ຄົ້ນຫາຂໍ້ມູນ

/ languages

Choisir langue
 

ເກົາຫຼີໃຕ້

ທວນໄຟ ໂອ່ແລ່ມປິກ ດຳເນີນຕໍ່ ທີ່ ເຊອູນ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 27/04/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 27/04/2008 11:39 TU

ໂຄມໄຟ ໂອແລ່ມປິກReuters

ໂຄມໄຟ ໂອແລ່ມປິກ
Reuters

ນັກສັນທັສກໍຣະນີນັ້ນ ຄາດວ່າ ການທີ່ ຈີນ ສະເນີ ສົນທະນາ ກັບ ຕິເບດນັ້ນ ກ່ອນອື່ນໝົດ ແມ່ນເປັນການຊອກຫາ ວິທີ ປົກປ້ອງ ງານເປີດ ພິທີ ກິລາ ໂອແລ່ມປິກ ເພື່ອໃຫ້ດຳເນີນ ໄປໂດຍດີ ແລະ ເປັນການ ຍິນຍອມ ຜ່ອນຄາຍ ຕໍ່ຄວາມກົດ ດັນ ຈາກນາໆຊາດ

ທວນໄຟ ໂອ່ແລ່ມປິກ ໄດ້ອອກຈາກ ຍີ່ປຸ່ນ ມາເຖີງ ເກົາຫຼີໃຕ້ ແລ້ວໃນ ຄືນນີ້.

 

ມື້ນີ້, ພິທີ ແຫ່ທວນໄຟ ໂອ່ແລ່ມປິກ ດຳເນີນຕໍ່ ທີ່ ນະຄອນຫລວງ ເຊອູນ ພາຍໃຕ້ການຮັກສາ ຄວາມປອດພັຍ ຢ່າງເຄັ່ງຄັດ ໂດຍເຈົ້າ

ໜ້າທີ່ ບໍ່ຕໍ່າກວ່າ 8000 ຄົນ  ຊຶ່ງຖືກແຈກຢາຍ ໃນ ລະຍະທາງ 24 ກິໂລແມດ.

 

ສ່ວນການຈັດສັນ ການປະທ້ວງນັ້ນ ປະກອບດ້ວຍ ແນວໂຮມ 63 ອົງການ, ຄື ອົງການຄນະສົງຄ໌, ພັກການເມືອງ ແລະ ອົງການປ້ອງກັນ ສິດທິມະນຸດ. ຄນະຜູ່ນຳການປະທ້ວງ ປະກາດວ່າ ມີ ຫລາຍພັນຄົນ ພາກັນມາຮ່ວມ ປະທ້ວງ ຕາມເສັ້ນທາງແຫ່ ທວນໄຟ ໂອແລ່ມປິກ ເພື່ອຕ້ານຕໍ່ ການປາບ ຊາວຕິເບດ ໂດຍອຳນາດ ຈີນ ແລະ ຕ້ານຕໍ່ ນະໂຍບາຍການເມືອງຂອງຈີນ ກ່ຽວກັບການຈັບ ຊາວອົພະຍົບ ເກົາຫຼີ ເໜືອ ກັບຄືນປະເທດ.

 

ກ່ຽວກັບການ ຈະສົນທະນາກັບ ຕິເບດນັ້ນ, ມື້ນີ້ ປະທານປະເທດ ຫູຈິ່ນ ທ່າວ ປະກາດເປັນທາງການ ວ່າຈະຈັດສັນ ການພົບປະ ສົນທະນາ ລະວ່າງ ຜູ່ຕາງໜ້າ ຈີນ ກັບ ຕິເບດ ພັດຖິ່ນ, ແຕ່ຍັງບໍ່ທັນໄດ້ ກຳນົດ ວັນເວລາເທື່ອ.

ສ່ວນອົງດາລັຍ ລາມະ ນັ້ນໄດ້ສັນລະເສີນ ການຕັດສິນໃຈຂອງຈີນ ພ້ອມ ກັບ ຮຽກຮ້ອງອີກເທື່ອໃໝ່ ຂໍໃຫ້ເປັນການ ສົນທະນາ ແບບມີຄວາມຈິງ ໃຈແທ້, ຖ້າບໍ່ດັ່ງນັ້ນ ກໍຈະບໍ່ມີປະໂຍດຫຍັງ, ເພາະ ການສົນທະນາ ລະວ່າງຈີນ ກັບ ຕິເບດ ເຄີຍຈັດມາ 6 ຄັ້ງແລ້ວ ແຕ່ບໍ່ບັນລຸຜົນໄດ້ເລີຍ.

 

ອິງຕາມການວິຈັຍຂອງ ນັກສັນທັສກໍຣະນີນັ້ນ ຄາດວ່າ ການທີ່ ຈີນ ສະເນີ ສົນທະນາ ກັບ ຕິເບດນັ້ນ ກ່ອນອື່ນໝົດ ແມ່ນເປັນການຊອກຫາ ວິທີປົກປ້ອງ ງານເປີດ ພິທີ ກິລາໂອແລ່ມປິກ ເພື່ອໃຫ້ດຳເນີນໄປໂດຍດີ ແລະ ເປັນການ ຍິນຍອມ ຜ່ອນຄາຍ ຕໍ່ຄວາມກົດດັນ ຈາກນາໆຊາດ.

 

ອີກດ້ານຶ່ງ, ທາງການ ວຽດນາມ ປະກາດວ່າ ຈະຕ້ອງແມ່ນເຈົ້າໜ້າທີ່ ວຽດນາມເອງ ຈະເປັນຜູ່ ຄ້ຳປະກັນ ຄວາມປອດພັຍ ໃນການແຫ່ ທວນ ໄຟ ໂອແລ່ມປິກ ໃນມື້ວັນອັງຄານໜ້ານີ້ ທີ່ເມືອງ ໂຮຈີ່ມິນ.

 

ພ້ອມດຽວ ກັນນັ້ນ ກໍມີ ບາງອົງການ ຈະຈັດສັນການປະທ້ວງ, ແຕ່ບໍ່ ແມ່ນ ການ ປະທ້ວງຕ້ານ ທວນໄຟ ໂອແລ່ມປິກ, ແຕ່ເປັນການປະ ທ້ວງວ່າ ລັຖະບານ ວຽດນາມ ບໍ່ປ້ອງກັນ ອະທິປະຕັຍຂອງວຽດນາມ ໃນໝູ່ເກາະ ສປຣັດ ສເລ່ ແລະ ປາຣາແຊ່ນ.

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU