ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສະຫະພາບເອີຣົບ: ການງັດຂໍ້ ລະຫວ່າງ ຊາຣ໌ໂກຊີ ແລະ ແມນເດລຊັນ

ຕ້ອນຮັບການເປັນ ປະທານວຽນຂອງ ຝຣັ່ງເສດ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 02/07/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 02/07/2008 10:35 TU

ທ່ານປີເຕີ ແມຍເດລຊັນ (ຊ້າຍ) ກັມມາ
ທິການເອີຣົບຝ່າຍການຄ້າ ແລະ ທ່ານ
ປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌
ໂກຊີ (ພາບ: AFP)

ທ່ານປີເຕີ ແມຍເດລຊັນ (ຊ້າຍ) ກັມມາ ທິການເອີຣົບຝ່າຍການຄ້າ ແລະ ທ່ານ ປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌ ໂກຊີ (ພາບ: AFP)

ພໍແຕ່ກ້າວເຂົ້າຮັບຕຳແໜ່ງປະທານວຽນ ຂອງສະຫະພາບເອີຣົບຕັ້ງແຕ່ເມື່ອວານນີ້ (1 ກໍຣະກົດ) ທ່ານປະທານາທິບໍດີຝຣັ່ງ ເສດ ນິໂກລາສ໌ ຊາຣ໌ໂກຊີ ກໍງັດຂໍ້ໂລດ ກັບທ່ານປີເຕີ ແມນເດລຊັນ ກັມມາທິ ການເອີຣົບດ້ານການຄ້າ ຜູ້ນຳຝຣັ່ງເສດ ກ່າວຫາກັມມາທິການເອີຣົບວ່າ ທຳໃຫ້ ກະເສຕກອນເອີຣົບເສັຽຜົນປໂຍດໃນເຈ ຣະຈາໃນຂອບອົງການການຄ້າໂລກ

ແມ່ນງັດຂໍ້ກັນຢ່າງແຮງ.....ໃນມື້ນີ້ເອງ (2 ກໍຣະກົດ) ທ່ານປີເຕີ ແມນເດລຊັນ ໄດ້ອອກ
ມາກ່າວຕອບໂຕ້ຜ່ານວິທຍຸແລະໂທຣະທັດ ບີບີຊີ ວ່າ ທ່ານປະທານາທິບໍດີຝຣັ່ງເສດ ນິ
ໂກລາສ໌ ຊາຣ໌ໂກຊີ ທຳລາຍຄວາມສາມັກຄີຂອງສະຫະພາບເອີຣົບ ແລະເຮັດໃຫ້ທ່າທີ
ຂອງສະຫະພາບໃນການເຈຣະຈາການຄ້າໃນຂອບຂອງອົງການການຄ້າໂລກນັ້ນ ອ່ອນ
ແອລົງ

ການເຈຣະຈາການຄ້າໂລກທີ່ກຸງເຊີແນວ ໄດ້ກ້າວເຂົ້າເຖິງຂັ້ນຕອນສຸດທ້າຍແລ້ວ ຫລັງ
ຈາກທີ່ເຈຣະຈາ ຍືດເຍື້ອຍາວນານແລະດ້ວຍຄວາມຍາກລຳບາກມາເຖິງ 6 ປີເຄິ່ງ
ການເຈຣະຈາຂັ້ນຕອນສຸດທ້າຍຈະມີຂື້ນໃນວັນທີ 21 ກໍຣະກົດຈະເຖິງນີ້ໃນຣະດັບ ຣມຕ
ກັມມາທິການເອີຣົບ ຮັບຜິດຊອບທາງດ້ານການຄ້າ ໄດ້ອອກມາຕອບໂຕ້ເຊັ່ນນີ້ ແມ່ນ
ຫລັງຈາກທີ່ທ່ານປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌ໂກຊີ ໄດ້ກ່າວທາງໂທຣະ
ທັດເມື່ອຄືນວັນຈັນຜ່ານມາ ກ່ອນທີ່ປະເທດຝຣັ່ງເສດຈະກ້າວເຂົ້າຮັບຕຳແໜ່ງປະທານ
ວຽນຂອງສະຫະພາບເອີຣົບບໍ່ພໍເທົ່າໃດຊົ່ວໂມງ

ໃນທຳນອງທີ່ວ່າ ທ່ານປີເຕີ ແມນເດລຊັນ ກັມມາທິການເອີຣົບ ທີ່ເປັນຊາວອັງກິດ ຍອມ
ອ່ອນຂໍ້ຫລາຍເກີນໄປໂພດໃນການເຈຣະຈາ ໂດຍສະເພາະໃນເຣື່ອງຍອມລົດຜ່ອນເງິນ
ອຸດໜຸນສຳລັບກະເສຕກອນຂອງສະຫະພາບ ອັນຈະເປັນການເຮັດໃຫ້ມີການສູນເສັຽວຽກ
ງານຢ່າງນ້ອຍເຖິງ 100 000 ຕຳແໜ່ງ ໂດຍທີ່ບໍ່ໄດ້ຮັບການຕອບແທນທີ່ຄຸ້ມຄ່າທາງ
ດ້ານສິນຄ້າອຸດສາຫະກັມ ແລະທາງດ້ານບໍຣິການເລີຍ ທ່ານຜູ້ນຳຝຣັ່ງເສດວ່າ ທ່ານ
ຍອມຮັບບໍ່ໄດ້ຢ່າງເດັດຂາດ

ໃນການໃຫ້ສັມພາດຕໍ່ "ບີບີຊີ" ໃນມື້ນີ້ ທ່ານປີເຕີ້ ແມນເດລຊັນ ກໍໄດ້ໂຕ້ວ່າ ຂໍ້ກ່າວຫາ
ຂອງທ່ານຊາຣ໌ໂກຊີເປັນຂໍ້ກ່າວຫາທີ່ບໍ່ຖືກຕ້ອງ ເມື່ອວານນີ້ ໃນການເດີນທາງມານະ
ຄອນຫລວງປາຣີສ໌ ຮ່ວມກັບປະທານກັມມາທິການສະຫະພາບເອີຣົບ ທ່ານໂຢເຊ ມານູ
ແອລ ບາໂຣໂຊ ນັ້ນ ທ່ານປີເຕີ ແມນເດລຊັນ ກໍປະຕິເສດ ບໍ່ຍອມເຂົ້າຮ່ວມຮັບປະທານ
ອາຫານຄ່ຳທີ່ທຳນຽບປະທານາທິບໍດີ ວັງເອລີເຊ ທີ່ທ່ານປະທານາທິບໍດີຊາຣ໌ໂກຊີ ເປັນ
ຈົ້າພາບຈັດເປັນກຽດ ໂດຍອ້າງເຫດຜົນທາງດ້ານເວລາ

ຄນະກັມມາທິການ ປ້ອງກັນແມນເດລຊັນ
ບໍ່ເທົ່າໃດຊົ່ວໂມງຫລັງຈາກທີ່ ທ່ານປີເຕີ ແມນເດລຊັນ ໄດ້ກ່າວຕອບໂຕ້ຜູ້ນຳຜູ້ຝຣັ່ງ
ເສດຜ່ານວິທຍຸແລະໂທຣະທັດ ບີບີຊີ ແລ້ວ ທ່ານນາງອາເຣັນກີນເດ ແຮນຊັນ
(Ahrenkil Hansen) ໂຄສົກຄນະກັມມາທິການສະຫະພາບເອີຣົບ ກໍໄດ້ຖແລງຕໍ່ຜູ້
ສື່ຂ່າວວ່າ ທ່ານໂຢເຊ ມານູແອລ ບາໂຣໂຊ (José Manuel Barroso) ປະທານ
ຄນະກັມມາທິການສະຫະພາບເອີຣົບ ໃຫ້ຄວາມໄວ້ວາງໃຈຢ່າງເຕັມປ່ຽມຕໍ່ ທ່ານປີ
ເຕີ ແມນເດລຊັນ ແລະຢ້ຳວ່າກັມມາທິການຝ່າຍການຄ້າໄດ້ທຳໜ້າທີ່ດີທີ່ສຸດແລ້ວ
ໃນການເຈຣະຈາໃນຂອບຂອງອົງການການຄ້າໂລກ

 

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU