ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດຈີນ - ອະເມຣິກາ

ໄຊ້ ງານກິລາ ໂອລິມປິກ ເປັນ ເຄື່ອງມື ກົດດັນ ທາງ ດ້ານການເມືອງ

ໂດຍ  ຄ.ພິວິໄລ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 14/02/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 14/02/2008 12:34 TU

ທ່ານ ສະຕີເວີນ ສະປີນແບກ ປະຕິເສດ ວ່າ ຈະບໍ່ໄປຮ່ວມ ພິທີ ໄຂງານ ກິລາ ໂອລິມປິກ ຢູ່ ປາກກິ່ງ(Reuters)

ທ່ານ ສະຕີເວີນ ສະປີນແບກ ປະຕິເສດ ວ່າ ຈະບໍ່ໄປຮ່ວມ ພິທີ ໄຂງານ ກິລາ ໂອລິມປິກ ຢູ່ ປາກກິ່ງ
(Reuters)

ໃຫ້ເຫດຜົນ ແລະ ອະທິບາຍ ໃຫ້ຮູ້ "ຢ້ອນວ່າ ປະເທດຈີນ ບໍ່ໄດ້ ໃຫ້ການ ຮ່ວມມື ກັບ ສາກົນ ໃນການ ແກ້ໄຂ ຢູ່ເຂດ ດາກຟວກ-ປະເທດ ຊູດານ" ທາງການ ຂອງ ຈີນ ກໍ່ວ່າ ເສັຍໃຈ ທີ່ ປະເທດ ນາຍທືນ ໄຊ້ ງານກິລາ ໂອລິມປິກ ເປັນ ເຄື່ອງມື ກົດດັນ ທາງດ້ານການເມືອງ . ຈີນ ມີການ ພົວພັນ ຮ່ວມມື ຖານພິເສດ ກັບ ປະເທດ ຊູດານ ເປັນຕົ້ນ ແມ່ນ ຈີນ ໄປລົງທືນ ຂຸດຄົ້ນ ນ້ຳມັນເຊື້ອໄຟ ... ທາງ ສະຫະຣັດ ອະເມຣິກາ ກໍວ່າ ໄດ້ຈັບ ນັກສືບສອດແນມ ຂາຍເອກສານລັບ ໃຫ້ ປະເທດຈີນ ໄດ້ ໔ ຄົນ

ທ່ານ ສະຕີເວີນ ສະປີນແບກ, ຜູ່ກຳກັບ ການສແດງ ຣູບເງົາ ຢູ່ "ຮອນລີວູດ" ອະເມຣິກັນ, ປະຕິເສດ ວ່າ ຈະບໍ່ໄປຮ່ວມ ພິທີ ໄຂງານ ກິລາ ໂອລິມປິກ ຢູ່ ປາກກິ່ງ ຕາມການເຊື້ອເຊີນ ໃຫ້ໄປຮ່ວມ ເປັນ ສ້ຽວຊານ ເປັນ ທີ່ ປຶກສາ ທາງດ້ານ ສິລປະ ບັນທຶກ ພິທີງານກິລາ.

ທ່ານໄດ້ ໃຫ້ເຫດຜົນ ແລະ ອະທິບາຍ ໃຫ້ຮູ້ "ຢ້ອນວ່າ ປະເທດຈີນ ບໍ່ໄດ້ ໃຫ້ການ ຮ່ວມມື ກັບ ສາກົນ ໃນການ ແກ້ໄຂ ຢູ່ເຂດ ດາກຟວກ-ປະເທດ ຊູດານ"
ທາງການ ຂອງ ຈີນ ກໍ່ວ່າ ເສັຍໃຈ ຢ່າງໜັກ ທີ່ ບັນດາ ປະເທດ ນາຍທືນ ໄຊ້ ງານກິລາ ໂອລິມປິກ ເປັນ ເຄື່ອງມື ກົດດັນ ທາງ ດ້ານດານເມືອງ.
ຕ້ອງ ເຂົ້າໃຈວ່າ ຈີນ ມີການ ພົວພັນ ຮ່ວມມື ຖານພິເສດ ກັບ ປະເທດ ຊູດານ ເປັນຕົ້ນ ແມ່ນ ຈີນ ໄປລົງທືນ ຂຸດຄົ້ນ      ນ້ຳມັນເ ຊື້ອໄຟ ອອກມາຊົມໄຊ້ ແລະ ຈຳນວນ ໔໐% ຂອງ ນ້ຳມັນ ກໍ່ຖືກສົ່ງໄປຂາຍ ໃຫ້ແກ່ຈີນ.
ອີກດ້ານນຶ່ງ ທາງ ສະຫະຣັດ ອະເມຣິກາ ກໍ່ໄດ້ ເຜີຍວ່າ ໄດ້ຈັບ ນັກສືບສອດແນມ ຂາຍເອກສານລັບ ໃຫ້ ປະເທດຈີນ ໄດ້ ໔ ຄົນ. ໂຄສົກ ຂອງ ກະຊວງການຕ່າງປະເທດຈີນ ຕອບໂຕ້ ຄືນວ່າ "ຢຸກສໄມ ສົງຄາມເຢັນ ແມ່ນ ສີ້ນສຸດແລ້ວ" .
ທັງສີ່ຄົນ ທີ່ ຖືກຈັບ ທັງໝົດ ມີສັນຊາດ ເປັນ ຄົນອະເມຣີກັນ ແຕ່ ມີ ສາມຄົນ ມີ ເຊື້ອຊາດຈີນ. ເອກສານລັບ ທີ່ ສົງສັຍວ່າ ສົ່ງໄປ ໃຫ້ຈີນ ແມ່ນ ມີ ທັງ ເອກສານ ທາງທະຫານ, ທາງ ອຸດສະຫະກັມ, ທາງ ອາວະກາດ, ຍານ ອາວະກາດ ແລະ ທັງ ທາງດ້ານ ການບິນພົລເຮືອນອີກ ແລະ ມີ ຜູ່ນຶ່ງ ເຮັດວຽກ ຢູ່ ບໍຣິສັດ ໂບອີງ ໄດ້ ສາມສີບກວ່າ ປີ ຜ່ານມາແລ້ວ.

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU