ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຊຸມນຸມປະທ້ວງ ທີ່ກຸງພະນົມເປັນ ຕ້ານຄ່າຄອງຊີບແພງ

ຝ່າຍຄ້ານເປັນຜູ້ ນຳພາໃນການ ຈັດຊຸມນຸມປະທ້ວງ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 06/04/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 14/04/2008 15:38 TU

ການຊຸມນຸມປະທ້ວງທີ່ກຸງພະນົມເປັນພາຍໃຕ້ການນຳຂອງພັກຝ່າຍຄ້ານ ຊັມ ຣັງສີ ເພື່ອຕ້ານຄ່າ
ຄອງຊີບແພງ ທວງໃຫ້ຣັຖບານແກ້ໄຂດ້ວຍການຂື້ນເງີນເດືອນໃຫ້ແກ່ບັນດາຂ້າຣາຊການແລະ
ພະນັກງານ (ພາບ: Reuters)

ການຊຸມນຸມປະທ້ວງທີ່ກຸງພະນົມເປັນພາຍໃຕ້ການນຳຂອງພັກຝ່າຍຄ້ານ ຊັມ ຣັງສີ ເພື່ອຕ້ານຄ່າ ຄອງຊີບແພງ ທວງໃຫ້ຣັຖບານແກ້ໄຂດ້ວຍການຂື້ນເງີນເດືອນໃຫ້ແກ່ບັນດາຂ້າຣາຊການແລະ ພະນັກງານ (ພາບ: Reuters)

ທ່ານຊັມ ຣັງສີ ຫົວໜ້າພັກຝ່າຍຄ້ານເປັນຜູ້ນຳພາໃນການຈັດຊຸມນຸມປະທ້ວງ ຄັ້ງນີ້ ບັນດາອົງການຊ່ວຍເຫລືອນາໆຊາດວ່າ ອີກບໍ່ນານຊາວຂເມນໃນຊົນນະ ບົດຫລາຍສິບພັນຄົນຈະຫິວໂຫຍອົດຢາກ

ທວງໃຫ້ຂື້ນເງິນເດືອນ
ທີ່ກຸງພະນົມເປັນ ມີປະຊາຊົນປະມານ 300 ຄົນ ພາຍໃຕ້ການນຳຂອງ ທ່ານຊັມ ຣັງສີ
ຫົວໜ້າພັກຝ່າຍຄ້ານ ພາກັນຊຸມນຸມປະທ້ວງ ຕ້ານຄ່າຄອງຊີບແພງ ພ້ອມທັງທວງໃຫ້
ຣັຖບານແກ້ໄຂດ້ວຍການຂື້ນເງີນເດືອນໃຫ້ແກ່ບັນດາຂ້າຣາຊການແລະພະນັກງານ ພ້ອມ
ກັນນີ້ ທ່ານຊັມ ຣັງສີ ກໍຍັງໄດ້ກ່າວໃນການປະທ້ວງ ຕຳນິຕິຕຽນຣັຖບານຂອງທ່ານນາ
ຍົກ ຣມຕ ຮຸນເຊັນ ວ່າ ບໍ່ມີຄວາມສາມາດແກ້ໄຂປັນຫາເງິນເຟີ້ໄດ້

ຄນະປະທ້ວງຍັງໄດ້ຍ່າງໄປຍັງສຖານທີ່ທີ່ກຸ່ມປະທ້ວງເຄີຍຖືກໂຍນລະເບີດໃສ່ ຈົນມີການ
ເສັຽຊີວິດ 16 ຄົນ ແລະບາດເຈັບກວ່າ 100 ເມື່ອປີ 1997

ການປະທ້ວງທີ່ກຸງພະນົມເປັນຄັ້ງນີ້ ດຳເນີນໄປພາຍໃຕ້ການຄວບຄຸມຄວາມປອດໄພຢ່າງ
ໃກ້ຊິດຂອງເຈົ້າໜ້າທີ່ຕ້ານການຈະລາຈົນປະມານ 100 ຄົນ

ເງີນເຟີ້ 11% ເມື່ອປີ 2007
ເມື່ອປີ 2007 ທີ່ຜ່ານມາ ຣາຊອານາຈັກກັມພູເຈັຽມີອັຕຣາເງິນເຟີ້ເຖິງ 11% ອັນເນື່ອງ
ມາຈາກຣາຄາເຄື່ອງອຸປໂພກບໍຣິໂພກທີ່ຈຳເປັນຕໍ່ຊີວິດປະຈຳວັນຂອງປະຊາຊົນໄດ້ດີດ
ຕົວສູງຂື້ນ ໂດຍສະເພາະຣາຄາເຂົ້າສານ ອາຫານຫລັກຂອງປະຊາຊົນນັ້ນໄດ້ພຸ່ງຣາຄາ
ຂື້ນເກືອບເຖິງ 1 ດອລລາຣ໌ຕໍ່ກິໂລແລ້ວໃນປັດຈຸບັນ

ໃນຂນະທີ່ຣາຄາຊິ້ນກໍດີດຕົວສູງຂື້ນເກີນ 40% ໃນຣະຍະໜຶ່ງປີທີ່ຜ່ານມາ ສ້າງຄວາມ
ເດືອດຮ້ອນໃຫ້ແກ່ປະຊາຊົນ 14 ລ້ານຄົນຕື່ມເຂົ້າໄປອີກ ໃນນັ້ນປະມານ 5 ລ້ານຄົນມີ
ລາຍໄດ້ບໍ່ເຖິງເຄິ່ງດອລລາຣ໌ຕໍ່ວັນ

ຣັຖບານກັມພູເຈັຽໄດ້ວາງມາຕຣາການຫລາຍຢ່າງອອກເພື່ອແກ້ໄຂປັນຫາ ເຊັ່ນຫ້າມການ
ສົ່ງເຂົ້າອອກຂາຍຕ່າງປະເທດ ແລະຍົກເລີກການຫ້າມການສັ່ງຊີ້ນໝູມາຈາກຕ່າງປະເທດ
ແຕ່ເຖິງປານນັ້ນຣາຄາສິນຄ້າກໍຍັງຄົງສູງຂື້ນຕໍ່ໄປ

ບັນດາອົງການຊ່ວຍເຫລືອສາກົນໄດ້ເຕືອນວ່າການທີ່ຄ່າຄອງຊີບດີດຕົວສູງຂື້ນຄືແນວນີ້ຈະ
ທຳໃຫ້ປະຊາຊົນຫລາຍ 10 ພັນຄົນໃນຊົນນະບົດເກີດຄວາມອົດຫິວໃນໄວໆນີ້

ໄທຍກໍວຸ້ນເຣື່ອງຣາຄາເຂົ້າແພງ

ຣາຄາເຂົ້າປະເພດ "ປະທຸມທານີ" ຂອງໄທຍດີດຕົວສູງຂື້ນເຖິງ 52% ໃນຣະຍະ
ພຽງເດືອນດຽວ (ພາບ: Reuters)

ຣາຄາເຂົ້າປະເພດ "ປະທຸມທານີ" ຂອງໄທຍດີດຕົວສູງຂື້ນເຖິງ 52% ໃນຣະຍະ ພຽງເດືອນດຽວ (ພາບ: Reuters)

ອີກດ້ານໜຶ່ງ ນາຍົກ ຣມຕ ໄທຍ ທ່ານສມັກ ສຸນທໍຣະເວດ ກໍໄດ້ອອກມາຮຽກຮ້ອງຕື່ມ
ອີກໃນມື້ນີ້ ບໍ່ໃຫ້ປະຊາຊົນພາກັນແຕກຕື່ນດ້ວຍການເຮໂລກັນໄປຊື້ເຂົ້າມາຕຸນໄວ້ຍ້ອນ
ເກີດຄວາມຫວັ່ນວິຕົກວ່າຣາຄາຈະສູງຂື້ນ ນັບເປັນຄັ້ງທີ່ສອງໃນຣະຍະພຽງສາມວັນທີ່
ນາຍົກ ຣມຕ ໄທຍ ໄດ້ອອກມາກ່າວຮຽກຮ້ອງປະຊາຊົນເຊັ່ນນີ້

ທ່ານສມັກ ສຸນທໍຣະເວດ ກ່າວໃຫ້ຄວາມໝັ້ນໃຈແກ່ປະຊາຊົນວ່າ ປະເທດໄທຍມີເຂົ້າ
ພຽງພໍສຳລັບການບໍຣິໂພກຂອງຄົນໄທຍທຸກຄົນໃນທົ່ວປະເທດ ໂດຍມີສຕ໊ອກເຖິງ 2
ລ້ານໂຕນ

ໃນຂນະທີ່ອັຕຣາການບໍຣິໂພກຂອງຊາວໄທຍ 64 ລ້ານຄົນນັ້ນແມ່ນ 6,6 ລ້ານໂຕນຕໍ່
ປີ ຕາມຕົວເລກ
ຂອງອົງການອາຫານໂລກ (FAO) ທີ່ຢ້ຳວ່າເ ມື່ອປີ 2007 ຜ່ານມາ

ໄທຍສົ່ງເຂົ້າອອກຂາຍໃນຕ່າງປະເທດມີປະຣິມານທັງໝົດ 9,5 ລ້ານໂຕນ ແຕ່ປີນີ້ຄາດ

ວ່າຈະສົ່ງອອກພຽງ 9,2 ລ້ານໂຕນເທົ່ານັ້ນ ທັງນີ້ເພື່ອລົດຜ່ອນການດີດຕົວສູງຂື້ນຂອງ

ຣາຄາພາຍໃນປະເທດ


ປະເທດໄທຍເປັນປະເທດອັນດັບທີ່ໜຶ່ງຂອງໂລກໃນການຜລິດເຂົ້າ ໃນຣະຍະໜຶ່ງເດືອນທີ່
ຜ່ານມາເທົ່ານັ້ນ ເຂົ້າປະເພດ "ປະທຸມທານີ" ຂອງໄທຍ ໄດ້ດີດຕົວສູງຂື້ນເຖິງ 52%
ເປັນ 930 ດອລລາຣ໌ຕໍ່ໂຕນ


ໂຍນຄວາມຮັບຜິດຊອບໃຫ້ກັນແລະກັນ
ສະມາຄົມຜູ້ສົ່ງເຂົ້າອອກໄດ້ກ່າວຫາບັນດາໂຮງສີແລະພໍ່ຄ້າຄົນກາງວ່າເປັນຜູ້ກັກຕຸນເພື່ອ
ການສົ່ງອອກ ຈຶ່ງທຳໃຫ້ຣາຄາເຂົ້າພາຍໃນປະເທດດີດຕົວສູງຂື້ນ ຝ່າຍໂຮງສີແລະພໍ່ຄ້າ
ຄົນກາງກໍຕອກໜ້າຄືນໄປວ່າ ແມ່ນບັນດາພໍ່ຄ້າຜູ້ສົ່ງອອກນັ້ນແຫລະຄືຕົວການກັກຕຸນເພື່ອ
ສົ່ງອອກເພາະໄດ້ກຳໄລງາມ ຣາຄາເຂົ້າໃນຕລາດໂລກສູງຂື້ນ ໂດຍສະເພາະໃນປະເທດ
ຈີນທີ່ປະສົບກັບປັນຫາຂາດແຄນຍ້ອນປະສົບໄພທັມມະຊາດ

ປະເທດອື່ນກໍຍຸ້ງຍາກ
ສ່ວນໃນປະເທດອື່ນ ກໍປະສົບປັນຫາການຂາດແຄນເຊັ່ນດຽວກັນ ວຽດນາມໄດ້ຕົກລົງຈະ
ສົ່ງຂາຍໃຫ້ຟີລິບປິນຈຳນວນ 1 500 000 ໂຕນ ທັງໆທີ່ຣາຄາໃນວຽດນາມກໍສູງຂື້ນ
ເຊັ່ນດຽວກັນ

ປະທານາທິບໍດີ ຟີລິບປິນ ທ່ານນາງອາໂຣໂຢ ເຖິງປະກາດມາຕຣາການຈຳຄຸກສຳລັບ
ຜູ້ກັກຕຸນເຂົ້າ ໃນຂນະທີ່ສີລັງກາກໍມີແຜນຈະສັ່ງເຂົ້າມາຈາກພະມ້າຈຳນວນ 100 000
ໂຕນ ເພື່ອສນອງຄວາມຕ້ອງການຂອງປະເທດ ສ່ວນທາງການບັງຄລາເທດກໍໄດ້ອອກ
ຄຳສັ່ງໃຫ້ເຈົ້າໜ້າທີ່ຄອຍສອດສ່ອງຢ່າງໃກ້ຊິດ ຜູ້ໃດທຳການກັກຕຸນຈະໄດ້ຮັບໂທດ
ສຖານໜັກ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU