ຄົ້ນຫາຂໍ້ມູນ

/ languages

Choisir langue
 

ເສຖກິດໂລກ: ຕລາດຮຸ້ນເອເຊັຽ ຕົກຕໍ່າ ຫລັງ GE ປະກາດ ກຳໄລຕົກ

ໄດ້ກຳໄລລົດລົງ 6% ໄຕຣມາດທຳອິດ ຂອງປີ 2008

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 14/04/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 03/07/2008 11:33 TU

ຕລາດຮຸ້ນໃນຫລາຍປະເທດເອເຊັຽຕົກ
ຕໍ່າຕາມໆກັນ ຫລັງ GE ປະກາດຜົນ
ກຳໄລຕົກຕໍ່າ (ພາບ: Reuters)

ຕລາດຮຸ້ນໃນຫລາຍປະເທດເອເຊັຽຕົກ ຕໍ່າຕາມໆກັນ ຫລັງ GE ປະກາດຜົນ ກຳໄລຕົກຕໍ່າ (ພາບ: Reuters)

ຫລັງຈາກທີ່ດັສນີຕລາດຮຸ້ນ Wall
Street ແຫ່ງກຸງນິວຢ໊ອຣ໌ກ ໄດ້ຕົກຕໍ່າ
ລົງເມື່ອວັນສຸກ 11 ເມສາ ຜ່ານມາ ຕົກ
ມາເຖິງມື້ນີ້ (ຈັນ 14 ເມສາ) ແມ່ນຮອບ
ຂອງຕລາດຮຸ້ນໃນຫລາຍປະເທດໃນທະ
ວີບເອເຊັຽ ທີ່ຕົກຕໍ່າໜັກ

ທັງນີ້ອັນເນື່ອງມາຈາກບັນດານັກລົງທຶນ
ມີຄວາມຣະມັດຣະວັງຫລາຍຂື້ນຫລັງ
ຈາກທີ່ບໍຣິ ສັດຍັກໃຫຍ່ອະເມຣິກັນ "GE" (General Electric)  ໄດ້ປະ
ກາດເມື່ອວັນສຸກ 11 ເມສາຜ່ານມາວ່າ ໄດ້ກຳໄລສຳລັບໄຕຣມາດທຳອິດຂອງ
ປີ 2008 ນີ້ພຽງ 4300 ລ້ານດອລລາຣ໌ເທົ່ານັ້ນ ລົດລົງເຖິງ 6% ເມື່ອທຽບ
ກັບຊ່ວງດຽວກັນເມື່ອໜຶ່ງປີກ່ອນໜ້ານີ້

 ບໍຣິສັດ General Electric ເປັນບໍຣິສັດຍັກໃຫຍ່ຂອງສະຫະຣັດອະເມຣິກາ
ຕົວເລກການດຳເນີນກິຈການຂອງບໍຣິສັດ ໄດ້ຮັບການເຊື່ອຖືວ່າເປັນບາຫລອດ
ວັດຄວາມແຂງແຮງຫລືຄວາມອ່ອນແອຂອງເສຖກິດອະເມຣິກັນໄດ້ເປັນຢ່າງດີ

ກະທົບມາຈາກເສຖກິດຂອງປະເທດ
ການປະກາດຜົນກຳໄລລົດລົງຂອງ "GE" ເປັນໄປຕາມການຄາດຄະເນຂອງວົງການ
ຕລາດຮຸ້ນ Wall Street ຢ່າງບໍ່ມີຜິດພ້ຽນ ກໍແມ່ນຍ້ອນແນວນີ້ບັນດາດັສນີຕລາດຮຸ້ນ
Wall Street ຈຶ່ງໄດ້ຕົກຕໍ່າລົງກ່ອນ "GE" ປະກາດຜົນເລັກນ້ອຍ (Dow Jones
– 2.04% ແລະ Nasdaq – 2.61%)

ນອກຈາກນີ້ General Electric ກໍຍັງຄາດຄະເນວ່າຜົນກຳໄລຂອງຕົນຕລອດທັງປີ
2008 ນີ້ ກໍຈະຕົກຕໍ່າຄືກັນ ທັງໝົດເນື່ອງມາຈາກໄດ້ຮັບຜົນກະທົບມາຈາກປັນຫາທາງ
ເສຖກິດໂດຍຮວມຂອງສະຫະຣັດອະເມຣິກາ

ເຖິງຮອບຂອງເອເຊັຽ
ເມື່ອຕອນປິດຕລາດໃນມື້ນີ້ (ຈັນ 14 ເມສາ) ດັສນີ Nikkei ຂອງຕລາດຮຸ້ນກຸງໂຕກຽວ
ໄດ້ຕົກລົງ 3.05% , ຊຽງໄຮ້ຕົກ 5.47%, ສິງຄະໂປຕົກ 2.91%, ເຊອູລ ເກົາຫລີໃຕ້
ຕົກ 1.85%, ຊິດເນ ອົສຕຣາລີ ຕົກ 1.71%, ກົວລາລອມເປີ ຕົກ 1.09%, ຢາກາຕາ
ຕົກ 1.97% ແຕ່ມື້ນີ້ຕລາດຮຸ້ນບາງກອກປິດ ອັນເນື່ອງມາຈາກເປັນວັນຢຸດເທສການປີ
ໃໝ່

G7 ບໍ່ມີນ້ຳຢາ
ກອງະຊຸມກຸ່ມປະເທດອຸດສາຫະກັມໃຫຍ່ G7 ພ້ອມທັງທະນາຄານໂລກແລະອົງການ
ເງິນທຶນສາກົນ FMI ທີ່ສິ້ນສຸດລົງທີ່ກຸງວໍຊິງຕັນເມື່ອທ້າຍອາທິດຜ່ານມາ ໄດ້ເຫັນ
ພ້ອມນຳກັນຈະຊອກວິທີທາງແກ້ໄຂວິກິຕການການເງິນຂອງໂລກທີ່ເປັນຢູ່ໃນປັດຈຸບັນ
ໂດຍໃຫ້ບັນດາທະນາຄານຕ່າງໆເຜີຍຕົວເລກການຂາດທຶນຂອງຕົນອອກໃຫ້ແຈ້ງ
ຂາວ ຮຽກຮ້ອງໃຫ້ສຖາບັນໃຫ້ຄະແນນມີຄວາມໂປ່ງໃສເຊັ່ນດຽວກັນ ຫລັງຈາກນັ້ນຈະ
ຫາທາງຊ່ວຍໃນການເພີ້ມເງີນທຶນໃຫ້

ກຸ່ມ G7 ແລະສຖາບັນການເງີນຂອງໂລກໃຫ້ເວລາແກ່ບັນດາທະນາຄານແລະສຖາ
ບັນການເງິນຕ່າງໆ ແຈ້ງຕົວເລກການຂາດທຶນຈົນເຖິງທ້າຍປີນີ້

ແຕ່ຢ່າງໃດກໍຕາມ ການທີ່ຕລາດຮຸ້ນ Wall Street ແລະໃນເອເຊັຽ ຕົກລົງຕື່ມອີກໃນ
ມື້ນີ້ ສແດງໃຫ້ເຫັນວ່າຜົນກອງປະຊຸມສຖາບັນການເງິນຂອງໂລກແລະກຸ່ມປະເທດ G7
ທີ່ກຸງວໍຊິງຕັນທ້າຍສັປດາຜ່ານມາ ບໍ່ສາມາດຍັບຍັ້ງວິກິຕການໄດ້

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU