ຄົ້ນຫາຂໍ້ມູນ

/ languages

Choisir langue
 

ທວນໄຟ ໂອ່ແລ່ມປິກ ທີ່ ປາກິສຖານ

ພາຍໃຕ້ ການຮັກສາຄວາມປອດພັຍ ຢ່າງເຂັ້ມງວດກວດຂັນ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 16/04/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 16/04/2008 11:32 TU

ພິທີ ແຫ່ທວນໄຟ ໂອ່ແລ່ມປິກ ມື້ນີ້ ເລີ້ມແຕ່ເວລາ 16 ໂມງ ເປັນຕົ້ນໄປ ຈັດຢູ່ໃນສະນາມກິລາ ຂອງກຸງ ອິສລາມາບັດເທົ່ານັ້ນ ອັນປະກອບດ້ວຍແຂກຮັບເຊີນ 8000 ຄົນ ແລະ ຕຳລວດ ທະຫານ ຮັກສາຄວາມປອດພັຍ ບໍ່ຕໍ່າກວ່າ 3000 ຄົນ

ໂຄມໄຟ ໂອ່ແລ່ມປິກ ໄປເຖີງເຂດອາຊີ ທີ່ກຸງອິສລາມາບັດ ໃນຄືນນີ້ ພາຍໃຕ້ ການຮັກສາຄວາມປອດພັຍ ຢ່າງເຂັ້ມງວດ ກວດຂັນ ເພາະ ຢ້ານ ເກີດການກໍ່ການຮ້າຍ ຈາກກຸ່ມ ອິສລາມ ຫົວຮຸ່ນແຮງ ທີ່ຕໍ່ສູ້ ຍຸຍົງ ສົງຄາມ ສາສນາ ນຳໂດຍ ກຸ່ມ ອ່ານກ່າຍດ່າ.

 

ພິທີ ແຫ່ທວນໄຟ ໂອ່ແລ່ມປິກ ມື້ນີ້ ເລີ້ມແຕ່ເວລາ 16 ໂມງ ເປັນຕົ້ນ ໄປ ຈັດຢູ່ໃນສະນາມກິລາ ຂອງກຸງ ອິສລາມາບັດເທົ່ານັ້ນ ອັນປະກອບ ດ້ວຍແຂກຮັບເຊີນ 8000 ຄົນ ແລະ ຕຳລວດທະຫານ ຮັກສາຄວາມ ປອດພັຍ ບໍ່ຕໍ່າກວ່າ 3000 ຄົນ.

 

ປະທານາທິບໍດີ ແປກແວ່ຊ໌ ມຸສຊ່າຣັຟ ເປັນປະທານ ພິທີ ແລະເປັນ ມິຕໃກ້ຊິດກັບ ສປ ຈີນ, ກ່ອນໜ້ານີ້, ຕອນທ່ານ ມຸສຊ່າຣັຟ ໄປຢ້ຽມ ຢາມ ກຸງປັກກິງ ນັ້ນ ທ່ານໄດ້ປະນາມ ທຸກການປະທ້ວງ ຕໍ່ການປາມ ກຸ່ມຈາຣະຈົນໃນຕິເບດ ດ້ວຍການກໍ່ຄວາມຄວາມວຸ້ນວາຍ ໃນການ ແຫ່ໂຄມໄຟ ໂອແລ່ມປິກ ໃນ ເອີຣົບ ແລະ ອາເມຣິກາ.

 

ກ່ອນໜ້ານີ້ ເສັ້ນທາງແຫ່ ທວນໄຟນີ້ ຄາດວ່າ ຈະຜ່ານໄປຕາມຖນົນ ສຳຄັນ ໃນກຸງ ອິສລາມາບັດ, ແຕ່ແລ້ວ ທາງການ ກໍໄດ້ລົບລ້າງໃນ ນາທີສຸດທ້າຍ ເພາະຢ້ານຂາດຄວາມປອດພັຍ. ແຕ່ກົມອຸຕຸນິຍົມໄດ້ ຄາດວ່າ ອາດມີ ພາຍຸ ລົມຝົນພັດຜ່ານ ພິທີ ຢ່າງຮ້າຍແຮງ.

 

ສປ ຈີນ ເປັນປະເທດ ທີ 1 ທີ່ຂາຍອາວຸດໃຫ້ ປາກິສຖານ, ນອກຈາກ ນັ້ນ ຈີນ ຍັງເປັນ ຄູ່ການຄ້າ ນ້ຳເບີ 1 ອີກດ້ວຍ ແລະເປັນຜູ່ຄ້ຳປະກັນ ການລົງທຶນ ນ້ຳເບີ 2 ໃນປາກິສຖານ, ຮອງຈາກ ສຫລ ອາເມຣິກາ.

 

ພິທີແຫ່ ທວນໄຟ ຈະດຳເນີນຕໍ່ ໃນປະເທດອິນເດັຍ ມື້ອື່ນ, ທີ່ກຸງ ນິວ ແດ່ນລີ່, ທາງການ ອິນເດັຍ ໄດ້ລົບລ້າງ ການແຮ່ ທວນໄຟ ໃນເມືອງ ບົ່ມເບ່ ແລະເສັ້ນທາງສຳຄັນຫລາຍສາຍ, ເພາະຂາດຄວາມ ປອດພັຍ. ຕໍາລວດ ອິນເດັຍໄດ້ ເລີ້ມຈັບ ພວກປະທ້ວງ ຕິເບດ ຫລາຍ 10 ຄົນ ໄປແລ້ວມື້ວານນີ້ ໃນຄນະທີ່ເຂົາເຈົ້າ ໄດ້ພາກັນມາ ຟືຜ້າ ໂດຍຂຽນວ່າ ທວນໄຟແຫ່ງເອກລາດ.

 

ນອກຈາກນັ້ນ, ການແຫ່ ທວນໄຟ ໂອແລ່ມປິກ ຈະດຳເນີນຕໍ່ທີ່ບັງກອກ ປະເທດ ໄທ ວັນທີ 19, ທີ່ ກຸລາ ລຳປວກ ປະເທດ ມາເລເຊັຍ ວັນທີ 21, ທີ່ ຊ໊າກກ່າຕ່າ ປະເທດ ອິນໂດເນເຊັຍ ວັນທີ 22, ທີ່ກຸງ ແຄ່ນ ເບ່ຣ່າ ປະເທດ ອົສຕຣາລີ່ ວັນທີ 24.

 

ທີ່ ອົສຕຣາລີ່ນີ້ ທາງການໄດ້ ຈັດພິທີແຫ່ ໃຫ້ສັ້ນເຂົ້າກ່ວາເກົ່າ, ແລະໄດ້ ເຕືອນ ນ່ວຍຮັກສາຄວາມ ປອດພັຍ ຂອງຈີນ ທີ່ຕິດຕາມຮັກຄວາມປອດ ພັຍ ຕໍ່ທວນໄຟ ໄປທຸກ ບ່ອນນັ້ນວ່າ ຫ້າມໄປແຕະຕ້ອງ ພວກປະທ້ວງ ເດັດຂາດ, ຖ້າຜູ່ໃດໄປ ແຕະຕ້ອງ ພວກປະທ້ວງກໍຈະຖືກຈັບ,  ເພາະ ນ່ວຍຮັກສາຄວາມປອດ ພັຍຈີນ ບໍ່ມີສິດ ຈະໄປແຕະຕ້ອງ ຄົນຢູ່ໃນ ອົສຕຣາລີ່, ຖືວ່າເປັນການລະເມີດກົດໝາຍ, ເຣື້ອງຮັກຄວາມປອດພັຍ ແລະ ຈັບກຸມ ພວກປະທ້ວງນັ້ນ ແມ່ນເປັນໜ້າທີ່ ຂອງ ຕຳລວດ ອົສ ຕຣາລີ່ ຈະເອົາມາຕະການເອງ.

 

ອີກດ້ານນຶ່ງ, ເນື່ອງຈາກ ການແຫ່ທວນໄຟ ໃນ ປາຣີ ມີຄວາມຫລົ້ມ ເຫລວ, ສນັ້ນ ສປ ຈີນ ກັບ ຝຣັ່ງ ຈຶາງເກີດມີຄວາມ ເຢືອກເຢັນ, ແຕ່ແມ່ນ ຝ່າຍ ຈີນ ທີ່ມີປະຕິກິຣິຍາອອກ ໂດຍແມ່ນ ໂຄສົກກະຊວງ ການຕ່າງປະເທດ ໄດ້ປະກາດວ່າ ມິຕະພາບ ລະວ່າງ ຈີນ ກັບ ຝຣັ່ງ ອາດຖືກກະທົບກະເທືອນ ຖ້າຝຣັ່ງບໍ່ເຂົ້າໃຈ ຄວາມຮຽກຮ້ອງຕ້ອງການ ຂອງປະຊາຊົນຈີນ, ສ່ວນ ເຄືອຄ່າຍ ອິນເທີເນດ ຈີນນັ້ນ ໄດ້ປ່າວ ປະກາດ ຕ້ານຜົນປະໂຍດຂອງຝຣັ່ງ ໂດຍ ໃຫ້ງັດສິນຄ້າ ຈາກຝຣັ່ງ ແລະ ຫ້າມຊື້ສິນຄ້າ ໃນສູນສັພະສິນຄ້າ ກ່າເຣີຟວກ ທີ່ມີສາຂາທົ່ວໄປ ໃນ ສປ ຈີນ.

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU