ຄົ້ນຫາຂໍ້ມູນ

/ languages

Choisir langue
 

ວິກິຕການ Subprime ໃນອະເມຣິກາ ທະນາຄານອະສັງ ຫາຣິມະຊັບໃຫຍ່ ທີ່ສຸດ ລົ້ມລະລາຍ

ແມ່ນທະນາຄານ Indymac

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 12/07/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 05/08/2008 07:56 TU

ລູກຄ້າ Indymac bank ທີ່ເມືອງ Pasadena ຣັດແຄລິຟໍຣ໌ເນັຽ ເຮໂລພາກັນມາຖອນເງິນຝາກ
ຈໍານວນເຖິງ 1300 ລ້ານດອລລາຣ໌ພາຍໃນຣະຍະເວລາ 10 ວັນ (ພາບ: Reuters)

ລູກຄ້າ Indymac bank ທີ່ເມືອງ Pasadena ຣັດແຄລິຟໍຣ໌ເນັຽ ເຮໂລພາກັນມາຖອນເງິນຝາກ ຈໍານວນເຖິງ 1300 ລ້ານດອລລາຣ໌ພາຍໃນຣະຍະເວລາ 10 ວັນ (ພາບ: Reuters)

ທະນາຄານປ່ອນເງິນກູ້ທາງດ້ານອະສັງຫາຣິມະຊັບທີ່ໃຫຍ່ທີ່ສຸດຂອງສະຫະຣັດ
ອະເມຣິກາ ຄືທະນາຄານ Indymac ທີ່ມີສຳນັກງານໃຫຍ່ໃນຣັດແຄຣ໌ລີຟໍຣ໌ເນັຽ
ໄດ້ປະກາດຕົວເປັນຜູ້ລົ້ມລະລາຍເມື່ອວັນສຸກ (11 ກໍຣະກົດ) ຜ່ານມາ ນັບເປັນ
ການລົ້ມລະລາຍລາຍໃຫຍ່ທີ່ສຸດທາງດ້ານອະສັງຫາຣິມະຊັບໃນຮອບ 24 ປີທີ່
ຜ່ານມາ

FDIC ເຂົ້າຄວບຄຸມ
ທະນາຄານ Indymac ທີ່ມີເງີນທຶນປະມານ 32 ພັນລ້ານດອລລາຣ໌ ໄດ້ຖືກເຈົ້າໜ້າທີ່
ຄວບຄຸມການອອມສິນ (OTS) ຂອງສະຫະຣັດສັ່ງໃຫ້ເຂົ້າໄປຢູ່ພາຍໃຕ້ການບໍຣິຫານຂອງ
"ສຖາບັນຮັບປະກັນເງິນຝາກ" (FDIC) ແລ້ວ ແລະຈະເປີດບໍຣິການຮັບເງິນຝາກຄືນໃໝ່
ຕັ້ງແຕ່ວັນຈັນໜ້າ (14 ກໍຣະກົດ) ເປັນຕົ້ນໄປ ໂດຍໃຊ້ຊື່ໃໝ່ວ່າ "Federal Indymic
Bank"

ສາເຫດທີ່ທະນາຄານ Indymac ລົ້ມລະລາຍແລະຕົກເຂົ້າໄປຢູ່ໃນການຄວບຄຸມຂອງ
ຣັຖບານ ແມ່ນຫລັງຈາກທີ່ບັນດາລູກຄ້າໄດ້ພາກັນເຮໂລກັນໄປຖອນເງິນເປັນການໃຫຍ່
ເຖີງ 1300 ລ້ານດອລລາຣ໌ ພາຍໃນຣະນະພຽງ 10 ວັນ ຫລັງຈາກທີ່ສະມາຊິກສະພາ
ສູງແຫ່ງພັກດີໂມແຄຣຕ ທ່ານຊາຣ໌ສ ຊຸມເມີ (Charles Shumer) ໄດ້ກ່າວສແດງ
ຄວາມວິຕົກກັງວົນຕໍ່ຖານະທາງດ້ານການເງິນຂອງທະນາຄານ ພ້ອມທັງສົ່ງຈົດໝາຍ
ໄປເຖິງເຈົ້າໜ້າທີ່ "OTS" ດ້ວຍເມື່ອວັນທີ 26 ມິຖຸນາທີ່ຜ່ານມາ

ຫລັງຈາກການປະກາດຕົວລົ້ມລະລາຍຂອງທະນາຄານ Indymac ແລ້ວ ສະມາຂິກສະ
ພາສູງ ທ່ານ ຊາຣ໌ສ ຊຸມເມີ ກໍໄດ້ອອກມາສແດງຄວາມຄິດເຫັນວ່າ ຖ້າເຈົ້າໜ້າທີ່
"OTS" ຫາກປະຕິບັດໜ້າທີ່ຂອງຕົນເປັນຢ່າງດີກ່ອນໜ້ານີ້ ພວກເຮົາກໍຄົງບໍ່ໄດ້ເຫັນປັນ
ຫາການລົ້ມລະລາຍນີ້ເກີດຂື້ນດັ່ງທີ່ເຫັນກັນຕອນນີ້

ຮັບເຄາະຈາກວິກິຕການ Subprime
ກ່ອນການລົ້ມລະລາຍຂອງ Indymac ຄັ້ງນີ້ ທະນາຄານ Continental Illinois
National Bank ກໍ ເຄີຍລົ້ມລະລາຍມາກ່ອນແລ້ວເມື່ອປີ 1984, ທະນາຄານ
American Savings and Loan Association of Stockton ເມື່ອປີ 1988

ເມື່ອ Indymac ມາປະກາດຕົວເປັນຜູ້ລົ້ມລະລາຍຄັ້ງນີ້ ຈຶງຖືໄດ້ວ່າເປັນການລົ້ມລະ
ລາຍທີ່ໃຫຍ່ທີ່ສຸດນັບຕັ້ງແຕ່ເກີດວິກິຕການ Subprime ເມື່ອປະມານໜຶ່ງປີທີ່ຜ່ານມາ

ອອກກົດໝາຍປ້ອງກັນຜູ້ລົ້ມລະລາຍ
ອີກປະການໜຶ່ງ ສະພາສູງອະເມຣິກັນໄດ້ລົງມະຕິເມື່ອວານນີ້ (ສຸກ 11 ກໍຣະກົດ) ຮັບຮອງ
ເອົາຮ່າງກົດໝາຍໃໝ່ປ້ອງກັນຜູ້ບໍ່ສາມາດຜ່ອນສົ່ງຄ່າຊື້ເຮືອນຕໍ່ໄປໄດ້ ບໍ່ໃຫ້ຖືກຂັບໄລ່
ອອກຈາກບ້ານຂອງຕົນ ຮ່າງກົດໝາຍດັ່ງກ່າວໄດ້ຖືກຈັດສົ່ງກັບຄືນໄປຍັງສະພາຕໍ່າອີກ
ເທື່ອໜຶ່ງຫລັງຈາກທີ່ໄດ້ຮັບການແກ້ໄຂເລັກນ້ອຍ ແລະຈະຖືກປະກາດໃຊ້ຫລັງຈາກທີ່
ທ່ານປະທານາທິບໍດີ ຢອຣ໌ຊ ດັບເບີ້ລຢູ ບຸຊ ໄດ້ລົງນາມ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU