ຄົ້ນຫາຂໍ້ມູນ

/ languages

Choisir langue
 

ການແຂ່ງຂັນຣົດຖີບຈາກ Brest-Plumelec ເລີ່ມມື້ນີ້

ມີ 20 ຄນະຮ່ວມ ປະກອບສ່ວນ ການແຂ່ງຣົດຖີບ ຄັ້ງທີ່ 95

ໂດຍ  ສິຣິ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 05/07/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 05/07/2008 13:09 TU

ການແຂ່ງຂັນຣົດຖີບອ້ອມປະເທດຝຣັ່ງເລີ່ມຂື້ນ
ໃນມື້ວັນເສົາ ທີ່ ໕ ກໍຣະກະດາ ນີ້
ຮູບ / ໂຟໂຕລິອ່າ

ການແຂ່ງຂັນຣົດຖີບອ້ອມປະເທດຝຣັ່ງເລີ່ມຂື້ນ ໃນມື້ວັນເສົາ ທີ່ ໕ ກໍຣະກະດາ ນີ້ ຮູບ / ໂຟໂຕລິອ່າ

ນັກແຂ່ງຂັນທັງມວນ 180 ຄົນໄດ້ແລ່ນ ຣົດຖີບຈາກຈຸດທຳອິດໃນມື້ນີ້ ຈາກມືອງ Brest ໃນເວລາປະມານຕອນທ່ຽງແລະ ຈະຕ້ອງໃຊ້ຣະຍະທາງປະມານ 197,5 ຫລັກກິໂລແມຕ ໃຫ້ເຖີງເມືອງ ປະລູຍ ເມີເລກໃນຕອນຄໍ່າມື້ນີ້ ວິທຍຸຝຣັ່ງສາກົນ RFI ກໍແມ່ນໄດ້ຕິດຕາມການແຂ່ງຂັນທຸກ ມື້ອັນທີ່ຈະໄດ້ມີການອອກຂ່າວແດ່ທ່ານຜູ່ ຟັງສາມາດຮັບຟັງໄດ້ ທັງພາສາຝຣັ່ງ ອັງ ດິດ ແລະແອສປ່າໂຍລ
ປີນີ້  ເປັນການ ແຂ່ງຂັນຣົດຖີບທີ່ບໍ່ໄດ້ ມີການຄາດໝາຍວ່າຈະມີຄົນດຽວ ເດັ່ນເທົ່ານັ້ນຈະຄ້ວາເອົາຖ້ວຍຊນະເລີດ ແຕ່ກໍມີການຄາດ ຕົວໄວ້ເຖີງ
໓ ຄົນ ເຊັ່ນ Alejandro Valverde,ຈາກ ແອສປ່າຍ , Cadel Evans,
ຄົນ ໂອສຕຣາລີ , Damiano Cunego ຄົນ ອິຕາລີ

ເຫັນວ່າ ເປັນການສແດງຈະໃຫ້ເຂົ້າໃຈ ໃນກິລາປະເພດນີ້ໃຫ້ມັນ ພົ້ນມົນ ທີນທີ່ໄດ້ມີການໃຊ້ຢາໂດ໊ປຊ່ວຍຈາກນັກກິລາເອງ ຈື່ງໄດ້ມີ ອົງການສາ
ກົນປ້ອງກັນ ການໃຊ້ ຢາໂດ໊ປ ແລະ ຄນະກັມມະການ ແຫ່ງຊາດ ດ້ານນີ້
ເຂົ້າມາເບີ່ງແຍງ ຢ່າງໃກ້ຊິດ

ທັງນີ້ກໍເຫັນໄດ້ວ່າ ເຫດການອື້ສາວ ຂອງກິລາແຂ່ງຂັນຣົດຖີບມັນມີຂື້ນ
ເປັນປະຈຳ

ດັ່ງນັ້ນໃນປີ 2006 ຈື່ງໄດ້ມີການສະສາງບັນຫານີ້ຢ່າງໃຫຍ່ ແລະ ນັກກິ
ລາ ກໍຈຳເປັນ ຕ້ອງຍອມຮັບເງື່ອນໄຂ ເພື່ອໃຫ້ເກີດ ມີການແຂ່ງຂັນ ອັນ ແມ່ນເຈືອປົນດ້ວຍກຳລັງຂອງຕົວເອງທັງນັ້ນ 

ເຖີງຢ່າງໃດກໍດີ ແມ້ນວ່າ ຈະມີບັນຫານັກກິລາໄດ້ກີນຢາໂດ໊ປຊ່ວຍກໍຕາມ ກິລາແຂ່ງຂັນຣົດຖີບກໍຍັງເປັນກິລາທີ່ປະທັບໃຈຂອງປະຊາຊົນຝຣັ່ງສເມີ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU