ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສະຫະພາບເອີຣົບ: ປະທານວຽນທີ່ ສັບສົນແລະຫຍຸ້ງຍາກ ຂອງຝຣັ່ງເສດ

ໃນການຜັກດັນ ສົນທິສັນຍາ ລິສບອນ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 01/07/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 01/07/2008 14:19 TU

ຫໍໄອເຟລ ໄດ້ຮັບການຕົກແຕ່ງໃຫ້ເປັນສີຟ້າ ມີດາວສີຄ 12 ດວງ ຢູ່ກາງ ຄ້າຍຄືກັນກັບທຸງຂອງ
ສຫພ ເອີຣົບ ຕ້ອນຮັບພາຣະກິດເປັນປະທານວຽນ ມີກຳໜົດ 6 ເດືອນ (ພາບ: Reuters)

ຫໍໄອເຟລ ໄດ້ຮັບການຕົກແຕ່ງໃຫ້ເປັນສີຟ້າ ມີດາວສີຄ 12 ດວງ ຢູ່ກາງ ຄ້າຍຄືກັນກັບທຸງຂອງ ສຫພ ເອີຣົບ ຕ້ອນຮັບພາຣະກິດເປັນປະທານວຽນ ມີກຳໜົດ 6 ເດືອນ (ພາບ: Reuters)

ປະເທດຝຣັ່ງເສດ ຮັບພາຣະເປັນປະທານວຽນຂອງສະຫະພາບເອີຣົບ ຕັ້ງແຕ່ ມື້ນີ້ເປັນຕົ້ນໄປ ມີກຳໜົດ 6 ເດືອນ ເປັນການສືບຕໍ່ພາຣະກິດຈາກປະເທດ ຊໂລເວນີ ເປັນພາຣະກິດທີ່ສັບສົນຫຍຸ້ງຍາກ ໂດຍສະເພາະຫລັງຈາກທີ່ຊາວ ໄອຣ໌ແລນດ໌ ໄດ້ອອກສຽງປະຊາມະຕິປະຕິເສດການໃຫ້ສັຕຍາບັນຕໍ່ "ສົນທິສັນ ຍາລິສບອນ" ອັນເປັນສົນທິສັນຍາທີ່ແນໃສ່ເຮັດໃຫ້ ສຫພ ເອີຣົບ ກາຍເປັນກຸ່ມ ທີ່ມີກົດເກນເປັນກົດໝາຍບັງຄັບໃຊ້ ທົດແທນຮ່າງທັມມະນູນທີ່ໄດ້ກາຍເປັນໝັນ ໄປແລ້ວ ອັນເນື່ອງມາຈາກການອອກສຽງປະຊາມະຕິປະຕິເສດໂດຍປະຊາຊົນ ຊາວຝຣັ່ງເສດແລະເນເທີແລນດ໌ ມາກ່ອນແລ້ວເມື່ອວັນທີ 29 ພຶສພາ ແລະ 1 ມິຖຸນາ ປີ 2005 ຕາມລຳດັບ

ແຜນຮີບດ່ວນສີ່ປະການ
ອີກປະການໜຶ່ງ ໃນການກ່າວອອກອາກາດຜ່ານໂທຣະທັດຊ່ອງ 3 ເມື່ອຄືນຜ່ານມາ ທ່ານ
ປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ໄດ້ວາງທິດທາງການດຳເນີນງານໄວ້ຢ່າງຮອບ
ດ້ານ ໂດຍທ່ານເນັ້ນວ່າ "ຈະປ່ຽນແປງວິທີການສ້າງສະຫະພາບເອີຣົບໃໝ່ ຢ່າງລົງເລິກ"
ຊຶ່ງແນ່ນອນໃຜໆກໍເຫັນວ່າຈະເປັນພາຣະກິດທີ່ສັບສົນຫຍຸ້ງຍາກ ທັງນີ້ຫລັງຈາກທີ່ປະຊາ
ຊົນຊາວໄອຣ໌ແລນດ໌ໄດ້ອອກສຽງປະຊາມະຕິປະຕິເສດການໃຫ້ສັຕຍາບັນຕໍ່ "ສົນທິສັນຍາ
ລິສບອນ" ມາແລ້ວ

ຢ່າງໃດກໍຕາມ ທ່ານຜູ້ນຳຝຣັ່ງເສດກໍຍັງໄດ້ເນັ້ນວ່າ ຂບວນການໃຫ້ສັຕຍາບັນຕໍ່ສົນທິສັນ
ຍາລິສບອນຈະຕ້ອງດຳເນີນສືບຕໍ່ໄປ ແລະໃຫ້ເສັດສິ້ນຢ່າງວ່ອງໄວເພື່ອໃຫ້ທັນການເລືອກ
ຕັ້ງສະມາຊິກສະພາເອີຣົບໃນເດືອນມິຖຸນາ ປີ 2009

ນອກຈາກນີ້ ທ່ານປະທານາທິບໍດີຝຣັ່ງເສດຍັງວາງເປົ້າໝາຍຮີບດ່ວນເອົາໄວ້ສີ່ປະການ
ດ້ວຍກັນຄື:

1. ວາງກົດເກນການປະຕິບັດໃນການນຳໃຊ້ພລັງງານ ແລະ ລົດຜ່ອນອຸນຫະພູມຜິວໂລກ

2. ວາງກົດເກນທີ່ເປັນໜຶ່ງດຽວຂອງສະຫະພາບກ່ຽວກັບປັນຫາຄົນເຂົ້າເມືອງ

3. ຊຸກຍູ້ ຜັກດັນຄືນໃໝ່ ໃຫ້ສະຫະພາບເອີຣົບມີຣະບົບປ້ອງກັນທີ່ເປັນໜຶ່ງດຽວ ໝາຍ ຄວາມວ່າ
ສ້າງຕັ້ງກຳລັງທະຫານຂອງສະຫະພາບໃຫ້ສຳເຣັດ ແລະ

4. ເບີ່ງຄືນໃໝ່ນະໂຍບາຍຮ່ວມທາງດ້ານການກະເສດຂອງສະຫະພາບ

ນອກຈາກວາງເປົ້າໝາຍຮີບດ່ວນສີ່ປະການນີ້ແລ້ວ ປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ
ຍັງໄດ້ຕຳນິຕິຕຽນນະ "ໂຍບາຍດອກເບັ້ຽສູງ" ຂອງທະນາຄານກາງເອີຣົບນຳດ້ວຍ ທີ່
ທ່ານເຫັນວ່າເປັນການຖ່ວງດຶງການຂຍາຍຕົວທາງດ້ານເສຖກິດຂອງສະຫະພາບ

ທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ
ກ່າວຜ່ານໂທຣະທັດຊ່ອງ 3 ຊີ້ແຈງແນວ
ທາງປະຕິບັດສຳລັບ 6 ເດືອນ ແຫ່ງການ
ເປັນປະທານວຽນເອີຣົບຂອງປະເທດຝຣັ່ງ
ເສດ (ພາບ: Reuters)

ທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ກ່າວຜ່ານໂທຣະທັດຊ່ອງ 3 ຊີ້ແຈງແນວ ທາງປະຕິບັດສຳລັບ 6 ເດືອນ ແຫ່ງການ ເປັນປະທານວຽນເອີຣົບຂອງປະເທດຝຣັ່ງ ເສດ (ພາບ: Reuters)

ສືບຕໍ່ຂບວນການໃຫ້ສັຕຍາບັນ ສທສ ລິສບອນ
ໃນການຮັບພາຣະກິດປະທານວຽນຂອງສະ
ຫະພາບເອີຣົບຂອງປະເທດຝຣັ່ງເສດເປັນ
ມື້ທຳອິດໃນມື້ນີ້ (1 juillet 2008) ປະທານ
ຄນະກັມມາທິການເອີຣົບ ທ່ານ ໂຢເຊ ມານູ
ແອລ ບາໂຣໂຊ ພ້ອມດ້ວຍຄນະກັມມາທິການ
ກໍເດີນທາງມາຢ້ຽມຢາມປະເທດຝຣັ່ງເສດ
ແລະຮັບປະທານອາຫານຮ່ວມກັບທ່ານນາຍົກ ຣມຕ ຟຣັງຊົວສ໌ ຟີຢົງ

ໃນວັນທີ 10 ກໍຣະກົດນີ້ ປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ກໍຈະເດີນທາງໄປອະທິ
ບາຍຊີ້ແຈງແນວທາງປະຕິບັດ ຕໍ່ໜ້າສະພາເອີຣົບທີ່ເມືອງ "ສຕຣັສບວກ" ໃນພາກຕະ
ວັນອອກສຽງເໜືອຂອງປະເທດຝຣັ່ງເສດ ໃນວັນຕໍ່ມາກໍຈະເດີນທາງໄປກຸງ "ດຸບແລັງ"
(Dublin) ນະຄອນຫລວງຂອງສາທາຣະນະຣັດໄອຣ໌ແລນດ໌ ເພື່ອພຍາຍາມຜັກດັນໃຫ້
ມີການອອກສຽງປະຊາມະຕິຄັ້ງທີສອງຮັບຮອງເອົາສົນທິສັນຍາລິສບອນ

ແຕ່ປັນຫາກໍເລີ້ມສັບສົນເຂົ້າມາຕື່ມອີກແລ້ວເມື່ອປະທານາທິບໍດີຂອງປະເທດໂປໂລຍ
ທ່ານເລັກສ ກ໊າກຊິນສກີ ໄດ້ອອກມາປະກາດວ່າທ່ານຈະບໍ່ອະນຸມັດການໃຫ້ສັຕຍາບັນຕໍ່
ສົນທິສັນຍາລິສບອນ

ອີກຈຸດໜຶ່ງທີ່ຖືວ່າເດັ່ນໃນການເປັນປະທານສະຫະພາບເອີຣົບຂອງປະເທດຝຣັ່ງເສດນີ້
ກໍຄືການຈັດກອງປະຊຸມສຸດຍອດກຸ່ມປະເທດແຫ່ງຂົງເຂດທະເລເມດິແຕຣ໌ຣານເນ ຫລືທີ່
ເອີ້ນກັນວ່າ UPM (Union pour la Méditerranée) ທີ່ນະຄອນຫລວງປາຣີສ໌ ໃນວັນ
ທີ 13 ກໍຣະກົດນີ້ ຊຶ່ງຈະມີບັນດາປະເທດສະມາຊິກສະຫະພາບເອີຣົບເຂົ້າຮ່ວມຄົບ 27
ປະເທດ ແລະບັນດາກຸ່ມປະເທດອາຫຣັບແລະອິສຣາເອລນຳດ້ວຍ

ສາທາຣະນະຣັດເຊັກສ໌ ຈະຮັບຊ່ວງປະທານວຽນຂອງສະຫະພາບເອີຣົບຈາກປະເທດຝຣັ່ງ
ເສດໃນວັນທີ 1 ມັງກອນ ປີ 2009

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU