ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຝຣັ່ງ

ພິທີແຫ່ໂຄມໄຟ ໂອແລ່ມປິກ ທີ່ ປາຣີ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 07/04/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 07/04/2008 12:58 TU

ສເຕ່ຟ່ານ ດິອ່າການ່າ Stéphane Diagana ນັກແລ່ນເຕັ້ນ ຂ້າມຮົ້ວ 400 ມ. ແຊ່ມປ່ຽນໂລກ ເປັນຜູ່ຖື ໂຄມໄຟ ໂອແລ່ມປິກ ຜູ່ທຳອິດAfp

ສເຕ່ຟ່ານ ດິອ່າການ່າ Stéphane Diagana ນັກແລ່ນເຕັ້ນ ຂ້າມຮົ້ວ 400 ມ. ແຊ່ມປ່ຽນໂລກ ເປັນຜູ່ຖື ໂຄມໄຟ ໂອແລ່ມປິກ ຜູ່ທຳອິດ
Afp

ນັບວ່າເປັນຄັ້ງທຳອິດ ທີ່ ທ່ານ ຊ໊າກ ຣົກກ໌ Jacques Rogge ປະທານ ກັມມະການ ໂອແລ່ມປິກ ສາກົນ ຮຽກຮ້ອງ ສັນຕິພາບ ເພື່ອຕິເບດ ແລະ ປະນາມ ການໃຊ້ຄວາມຮຸນແຮງ

ມື້ນີ້ ທີ່ ນະຄອນຫລວງ ປາຣີ ພິທີແຫ່ ທວນໄຟ ໂອແລ່ມປິກ ເລີ້ມຈາກ ຫໍເເອຟແຟ່ນ ຢູ່ ຊັ້ນທີ 1 ເວລາ 12 ໂມງ 35 ເປັນຕົ້ນໄປ, ໂດຍແມ່ນ ສເຕ່ຟ່ານ ດິອ່າການ່າ Stéphane Diagana ນັກແລ່ນທິມຊາດ, ເຕັ້ນ ຂ້າມຮົ້ວ 400 ມ. ແຊ່ມປ່ຽນໂລກ ເປັນຜູ່ຖື ໂຄມໄຟ ໂອແລ່ມປິກ ຜູ່ ທຳອິດ, ທັງໝົດ ມີ 80 ຄົນ ຈະຖື ໂຄມໄຟແລ່ນຕໍ່ໆ ກັນໄປ ໃນລະຍະ ທາງທັງໝົດ 28 ກິໂລແມດ ໄປຫາສະນາມກິລາ ຊາກເລ່ຕີ່ Charlety.

 

ໃນນັ້ນ ສ່ວນໃຫຍ່ແມ່ນ ແລ່ນຕາມຖນົນ ແຄມແມ່ນ້ຳແຊນ ໂດຍຜ່ານ ສະຖານນີ ໂທຣະພາບ ແຫ່ງຊາດຝຣັ່ງ France télévision  ແລະ Canal+ ແລ້ວຈະຂ້າມນ້ຳແຊນ ແລ່ນຕາມ ຖນົນ ແວກຊ່າຊເຢິ Ave de Versailles ຜ່ານມາ ສະຖານນີ ວິທະຍຸຝຣັ່ງ ເລີຍໄປ ສະນາມ ຕໂຣກ່າເດ່ໂຣ່ Trocadéro ແລ້ວຂື້ນໄປຫາ  ອະນຸສາວະຣີ Arc de Triomphe ແລ່ນອ້ອມ  Place étoile ແລ້ວລົງມາຕາມຖນົນ ຊັ່ງ ເອ່ລີ່ເຊ່ Champs élyssée ມາຫາ ສະນາມ ກົງກອກເດິ Concorde ແລະ ແລ່ນໄຕໍ່ໄສ່ ໂບດ ໂນດຕເຣິ ດ່າມ Notre dame de Paris

 

ແລ້ວຂ້າມ ນ້ຳແຊນ ແລ່ນມາຫາ ສະພາແຫ່ງຊາດ ແລ້ວອອກມາ ຕາມ ຖນົນ ຕ່າງໆ ເພື່ອລັດໄສ່ ຖນົນ ຣາສປ່າຍ Raspail ຈົນເຖີງ ສະນາມ ດັ່ງແຟ້ ຣົຊເຊີໂຣ່ Denfert-Rochereau ອອກມາຫາ ສວນສາຖາຣະ ນະ ມົ່ງສຸຣີ່ Parc Montsouris ແລ້ວ ເຂົ້າໄປໃນ ສະນາມກິລາ ຊາກ ເລ່ຕີ່ Charlety ທີ່  ປະເມືອງ ຊັ່ງຕີຢີ່ Porte Chantilly ໃນເວລາ ປະມານ 17 ໂມງ.

 

ເຈົ້າໜ້າທີ່ ປະມານ 3 ພັນຄົນ ຖືກຣະດົມ ມາຮັກສາຄວາມປອດພັຍ ແລະ ເພື່ອສະກັດກັ້ນ ບໍ່ໃຫ້ ກຸ່ມປະທ້ວງ ເຂົ້າມາ ຄັດຂວາງ ພິທີ.

ເຈົ້າໜ້າທີ່ ຈັບກຸມ ຜູ່ປະທ້ວງ ໃນ ປາຣີReuters

ເຈົ້າໜ້າທີ່ ຈັບກຸມ ຜູ່ປະທ້ວງ ໃນ ປາຣີ
Reuters

ພິທີແຫ່ໂຄມໄຟ ໂອແລ່ມປິກ ມື້ນີ້ ຢູ່ພາຍໃຕ້ຄວາມເຄັ່ງຕຶງ ລະວ່າງເຈົ້າ ໜ້າທີ່ ກັບກຸ່ມປ້ອງກັນສິດທິມະນຸດ ແລະ ອົພະຍົບຕິເບດໃນຝຣັ່ງ ທີ່ມີ ໝາຍນັດ ລົງປະທ້ວງ, ເຈົ້າໜ້າທີ່ ໄດ້ຈັບ ກຸ່ມປະທ້ວງ ຫລາຍຄົນ.

 

ມື້ເຊົ້ານີ້ ກຸ່ມປະທ້ວງ ຈາກຫລາຍ ສະມາຄົມໄດ້ ເລີ້ມພື່ຜ້າ ຍາວ 15 ແມດ ທີ່ຂຽນວ່າ ເພື່ອ ຕິເບດ ເສຣີ  ທີ່ສະນາມ ສິດທິມະນຸດ ຕໂຣກາ ເດ່ໂຣ່ Trocadéro   ແລະມີ ຄົນຜູ່ນຶ່ງ ພືທຸງຊາດ ຂອງຈີນອອກ, ກຸ່ມປະທ້ວງ ພະຍາຍາມ ຈະຍາດດຶງເອົາທຸງນັ້ນ, ແຕ່ຖືກເຈົ້າໜ້າທີ່ ນອກເຄື່ອງແບບ ຄວບຄຸມໃວ້ໄດ້ກ່ອນ.  

 

ສຳນັກງານຂ່າວ ບໍ່ມີພົມແດນ ກໍໄດ້ຕຽມຈະນຳຫານປະທ້ວງຢ່າງໃຫຍ່ ໃຫ້ມີສັນຍາລັກ ຕ້າມຄວາມຮຸນແຮງ ໃນ ສປ ຈີນ.

 

ອີກດ້ານນຶ່ງ ນັບວ່າເປັນຄັ້ງທຳອິດ ທີ່ ທ່ານ ຊ໊າກ ຣົກກ໌ Jacques Rogge ປະທານ ກັມມະການ ໂອແລ່ມປິກສາກົນ ຮຽກຮ້ອງສັນຕິພາບ ເພື່ອຕິເບດ ແລະ ປະນາມ ການໃຊ້ຄວາມຮຸນແຮງ ໂດຍໄດ້ສະແດງ ຄວາມເປັນຫ່ວງທີ່ສຸດ ແລະຮຽກຮ້ອງ ຕໍ່ອຳນາດ ຈີນ ໃຫ້ແກ້ໄຂບັນຫາ ຕິເບດ ດ້ວຍສັນຕິວິທີ, ແຕ່ໄດ້ຄາດວ່າ ການຄັດຄ້ານ ບໍ່ມາຮ່ວມງານ ກິລາ ໂອແລ່ມປິກນັ້ນ ບໍ່ມີປະໂຍດຫຍັງ ແລະ ຈະປະການບັ່ນທອນແຕ່ ນັກກິລາເທົ່ານັ້ນ.

 

ສ່ວນ ທ່ານ ສາມ່າຣັ່ງ Samaranch ອະດີດ ປະທານ ກັມມະການ ໂອແລ່ມປິກ ສາກົນ ນັ້ນຄິດວ່າ ສປ ຈີນ ຈະເປີດກວ້າງ ຫລາຍຂື້ນ ກວ່າເກົ່າ ຫລັງຈາກ ຈັດງານກິລາ ໂອ່ແລ່ມປິກ ຄັ້ງນີ້ແລ້ວ.

 

ມາເຖີງປັດຈຸບັນນີ້, ມີນັກກິລາ ແລະ ນັກການເມືອງ ໃນຫລາຍປະເທດ ທີ່ມີແນວຄິດ ຄັດຂວາງງານກິລາ ໂອແລ່ມປິກ ຄັ້ງນີ້.  ແຕ່ທ່າທີ ຂອງ ລັຖະບານຕ່າງນັ້ນ ບໍ່ທັນເຫັນພ້ອມນຳ.

 

ແຫ່ໂຄມໄຟ ໂອແລ່ມປິກ ທີ່ ກຸງ ລອນດອນ Reuters

ແຫ່ໂຄມໄຟ ໂອແລ່ມປິກ ທີ່ ກຸງ ລອນດອນ
Reuters

 

ສ່ວນໃນພິທີ ການແຮ່ ໂຄມໄຟ ໂອແລ່ມປິກ ໃນ ກຸງ ລອນດອນ Londres ມື້ວານນີ້ ໄດ້ຖືກຄັດຂວາງ ຫລາຍຄັ້ງ ກຸ່ມປະທ້ວງ ພະຍາຍາມ ບຸກເຂົ້າຍາດ ເອົາໂຄມໄຟ ແລະ ພະຍາຍາມ ເອົາເຄື່ອງດັບໄຟ ສີດມອດ ໂຄມໄຟ ໂອແລ່ມປິກ ແຕ່ຖືກ ເຈົ້າໜ້າທີ່ ແລະ ນ່ວຍຮັກສາຄວາມປອດ ພັຍ ທີ່ແລ່ນຕິຕາມ ຜູ່ຖື ໂຄມໄຟ ໄປຕລອດທາງນັ້ນ ສະກັດກັ້ນໃວ້ທັນ.

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU