ຄົ້ນຫາຂໍ້ມູນ

/ languages

Choisir langue
 

ໃນຫລາຍປະເທດເອເຊັຽ ເດືອດຮ້ອນ ຍ້ອນຣາຄາເຂົ້າ ດີດຕົວສູງຂື້ນ

ໄທຍແລະວຽດນາມ ເປັນຜູ້ໄດ້ຮັບ ຜົນປໂຍດ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 11/03/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 26/03/2008 08:43 TU

ຣາຄາເຂົ້າສານແພງໃນເອເຊັຽ ຫລາຍປະ
ເທດເດືອດຮ້ອນ ແຕ່ບັນດາປະເທດທີ່
ຜິລດສົ່ງອອກຊ້ຳໄດ້ຮັບຜົນປໂຍດ (ພາບ:
Fotolia)

ຣາຄາເຂົ້າສານແພງໃນເອເຊັຽ ຫລາຍປະ ເທດເດືອດຮ້ອນ ແຕ່ບັນດາປະເທດທີ່ ຜິລດສົ່ງອອກຊ້ຳໄດ້ຮັບຜົນປໂຍດ (ພາບ: Fotolia)

ບັນດາປະເທດທີ່ໄດ້ຮັບຜົນປໂຍດຈາກຣາ
ຄາເຂົ້າສານແພງນີ້ ກໍແມ່ນໄທຍແລະ
ວຽດນາມຊຶ່ງເປັນປະ ເທດຜລິດເຂົ້າອັນ
ດັບທີໜຶ່ງແລະທີສອງຂອງໂລກ ໃນຂນະ
ທີ່ບັງຄລາເທດ ຟີລິບປິນ ແລະ ອິນໂດນີ
ເຊັຽ ຊຶ່ງເປັນປະເທດທີ່ສັ່ງເຂົ້າຈາກຕ່າງ
ປະເທດມາບໍຣິໂພກນັ້ນຕ້ອງຮັບພາຣະໜັກ
ຣັຖບານຕ້ອງອອກ ເງິນອຸດໜຸນຄ້ຳຣາຄາ
ເອົາໄວ້ ເພື່ອບໍ່ໃຫ້ປະຊາຊົນເດືອດຮ້ອນ

ເມື່ອທ້າຍເດືອນກຸມພາທີ່ຜ່ານມາ ຣາຄາເຂົ້າສານທີ່ບາງກອກດີດຕົວສູງຂື້ນສູງກວ່າ 500
ດອລລາຣ໌ ຕໍ່ໂຕນ ໝາຍຄວາມວ່າ 100 ດອລລາຣ໌ໃນຣະຍະເວລາພຽງເດືອນດຽວ ຫລື
ວ່າສູງຂື້ນເຖິງ 325 ດອລລາຣ໌ ໃນຣະຍະໜຶ່ງປີ

ຢູ່ວຽດນາມກໍເຊັ່ນດຽວກັນ ເຂົ້າສານໜຶ່ງໂຕນດີດຕົວສູງຂື້ນເຖິງ 460 ດອລລາຣ໌ ສູງຂື້ນ
ກວ່າ 50% ໃນຣະຍະໜຶ່ງປີ

ປະເທດທີ່ຮັບເຄາະໜັກທີ່ສຸດຈາກການດີດຕົວສູງຂື້ນຂອງຣາຄາເຂົ້າສານ ຊຶ່ງເປັນອາ
ຫານຫລັກຂອງຊາວເອເຊັຽນີ້ ແມ່ນບັນດາປະເທດທີ່ຍາກຈົນແລະບໍ່ກຸ້ມຕົນເອງເຊັ່ນ ບັງ
ຄລາເທດທີ່ທຸກຍາກຢູ່ແລ້ວ ຍັງຖືກຊ້ຳເຕີມຈາກພັຍນ້ຳຖ້ວມໃຫຍ່ເມື່ອປີ 2007 ຜ່ານມາ
ຈົນວ່າໄດ້ສັ່ງເຂົ້າສານຈາກຕ່າງປະເທດຈຳນວນເຖິງ 2 ລ້ານ 2 ແສນໂຕນ ແລະປີ
2008 ນີ້ກໍຄາດວ່າການສັ່ງເຂົ້າຈະພຸ່ງຂື້ນເຖິງ 3 ລ້ານ ໂຕນ

ທີ່ຟີລິບປິນ ກໍໃນທຳນອງດຽວກັນ ເຈົ້າໜ້າທີ່ຮັບຜິດຊອບເຜີຍວ່າ ປີ 2007 ຜ່ານມາປະ
ເທດສາມາດ ຜລິດເຂົ້າໄດ້ 6 ລ້ານ 440 ພັນໂຕນ ແລະປີ 2008 ນີ້ 11 ລ້ານ 8
ແສນໂຕນ ບໍ່ເປັນການພຽງພໍຕໍ່ການບໍຣິໂພກຂອງປະຊາຊົນ 90 ລ້ານຄົນ ດັ່ງນັ້ນຈຶ່ງຈະ
ຕ້ອງມີການສັ່ງເຂົ້າເຖີງ 2 ລ້ານໂຕນຈາກວຽດນາມ

ໃນທຳນອງດຽວກັນຣັຖບານອິນໂດນີເຊັຽກໍຈະສັ່ງເຂົ້າ 1 ລ້ານ 5 ແສນໂຕນ ທັງນີ້ເພາະ
ຂີດຄວາມສາມາດໃນການຜລິດໄດ້ 57 ລ້ານໂຕນ ເມື່ອປີ 2007 ຜ່ານມານັ້ນ ບໍ່ພຽງພໍ
ຕໍ່ຄວາມຕ້ອງການ

ຣາຄາເຂົ້າສານແພງເປັນພາຣະໜັກຕໍ່ຣັຖບານຂອງປະເທດຕ່າງໆ ທັງນີ້ເພາະຈຳ
ເປັນຕ້ອງອອກເງິນອຸດໜຸນຄ້ຳຣາຄາໄວ້ເພື່ອບໍ່ໃຫ້ແພງເກີນໄປສຳລັບປະຊາຊົນ ບໍ່ເຊັ່ນ
ນັ້ນຣາຄາເຂົ້າສານແພງສາມາດເປັນສາເຫດເຮັດໃຫ້ເກີດຈະລາຈົນວຸ້ນວາຍໃນປະ
ເທດໄດ້

ສ່ວນໃນປະເທດອິນເດັຽ ນັບຕັ້ງແຕ່ເດືອນຕຸລາປີກາຍນີ້ເປັນຕົ້ນມາ ຣັຖບານໄດ້ຕັດສິນ
ໃຈທີ່ຈະປົກປ້ອງປະຊາຊົນຜູ້ບໍຣິໂພດ ໂດຍໄດ້ສັ່ງຫ້າມເດັດຂາດການສົ່ງເຂົ້າທີ່ມີຄຸນ
ນະພາບປານກາງ (Riz non basmati) ອອກຈຳໜ່າຍໃນຕ່າງປະເທດ ຫລັງຈາກ
ທີ່ໄດ້ອະນຸຍາດໃຫ້ສົ່ງອອກມາແລ້ວໃນ 6 ເດືອນທຳອິດຂອງປີ ເປັນຈຳນວນ 3 ລ້ານ 2
ແສນໂຕນ ທັງນີ້ເພື່ອປ້ອງກັນການຂາດແຄນສຳລັບ ຜູ້ບໍຣິໂພກໃນປະເທດ

ການຕັດສິນໃຈຂອງຣັຖບານອິນເດັຽເຮັດໃຫ້ສມາຄົມຜູ້ປະກອບທຸຣະກິດສົ່ງເຂົ້າອອກ
ຂອງອິນເດັຽ ບໍ່ພໍໃຈຢ່າງໜັກ ທ່ານວິໄຊ ເສດຖາ ປະທານຂອງສະມາຄົມໄດ້ອອກ
ມາສແດງປະຕິກິຣິຍາວ່າ "ການຫ້າມ ມີແຕ່ຈະເປັນການສົ່ງເສີມໃຫ້ຣາຄາດີດຕົວ
ສູງຂື້ນຕື່ມເທົ່ານັ້ນ"

ຢ່າງໃດກໍຕາມ ສປ ຈີນ ເກົາຫລີໃຕ້ ແລະຍີ່ປຸ່ນ ທີ່ເປັນປະເທດຜລິດເຂົ້າພຽງພໍກັບ
ຄວາມຕ້ອງການ ແຖມຍັງມີການສ້າງກຳແພງພາສີກີດກັ້ນເຂົ້າຈາກຕ່າງປະເທດ
ນຳດ້ວຍນັ້ນ ບໍ່ໄດ້ຮັບຜົນກະທົບກະເທືອນຈາກການດີດຕົວສູງຂື້ນຂອງຣາຄາໃນ
ຕລາດສາກົນ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU