ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສປປ ຈີນ

ພິທີຮັບ ໂຄມໄຟ ໂອ່ແລ່ມປິກ ທີ່ປັກກິງ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 31/03/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 31/03/2008 15:46 TU

ພິທີຮັບ ໂຄມໄຟ ໂອ່ແລ່ມປິກ ທີ່ປັກກິງReuters

ພິທີຮັບ ໂຄມໄຟ ໂອ່ແລ່ມປິກ ທີ່ປັກກິງ
Reuters

ທາງການຈີນຕູ່ກ່າວຫາ ອົງດາໄລ ລາມະ ອີກໃໝ່ວ່າ ສວຍໃຊ້ ສາສ ນາ ແລະ ເປັນຜູ່ຍຸຍົງບົ່ງການ ຢູ່ ເບື້ອງຫລັງ ຂອງການປະທ້ວງ ຢູ່ໃນ ເຂດຕິເບດ.

ປະທານປະເທດ ຫູ ຈິນທ່າວ ມອບໂຄມໄຟໃຫ້ ຫລີວຊຽງ ຜູ່ໄດ້ຫລຽນ ຄຳ ໂອ່ແລ່ມປິກ ແລະ ເປັນ ແຊ່ມປ່ຽນໂລກ ປະເພດແລ່ນເຕັ້ນຂ້າມຮົ້ວ 110 ແມດ, ເປັນຜູ່ເລີ້ມຖືແລ່ນ ຜູ່ທຳອິດໃນ ສປປ ຈີນ.

 

ພິທີຮັບ ໂຄມໄຟ ໂອ່ແລ່ມປິກ ທີ່ປັກກິງReuters

ພິທີຮັບ ໂຄມໄຟ ໂອ່ແລ່ມປິກ ທີ່ປັກກິງ
Reuters

ທາງການຈີນຕູ່ກ່າວຫາ ອົງດາໄລ ລາມະ ແລະ ຄນະ ຕິເບດ ພັດຖິ່ນ ອີກໃໝ່ວ່າ ສວຍໃຊ້ສາສນາ ແລະ ເປັນຜູ່ຍຸຍົງບົ່ງການ ຢູ່ເບື້ອງຫລັງ ຂອງການປະທ້ວງ ຢູ່ໃນເຂດຕິເບດ.

 

ໂຄມໄຟ ໂອ່ແລ່ມປິກ ໄປເຖີງ ນະຄອນຫລວງ ປັກກິງ ມື້ນີ້, ໂດຍຈັດ ພິທີ ຕ້ອນຮັບ ດ້ວຍການຮັກສາຄວາມປອດພັຍ ຢ່າງເຂັ້ມງວດກວດຂັດ ທີ່ສຸດ ທີ່ສະນາມ ຈຽນອັ່ນເມີນ.

 

ປະທານປະເທດ ຫູ ຈິນທ່າວ ເປັນຜູ່ກ່າວ ເປີດພິທີ ເປັນທາງການ ແລະ ເປັນຜູ່ມອບໂຄມໄຟໃຫ້ ນັກແລ່ນ ຫລີວ ຊ່ຽງ ຜູ່ໄດ້ຫລຽນຄຳ ໂອ່ແລ່ມປິກ ແລະ ເປັນ ແຊ່ມປ່ຽນໂລກ ປະເພດແລ່ນເຕັ້ນ ຂ້າມຮົ້ວ 110 ແມດ, ເປັນຜູ່ເລີ້ມຖືແລ່ນ ຜູ່ທຳອິດໃນ ສປປ ຈີນ ກ່ອນຈະ ນຳຕໍ່ໆກັນໄປ ໃນຕ່າງ ປະເທດ.

 

ໂຄມໄຟ ດັ່ງກ່າວນີ້ ຈະຖືກນຳອອກຈາກ ຈີນ ຜ່ານໄປປະເທດຕ່າງໆ ໃນໂລກ ມື້ວັນທີ 2 ເມສາ ແລະ ຈະ ກັບຄືນມາ ຈີນຄືນ ໃນເດືອນ ພຶສຈິກາ ແລະ ກໍຈະຜ່ານເຂົ້າໄປ ໃນເຂດຕິເບດຕາມທີ່ ໄດ້ຄາດເອົາໃວ້.  ລະຍະທາງທັງໝົດ 137.000 ກິໂລແມດ.

 

ໂຄມໄຟ ໂອ່ແລ່ມປິກ ໄດ້ເລີ້ມທຳພິທີຈູດ ມາແຕ່ວັນຈັນ ແລ້ວນີ້ ທີ 24 ມິນາ, ທີ່ຫົວພູ ໂອ່ແລ່ມປີ່ ໃນນະຄອນຫລວງ ອ່າແຕ່ນ, ຫລັງຈາກນັ້ນ, ໂຄມໄຟ ໄດ້ຖືກ ຖືແລ່ນໃນ ປະເທດ ກະແຣສ໌ 1500 ກລມ.

 

ຫລັງຈາກນັ້ນ, ໂຄມໄຟ ກໍໄດ້ຖືກມອບໃຫ້ ຜູ່ຕາງໜ້າ ຈີນ ມື້ວານນີ້ ເພື່ອນຳມາ ນະຄອນ ຫລວງ ປັກກິງ ທາງຍົນ.  ມື້ວານນີ້ ມີຊາວຕິເບດ ແລະ ອົງການຕ່າງໆ ພາກັນໄປ ປະທ້ວງຢູ່ ຕໍ່ໜ້າສະນາມກິລາ ຂອງ ນະຄອນຫລວງ ອ່າແຕ່ນ ໃນຕອນທຳພິທີມອບ ໂຄມໄຟ ໂອ່ແລ່ມປິກ.

 

ໂຄມໄຟ ໂອ່ແລ່ມປິກ ນີ້ມີສັນຍາລັກ ໝາຍເຖີງ ແສງສະວ່າງແຫ່ງ ສັນຕິພາບ, ມິຕະພາບ ແລະ ພາຣະດອນພາບ, ດ້ວຍການສະແດງ ອອກເຖີງນ້ຳໃຈນັກກິລາ, ໃຫ້ຮູ້ຈັກໄດ້ ຈັກເສັຍ, ແລະ ໃຫ້ມີການ ຜ່ອນສັ້ນຜ່ອນຍາວເຂົ້າຫາກັນ ໂດຍໃຫ້ ປະປ່ອຍ ເຣື້ອງຄວາມຄຽດ ແຄ້ນ ບາດໝາງ ແລະ ເຣື້ອງຂ້າຟັນລັນແທງກັນ ເພື່ອຫັນເຂົ້າຫາກັນ ໂດຍສັນຕິວິທີ.

ກະຣຸນາ ອ່ານລະອຽດ ຕໍ່ໃນ ບົດວິຈັຍ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU