ຄົ້ນຫາຂໍ້ມູນ

/ languages

Choisir langue
 

ນ້ຳມັນ 1 ບາຣິລ 111,80 ດອລລາຣ໌ໄປແລ້ວ ແລະ 1 ເອີໂຣ ແລກໄດ້ເຖິງ 1,59 ດອລລາຣ໌

ກະທົບໜັກ ຕໍ່ເສຖກິດໂລກ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 17/03/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 21/03/2008 14:34 TU

ເງິນເອີໂຣສືບຕໍ່ການດີດຕົວສູງຂື້ນເມື່ອ
ທຽບກັບເງິນດອລລາຣ໌ອະເມຣິກັນເຖິງ
1,59 ດອລລາຣ໌ຕໍ່ 1 ເອີໂຣແລ້ວ
(ພາບ: C. européenne)

ເງິນເອີໂຣສືບຕໍ່ການດີດຕົວສູງຂື້ນເມື່ອ ທຽບກັບເງິນດອລລາຣ໌ອະເມຣິກັນເຖິງ 1,59 ດອລລາຣ໌ຕໍ່ 1 ເອີໂຣແລ້ວ (ພາບ: C. européenne)

ຣາຄານ້ຳມັນດິບໃນຕລາດໂລກແລະເງິນ
ກຸນເອີໂຣ ດີດຕົວສູງຂື້ນແລະສ້າງສຖິ
ຕິໃໝ່ບໍ່ເວັ້ນແຕ່ລະວັນ ໃນຕລາດຊື້ຂາຍ
ທີ່ສິງຄະໂປມື້ນີ້ (ຈັນ 17 ມີນາ) ນ້ຳມັນ
ດິບປະເພດ Light Sweet Crude
ສຳລັບຈັດສົ່ງໃຫ້ລູກຄ້າໃນເດືອນເມສາ
ໜ້າ ມີຣາຄາເຖິງ 111 ດອລລາຣ໌ 80
ເຊັນຕ໌ແລ້ວຕໍ່ບາຣິລ ໝາຍຄວາມວ່າເພີ້ມ
ຂື້ນ 80 ເຊັນຕ໌ ເມື່ອທຽບກັບສັປດາທີ່
ຜ່ານມາ ໃນຂນະທີ່ນ້ຳມັນດິບປະເພດ Brent ຈາກທະເລເໜືອ ສຳລັບສົ່ງໃຫ້
ລູກຄ້າໃນເດືອນພຶສພາໜ້າ ກໍເພີ້ມຂື້ນອີກ 83 ເຊັນຕ໌ມາຢູ່ທີ່ຣະດັບ 107 ດອລ
ລາຣ໌ ກັບ 3 ເຊັນຕ໌ ຕໍ່ບາຣິລ

ຍ້ອນດອລາຣ໌ຕົກຕ່ຳ ນ້ຳມັນຈຶ່ງແພງ
ບັນດາຊ່ຽວຊານອະທິບາຍວ່າ ການທີ່ຣາຄານ້ຳມັນສູງຂື້ນຄັ້ງນີ້ ສາເຫດສຳຄັນມາຈາກ
ການທີ່ເງິນດອລລາຣ໌ຕົກຕ່ຳ ຈຶ່ງທຳໃຫ້ເກີດການເຄື່ອນໄຫວເປັນການໃຫຍ່ຂອງບັນດາ
ເງິນທຸນ ທີ່ໄປທຸ້ມໃສ່ທາງດ້ານວັດຖຸດິບ ອັນເປັນສາເຫດເຮັດໃຫ້ຣາຄານ້ຳມັນດີດຕົວ
ສູງຂື້ນຢ່າງບໍ່ມີຢຸດຢ່ອນ

ເມື່ອກ່າວເຖິງຄ່າຂອງເງີນດອລລາຣ໌ຕົກຕ່ຳນັ້ນ ພວກເຮົາໝາຍເຖິງເມື່ອທຽບກັບເງິນສ
ະກຸນເອີໂຣ ຊຶ່ງໃນຕລາດການແລກປ່ຽນມື້ນີ້ (ຈັນ 17 ມີນາ) 1 ເອີໂຣ ແລກໄດ້ເຖິງ 1
ດອລລາຣ໌ 59 ເຊັນຕ໌ໄປແລ້ວ ເປັນການດີດຕົວສູງຂື້ນບໍ່ເຄີຍມີມາກ່ອນຈັກເທື່ອນັບຕັ້ງແຕ່
ເງິນສກຸນດຽວຂອງສະຫະພາບເອີຣົບໄດ້ຮັບການປະ ກາດອອກໃຊ້ຕັ້ງແຕ່ປີ 1999 ເປັນ
ຕົ້ນມາ

ຕໍ່ໜ້າເງິນເຢັນຍີ່ປຸ່ນ ດອລລາຣ໌ກໍຕົກຕ່ຳຄືກັນ
ນອກຈາກຕົກຕ່ຳໜັກຕໍ່ຫນ້າເງິນສະກຸນເອີໂຣແລ້ວ ດອລລາຣ໌ອະເມຣິກັນກໍຍັງຕົກຕ່ຳຄືກັນ
ເມື່ອທຽບກັບເງິນເຢັນຍີ່ປຸ່ນ ກ່າວຄືໃນຕລາດການແລກປ່ຽນທີ່ກຸງໂຕກຽວໃນມື້ນີ້ 1 ດອລ
ລາຣ໌ແລກໄດ້ບໍ່ເຖິງ 100 ເຢັນຊ້ຳ ຄືແລກໄດ້ພຽງແຕ່ 95.75 ເຢັນເທົ່ານັ້ນເມື່ອຕອນປິດ
ຕລາດ

ທັງນີ້ເຖິງແມ່ນວ່າຝ່ານຄ້ານ ແລະຝ່ານຣັຖບານຍີ່ປຸ່ນ ຍັງງັດຂໍ້ກັນຕໍ່ໄປຢູ່ກໍຕາມກ່ຽວກັບ
ການແຕ່ງຕັ້ງຜູ້ວ່າການທະນາຄານຊາດຄົນໃໝ່ ທີ່ສະພາສູງ ທີ່ຝ່າຍຄ້ານທີ່ມີສຽງສ່ວນ
ຫລາຍ ໄດ້ປະຕິເສດການສເນີຊື່ ທ່ານ Toshiro Muto ເມື່ອສັປດາທີ່ຜ່ານມາ

ຣັຖບານຍີ່ປຸ່ນສເນີໃໝ່ວ່າໃຫ້ ທ່ານToshihiko Fukuï ຜູ້ວ່າການທະນານຄານຊາດຄົນ
ປັດຈຸບັນ
ວ່າການຕໍ່ໄປຢ່າງບໍ່ມີກຳໜົດຫລັງຈາກທີ່ຈະພົ້ນຈາກຕຳແໜ່ງໃນອີກສອງວັນ
ຂ້າງໜ້າ ຈົນກວ່າຈະມີການແຕ່ງຕັ້ງຜູ້ວ່າການຄົນໃໝ່ໄດ້ ຝ່ານຄ້ານຍັງບໍ່ຍອມຕົກລົງຕໍ່
ຂໍ້ສ້ນີໃຫມ່ຂອງຣັຖບານຍີ່ປຸ່ນ

ການທີ່ຜູ້ວ່າການທະນາຄານຊາດຍີ່ປຸ່ນ ຈະສາມາດເຂົ້າຮັບຕຳແໜ່ງໄດ້ ກໍຕໍ່ເມື່ອໄດ້ຮັບ
ການອະນຸມັດທັງຈາກສະພາສູງ ທີ່ຝ່າຍຄ້ານມີສຽງສ່ວນຫລາຍ ແລະ ທັງຈາກສະພາ
ຕ່ຳ ທີ່ຝ່າຍຣັຖບານມີສຽງສ່ວນຫລາຍ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU