ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສປຈີນ/ຕີເບດ

ທວນໄຟໂອແລັມປິກ ທີ່ ລັດສາ

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 21/06/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 21/06/2008 11:42 TU

ຕອນນື່ງ ໃນພິທີ ແຫ່ທວນໄຟ ຢູ່ ລັດສາ ໃນມື້ນີ້ (ຮູບ : Reuters)

ຕອນນື່ງ ໃນພິທີ ແຫ່ທວນໄຟ ຢູ່ ລັດສາ ໃນມື້ນີ້ (ຮູບ : Reuters)

ຫຼັງ ໓ ເດືອນ ທີ່ເກີດເຫດການ
ອົນລະໂຫນ ທວນໄຟ ໂອແລັມ
ປິກ ໄດ້ໄປຮອດ ກຸງ ລັດສາ
ແລະການແລ່ນທອດ ກໍເສັດ
ສິ້ນລົງ ແລ້ວມື້ເຊົ້ານີ້ ພາຍໄຕ້
ການຮັກສາຄວາມປອດພັຍ
ຢ່າງເຄ່ງຄັດ. ກ່ອນໜ້າການ
ໄປເຖີງ ຂອງທວນໄຟ
ໂອແລັມປິກ ບໍ່ພໍເທົ່າໃດ໋ຊົ່ວໂມງ ທາງການຄອມມຸຍນີສຈີນ
ໄດ້ທຳການ ປົດປ່ອຍ ນັກໂທດ ທີ່ຖືກຈັບເມື່ອ ເຫດການອົນລະໂຫນ ທ້ອງເດືອນມີນາ ຈຳນວນ ໑ ໑໕໗ ຄົນ.

    ພິທີໄດ້ ເລີ່ມຂື້ນ ເມື່ອເວລາ ປະມານ ໙ ໂມງ ເຊົ້າ ຕາມເວລາທ້ອງຖີ່ນ ຈາກ ຜາສາດ "ໂນບູລິງຄະ" ທີ່ປະທັບ ປະຈຳຣະດູຮ້ອນ ຂອງ ພຣະດາໄລລາມະ ທວນໄຟໄດ້ເຄື່ອນ ໄປຮອດ ຜາສາດ "ໂຕປາລາ" ທີ່ປະທັບອີກທີ່ນື່ງ ຂອງ ພຣະດາໄລລາມະ ເມື່ອເວລາ ໑໐ ໂມງ ໔໕ ນາທີ.
   ການແລ່ນໂຊ ທວນໄຟໂອແລັມປິກ ມີຂື້ນແບບມີການກຳກັບການ ຢ່າງ ຄັກແນ່. ຜູ່ໄດ້ຮັບມອບໝາຍ ຖືທວນໄຟກິລາສາກົນ ຜູ່ທຳອິດໄດ້ແກ່ "ໂກ່ໂປ" ແຊັມກິລາປີນພູ ອາວຸໂສ ອາຍຸ ໗໕ ປີ ສ່ວນຜູ່ທີ່ສອງ ໄດ້ແກ່ "ຫຼີສູຍຊິ" ຜູ່ຮັບຜິດຊອບ ໂຮງໝໍທະຫານ ປະຈຳ ລັດສາ ແລະມ້ວນທ້າຍ ໂດຍ "ກ່າຍດັ້ງ ຊູ່ໂອມ້າ" ນັກຮ້ອງຊື່ດັງຂອງ ຕີ່ເບດ. ຕລອດໄລຍະການ ແລ່ນໂຊທວນໄຟ ນີ້ ຜູ່ຖືທວນໄຟ ກໍກ່າວຄຳຂວັນວ່າ "ກຸງປັກກິ່ງ ຈົ່ງໂຊກດີ, ພວກເຮົາຂໍອວຍພອນ ໃຫ້ງານກິລາຈົ່ງ ປະສົບແຕ່ຄວາມ ສຳເຣັດ".

   ການແລ່ນທອດ ທວນໄຟໂອແລັມປິກ ໃນກຸງລັດສາ ແຄ້ວນ ຕີເບດໄດ້ດຳເນີນໄປ ພາຍໄຕ້ ການຮັກສາ ຄວາມປອດພັຍ ຢ່າງເຄ່ງຄັດ ໂດຍປາກົດ ປຣາສຈາກ ເຫດການຮຸນແຮງໃດ໋ໆ ແລະໂດຍໄຊ້ເວລາ ໑ ຊົ່ວໂມງ ໔໕ ນາທີ. ຕາມທາງຜ່ານ ຂອງທວນໄຟ ມີໜ່ວຍ ຮັກສາຄວາມສງົບ ປະກອບອາວຸດ ປະຕິບັດໜ້າທີ່ ຢ່າງລະອຽດລະອໍ. ບຸກຄົນຕ່າງຊາດ ກໍຄືຊາວຈີນເອງ ທີ່ບໍ່ມີ ໃບອະນຸມັດພິເສດ ແມ່ນຖືກຫ້າມເດັດຂາດ ບໍ່ໃຫ້ເຂົ້າໄປໄກ້ ໃນສະຖານທີ່ໄລຍະທາງ ການແລ່ນທວນໄຟ.
   ເດີມແລ້ວ ທາງການສປຈີນ ໄດ້ກຳນົດ ການແລ່ນໂຊ ທວນໄຟໂອແລັມປິກ ໃນເຂດແຄວ້ນ ຕີເບດນີ້ ເປັນຫຼາຍຊ່ວງທາງດ້ວຍກັນ ໃນໄລຍະ ໓ ມື້. ແຕ່ຫຼັງຈາກ ເກີດການອົນລະໂຫນ ສແດງການຕ້ານ ຈີນ ເມື່ອທ້ອງເດືອນ ມີນາ ຈື່ງໄດ້ມີການ ປ່ຽນລາຍການ ຈັດການແລ່ນໂຊ ທວນໄຟ ພຽງພໍໃຫ້ເປັນພິທີ ໃນມື້ນີ້ມື້ດຽວແລະໂດຍໄຊ້ເວລາ ພຽງແຕ່ ໑ ຊົ່ວໂມງ ໔໕ ນາທີ ເທົ່ານັ້ນ.

   ກ່ອນການໄປຮອດກຸງ ລັດສາ ຂອງທວນໄຟ ໂອແລັມປິກ ບໍ່ພໍເທົ່າໃດ໋ ຊົ່ວໂມງ ທາງການຄອມມຸຍນີສຈີນ ໄດ້ປະກາວ່າ ໄດ້ທຳການ ປົດປ່ອຍ ນັກໂທດ ທີ່ຖືກຈັບເມື່ອ ເຫດການ ອົນລະໂຫນ ທ້ອງເດືອນເມສາ ທັງໝົດຈຳນວນ ໑ ໑໕໗ ຄົນແລ້ວ ຕາມການເຜີຍໃຫ້ຊາບ ຂອງໜັງສືພີມ ຈີນໃໝ່ ປາກກະບອກສຽງ ຂອງພັກລັດ.
   "ປາລ໌ມາ ຕຣີຫຼີ" ຮອງຜູ່ປົກຄອງ ແຄວ້ນ ຕີເບດ ໄດ້ຢືນວ່າ ຫຼັງຈາກເຫດການ ຕ້ານຈີນ ມີຜູ່ຖືກຈັບ ແລະເຂົ້າມອບຕົວເອງ ຈຳນວນທັງໝົດ ໑ ໓໑໕ ຄົນ ແລະວ່າ ລ້າສຸດນີ້ ໑໒ ຄົນຖືກຕັດສີນລົງໂທດ ແລະ ອີກ ໑໑໖ ລໍຖ້າການ ຕັດສີນຄະດີຢູ່. ກໍເປັນອັນວ່າ ຮອດປັດຈຸບັນ ມີຜູ່ຖືກຕັດສີນລົງໂທດ ທັງໝົດ ໔໒ ຄົນ. ເມື່ອທ້ອງເດືອນເມສາຜ່ານມາ ທາງການ ສປຈີນໄດ້ ຕັດສີນລົງໂທດ ໓໐ ຄົນ ໃຫ້ຈຳຄຸກ ໓ ປີ ຫາຕລອດຊີວິດ.

   ເມື່ອວັນພຸດ ທີ່ຜ່ານມານີ້ ອົງການ ນີຣະໂທດກັມສາກົນ Amnesty Internaional ກໍໄດ້ຢ້ຳຮຽກຮ້ອງອີກ ເທື່ອໃໝ່ຂໍໃຫ້ທາງການ ສປຈີນ ໃຫ້ຂໍ້ມູນ ໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບກໍຣະນີ ຊາວຕີ່ເບດ ພັນກວ່າຄົນ ທີ່ຖືກຄວບຄຸມໂຕ ຫຼັງເຫດການຮຸນແຮງ ທີ່ມີຂື້ນເມື່ອທ້ອງເດືອນ ມີນາ ຜ່ານມານັ້ນ.
   ທົບທວນໃຫ້ຊາບວ່າ ການລົງຖນົນປະທ້ວງແບບ ສັນຕິ ທີ່ເລີ່ມຂື້ນເມື່ອວັນທີ ໑໐ ມີນາ ໃນໂອກາດ ການຄົບຮອບ ໔໙ ປີ ແຫ່ງເຫດການ ປາບປາມຢ່າງນອງເລືອດ ການລຸກຮືຂື້ນ ຕ້ານການ ຮຸກຮານເຂດ ຕີເບດ ຂອງກອງທັບຈີນ ເມື່ອ ປີ ໑໙໕໙ ນັ້ນ ການປະທ້ວງໄດ້ແຜ່ຂຍາຍໄປທົ່ວໃນ ຖີ່ນທີ່ມີຊາວຕີເບດ ອາສັຍ ແລະໄດ້ເກີດ ເຫດອົນລະໂຫນຮຸນແຮງ ປະທະກັບເຈົ້າໜ້າທີ່ຈີນ ເມື່ອ ວັນທີ່ ໑໔ ມີນາ. ຝ່າຍຜູ່ນຳ ຕີເບດຜັດຖີ່ນ ຢືນຢັນວ່າ ເຫດການຮຸນແຮງ ໑໔ ມີນາ ໄດ້ເຮັດໃຫ້ ຊາວຕີ່ເບດ ເສັຽຊີວິດໄປ ໒໐໓ ຄົນ. ໃນຂນະທີ່ ທາງການ ສປຈີນ ຢືນວ່າກຸ່ມຄົນບໍ່ດີ ສແດງການຕ້ານພັກລັດ ເສັຽຊີວິດ ໒໑ ຄົນເທົ່ານັ້ນ.
   ຢ່າງໃດ໋ກໍດີ ກໍຣະນີ ຕີ່ເບດ ກໍໄດ້ກາຍເປັນ ຈຸດໃຈກາງ ແຫ່ງການປະທ້ວງ ເສີມຄວາມຮ້ອນ ໃຫ້ທວນໄຟໂອແລັມປິກ ຕາມທາງຜ່ານ ໃນຫຼາຍປະເທດ ຕັ້ງແຕ່ບັດນັ້ນມາ ກ່ອນທີ່ ຈະໄປຮອດໄປເຖີງ ສປຈີນ ຊື່ງເປັນເຈົ້າພາບ ຈັດງານ ກິລາສາກົນຂອງຄັ້ງນີ້ ໃນທ້ອງເດືອນ ສີງຫາທີ່ຈະມາເຖີງ ດັ່ງກ່າວ.

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU