ຄົ້ນຫາຂໍ້ມູນ

/ languages

Choisir langue
 

ເຂດເງິນສກຸນດຽວເອີໂຣ

Chypre ແລະ Malte ເຂົ້າຮ່ວມ 1 ມັງກອນ 2008

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 31/12/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 01/01/2008 06:58 TU

ແຜນທີ່ສແດງ "ເຂດເງິນສກຸນເອີໂຣ" (ສີ
ຟ້າ) ສ່ວນເກາະ Chypre ແລະ Malte
ນັ້ນ ມີອັກສອນບອກຊື່ເປັນສີແດງ (ພາບ:
Marc Verney/RFI, base Géoatlas)

ແຜນທີ່ສແດງ "ເຂດເງິນສກຸນເອີໂຣ" (ສີ ຟ້າ) ສ່ວນເກາະ Chypre ແລະ Malte ນັ້ນ ມີອັກສອນບອກຊື່ເປັນສີແດງ (ພາບ: Marc Verney/RFI, base Géoatlas)

ພ້ອມດຽວກັນກັບການໝົດສິ້ນພາຣະກິດ
ການເປັນປະທານໝຸນວຽນຂອງສຫະ
ພາບເອີຣົບຂອງປະເທດປ໊ອກຕຸຍກາລ
(Portugal) ແລະການຮັບຊ່ວງຕໍ່ສຳລັບ
6 ເດືອນ ຂອງຊໂລເວນີ (Slovénie)
ຕັ້ງແຕ່ວັນທີ 1 ມັງກອນ ປີ 2008 ເປັນ
ຕົ້ນໄປ ເຂດເງິນສກຸນ ດຽວ "ເອີໂຣ"
ຂອງສຫະພາບກໍຂຍາຍກວ້າງ ຮັບເອົາ
ສມາຊິກໃໝ່ອີກສອງປະເທດຄືເກາະ
"ຊີປເຣິ" (Chypre) ພົລເມືອງ 8 ແສນ
ຄົນ ແລະ ເກາະມາລຕ໌ (Malte) ພົລ
ເມືອງ 4 ແສນ ຄົນ ທຳໃຫ້ "ເຂດເງິນ
ສກຸນເອີໂຣ" ມີສມາຊິກທັງໝົດ 15 ປະ
ເທດແລະມີພົລເມືອງ ທັງໝົດ 318
ລ້ານຄົນ ໃນຂນະທີ່ປະເທດສໂລວາກີ
(Slovaquie) ກໍອາດເຂົ້າຮ່ວມເປັນສະມາຊິກປະເທດທີ 16 ອີກໜຶ່ງປີຂ້າງໜ້າ

ການເຂົ້າເປັນສມາຊິກຂອງເຂດເງິນສກຸນເອີໂຣຂອງສອງເກາະນ້ອຍໆໃນທະເລເມດິແຕຣ໌
ຣານເນຄັ້ງນີ້ ເປັນໄປຕາມເຈຕນາຂອງບັນດາຜູ້ນຳຂອງສອງປະເທດ ທີ່ຫວັງຈະໄດ້ຮັບຜົນ
ບວກທາງດ້ານເສຖກິດ ຈາກການນຳໃຊ້ເງິນສກຸນດຽວຂອງສຫະພາບ ໃນຂນະທີ່ພົລເມືອງ
ນັ້ນມີຄວາມກັງວົນວ່າຣາຄາສິນຄ້າ ຈະດີດຕົວສູງຂື້ນ ດັ່ງທີ່ເຄີຍເປັນມາແລ້ວໃນທຸກປະ
ເທດຂອງເຂດເງິນສກຸນເອີໂຣ

Chypre ແລະ Malte ທີ່ໄດ້ຮັບເອກຣາດໃນຊຸມປີ 1960 ມີສັດສ່ວນພຽງແຕ່ 0.17%
ແລະ 0.06% ຂອງ PIB ຫລື GDP ທັງໝົດຂອງເຂດເງິນສກຸນເອີໂຣເທົ່ານັ້ນ ແຕ່ເຖິງ
ປານັ້ນກໍຕາມກໍຍັງຈຳເປັນຕ້ອງມີການຜລິດທະນະບັດເອີໂຣອອກມາເຖິງກວ່າ 100 ລ້ານ
ໃບ ແລະຫລຽນອີກກວ່າ 500 ລ້ານຫລຽນ ເພື່ອຕອບສນອງຕໍ່ຄວາມຕ້ອງການ

ເຖິງແມ່ນວ່າ PIB ຫລື GDP ຂອງສອງປະເທດນີ້ຕໍ່າກວ່າອັຕຣາສເລັ່ຽຂອງ "ເຂດ
ເງິນສກຸນເອີໂຣ" ກໍຕາມ (92% ສຳລັບ Chypre ແລະ 71.5% ສຳລັບ Malte) ກໍ
ຕາມແຕ່ສອງປະເທດກໍເຂົ້າສູ່ເຂດ ໂດຍມີທ່າແຮງທາງດ້ານເສຖກິດ ຄືມີການຂຍາຍ
ຕົວເຖິງ 4% ແລະການກະກຽມດ້ວຍການລົດຜ່ອນການຂາດດຸນງົບປະມານກໍສ້າງຄວາມ
ພໍໃຈເປັນຢ່າງຍິ່ງຕໍ່ຄນະກັມມາທິການຂອງສຫະພາບເອີຣົບ

ກໍຈຶ່ງເປັນອັນວ່າ ການເຂົ້າສູ່ "ເຂດເງິນສກຸນເອີໂຣ" ຂອງປະເທດ Malte ນັ້ນ ຈະທຳ
ໃຫ້ປະເທດນີ້ສູນເສັຽຖານະ "ສວັນຂອງເງິນໜີພາສີ" ທີ່ເຄີຍສ້າງຄວາມອຸດົມສົມບູນໃຫ້
ແກ່ປະເທດນີ້ມາແລ້ວ ແຕ່ການສູນເສັຽຖານະດັ່ງກ່າວກໍຈະໄດ້ຮັບການຕອບແທນຢ່າງ
ເກີນຄ່າໂດຍການຫັນປ່ຽນຈາກການເນັ້ນໜັກທາງດ້ານບໍຣິການແລະທ່ອງທ່ຽວມາເປັນ
ການເນັ້ນໜັກການພັທນາການລົງທຶນທາງດ້ານອຸດສາຫະກັມແລະ Technologie ສມັຍ
ໃໝ່

ໃນຂນະທີ່ເກາະ Chypre ນັ້ນ ກໍຫວັງຈະດຶງດູດນັກທ່ອງທ່ຽວເຂົ້າປະເທດຫລາຍກວ່າ
ເກົ່າໂດຍສເພາະຈາກສຫະພາບເອີຣົບເອງ ທີ່ບໍ່ມີຄວາມຈຳເປັນຕ້ອງຈ່າຍ commis-
sion ສຳລັບການແລກປ່ຽນຕໍ່ໄປອີກແລ້ວ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU