນສິງ
ຫາທີ່ຜ່ານມາ

ຫລັງການຮ່າງກົດໝາຍຣັຖທັມມະນູນແລ້ວ ຣັຖບານທະຫານພະມ້າຈະຈັດການອອກ
ສຽງປະຊາມຕິວ່າ ຫລັງຈາກນັ້ນກໍຈະມີການເລືອກຕັ້ງ

ຝ່າຍຄ້ານແລະປະຊາຄົມໂລກຕະວັນຕົກເຫັນວ່າກອງປະຊຸມສມັດຊາແຫ່ງຊາດເປັນ
ການຫລິ້ນລະຄອນຕົບຕາຂອງຄນະທະຫານກຳອຳນາດ ແລະຝ່າຍຄ້ານກໍຄວ້ຳບາດ
ບໍ່ຍອມເຂົ້າຮ່ວມ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU