ຄົ້ນຫາຂໍ້ມູນ

/ languages

Choisir langue
 

ກອງປະຊຸມສຸດຍອດ UPM ພິຈາຣະນາ ສະພາບແວດລ້ອມ ເມດິເຕີເຣນຽນ

ຈັດຂື້ນເປັນຄັ້ງທໍາອິດ ໃນມື້ອື່ນນີ້ (ອາທິດ 13 ກໍຣະກົດ) ທີ່ນະຄອນຫລວງປາຣີສ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 12/07/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 05/08/2008 07:51 TU

ຂົງເຂດທະເລເມດິເຕີເຣນຽນແລະບັນດາປະເທດຮິມຝັ່ງ ທະເລມີພື້ນທີ່ 2 510 000 ກິໂລແມັດ
ມົນທົນ ຄວາມເລິກສູງສຸດ 5150 ແມັດ ແລະຄວາມເລິກປານກາງ 1500 ແມັດ (Wikipédia)

ຂົງເຂດທະເລເມດິເຕີເຣນຽນແລະບັນດາປະເທດຮິມຝັ່ງ ທະເລມີພື້ນທີ່ 2 510 000 ກິໂລແມັດ ມົນທົນ ຄວາມເລິກສູງສຸດ 5150 ແມັດ ແລະຄວາມເລິກປານກາງ 1500 ແມັດ (Wikipédia)

ກອງປະຊຸມສຸດຍອດ UMP (Union pour la Méditerrannée) ເປັນກອງ
ປະຊຸມທີ່ຈັດຂື້ນເປັນຄັ້ງທໍາອິດໃນມື້ອື່ນນີ້ (ອາທິດ 13 ກໍຣະກົດ) ທີ່ນະຄອນ
ຫລວງປາຣີສ ລະຫວ່າງ 27 ປະເທດສະມາຊິກສະຫະພາບເອີຣົບແລະບັນດາ
ປະເທດຮິມຝັ່ງທະເລເມດິເຕີເຣນຽນສ່ວນໃຫຍ່ ໃນນັ້ນຮວມທັງກຸ່ມປະເທດອາ
ຫຣັບ, ອິສຣາເອລ ແລະ ປາເລັສຕິນເອກເທດດ້ວຍ ຮວມທັງໝົດກວ່າ 40
ປະເທດ

ພິຈາຣະນາປັນຫາສະພາບແວດລ້ອມ
ໜຶ່ງໃນຈຳນວນຫົວຂໍ້ສຳຄັນຂອງກອງປະຊຸມສຸດຍອດ "UPM" ທີ່ນະປາຣີສ໌ຄັ້ງນີ້ ກໍຄື
ການພິຈາຣະນາ ປັນຫາສະພາບສິ່ງແວດລ້ອມເປິເປື້ອນໃນທະເລເມດິເຕີເຣນຽນ ທັງ
ນີ້ເພາະເກີດຈາກພາວະໂລກຮ້ອນ ແລະຄວາມເຄັມຂອງນໍ້າທະເລທີ່ເພີ້ມສູງຂື້ນ ເປັນ
ອັນຕຣາຍຕໍ່ "ສັດນໍ້າແລະພືດພັນໃຕ້ທະເລ" (faune et flore) ຄາດກັນວ່າປັນຫານີ້
ຈະໄດ້ຮັບການຢິບຍົກເປັນຫົວຂໍ້ສໍາຄັນຫົວຂໍ້ໜຶ່ງຂອງກອງປະຊຸມສຸດ ຍອດ "UMP"

ເກືອບເວົ້າໄດ້ວ່າທະເລເມດິເຕີເຣນຽນເປັນ "ທະເລປິດ" ທັງນີ້ເພາະຫຸ້ມລ້ອມໄປ
ດ້ວຍແຜ່ນດິນແຫ່ງທະ ວີບຢຸໂຣບ, ແອຟຣິກກາ ແລະ ເອເຊັຽ ມີທາງອອກສູ່ມະຫາ
ສມຸດແອຕແລນຕິກດ້ານດຽວເທົ່ານັ້ນ ໂດຍຜ່ານ "ຊ່ອງແຄບຊີບຣາລຕ່" (Gilbralta)
ລະຫວ່າງປະເທດສເປນ ແລະ ປະເທດໂມຣ໊ອກໂຄ

28% ຂອງການຂົນສົ່ງນໍ້າມັນທາງເຮືອຜ່ານທະເລເມດີເຕີເຣນຽນນີ້ ສົນທິສັນຍາ
"Marpol" ທີ່ມີຜົນບັງຄັບໃຊ້ຕັ້ງແຕ່ປີ 1983 ເປັນຕົ້ນມາ ຫ້າມການຖິ້ມຖັງນໍ້າມັນລົງ
ໃນທະເລນີ້ຢ່າງເດັດຂາດ ແຕ່ກໍອະນຸ ໂລມໃຫ່ຖິ້ມເສດອາໄຫລ່ຕ່າງໆຂອງເຄື່ອງຈັກ
ເຮືອລົງໄດ້ ທັງນີ້ໂດຍຍັງບໍ່ທັນໄດ້ນັບນໍ້າມັນດິບປະມານ 80 000 ຕັນຕໍ່ປີ ທີ່ຮົ່ວໄຫລ
ອັນເນື່ອງມາຈາກເຮືອບັນທຸກນໍ້າມັນເກີດອຸບັດຕິເຫດ

ໂຄງການສະພາບສິ່ງແວດລ້ອມຂອງສະຫະປະຊາຊາດ (PNUE) ພົບວ່າ ມີຈຸດເປິ
ເປື້ອນທີ່ຮ້າຍແຮງທີ່ສຸດໃນທະເລເມດິເຕີເຣນຽນເຖິງ 131 ຈຸດ ບັນດາສັດແລະພືດ
ໃຕ້ນໍ້າທີ່ໄດ້ຮັບການກະທົບກະເທືອນຢູ່ແລ້ວຈາກພາວະໂລກຮ້ອນ ຈະໄດ້ຮັບການກະ
ທົບໜັກຕື່ມອີກຈາກບັນດາປາແລະສັດນໍ້າອື່ນໆປະມານ 56 ຊນິດ ທີ່ຫລັ່ງໄຫລມາ
ຈາກເຂດທີ່ນໍ້າມີອຸນຫະພູມສູງກວ່າ ໂດຍຜ່ານຄອງຊູເອດ (Suez)

ຊາຣ໌ໂກຊີ ຕ້ອນຮັບ ເອລ ອັສຊັສ
ທ່ານປະທານາທິບໍດີແຫ່ງປະເທດຊີເຣັຽ ທ່ານບັສຊາຣ໌ ເອລ ອັສຊັສ (Bachar el-
Assad) ເດີນທາງເຖິງນະຄອນຫລວງປາຣີສໃນມື້ນີ້ (ເສົາ 12 ກໍຣະກົດ) ເພື່ອການ
ຢ້ຽມຢາມປະເທດຝຣັ່ງເສດຢ່າງເປັນ ທາງການຄັ້ງປວັດສາດກ່ອນເຂົ້າຮ່ວມປະຊຸມ
ສຸດຍອດ "UPM" ໃນມື້ອື່ນ (ອາທິດ 13 ກໍຣະກົດ) ແລະຮ່ວມໃນພິທີສວນສນາມສລອງ
ວັນຊາດຝຣັ່ງເສດໃນວັນທີ່ 14 ກໍຣະກົດນີ້

ຜູ້ນຳຂອງປະເທດຊີເຣັຽບໍ່ໄດ້ເດີນທາງມາປະເທດຝຣັ່ງເສດມາຕັ້ງແຕ່ເດືອນມິຖຸນາ ປີ
2001 ເພາະສນັ້ນການເດີນທາງມາຢ້ຽມຢາມຂອງທ່ານຄັ້ງນີ້ ຈຶ່ງຖືໄດ້ວ່າແມ່ນການ
ຫວນກັບຄືນສູ່ເວທີສາກົນຄັ້ງໃໝ່ ຫລັງຈາກທີ່ຖືກຊີ້ໜ້າໂດຍປະຊາຄົມນາໆຊາດຍ້ອນຊີ
ເຣັຽເຂົ້າກ້າວກ່າຍແລະແຊກແຊງຕໍ່ກິຈການພາຍໃນຂອງປະເທດເລບານອນ

ໂດຍສະເພາະຣັຖບານແຫ່ງ "ກຸງດາມັສ" ຖືກສົງໃສວ່າເປັນຜູ້ຢູ່ເບື້ອງຫລັງການຄາຕ
ກັມອດີດນາຍົກ ຣມຕ ຂອງປະເທດເລບານອນ ທ່ານຣາຟິກ ຮາຣີຣີ ຜູ້ເປັນເພື່ອນມິດ
ຂອງປະເທດຝຣັ່ງເສດ ຈົນກະທັ້ງອດີດປະທານາທິບໍດີ ຈ໊າກ ຊີຣັກ ຕັດສິນໃຈແຊ່ເຢັນ
ການພົວພັບ ຝຣັ່ງເສດ -ຊີເຣັຽ ມາຕັ້ງແຕ່ປີ 2005 ນອກຈາກນີ້ສະຫະຣັດອະເມຣິກາກໍ
ຍັງສົງໃສວ່າຊີເຣັຽໃຫ້ການສັນບສນຸນການກໍ່ການຮ້າຍນຳດ້ວຍ

ຈາກບຸກຄົນທີ່ບໍ່ເພິງປາຖນາ ສູ່ການຄົບຄ້າສະມາຄົມ ແຕ່ໃນທີ່ສຸດ ທ່ານປະທານາທິບໍດີ
ບັສຊາຣ໌ ເອລ ອັສຊັສ ແຫ່ງປະເທດຊີເຣັຽ ກໍໄດ້ຮັບການເຊື້ອເຊີນໃຫ້ເດີນທາງມາຢ້ຽມ
ຢາມຝຣັ່ງເສດ ແລະໄດ້ຮັບການຕ້ອນຮັບຢ່າງສົມກຽດໃນຖານະປະມຸກຣັດໂດຍຜູ້ນໍາຝຣັ່ງ
ເສດ ທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ທີ່ອາດເດີນທາງໄປຢ້ຽມຢາມຕອບແທນ
ປະ ເທດຊີເຣັຽໃນໂອກາດມໍ່ໆນີ້

ເອລ ອັສຊັສ ພົບ ຊະເລມານ
ເນື່ອງໃນໂອກາດເດີນທາງມານະຄອນຫລວງປາຣີສຄັ້ງນີ້ ທ່ານປະທານາທິບໍດີ ບັສຊາຣ໌
ເອລ ອັສຊັສ ຂອງຊີເຣັຽ ກໍໄດ້ມີໂອກາດພົບປະກັບປະທານາທິບໍດີຄົນໃໝ່ຂອງປະເທດເລ
ບານອນ ທ່ານມີເຊລ ຊະເລມານ (Michel Sleiman) ທີ່ຫາກໍໄດ້ຮັບການເລືອກຕັ້ງເມື່ອ
ເດືອນພຶສພາທີ່ຜ່ານມານີ້ເອງ ໂດຍໄດ້ຮັບການສນັບສນຸນຈາກບັນດາປະເທດເພື່ອນມິດ
ຂອງຊີເຣັຽ ການພົບປະເປັນໄປພາຍໃຕ້ການອຸປຖັມຂອງຜູ້ນໍາຝຣັ່ງເສດ ນິໂກລາສ໌ ຊາຣ໌
ໂກຊີ

ທ່ານປະທານາທິບໍດີ ມີເຊລ ຊະເລມານ
(ຊ້າຍ) ຂອງປະເທດເລບານອນ ແລະ
ປະທານາທິບໍດີ ບັສຊາຣ໌ ເອລ ອັສຊັສ
ແຫ່ງປະເທດຊີເຣັຽ (ພາບ: AFP)

ທ່ານປະທານາທິບໍດີ ມີເຊລ ຊະເລມານ (ຊ້າຍ) ຂອງປະເທດເລບານອນ ແລະ ປະທານາທິບໍດີ ບັສຊາຣ໌ ເອລ ອັສຊັສ ແຫ່ງປະເທດຊີເຣັຽ (ພາບ: AFP)

 ກຸ່ມຕໍ່ຕ້ານທໍາການປະທ້ວງ
ບັນດາກຸ່ມຕໍ່ຕ້ານຊາວຊີເຣັຽໃນປະເທດຝຣັ່ງ
ເສດ ໄດ້ພາກັນປະທ້ວງໃນຮູບແບບຕ່າງໆ
ຕັ້ງແຕ່ວັນສຸກຜ່ານມາ ຕໍ່ບຸກຄົນທີ່ພວກເຂົາ
ເຈົ້າຖືວ່າເປັນໜຶ່ງໃນຈໍານວນພວກຜູ້ນໍາຂອງ
ກຸ່ມປະເທດອາຫຣັບ ທີ່ດໍາເນີນການປາບປາມ
ຝ່າຍຄ້ານຢ່າງໂຫດຫ້ຽມທີ່ສຸດ

ແຕ່ຣັຖບານຝຣັ່ງເສດ ກໍໄດ້ໃຫ້ຄໍາຕອບຕໍ່ກຸ່ມ
ຕໍ່ຕ້ານໄປແລ້ວວ່າ "ຖ້າຕ້ອງການໃຫ້ຂບວນການສ້າງສັນຕິພາບໃນຂົງເຂດຕະວັນອອກ
ກາງມີຄວາມກ້າວໜ້ານັ້ນ ຈະຕ້ອງມີການເຈຣະຈາກັບທຸກຝ່າຍທີ່ກ່ຽວຂ້ອງ ບໍ່ແມ່ນວ່າຈະ
ເລືອກເຈຣະຈາສະເພາະແຕ່ກັບຜູ້ນໍາທີ່ເປັນນັກປະຊາທິປະໄຕເທົ່ານັ້ນ"

ກັດດາຟີບໍ່ມາຮ່ວມປະຊຸມ
ເປັນທີ່ຄາດໝາຍກັນວ່າໃນກອງປະຊຸມສຸດຍອດ "UPM" ໃນມື້ອື່ນນີ້ ທຸກສາຍຕາຈະພາ
ກັນຈັບຈ້ອງເບີ່ງບໍ່ສະເພາະແຕ່ຜູ້ນໍາຊີເຣັຽເທົ່ານັ້ນ ແຕ່ນາຍົກ ຣມຕ ອິສຣາເອລ ທ່ານ
ເອຫຸດ ໂອລແມຣ໌ຕ ກໍເຊັ່ນດຽວກັນ ເຖິງແມ່ນວ່າສອງຜູ້ນໍາທີ່ເປັນຂີ້ໝິ້ນກັບປູນຈະເຂົ້າ
ຮ່ວມປະຊຸມໃນຫ້ອງດຽວກັນກໍຕາມ ແຕ່ຝຣັ່ງເສດເຈົ້າພາບກໍມີຄວາມຣະມັດຣະວັງຈັດ
ໃຫ້ຜູ້ນໍາທັງສອງນັ່ງຫ່າງໄກກັນ

ແຕ່ກໍເປັນທີ່ໜ້າສັງເກດວ່າໃນຈໍານວນບັນຫົວໜ້າຣັຖບານແລະປະມຸກຣັດກວ່າ 40 ປະ
ເທດທີ່ມາຮ່ວມປະຊຸມນັ້ນ ບໍ່ມີທ່ານພັກເອກມູຣ໌ມາຣ໌ ກັດດາຟີ ຜູ້ນໍາຂອງປະເທດລີເບັຽ
ຮ່ວມນໍາ

ນອກຈາກຈະພິຈາຣະນາປັນຫາສະພາບແວດລ້ອມໃນທະເລເມດິເຕີເຣນຽນແລ້ວ ການ
ນໍາໃຊ້ພລັງງານຈາກແສງອາທິດກໍເປັນອີກຫົວຂໍ້ໜຶ່ງຂອງກອງປະຊຸມສຸດຍອດ "UPM"
ຄັ້ງທໍາອິດທີ່ນະຄອນຫລວງປາຣີສຄັ້ງນີ້

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU