ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຮົ່ງກົງ

ທວນໄຟ ໂອ່ແລ່ມປິກ ໄປເຖີງ ຮົ່ງກົງ ມື້ນີ້ ເພື່ອຈະທຳ ພິທີແຮ່ ໃນມື້ວັນສຸກ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 30/04/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 30/04/2008 13:00 TU

ທວນໄຟ ໂອ່ແລ່ມປິກ ໄປເຖີງ ຮົ່ງກົງ ມື້ນີ້BD

ທວນໄຟ ໂອ່ແລ່ມປິກ ໄປເຖີງ ຮົ່ງກົງ ມື້ນີ້
BD

ມື້ວານນີ້, 4 ຄົນ ຖືກເຈົ້າໜ້າທີ່ ຂັບໄຫລ່ອອກຈາກຮົ່ງກົງ ທັນທີ ຕອນມາເຖີງ ເດີນຍົນ. ສປ ຈີນ ໄດ້ປະກາດຮັບຮູ້ ເປັນທາງ ຄັ້ງທຳອິດ ວ່າ ໄດ້ສັງຫານ ນັກກໍ່ກວນ ຈາຣະຈົນຕິເບດ ແທ້

 

ແຜນທີ່ ຈີນBD

ແຜນທີ່ ຈີນ
BD

ທວນໄຟ ໂອ່ແລ່ມປິກ ອອກຈາກວຽດນາມ ໄປເຖີງ ຮົ່ງກົງ ແລ້ວມື້ນີ້ ເພື່ອຈະດຳເນີນ ພິທີແຮ່ ໃນມື້ວັນສຸກ.

 

ມື້ວານນີ້, 4 ຄົນ ຖືກເຈົ້າໜ້າທີ່ ຂັບໄຫລ່ອອກຈາກຮົ່ງກົງ ທັນທີ ຕອນ ມາເຖີງ ເດີນຍົນ, ໃນນັ້ນມີ ກຸ່ມນິຍົມ ຕິເບດ 3 ຄົນ ທີ່ເປັນສະມາຊິກ ຂະບວນການ ນັກສຶກສາ ກ່ານ່າດ່າ ເພື່ອ ຕິເບດເສຣີ 2 ຄົນ ແລະ ອີກຜູ່ນຶ່ງນັ້ນ ແມ່ນທ່ານ matt Whitticase ເປັນຜູ່ຊື່ຂ່າວຂອງອົງການ ທີ່ບໍ່ຂື້ນກັບລັຖະບານ ທີ່ມີຊື່ວ່າ Free Tibet Campaign.

 

ທ່ານ ມັຕ ວິທິເຄ່ເຊິ matt Whitticase ບອກວ່າ ສປ ຈີນ ອັດປະຕູ ຕັນ ທຸກດ້ານ ກ່ຽວກັບ ເສຣີພາບໃນການ ປາກເວົ້າ.

 

ສ່ວນຜູ່ທີ 4 ແມ່ນທ່ານ ສັງ ຢູ Zhang Yu ເລຂາທິການໃຫຍ່ ຂອງ ສະມາຄົມ ນັກປະພັນຈີນ ກໍໄດ້ຖືກຂັບໄຫລ່ອອກຈາກ ຮົ່ງກົງ ໃນລັກ ຊນະ ດຽວກັນ.

 

ດັ່ງສະມາຄົມດັ່ງກ່າວ ອະທິບາຍວ່າ ທ່ານ ສັງຢູ ມີກຳນົດ ຈະມາຮ່ວມ ກອງປະຊຸມ ເຣື້ອງ ເສຣີພາບໃນການໃຫ້ຂ່າວ ທີ່ ຮົ່ງກົງ ຊຶ່ງໄດ້ກະຕຽມ ນັດໝາຍປະຊຸມ ມາໄດ້ຫລາຍເດືອນແລ້ວ. ແລະທາງການຮົ່ງກົງ ບໍ່ໄດ້ ມີການອະທິບາຍ ຫຍັງໝົດ ກ່ຽວກັບເຣື້ອງ ຂັບໄຫລ່ ທ່ານ ສັງຢູ ນີ້.

 

ກ່ຽວກັບການປາບ ການຈາຣະຈົນ ໃນເຂດ ຕິເບດ ນັ້ນ, ສປ ຈີນ ໄດ້ ປະກາດຮັບຮູ້ ເປັນທາງ ຄັ້ງທຳອິດ ວ່າ ໄດ້ສັງຫານ ນັກກໍ່ກວນ ຈາຣະຈົນ ແທ້, ທີ່ທາງພາກຕາເວັນຕົກ ຊ່ຽງເໜືອ.  ສ່ວນຢູ່ ແຂວງ ຍິ້ງຄ່າຍ ຊຶ່ງເປັນ ແຂວງ ທີ່ມີປະຊາຊົນ ຕິເບດ ສ່ວນໃຫຍ່ນັ້ນ, ຕຳລວດຈີນ ຜູ່ນຶ່ງ ໄດ້ຖືກສັງຫານ ດ້ວຍການຖືກຍິງປືນສາດໄສ່, ແຕ່ເຈົ້າໜ້າທີ່ ຍັງສອບສວນ ຫາຄົນຮ້າຍຢູ່.

 

ອົງດາລັຍ ລາມະ ປະກາດວ່າ ຍັງບໍ່ ທັນໄດ້ຮັບ ບັດເຊີນ ໝາຍນັດພົບ ປະສົນທະນາ ກັບ ອຳນາດ ສປ ຈີນ ເທື່ອ ຫລັງຈາກ ທາງການ ຈີນ ປະກາດ ສະເນີ ໃຫ້ມີການສົນທະນາກັນໃນຖານສ່ວນຕົວ ລະວ່າງ ຜູ່ຕາງໜ້າ ຕິເບດ ພັດຖິ່ນ ແລະ ຈີນ.

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU