ຄົ້ນຫາຂໍ້ມູນ

/ languages

Choisir langue
 

ດອລລາຣ໌ ຕົກຕ່ຳຕື່ມອີກ

ເພາະເສຖກິດ ອະເມຣິກັນ ບໍ່ກະເຕື້ອງດີຂື້ນ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 25/03/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 25/03/2008 17:06 TU

1 ດອລລາຣ໌ອະເມຣິກັນແລກໄດ້ພຽງ
0,645 ເອີໂຣເທົ່ານັ້ນ ທີ່ຕລາດແລກ
ປ່ຽນກຸງໂຕກຽວເຊົ້າມື້ນີ້ (ອັງຄານ 25
ມີນາ) (ພາບ: C. européenne)

1 ດອລລາຣ໌ອະເມຣິກັນແລກໄດ້ພຽງ 0,645 ເອີໂຣເທົ່ານັ້ນ ທີ່ຕລາດແລກ ປ່ຽນກຸງໂຕກຽວເຊົ້າມື້ນີ້ (ອັງຄານ 25 ມີນາ) (ພາບ: C. européenne)

ເງິນດອລລາຣ໌ອະເມຣິກັນຕົກຕ່ຳລົງອີກ
ເທື່ອໃໝ່ໃນມື້ນີ້ (ອັງຄານ 25 ມີນາ)
ຫລັງຈາກທີ່ຟື້ນຂື້ນເລັກນ້ອຍເມື່ອວານ
ນີ້

1 ດອລລາຣ໌ແລກປ່ຽນໄດ້ພຽງ 100.19
ເຢັນເທົ່ານັ້ນ ໝາຍຄວາມວ່າຕົກຈາກ
100.73 ເຢັນໃນການແລກປ່ຽນເມື່ອ
ວານນີ້

ເມື່ອແລກກັບເງີນເອີໂຣ 1 ດອລລາຣ໌
ອະເມຣິກັນ ກໍແລກໄດ້ພຽງແຕ່ 0,645 ເອີໂຣເທົ່ານັ້ນ ຕົກຈາກ 0,649
ໃນການແລກເມື່ອວານນີ້

ບັນດາຊ່ຽວຊານຕລາດການເງິນໃຫ້ທັສນະວ່າເງິນດອລລາຣ໌ຕົກລົງອີກຄັ້ງນີ້
ສາເຫດສຳຄັນມາຈາກການ ທີ່ທະນາຄານກາງອະເມຣິກັນອາດຈະລົດອັຕຣາ
ດອກເບັ້ຽອີກເທື່ອໃໝ່ 0.5% ໃນເດືອນເມສາໜ້າແລະ ອີກ 0.25% ໃນເດືອນ
ມິຖຸນາໜ້າ ແລະການບໍຣິໂພກຂອງຊາວອະເມຣິກັນທີ່ລົດລົງຕື່ມອີກໃນເດືອນມີ
ນານີ້ ກໍເປັນອີກສາເຫດໜຶ່ງແຫ່ງການຕົກຕ່ຳຂອງເງີນດອລລາຣ໌ເຊັ່ນດຽວກັນ

ດັສນີການບໍຣິໂພກຂອງຊາວອະເມຣິກັນປະຈຳເດືອນມີນາ ທີ່ຖືກປະກາດອອກໃນມື້ນີ້ (ອັງ
ຄານ 25 ມີນາ) ໄດ້ຕົກຕ່ຳລົງມາຢູ່ທີ່ 64,5 ແຕ້ມເທົ່ານັ້ນ ຕົກຈາກ 76,4 ແຕ້ມເມື່ອ
ເດືອນກຸມພາທີ່ຜ່ານມາ ຕາມຕົວເລກທີ່ປະກາດອອກຂອງສຖາບັນ Conference
Board ຊຶ່ງເປັນຕົວເລກທີ່ຕ່ຳທີ່ສຸດບໍ່ເຄີຍມີມາກ່ອນໃນຮອບ 35 ປີ ແລະເປັນຕົວເລກ
ທີ່ຕ່ຳກວ່າການຄາດຄະເນຂອງບັນດາຊ່ຽວຊານທີ່ວ່າຈະຢູ່ທີ່ຣະດັບ 73,4 ແຕ້ມ

ຊ່ຽວຊານຕລາດການເງິນໃຫ້ທັສນະອີກວ່າ ສປ ຈີນ ແລະ ຍີ່ປຸ່ນ ທີ່ຊື້ພັນທະບັດຂອງຣັຖ
ບານອະເມຣິກັນຈຳນວນມະຫາສານ ເສັຽຜົນປໂຍດມະຫາສານເຊັ່ນດຽວກັນເມື່ອເງິນ
ດອລລາຣ໌ແລະອັຕຣາດອກເບັ້ຽຕົກຕ່ຳ ສນັ້ນຈີນແລະຍີ່ປຸ່ນອາດພິຈາຣະນາຂາດພັນທ
ະບັດເຫລົ່ານີ້ກໍໄດ້ຖ້າຫາກສຖານະການຮ້າຍແຮງກວ່ານີ້

ຢ່າງໃດກໍຕາມ ຊ່ຽວຊານກໍຍັງເຊື່ອວ່າ ສປ ຈີນ ແລະຍີ່ປຸ່ນ ຍັງຈະບໍ່ຕັດສິນຂາຍພັນທະ
ບັດທີ່ກ່າວເທື່ອ ທັງນີ້ຖ້າຂາຍອອກກໍຍິ່ງຈະເປັນການຜັກດັນໃຫ້ເງິນດອລລາຣ໌ຕົກຕ່ຳ
ໜັກກວ່ານີ້ ແລະ ສປ ຈີນ ແລະ ຍີ່ປຸ່ນ ກໍຍິ່ງຈະເສັຽຜົນປໂຍດຫລາຍກວ່ານີ້ ໝາຍຄວາມ
ວ່າຈະເປັນຜົນກະທົບຢ້ອນກັບຄືນຫາຕົນເອງ

ສປ ຈີນ ແລະ ຍີ່ປຸ່ນ ມີເງີນທຶນສຳຮອງຕ່າງປະເທດມະຫາສານ ຄື ສປ ຈີນ ມີເຖີງ
1530 ຕື້ດອລລາຣ໌ເມື່ອປີ 2007 ໃນຂນະທີ່ຍີ່ປຸ່ນມີເຖິງ 1000 ຕື້ດອລລາຣ໌ເມື່ອເດືອນ
ກຸມພາຜ່ານມາ ໃນເງິນທຶນສຳຮອງຂອງ ສປ ຈີນ ແລະ ຍີ່ປຸ່ນດັ່ງກ່າວ 70% (ສຳລັບ
ສປ ຈີນ) ຕີຣາຄາເປັນດອລລາຣ໌ອະເມຣິກັນ

ຜົນການວິຈັຍຂອງສຖາບັນ CLSA ເຜີຍໃຫ້ຮູ້ວ່າ 25% ຂອງມູນຄ່າພັນທະບັດຂອງ
ຣັຖບານອະເມຣິກັນແມ່ນຣັຖບານຍີ່ປຸ່ນເປັນຜູ້ຊື້ ແລະ 21% ແມ່ນ ສປ ຈີນ ເປັນຜູ້ຊື້

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU