ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດຝຣັ່ງ

ພິທີແຫ່ໂຄມໄຟ ໂອ່ແລ່ມປິກ ທີ່ປາຣີ ຖືກປະທ້ວງ ຢ່າງຟົດເດືອດ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 08/04/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 08/04/2008 14:25 TU

ເຈົ້າໜ້າທີ່ກຳລັງພາກັນດຶງທຸງ ອັນມີສັນຍາລັກ
ບ້ວງກັບມື ຂອງອົງການນັກຂ່າວໄຮ້ພົມແດນທີ່
ທຳການປະທ້ວງຕໍ່ຈີນຊື່ງຈະເປັນເຈົ້າພາບກິລາ
ໂອແລ່ມປິກ ໃນເດືອນສິງຫາໜ້າ
ຮູບ / ແອຣ໌ແອຟອີ

ເຈົ້າໜ້າທີ່ກຳລັງພາກັນດຶງທຸງ ອັນມີສັນຍາລັກ ບ້ວງກັບມື ຂອງອົງການນັກຂ່າວໄຮ້ພົມແດນທີ່ ທຳການປະທ້ວງຕໍ່ຈີນຊື່ງຈະເປັນເຈົ້າພາບກິລາ ໂອແລ່ມປິກ ໃນເດືອນສິງຫາໜ້າ ຮູບ / ແອຣ໌ແອຟອີ

ຄນະກັມມະການ ກິລາໂອ່ແລ່ມປິກ ສາກົນ ຈະພິຈາຣະນາ ເສັ້ນທາງ ແຫ່ ທວນໄຟ ໂອ່ແລ່ມປິກ ໃໝ່ ໃນມື້ອື່ນທີ່ປັກກິງ ເພື່ອປ້ອງກັນ ພິທີ ແຫ່ທວນໄຟ ໂອ່ແລ່ມປິກ ໃນຕອນຕໍ່ໄປ

ທ່ານ ສ໊າກໂກຊີ່ ຮຽກຮ້ອງອີກເທື່ອໃໝ່ ໃຫ້ອຳນາດຈີນ ສົນທະນາ ກັບ ອົງດາໄລ ລາມະ, ຫລັງຈາກ ປະເທດຝຣັ່ງ ໄດ້ຖືກໂຈມຕີວ່າ ມີຄວາມ ຫລົ້ມເຫລວ ໃນການສະກັດກັ້ນ ການປະທ້ວງ ໃນການແຫ່ ທວນໄຟ ໂອ່ແລ່ມປິກ ມື້ວານນີ້.

 

ທ່ານ ສ໊າກໂກຊີ່ ກ່າວວ່າ ຖ້າມີການສົນທະນາ ກັບອົງດາໄລ ລາມະ ຄືນໃໝ່ກ່ອນ, ທ່ານ ຈຶ່ງຈະວາງເງື່ອນໃຂ ໃນການເຂົ້າຮ່ວມພິທີເປີດ ງານ ໂອ່ແລ່ມປິກ ໃນເດືອນ ສິງຫາ ທີ່ ກຸງປັກກິງ.

 

ຄນະກັມມະການ ກິລາໂອ່ແລ່ມປິກສາກົນ ຈະພິຈາຣະນາ ເສັ້ນທາງ ແຫ່ທວນໄຟ ໂອ່ແລ່ມປິກ ໃໝ່ ໃນມື້ອື່ນທີ່ປັກກິງ ເພື່ອປ້ອງກັນ ພິທີ ແຫ່ ທວນໄຟໂອ່ແລ່ມປິກ ໃນຕອນຕໍ່ໄປ, ຫລັງຈາກ ໄດ້ເກີດການ ປະທ້ວງ ຢ່າງຟົດເດືອດ ທີ່ ປາຣີ ແລະ ລອນດອນ ແລ້ວ.

 

ໃນພິທີ ແຫ່ທວນໄຟ ໂອ່ແລ່ມປິກ ທີ່ ປາຣີ ມື້ວານນີ້ ຢູ່ພາຍໃຕ້ຄວາມ ເຄັ່ງຕຶງ ແລະ ພາຍໃຕ້ ການຮັກສາຄວາມປອດພັຍ ຢ່າງຫັດກຸມ ດ້ວຍ ເຈົ້າໜ້າທີ່ 3000 ພັນຄົນ.

 

ກຸ່ມປະທ້ວງ ຈາກ ອົງການຕ່າງໆ ໄດ້ກົດດັນ ການແຫ່ທວນໄຟ ຢ່າງ ຂະຍັນຂັນແຂງ.  ສະນັ້ນຈຶ່ງ ໄດ້ມີການລົບລ້າງ ການແລ່ນແຫ່ທວນໄຟ ແລະ ໄດ້ເອົາທວນໄຟນັ້ນ ຂື້ນລົດເມບັນທຸກ ຫລາຍຕອນ ກ່ອນຈະເຖີງ ຈຸດສຸດທ້າຍ ທີ່ສະນາມກິລາ ຊ່າກເລ່ຕີ່ Charléty. ຢ່າງນ້ອຍ 18 ຄົນ ໄດ້ຖືກ ເຈົ້າໜ້າທີ່ຈັບ.

ການແຫ່ທວນໄຟໃນປາຣີ ຖືກຢຸດສະງັກ ຕອນໄປເຖີງ ສະພາແຫ່ງຊາດ ເພາະມີ ສະມາຊິກ ສະພາຜູ່ແທນ ປະມານ 40 ທ່ານ ຈາກ ທຸກພັກ ການເມືອງ ໄດ້ພາກັນອອກມາປະທ້ວງ ໂດຍຣ້ອງວ່າ ເສຣີພາບເພື່ອ ຕິເບດ ກ່ອນຈະພາກັນຮ້ອງເພງຊາດ ມາກໄຊແຢ່ເຊິ.

ພິທີແຫ່ທວນໄຟ ທີ່ຄາດວ່າ ຈະຈັດຢູ່ ໂຮງການກຳແພງນະຄອນຫລວງ ປາຣີ ໄດ້ຖືກລົບລ້າງ.  ຕາມເສັ້ນທາງ ແຫ່ທວນໄຟນັ້ນ ເຕັມໄປດ້ວຍ ປ້າຍປະທ້ວງ ແລະ ທຸງຕິເບດ,  ພ້ອມກັນນັ້ນ ກໍມີ ກຸ່ມນຶ່ງ ຖືທຸງຈີນ ຮ້ອງສະນັບສະນູນ ງານກິລາໂອ່ແລ່ມປິກ.

 

ຂ່າວສານທາງການຈີນ Global Times ໄດ້ຕູ່ວ່າ ຝຣັ່ງບໍ່ເອົາ ມາຕະ ການ ປ້ອງກັນທວນໄຟ ເປັນຢ່າງດີ ແລະ ການກຸກກວນທວນໄຟ ໂອ່ ແລ່ມປິກ ທີ່ຝຣັ່ງນີ້ ຊີ້ສະແດງໃຫ້ເຫັນ ການຂາດຄວາມສາມາດ ຂອງ ຕຳລວດ ໃນນະຄອນຫລວງ ປາຣີ.

ສ່ວນຂ່າວສານ ຈີນໃໝ່ນັ້ນ ຄາດວ່າ ການປະທ້ວງທວນໄຟ ໃນ ປາຣີ ແລະ ລອນດອນ ນັ້ນ ເປັນການລະເມີດຢ່າງສາຫັດ ຕໍ່ນ້ຳໃຈກິລາ ໂອ່ ແລ່ມປິກ.

ສຳຫລັບ ທໍຣະພາບ ຈີນ ນັ້ນ ໄດ້ເວົ້າເຖີງການປະທ້ວງໃນ ປາຣີ ນ້ອຍ ນຶ່ງເທົ່ານັ້ນ ໂດຍບໍ່ໃຫ້ລາຍລະອຽດ ແຕ່ຢ່າງໃດໝົດ.

 

ໂຄມໄຟ ໂອ່ແລ່ມປິກ ໄດ້ອອກຈາກຝຣັ່ງແລ້ວ ວານນີ້ ເພື່ອຈະນຳໄປ ແຫ່ຕໍ່ ທີ່ເມືອງ ແຊນຟແຣນຊິສໂກ່ San Francisco ໃນ ສຫລ ອາ ເມຣິກາ ໃນມື້ອື່ນນີ້ ວັນທີ 9 ເມສາ, ຄນະປະທ້ວງ ຈາກຫລາຍອົງການ ກໍໄດ້ຈັດຕຽມ ຈະທຳການປະທ້ວງ ຢ່າງຟົດເດືອດ ອີກຕາມເຄີຍ.

 

ກ່ຽວກັບປະຕິກິຣິຍາຕ່າງໆ, ມື້ນີ້ ຍານາງ ກລິ່ງຕັນ ຮຽກຮ້ອງໃຫ້ ປະທາ ນາທິບໍດີ ບຸສ ຄັດຄ້ານການໄປຮ່ວມພິທີເປີດງານກິລາ ໂອ່ແລ່ມປິກ ຖ້າ ຫາກວ່າ ການນັບຖືສິດທິມະນຸດ ບໍ່ກ້າວໜ້າຂື້ນ.

 

ສຳຫລັບ ຣັດເຊັຍ ປະກາມການປະທ້ວງໃນພິທີ ແຫ່ທວນໄຟ ທີ່ ປາຣີ ແລະ ລອນດອນ ໂດຍໃຫ້ທັສນະວ່າ ການຄັດຄ້ານບໍ່ໄປຮ່ວມງານ ໂອ່ ແລ່ມປິກນັ້ນ ເປັນສິ່ງທີ່ ຮັບເອົາບໍ່ໄດ້.

 

ດັ່ງດຽວກັບ ຍີ່ປຸ່ນ ກໍໄດ້ປະນາມກິຈະກັມປະທ້ວງແບບຮຸນແຮງ ຢູ່ໃນ ເອີຣົບ ພ້ອມກັບຕັກເຕືອນວ່າ ຖ້າເຖີງຜຽນ ຍີ່ປຸ່ນ ຈັດຕ້ອນຮັບ ພິທີ ແຫ່ທວນໄຟ ໂອ່ແລ່ມປິກ ຊຶ່ງຈະມີຂື້ນ ໃນວັນ 26 ເມສາ ນັ້ນ, ທາງການ ຍີ່ປຸ່ນ ກໍຈະບໍ່ມີການຜ່ອນຜັນ ຕໍ່ການປະທ້ວງ ໃນລັກຊນະ ທີ່ເກີດຂື້ນໃນ ເອີຣົບນີ້, ໂດຍຖືວ່າ ເປັນການລະເມີດກົດໝາຍ.

 

ສ່ວນ ອົສຕຣາລີ ນັ້ນ ກໍຄາດວ່າ ການແຫ່ ທວນໄຟ ທີ່ກຸງ ແຄ່ນແບ່ຣາ ໃນວັນທີ 23 ເມສາ ນັ້ນ ຈະຖືກຕັດຕອນອອກ ໃຫ້ສັ້ນເຂົ້າ.

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU