ໂດຍ ບັນດານ ສີສຸນທອນ B. Sisounthone
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 31/01/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 31/01/2008 13:46 TU
ທ່ານ ຝຣັ່ງຊົ່ວ ເສເນ່ໂມ່ François SENEMAUD ຖືກແຕ່ງຕັ້ງ ໃຫ້ເປັນ ເອກອັຄະລັຖທູດຝຣັ່ງໃໝ່ ປະຈຳຢູ່ ນະຄອນຫລວງວຽງຈັນ
CapeFrance
ທ່ານ ຝຣັ່ງຊົ່ວ ເສີເນ່ໂມ່, ຫລັງສຸດນີ້ ທ່ານ ໄດ້ເປັນ ອະທິບໍດີ ສູນພົວ ພັນ ການຂ່າວ ແລະ ປະສານງານ ນັກຂ່າວ ຕ່າງປະເທດ - Cape ມາແຕ່ເດືອນ ກັນຍາ 2005.
ທ່ານ ຝຣັ່ງຊົ່ວ ເສເນ່ໂມ່ François SENEMAUD ອາຍຸ 51 ປີ ຈົບການສຶກສາ ຈາກສະຖາບັນການເມືອງ ທີ່ ປາຣີ ແລະ ປະວັດສາດ, ຕໍ່ມາ ທ່ານ ໄດ້ເຂົ້າ ໂຮງຮຽນ ການປົກຄອງ ແຫ່ງຊາດ ຫຼື ENA.
ທ່ານ ຝຣັ່ງຊົ່ວ ເສີເນ່ໂມ່ ໄດ້ເຂົ້າຮັບໃຊ້ ລັຖະການເປັນ ທີ່ປຶກສາ ດ້ານເຕັກນິກ ຂອງທ່ານ ປີແອ່ຣ໌ ຊົກຊ໌ Pierre Joxe ລັຖມົນຕຣີ ກະຊວງພາຍໃນ ແຕ່ 1989 -1990.
ຫລັງຈາກນັ້ນ ທ່ານໄດ້ເປັນທີ່ປຶກສາທູດ ຜູ່ທີ 2 ທີ່ ນະຄອນຫລວງ ອ່າມ່ານ ປະເທດ ຊ໊ອກດ່ານີ່ 1990-1993.
ປີ 1993-1995 ໄດ້ຮັບໜ້າທີ່ ດ້ານກິຈການເຂດ ອັຟຣິກາ ແລະພາກ ຕາເວັນອອກກາງ ທີ່ກະຊວງການຕ່າງປະເທດ.
ປີ 1995-1997 ທ່ານໄດ້ເປັນທີ່ປຶກສາທູດ ຜູ່ທີ 2 ທີ່ ນະຄອນຫລວງ ມ່າດຣີດ ປະເທດ ເອ໊ສປ່າຍ ແລະ ແຕ່ ເດືອນ ມິຖຸນາ 1997 ຫາ ທັນວາ 1999 ນັ້ນ ເປັນທີ່ປຶກສາທູດ ຜູ່ທີ 2 ທີ່ ນະຄອນຫລວງ ເບ່ຣຸດ ປະເທດ ລີ່ບັ່ງ ແລະໄດ້ ເລື່ອນຕຳແໜ່ງ ເປັນທີ່ປຶກສາທູດ ຜູ່ທີ 1 ທີ່ ນະຄອນຫລວງ ເບ່ຣຸດ ປະເທດ ລີ່ບັ່ງ ແຕ່ ເດືອນ ມົກຣາ 2000 ຫາ ມົກຣາ 2002.
ແຕ່ 2002 -2005. ທ່ານ ໄດ້ ກັບຄືນມາ ເປັນຫົວໜ້າຫ້ອງການ ຍຸທະສາດ, ພັສດຸ ແລະ ການປະເມີນຜົນ ທີ່ກົມການ ຮ່ວມມືສາກົນ ແລະ ພັທະນາ ຂອງກະຊວງການຕ່າງປະເທດ.
ອີກດ້ານນຶ່ງ ລາວມີໂຄງການສ້າງ ສູນ ສັພະສິນຄ້າ ທີ່ ບ້ານດົງໂພສີ
ຮັບຟັງ ລາຍງານ ຈາກ ຊົງຣິດ ໂພນເງີນ
ຂ່າວສຳຄັນປະຈຳວັນ
03/10/2008 13:36 TU
ບົດວິເຄາະ
ຂ່າວອື່ນໆ
ທ່ານ ໂອທອງ ຄຳອິນຊູ ເປັນຄົນລາວທີ່ ໑໑ ທີ່ໄດ້ ຮັບລາງວັນ ຊີ່ໄຣຕ໌ ລາຍງານໂດຍ ສີມະຫາໂນ
23/09/2008