ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຝຣັ່ງ / ຈີນ / ກິລາ ໂອລິມປິກ

ຝຣັ່ງ "ບໍ່ໄດ້ ວາງເງື່ອນໄຂ" ໃສ່ ສປຈີນ

ໂດຍ  ຄ.ພິວິໄລ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 06/04/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 06/04/2008 10:39 TU

ທ່ານ ແບກນາກ ກຸສແນກ, ຣັຖມົນຕຣີ ການຕ່າງປະເທດຝຣັ່ງ (AFP)

ທ່ານ ແບກນາກ ກຸສແນກ, ຣັຖມົນຕຣີ ການຕ່າງປະເທດຝຣັ່ງ (AFP)

"ຝຣັ່ງ ບໍ່ໄດ້ ວາງເງື່ອນໄຂ ຈັກຢ່າງ ໃສ່ ສປຈີນ" ປະທານປະເທດ ຝຣັ່ງ ຈະຕັດ ສີນໃຈ ເບີ່ງຕາມ ສະພາບການ ຄືບໜ້າ ຢູ່ ໃນ ເຂດຕີເບັດ ວ່າ ຈະເຂົ້າຮ່ວມ ຫລືບໍ່ ບັນຫາທຸກປະເດັນ ທີ່ ຍົກຂື້ນມາ ແມ່ນ ເພື່ອເປີດກວ້າງ ໃຫ້ ມີການໂຕ້ວາທີ ພາຍໃນ ສະຫະພາບເອີຣົບ ກ່ອນ ທີ່ ທ່ານປະທານ ປະເທດຝຣັ່ງ ຈະ ເດີນທາງ ໄປ ຮ່ວມ ງານພິທີ ໄຂງານ ກິລາ ໂອລິມປິກ
ທ່ານ ແບກນາກ ກຸສແນກ, ຣັຖມົນຕຣີ ການຕ່າງປະເທດຝຣັ່ງ ໄດ້ອອກມາ ໃຫ້ ສຳພາດ ຜ່ານໂທຣະພາບ ວ່າ "ຝຣັ່ງ ບໍ່ໄດ້ ວາງເງື່ອນໄຂ ຈັກຢ່າງ ໃສ່ ສປຈີນ".

ທ່ານ ປະທານປະເທດ ຝຣັ່ງ
ຈະຕັດ ສີນໃຈ ເບີ່ງຕາມ ສະພາບການ ຄືບໜ້າ ຢູ່ ໃນ ເຂດຕີເບັດ ວ່າ ຈະເຂົ້າຮ່ວມ ຫລືບໍ່ ໃນ ງານພິທີ ໄຂງານກິລາ ໂອລິມປິກ ຢູ່ ນະຄອນຫລວງ ປາກກີ່ງ.

ທ່ານຣັຖມົນຕຣີ ໄດ້ ຈຳເປັນ ອອກມາ ອະທິບາຍ ຫລັງຈາກ ທີ່ ໜັງສຶພິມ ລາຍວັນ ເລີມົງ ໄດ້ຂຽນວ່າ ທ່ານນາງ ຣາມາ ຢາດ, ຣັຖມົນຕຣີ ຊວຍວ່າການ ກະຊວງການຕ່າງປະເທດ ທີ່ ຮັກສາການ ວຽກງານ ສິດທິມະນຸດ, ໄດ້ ໃຫ້ສຳພາດວ່າ "ສປຈີນ ທີ່ ຂາດ ສິດທິມະນຸດ ຈະບໍ່ເປັນ ມະຫາອຳນາດ ຢ່າງແທ້ຈິງໄດ້"
ໂຄມໄຟ ໂອ່ແລ່ມປິກ afp

ໂຄມໄຟ ໂອ່ແລ່ມປິກ
afp

ລາຍວັນ ທີ່ ປັນຍາຊົນ ນິຍົມຊື້ອ່ານ ຍັງ ຂຽນຕໍ່ໄປວ່າ ຝຣັ່ງ ວາງເງື່ອນໄຂ ສຳຄັນ ສາມປະເດັນ ຄື ນຶ່ງ ແມ່ນໃຫ້ ສປຈີນ ຢຸດເຊົາ ເຂັນຂ້າ ປະຊາຊົນ ສອງ ແມ່ນ ໃຫ້ປ່ອຍນັກໂທດ ການເມືອງຕ່າງໆ ທີ່ ຖືກຈັບ ຢ້ອນວ່າ ອອກຄວາມເຫັນ ສາມມາ ກໍ່ແມ່ນ ໃຫ້ ສປຈີນ ເປີດການໂອ້ລົມ ກັບ ອົງດາໄລ ລາມາ ແບບ ສ້າງສັນ

ຕໍ່ມາ ທ່ານນາງ ຮອງຣັຖມົນຕຣີ ກໍ່ໄດ້ ແຈ້ງຂ່າວ ຕອບປະຕິເສດ ວ່າ ບໍ່ໄດ້ເວົ້າ ຄຳວ່າ "ຕັ້ງເງື່ອນໄຂ ໃສ່ ສປຈີນ" ແລະ ເພື່ອ ຄວາມກະຈ່າງແຈ້ງອີກ ທ່ານ ແບກນາກ ກຸສແນກ, ຣັຖມົນຕຣີ ການຕ່າງປະເທດຝຣັ່ງ ເອງ ໄດ້ອອກມາ ຖແລງ ອະທິບາຍວ່າ "ຝຣັ່ງ
ບໍ່ໄດ້ ວາງເງື່ອນໄຂ ຈັກຢ່າງ ໃສ່ ສປຈີນ"

ແຕ່ຫາກວ່າ ບັນຫາທຸກປະເດັນ ທີ່ ຍົກຂື້ນມາ ແມ່ນ ເພື່ອເປີດກວ້າງ ໃຫ້ ມີການໂຕ້ວາທີ ພາຍໃນ ສະຫະພາບເອີຣົບ ກ່ອນ ທີ່ ທ່ານປະທານ ປະເທດຝຣັ່ງ ຈະ ເດີນທາງ ໄປ ຮ່ວມ ງານພິທີ ໄຂງານ ກິລາ ໂອລິມປິກ ຢູ່ ນະຄອນຫລວງປາກກິ່ງ ໄດ້ຫລືບໍ່ ໃນນາມ ປະທານ ຂອງ ສະຫະພາບເອີຣົບ ອີກ. K.Phivilay

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU