ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດ ໄທ

ທວນໄຟ ໂອແລ່ມປິກ ໄປເຖີງບັງກອກ ຄືນນີ້

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 18/04/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 18/04/2008 12:05 TU

ທວນໄຟ ໂອແລ່ມປິກ ໄປເຖີງບັງກອກ ຄືນນີ້Afp

ທວນໄຟ ໂອແລ່ມປິກ ໄປເຖີງບັງກອກ ຄືນນີ້
Afp

ມື້ວານນີ້, ການແຫ່ ທວນໄຟ ຢູ່ອິນເດັຍພວກປະທ້ວງ ຕິເບດ ໄດ້ຖືກຈັບ ຢ່າງນ້ອຍ 200 ຄົນ, ສ່ວນຢູ່ປະເທດ ເນປານ ຄນະ ປະທ້ວງຕິເບດ ຖືກຈັບບໍ່ຕໍ່າ ກວ່າ 500 ຄົນ

ທີ່ນະຄອນຫລວງ ກັດມັນດູ່ ປະເທດ ເນປານ ຄນະປະທ້ວງຕິເບດ ຢ່າງ ນ້ອຍ 500 ຄົນ ຕອນພາກັນໄປ ຟືຜ້າປະທ້ວງ ຕໍ່ໜ້າ ສະຖານທູດຈີນ.

ນັບວ່າເປັນການຈັບກຸ່ມ ຄັ້ງໃຫຍ່ ໃນເນປານ ນັບຕັ້ງແຕ່ ຊາວຕິເບດ ພັດຖິ່ນ ໄດ້ ເລີ້ມທຳການປະທ້ວງມາ, ມື້ວານີ້ ມີທັງໝົດ, 502 ຄົນ ຖືກຈັບ, ໃນນັ້ນເພດຍິງ 266 ຄົນ ແລະ ແມ່ຊີ ອີກຈຳນວນນຶ່ງ.ຊາວຕິເບດ ຂໍລີ້ພັຍການເມືອງ ໃນເນປານ ມີ ປະມານ 20 ພັນຄົນ.

 

ສ່ວນ ການແຫ່ ທວນໄຟ ໂອແລ່ມປິກ ຢູ່ ອິນເດັຍ ມື້ວານນີ້ ພວກປະ ທ້ວງຕິເບດໄດ້ຖືກ ຈັບ ບໍ່ຕໍ່ກວ່າ 200 ຄົນ. ແລະ ກໍຈັດພິທີ ຢູ່ໃນສະ ນາມກິລາເທົ່ານັ້ນ, ໂຄງການແຫ່ ທວນໄຟ ຕາມເສັ້ນທາງສຳຄັນ ແລະ ທີ່ເມືອງ ບົ່ມເບ່ ນັ້ນກໍຖືກລົບລ້າງ, ແລະ ມີນັກກິລາ ເຕະບານ ໄບຈຸງ ພູເຈັຍ ປະຕິເສດ ບໍ່ຮວມຖືໂຄມໄຟ ແລ່ນ.

 

ສຳຫລັບຢູ່ ຢີ່ປຸ່ນ ກໍຈະຕັດເສັ້ນທາງ ແຫ່ທວນໄຟ ຜ່ານໄປສຳນັກງານ ວັດ ເຊນໂກຊິ ຊຶ່ງເປັນວັດ ທີ່ມີ ຊື່ສຽງໂດງດັງ ໃນຍີ່ປຸ່ນນັ້ນອອກ ຊຶ່ງ ຈະມີຂື້ນໃນວັນທີ 26 ເມສາໜ້ານີ້, ທັງນີ້ກໍເພາະ ຫົວໜ້າ ສຳນັກງານ ຖະແລງວ່າ ຄຣູບາ ມີຄວາມເປັນຫ່ວງ ຕໍ່ສະພາບການໃນຕິເບດທີ່ສຸດ, ແລະ ພວກເຮົາກໍແມ່ນ ຊາວພຸດ ຄືກັນ ກັບຊາວຕິເບດ ເຖີງບໍ່ໄດ້ປະຕິ ບັດ ນິກາຍດຽວກັນກໍດີ ແລະ ອົງດາລັຍ ລາມະ ກໍມາຢ້ຽມຢາມ ຍີ່ປຸ່ນ ເລື້ອຽໆ ເພື່ອຮ່ວມປະຊຸມ ທາງສາສນາ. ອີກປະການນຶ່ງ ກໍແມ່ນ ເຣື້ອງ ຄວາມປອດພັຍ ທີ່ເປັນເຫດຜົນເພີ້ມເຕີມ ໃນການທີ່ບໍ່ຂໍ ປະກອບສ່ວນ ໃນການ ຈັດຕັ້ງພິທີ ເລີ້ມແຫ່ທວນໄຟ ທີ່ສຳນັກງານ ວັດເຊນໂກຊິ ນີ້.

 

ອີກດ້ານນຶ່ງ, ໂຄມໄຟ ໂອແລ່ມປິກ ກໍໄດ້ໄປເຖີງ ບັງກອກ ປະເທດໄທ ແລ້ວ ຄືນນີ້, ໂດຍມີກຳນົດ ຈະຈັດພິທີແຫ່ ໃນມື້ອື່ນ. ລັຖບານໄທ ໄດ້ ເອົາມາຕະການ ຮັກສາຄວາມປອດພັຍ ຢ່າງເຂັ້ມງວດ.

ນາຍົກຣັຖມົນຕຣີ ສະມັກ ສຸນທໍຣະເວດ ກໍປະກາດວ່າ ຈະໄປຮ່ວມພິທີ ເປີດງານ ໂອ່ແລ່ມປິກ ທີ່ປັກິ່ງ ໃນວັນທີ 8 ສິງຫາ ຢ່າງແນ່ ນອນ.

 

ຮັບຟັງ ລາຍງານ ເພີ້ມຈາກ ຊົງຣິດໂພນເງີນ.

 

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU