ຄົ້ນຫາຂໍ້ມູນ

/ languages

Choisir langue
 

ເລືອກຕັ້ງຮອບປະຖົມ ທີ່ຣັດໄອໂອວາ

ເພື່ອຊອກຫາຕົວແທນຂອງພັກ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 03/01/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 14/01/2008 07:31 TU

ຫລັງຈາກການໂຄສະນາຫາສຽງກັນມາ
ຢ່າງເຂັ້ມຂຸ້ນ ເປັນເວລາທີ່ຍາວນານທີ
ສຸດ ແລະໃຊ້ຈ່າຍຫາສຽງຫລາຍທີ່ສຸດ
ໃນປວັດສາດຂອງການເລືອກຕັ້ງຊິງຕຳ
ແໜ່ງປະທານາທິບໍດີອະເມຣິກັນແລ້ວ
ໃນທີ່ສຸດ ວັນເວລາແຫ່ງຄວາມຈິງກໍ
ກ້າວມາເຖິງ ພົລເມືອງຜູ້ມີສິດອອກສຽງເລືອກຕັ້ງໃນຣັດ Iowa ໃນເຂດ
Midwest ປະມານ 1 207 000 ຄົນ ໃນຈຳນວນພົລເມືອງທັງໝົດເກືອບ 3
ລ້ານຄົນ ມີກຳໜົດໃຊ້ສິດໃນການເລືອກຕັ້ງຮອບປະຖົມ (Caucus ຫລື
Primaire) ຄັດເລືອກເອົາຕົວແທນທັງຂອງພັກ Républicain ແລະ
Démocrate ເຂົ້າຊ່ວງຊິງຕຳແໜ່ງປະທານາທິບໍດີໃນວັນທີ 4 ພະຈິກປີນີ້
ທ່ານນາງຮິລລາຣີ ຄລິນຕັນ (ຊ້າຍ) ແລະ
ທ່ານບາຣັກ ໂອບາມາ ແຫ່ງພັກດີໂມ
ແຄຣຕ (ຂວາ) ຄົນກາງໃນພາບແມ່ນ
ພັລຍາຂອງທ່ານໂອບາມາ, ທ່ານນາງ
ມີເຊລ (ພາບ: Reuters)

ທ່ານນາງຮິລລາຣີ ຄລິນຕັນ (ຊ້າຍ) ແລະ ທ່ານບາຣັກ ໂອບາມາ ແຫ່ງພັກດີໂມ ແຄຣຕ (ຂວາ) ຄົນກາງໃນພາບແມ່ນ ພັລຍາຂອງທ່ານໂອບາມາ, ທ່ານນາງ ມີເຊລ (ພາບ: Reuters)

ບັນດາຜູ້ສມັກຈາກພັກ Démocrates
ມີສາມທ່ານດ້ວຍກັນທີ່ມີຄະແນນນິຍົມຂ້ອນ
ຂ້າງທີ່ສູສີທີ່ສຸດ ຄືທ່ານນາງ ຮິລລາຣີ
ຄລິນຕັນ (Hillary Clinton)
ອດີດ
ສຕຣີໝາຍເລກ 1 ຂອງປະເທດ ແລະ
ທ່ານບາຣັກ ໂອບາມາ (Barack
Obama)
ສມາຊິກສະພາສູງຈາກຣັດ
ອິລລີນອຍສ໌ (Illinois) ຄົນລະ 28%

ໃນຂນະທີ່ ທ່ານຈອນຫ໌ ເອັດວາດສ໌
(John Edwards)
ອດີດສມາຊິກສະພາສູງຈາກ ຣັດກາໂຣລິນເໜືອ (Caroline
du Nord)
ນັ້ນ ມີຄະແນນນິຍົມ 26%

ທ່ານໄມຄ໌ ຮັກຄະບີ (ຊ້າຍ) ແລະ ທ່ານ
ມິຕຕ໌ ຣອມເນ (ຂວາ) ແຫ່ງພັກຣີພັບ
ບລິກກັນ (ພາບ: Reuters)

ທ່ານໄມຄ໌ ຮັກຄະບີ (ຊ້າຍ) ແລະ ທ່ານ ມິຕຕ໌ ຣອມເນ (ຂວາ) ແຫ່ງພັກຣີພັບ ບລິກກັນ (ພາບ: Reuters)

ສ່ວນທາງດ້ານຜູ້ສມັກຂອງພັກ Républi-
cain
ນັ້ນ ກໍໃນທຳນອງດຽວກັນ ທ່ານ
ໄມກ໌ ຮັກກາບີ (Mike Huckabee)
ອດີດຜູ້ວ່າການ ຣັດ ອາຣ໌ແຄນຊໍສ໌ (Ar-
kansas)
ມີຄະແນນນິຍົມ 28% ຕິດຕາມ
ດ້ວຍ ທ່ານມິຕ ຣອມເນ (Mitt Rom-
ney)
ອດີດຜູ້ວ່າການ ຣັດເມັສຊາຈູ
ເສດສ໌
(
Massachusetts)
26% ໃນ
ຂນະທີ່ ທ່ານຈອນຫ໌ ແມ໊ກເຄນ (John
McCain)
ນັກຮົບເກົ່າແຫ່ງສົງຄາມວຽດນາມແລະເປັນຕົວເກັງໃນຣະດັບຊາດ ແລະ 
ທ່ານເຟຣດ ທອມຊັນ (Fred Thomson) ອດີດຜູ້ວ່າການ "ຣັດເທັນເນັສຊີ"
(Tennessee) ນັ້ນ ຕິດຕາມມາເປັນອັນດັບສາມແລະສີ່

ຜົນການເລືອກຕັ້ງສຸດທ້າຍຮອບປະຖົມທີ່ຣັດ IOWA ມື້ນີ້ ຍາກທີ່ຈະຄາດຄະ ເນໄດ້ວ່າ
ຜູ້ສມັກທ່ານໃດຈາກສອງພັກໃຫຍ່ຂອງປະເທດ ຈະໄດ້ຮັບຄວາມໄວ້ວາງໃຈຈາກຜູ້ລົງ
ຄະແນນ

ການເລືອກຕັ້ງຊິງຕຳແໜ່ງປະທານາທິບໍດີອະເມຣິກັນຮອບປະຖົມ ທີ່ເພີ່ນເອີ້ນວ່າ
Primaire ຫລື ບາງຄັ້ງກໍເອີ້ນວ່າ Caucus ນີ້ ເປັນການເລືອກຕັ້ງທີ່ສລັບຊັບຊ້ອນ ແຕ່
ກໍເປັນທີ່ໜ້າສັງເກດວ່າ ນັບເປັນຄັ້ງທຳອິດໃນປວັດສາດທີ່ສຕຣີ ຄື ທ່ານນາງ ຮິລລາຣີ
ຄລິນຕັນ ແລະ ຊາວອະເມຣິກັນຜິວດຳ ຄື ທ່ານບາຣັກ ໂອບາມາ ມີໂອກາດສູງທີ່ຈະໄດ້
ຮັບການເລືອກຕັ້ງເປັນຕົວແທນຂອງພັກເຂົ້າຊ່ວງຊິງເປັນປະທານາທິບໍດີຄົນທີ 44
ຂອງປະເທດ (ກຣຸນາຄລິກລຸ່ມນີ້ເພື່ອຮັບຟັງການລາຍງານໂດຍສຽງນັກຂ່າວ)

 

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU