ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະຊາຄົມລາວ ຢູ່ຝຣັ່ງ

"ຣາຕຣີພາຝັນ ຄັ້ງທີ ໑໒"

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 21/01/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 31/01/2008 14:14 TU

ຟ້ອນຊ່ວງເຮືອ 
(ພາບ : ເຈົ້າ ເພັດສວາດ ວົງກົດ)

ຟ້ອນຊ່ວງເຮືອ (ພາບ : ເຈົ້າ ເພັດສວາດ ວົງກົດ)

ເມື່ອ ວັນເສົາ ວັນທີ ໑໒ ມົກຣາ ໒໐໐໘, ສະມາຄົມ ສັດຕຣີລາວ ທີ່ປະເທດ ຝຣັ່ງ ປະກອບດ້ວຍ ສີລປີລ ອາຊີບ ແລະສມັກຫຼີ້ນ ຫຼາຍສິບຄົນ ໄດ້ຈັດງານສແດງ ສີລປະ ການຟ້ອນ ແລະດົນຕຣີ ພື້ນເມືອງ. ການຟ້ອນ ພາຍໄຕ້ການ ສີກສອນ ກຳກັບ ໂດຍ ອາຈານ ວິໄລວັນ ບັນເຈີດ ແລະດົນຕຣີ ຈາກການປະກອບສ່ວນ ຂອງຄນະ ໝໍລຳລາວ ທີ່ເມືອງ ເມີ່ແລ໋ງ. "ລ່ອງຂອງ" ຊົມວັທະນາທັມລາວ ແຫ່ງ "ຣາຕຣີພາຝັນ ຄັ້ງທີ ໑໒" ເປັນງານທີ່ ຖືກຈັດຂື້ນ ເປັນຄັ້ງທຳອິດ ໃນໄລຍະ ໑໐ ປີຜ່ານມາ. "ຣາຕຣີພາຝັນ ຄັ້ງທີ ໑໒" ພາຍໄຕ້ ການເປັນປະທານ ຂອງ ຍານາງ ວຽງສຸວັນ ບໍວໍຣັສມີ.
ບັນດານ ສີສຸນທອນ ໄດ້ໄປ ຕິດຕາມເອົາຂ່າວ ກັບງານ.

ເຊີນກລິກຟັງໄດ້ ຢູ່ລຸ່ມນີ້

 

 

ຮູບໃນງານ ສແດງ ຈາກການເອື້ອເຟຶ້ອ ຂອງ
ເຈົ້າ ເພັດສວາດ ວົງກົດ


ຟ້ອນເບີກໂຮງ "ເທພນິມິດ".
ນາງ : ສແດງໂດຍ ເຈົ້າແກ້ວລອດຟ້າ ສຸວັນນະພູມມາ ນໍຣີນ
ພຣະ : ສແດງໂດຍ ສ. ໄຊຍະຣາຊ

 

ຄນະໝໍລຳລາວ ທີ່ເມືອງ ເມີ່ແລ໋ງ ນຳໂດຍ ທ່ານ ຄຳພາ ອີນທິສານ ທີ່ມາປະກອບສ່ວນ ການ ສແດງຂອງ ສະມາຄົມ ສັດຕຣີລາວ ຕລອດມາ

 

 ຟ້ອນຂ້າ ສແດງໂດຍ ເຈົ້ານາງ ສຸຊາດາ ນະຈຳປາສັກ (ຜູ່ຢູ່ດ້ານໜ້າ) ແລະ ສ.ໄຊຍະຣາຊ

 

ຄນະນັກຟ້ອນ ພາກສ່ວນນຶ່ງ ກ່ອນປິດ ລາຍການ
ຄນະນັກຟ້ອນ ພາກສ່ວນນຶ່ງ ກ່ອນປິດ ລາຍການ

 

 ກ່ອນປິດສາກ ການສແດງ.
ຢູ່ແຖວໜ້າ  : ອາຈານ ວີໄລວັນ ບັນເຈີດ (ຊຸດສີຟ້າ, ຊ້າຍ), ຍານາງ ວຽງສຸວັນ ບໍວໍຣັສມີ ປະທານ ສະມາຄົມ ສັດຕຣີລາວ ທີ່ປະເທດ ຝຣັ່ງ (ຊຸດສີຟ້າ, ຂວາ),  ຍານາງ ທົງສີ ສອນຣາຊວົງ ຜູ່ກຳກັບການສແດງ (ຊຸດສີດຳ, ຜ້າບ່ຽງສີແດງ, ຂວາ)

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU