ຄົ້ນຫາຂໍ້ມູນ

/ languages

Choisir langue
 

ການປະຕິຮູບສຖາບັນ ແລະ ການກະເສດ

ປັນຫາທ້າທາຍ ປະທານວຽນ ສະຫະພາບ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 18/07/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 18/07/2008 10:10 TU

ແຜນທີ່ສແດງທີ່ຕັ້ງຂອງ 27 ປະເທດສະມາຊິກຂອງສະພາບຢຸໂຣບ (ສີຂຽວ) (ພາບ: RFI)

ແຜນທີ່ສແດງທີ່ຕັ້ງຂອງ 27 ປະເທດສະມາຊິກຂອງສະພາບຢຸໂຣບ (ສີຂຽວ) (ພາບ: RFI)

ທ່ານປະທານາທິບໍດີຝຣັ່ງເສດ ໃນຖານະປະທານວຽນສະຫະພາບເອີຣົບ ມີກຳ
ໜົດການເດີນທາງໄປປະເທດໄອແລນດ໌ໃນວັນຈັນໜ້ານີ້ ເພື່ອປຶກສາຫາລືຫາ
ທາງອອກຕໍ່ວິກິຕການສຖາບັນ (Crise institutionnelle) ຫລັງຈາກທີ່ຊາວ
ໄອແລນດ໌ໄດ້ອອກສຽງປະຊາມະຕິປະຕິເສດສົນທິສັນຍາ "ລິສບອນ" ເມື່ອວັນ
ທີ 12 ມິຖຸນາທີ່ຜ່ານມາ ເຮັດໃຫ້ສະຫະພາບຢຸໂຣບບໍ່ສາມາດຫາຕົວບົດກົດ
ໝາຍມາບັງຄັບໃຊ້ພາຍໃນສະຫະພາບໄດ້ ເພື່ອທົດແທນຮ່າງທັມມະນູນທີ່ກາຍ
ເປັນໝັນເພາະຖືກຊາວຝຣັ່ງເສດແລະຊາວເນເທີແລນດ໌ອອກສຽງປະຊາມະຕິ
ປະຕິເສດມາກ່ອນແລ້ວເມື່ອກາງປີ 2005 ນີ້ແມ່ນປັນຫາໜຶ່ງທີ່ປະທານວຽນ
ຕ້ອງຊອກຫາທາງອອກ

ສ່ວນອີກປັນຫາໜຶ່ງ ແມ່ນການປະຕິຮູບນະໂຍບາຍຮ່ວມທາງດ້ານການກະເສດ
(PAC) ຊຶ່ງມີຫລາຍປະເທດຢາກໃຫ້ລົບລ້າງ ແຕ່ຝຣັ່ງເສດໄດ້ປໂຍດຫລາຍ
ກວ່າໝູ່ ຈຶ່ງຢາກຈໍາກັດການປະຕິຮູບທີ່ມີຂອບເຂດ

ຜັກດັນສົນທິສັນຍາ "ລິສບອນ"
ແຕ່ກ່ອນທີ່ຈະເດີນທາງໄປກຸງ "ດຸບລິນ" ໃນວັນທີ 21 ກໍຣະກົດ ທ່ານຜູ້ນຳຝຣັ່ງເສດ
ນິໂກລາສ໌ ຊາຣ໌ໂກຊີ ຊໍ້າພັດໄດ້ກ່າວແບບຂວານຝ່າຊາກວ່າ "ສາທາຣະນະຣັດໄອຣ໌
ແລນດ໌ຕ້ອງຈັດການອອກສຽງປະຊາມະ ຕິໃໝ່ ບໍ່ເຊັ່ນນັ້ນ ຂພຈ ຈະໃຊ້ສິດຍັບຍັ້ງ
(Veto) ຕໍ່ທຸກຄວາມພຍາຍາມໃນການຂຍາຍກວ້າງຮັບເອົາປະເທດສະມາຊິກໃໝ່"

ການກ່າວຂອງປະທານາທິບໍດີຝຣັ່ງເສດເຊັ່ນນີ້ ເລີຍໄປແຕະຕ້ອງຄວາມຮູ້ສຶກຂອງບັນ
ດາກຸ່ມຕ່າງໆໃນສາທາຣະນະຣັດໄອຣ໌ແລນດ໌ ທີ່ຄັດຄ້ານສົນທິສັນຍາລິສບອນ

ບາງຫາງສຽງໃນກຸ່ມຄັດຄ້ານນີ້ໄດ້ພາກັນອອກມາກ່າວຕອບໂຕ້ຢ່າງອຶງຄະນຶງ ໃນ
ທຳນອງທີ່ວ່າ "ຄຳກ່າວຂອງທ່ານຊາຣ໌ໂກຊີເປັນການສແດງອອກເຖິງລັກສນະການ
ຕ້ານປະຊາທິປະໄຕທີ່ມາຈາກບຣຸສແຊລ ນະຄອນຫລວງຂອງສະຫະພາບເອີຣົບ ແລະ
ການທີ່ທ່ານຊາຣ໌ໂກຊີຕ້ອງນັບຖືເຈຕນາຂອງປະຊາຊົນຊາວໄອຣ໌ແລນດ໌ນັ້ນ ກໍເປັນສິ່ງ
ທີ່ສຳຄັນເຊັ່ນດຽວກັນ" 

ແມ່ນແຕ່ກະທັ້ງພັກແຮງງານໄອຣ໌ແລນດ໌ ທີ່ຂົນຂວາຍໂຄສະນາເພື່ອໃຫ້ມີການຮັບສົນທິ
ສັນຍາ "ລິສ ບອນ" ກໍຍັງເຫັນວ່າການກ່າວຂອງທ່ານປະທານາທິບໍດີຝຣັ່ງເສດແມ່ນ
ບາດກ້າວທີ່ຜິດພາດ ໃນຂນະທີ່ ນາຍົກ ຣມຕ ໄອຣ໌ແລນດ໌ ທ່ານ Brian Cowen ຜູ້ຂົນ
ຂວາຍເພື່ອໃຫ້ມີການຮັບສົນທິສັນຍາ "ລິສບອນ" ເຊັ່ນດຽວກັນ ກໍຍັງຕົກຢູໃນທ່າທີ່ຍາກ
ໃຈຍ້ອນຄຳກ່າວຂອງຜູ້ນຳຝຣັ່ງເສດ ເພີ່ນຈຶ່ງໄດ້ອອກມາກ່າວເພື່ອໃຫ້ມີການຜ່ອນ
ຄາຍວ່າ "ພວກເຮົາຕ້ອງຮັບຮູ້ວ່າມີຫລາຍກະແສແນວຄວາມຄິດທີ່ສແດງອອກໃນຢຸ
ໂຣບ ຕໍ່ປັນຫາທີ່ພວກເຮົາກຳລັງປະເຊີນໜ້າຢູ່ໃນເວລານີ້"

ກໍແມ່ນຍ້ອນຫາງສຽງອຶງຄນຶງສແດງຄວາມບໍ່ດີໃຈຄືແນວນີ້ ທາງທ່ານ Henri Guaino
ທີ່ປຶກສາຂອງທ່ານປະທານາທິບໍດີຊາຣ໌ໂກຊີຈຶ່ງໄດ້ອອກມາກ່າວພຍາຍາມສ້າງຄວາມ
ຜ່ອນຄາຍຕື່ມອີກວ່າ "ການອອກສຽງປະຊາມະຕິໃໝ່ຂອງຊາວໄອຣ໌ແລນດ໌ເປັນພຽງແຕ່
ທາງອອກທາງໜຶ່ງທີ່ສເນີເທົ່ານັ້ນ ແລະຖ້າຈະມີການອອກສຽງປະຊາມະຕິໃໝ່ແທ້ ຂໍ້
ຄວາມໃນສົນທິສັນຍາກໍຈະບໍ່ແມ່ນຂໍ້ຄວາມເກົ່າ 100% ຫາກແຕ່ຈະຕ້ອງມີການດັດແປງ
ແກ້ໄຂໃຫມ່"

ສຣຸບກໍຄືວ່າ ບັນຍາກາດບໍ່ຄ່ອຍຈະເອື້ອອຳນວຍເສັຽແລ້ວສຳລັບການເດີນທາງໄປກຸງ
"ດຸບລິນ" ຂອງທ່ານປະທານາທິບໍດີຝຣັ່ງເສດໃນວັນທີ 21 ກໍຣະກົດ ເວັ້ນເສັຽແຕ່ວ່າ
ທ່ານຊາຣ໌ໂກຊີຈະຮັບຟັງຄວາມຄິດຄວາມເຫັນຂອງຊາວໄອຣ໌ແລນດ໌ເທົ່ານັ້ນ ກໍຕ້ອງ
ຄອຍຕິດຕາມເບິ່ງກັນຕໍ່ໄປອີກ

ປະຕິຮູບການກະເສດແນວໃດ?
ອີກປັນຫາໜຶ່ງທີ່ຝຣັ່ງເສດ ປະທານວຽນຂອງສະຫະພາບເອີຣົບຈະປະເຊີນໜ້າກໍຄື ປັນຫາ
ນະໂຍບາຍຮ່ວມທາງດ້ານການກະເສດ (PAC = Politique agricole commune) ທີ່
ມີປະເທດສະມາຊິກຈຳນວນໜຶ່ງຕ້ອງການປະຕິຮູບຢ່າງລົງເລິກ ດ້ວຍເຫດຜົນທີ່ວ່າສະ
ຫະພາບທຸ້ມງົບປະມານທາງດ້ານການກະເສດນີ້ຫລາຍເກີນໄປໂພດເຖີງ 47% ຂອງງົບ
ປະມານທັງໝົດຂອງສະຫະພາບປະມານ 1000 ລ້ານຢູໂຣ

ກຸ່ມຢາກປະຕິຮູບນີ້ ມີສະຫະຣາຊອານາຈັກຮ່ວມຢູ່ນຳປະເທດໜຶ່ງ ທີ່ເຫັນວ່າສະຫະພາບ
ຄວນທຸ້ມງົບປະມານໄປທາງດ້ານການສຶກສາແລະການຄົ້ນຄວ້າ ທັງນີ້ເພື່ອພັທນາບຸກ
ຄລາກອນໃຫ້ທັນກັບຄວາມກ້າວໜ້າຂອງວິທຍາການສມັຍໃໝ່ຍຸກ HIGH TECH

ແຕ່ຝຣັ່ງເສດ ຊຶ່ງເປັນປະເທດໃຫຍ່ທີ່ສຸດທາງດ້ານການກະເສດໃນສະຫະພາບເອີຣົບ ດັ່ງ
ນັ້ນກະເສຕກອນຊາວຝຣັ່ງເສດຈຶ່ງໄດ້ຮັບເງີນຊ່ວຍເຫລືອຈາກສະຫະພາບຫລາຍກວ່າປະ
ເທດສະມາຊິກອື່ນໆ ຈຶ່ງບໍ່ຕ້ອງການທີ່ຈະໃຫ້ມີການປະຕິຮູບຢ່າງເຖິງຮາກເຖິງເຫງົ້າ

ດັ່ງນັ້ນທ່ານປະທານາທິບໍດີຊາຣ໌ໂກຊີ ໃນຖານະປະທານວຽນສະຫະພາບ ຈຶ່ງມີແຜນຈະ
ສເນີການປະຕິຮູບທີ່ຈຳກັດ ຊຶ່ງອາດຈະໄດ້ຮັບການສັນບສນຸນຈາກສະມາຊິກສະຫະພາບ
ຫລາຍປະເທດ ໂດຍສະເພາະບັນດາປະເທດສະມາຊິກໃໝ່ທີ່ພາກສ່ວນການກະເສດຍັງ
ເປັນຂແນງການທີ່ສຳຄັນຕໍ່ເສຖກິດຂອງປະ ເທດ

ປັນຫາການປະຕິຮູບນະໂຍບາຍຮ່ວມທາງດ້ານການກະເສດນີ້ ຈະເປັນໄປຕາມເປົ້າໝາຍ
ຂອງຝຣັ່ງເສດ ປະທານວຽນຂອງສະຫະພາບເອີຣົບຫລືບໍ່ ກໍຕ້ອງຕິດຕາມເບິ່ງຕໍ່ໄປຄືກັນ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU