ຄົ້ນຫາຂໍ້ມູນ

/ languages

Choisir langue
 

ທວນໄຟ ໂອແລ່ມປິກ

ທວນໄຟ ໂອແລ່ມປິກ ດຳເນີນຕໍ່ ທີ່ພູເຂົາ ຫິມະລັຍ ເປັນຄັ້ງປະວັດສາດ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 08/05/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 08/05/2008 12:35 TU

ທວນໄຟ ໂອແລ່ມປິກ ດຳເນີນຕໍ່ ທີ່ພູເຂົາ ຫິມະລັຍ ເປັນຄັ້ງປະວັດສາດSBD/RFI

ທວນໄຟ ໂອແລ່ມປິກ ດຳເນີນຕໍ່ ທີ່ພູເຂົາ ຫິມະລັຍ ເປັນຄັ້ງປະວັດສາດ
SBD/RFI

ອົງການ ອ່າຊ່ຽນ ຄາດວ່າ ບໍ່ຄວນ ນຳເອົາບັນ ຕິເບດ ມາພົວພັນກັບ ງານແຂ່ງຂັນກິລາ ໂອແລ່ມປິກສາ ກົນ, ແລະໄດ້ສັນລະເສີນ ຕໍ່ສະ ພາບການ ກັບຄືນສູ່ປົກະຕິ ໃນຕິ ເບດ ແລະ ສັນລະເສີນ ຜູ່ນຳ ຈີນ ໄດ້ຕັດສິນໃຈ ຈັດສັນການພົບປະ ສົນທະນາກັນ ລະວ່າງ ຜູ່ຕ່າງໜ້າ ຈີນ ແລະ ຕິເບດ

ມື້ນີ້ ທວນໄຟ ໂອແລ່ມປິກ ດຳເນີນຕໍ່ ທີ່ພູເຂົາຫິມະລັຍ ເປັນຄັ້ງປະວັດ ສາດ ໃນຕອນບາຍວານນີ້  ວັນພຸດ ເວລາ 3 ໂມງ ແລະ ຂື້ນເຖີງຈຸດ ສູງສຸດຍອດ ເວລາ 9 ໂມງ 18 ວັນພະຫັດ.

 

ທວນໄຟ ຂື້ນພູຫິມະລັຍນີ້ ເປັນທວນໄຟ ທີ່ສ້າງ ດ້ວຍລະບົບພິເສດ ສຳຫລັບ ນຳຂື້ນ ບ່ອນຈຸດ ຈອມສູງສຸດ ຂອງໂລກ 8848 ແມດ ແລະ ຢູໃນອຸ່ນຫະພູມ ລົບ 30 ອົງສາ, ເປັນທວນໄຟພິເສດ ກໍເພາະວ່າ ຢູ່ ເທີງພູ ຫິມະລັຍນັ້ນ ຂາດ ອ໊ອກຊີ່ເຢັນ, ອາດເຮັດໃຫ້ ໄຟມອດ.

 

ທັງໝົດ ມີນັກປີນ ຂື້ນພູ 12 ຄົນ ໃນນັ້ນ ມີ ຄົນຕິເບດ 4 ຄົນ ປ່ຽນ ຜຽນກັນ ຈັບທວນໄຟຂື້ນ ຕໍ່ຯກັນໄປ, ໂດຍໄສ່ ເຄື່ອງກັນໜາວ ແບບ ພິເສດ ແລະຂຽນຄຳຂວັນ ໄສ່ເຄື່ອງນຸງນັ້ນວ່າ : "ປັກກິງ ຂໍຕ້ອນຮັບ ທ່ານ" ແລະ "ພວກເຮົາຢູ່ເທີງ ຫລັງຄາໂລກ".

 

ຕາມທັມມະດາແລ້ວ ທວນໄຟ ດັ່ງກ່າວນີ້ ມາເຖີງພູ ຫິມະລັຍ ແຕ່ວັນທີ 27 ເດືອນແລ້ວນີ້, ແຕ່ຍ້ອນ ອາກາດບໍ່ອຳນວຍ, ພິທີແຫ່ ຈຶ່ງໄດ້ຖືກ ເລື່ອນມາໄສ່ ມື້ວານນີ້.

 

ເຖີງແມ່ນ ໄດ້ມີການຄັດຄ້ານ, ແລະ ມີເຫດການປະທ້ວງ ໃນຕິເບດ ແລະ ໃນປະເທດຕ່າງໆ ຈາກຊາວຕິເບດ ແລະ ກຸ່ມນິຍົມຕິດ ຜ່ານ ມາແລ້ວ ນັ້ນກໍດີ, ແຕ່ເຫດການເລົ່ານັ້ນ ກໍບໍ່ສາມາດ ຫັນປ່ຽນທິດທາງ ພິທີແຫ່ທວນໄຟ ຢູ່ໃນເຂດພູຫິມະລັຍ ໄດ້ເລີຍ.

 

ທ່ານ ມັຕ ວິດຕິເຄ່ຊ໌ ໂຄສົກຂອງ ອົງການ ສະນັບສະນູນ ຕິເບດ ນັ້ນ ໃຫ້ທັສນະວ່າ : ສປ ຈີນ ຖືເອົາ ຕິເບດ ເປັນຈຸດໂຄສະນາ ສຳຄັນ ໃນງານ ໂອແລ່ມປິກ. ແລະການນຳທວນໄຟຂື້ນພູ ຫິມະລັຍ ດ້ວຍຄົນ ຕິເບດ ນັ້ນ ແມ່ນເຈຕະນາ ອັນແຈ້ງຂາວຂອງ ຈີນ ເພື່ອບອກໃຫ້ຮູ້ວ່າ ຕິເບດແມ່ນ ອະທິປະຕັຍຂອງຈີນ.

 

ອີກດ້ານນຶ່ງ, ອົງການ ອ່າຊ່ຽນ ຄາດວ່າ ບໍ່ຄວນນຳເອົາບັນ ຕິເບດ ມາ ພົວພັນກັບ ງານແຂ່ງຂັນກິລາ ໂອແລ່ມປິກສາກົນ, ແລະໄດ້ສັນລະເສີນ ຕໍ່ສະພາບການ ກັບຄືນສູ່ປົກະຕິ ໃນຕິເບດ ແລະ ສັນລະເສີນ ຜູ່ນຳຈີນ ໄດ້ຕັດສິນໃຈ ຈັດສັນການພົບປະສົນທະນາກັນ ລະວ່າງ ຜູ່ຕ່າງໜ້າຈີນ ແລະ ຕິເບດ.

 

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU