ໂດຍ ບັນດານ ສີສຸນທອນ B. Sisounthone
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 14/02/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 14/02/2008 14:07 TU
ເຊື້ອໂຣຄ ໃຂ້ຫວັດສັດປີກ ລະ ບາດ ຕໍ່ ໄສ່ເຂດ ຊຽງຂວາງ ຫລັງຈາກ ໄດ້ເກີດຂື້ນ ໃນແຂວງ ຫລວງນ້ຳທາ. ສ່ວນຢູ່ວຽດນາມ, ມື້ນີ້ ມີຄົນ ເສັຍຊີວິດ ຕື່ມອີກຜູ່ນຶ່ງ.
ເຊື້ອໂຣຄ ໃຂ້ຫວັດສັດປີກ ລະບາດໄສ່ ເຂດ ຊຽງຂວາງ ຕໍ່ຫລັງຈາກ ໄດ້ລະບາດ ໃນແຂວງຫລວງນ້ຳທາ ຊຶ່ງທາງການໄດ້ຢືນຢັນວ່າ ແມ່ນ ເຊື້ອໂຣຄສັດປີກ H5N1 ແທ້.
ປັດຈຸບັນ ທາງການ ອານາມັຍ ກຳລັງ ຄົ້ນຄວ້າວິຈັຍ ສັດປີກ ທີ່ຕິດ ເຊື້ອໂຣຄ ທີ່ ແຂວງຊຽງຂວາງນັ້ນ ວ່າ ຈະແມ່ນ ເຊື້ອໂຣຄ H5N1 ຫຼືບໍ່.
ສ່ວນຢູ່ ວຽດນາມ ມື້ນີ້, ມີຄົນເສັຍຊີວິດ ຕື່ມອີກຜູ່ນຶ່ງ ເພດຊາຍ ອາຍຸ 40 ປີ ດ້ວຍເຊື້ອໂຣຄ ໃຂ້ຫວັດສັດປີກ ຫລັງຈາກ ໄດ້ເຂົ້າໝໍ 4 ມື້. ອີງຕາມ ຜົນລາຍງານທາງການນັ້ນ, ນັບເປັນ ຜູ່ທີ 49 ໄດ້ເສັຍ ຊີວິດ ດ້ວຍເຊື້ອໂຣຄ ໃຂ້ຫວັດສັດປີກ ໃນວຽດນາມ.
ລາຍງານ ຈາກ ຊົງຣິດ ໂພນເງີນ
ຂ່າວສຳຄັນປະຈຳວັນ
03/10/2008 13:36 TU
ບົດວິເຄາະ
ຂ່າວອື່ນໆ
ທ່ານ ໂອທອງ ຄຳອິນຊູ ເປັນຄົນລາວທີ່ ໑໑ ທີ່ໄດ້ ຮັບລາງວັນ ຊີ່ໄຣຕ໌ ລາຍງານໂດຍ ສີມະຫາໂນ
23/09/2008