ຄົ້ນຫາຂໍ້ມູນ

/ languages

Choisir langue
 

ອະເມຣິກາ: ການລົ້ມລະລາຍ ຂອງທະນາຄານ "L. Brothers"

ຫລັງພາຍຸໃຫຍ່ Ike ບາດນີ້ແມ່ນ ພາຍຸໃຫຍ່ການເງິນ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 15/09/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 16/09/2008 13:37 TU

ນັກຂ່າວກຳລັງຣາຍງານຂ່າວສົດຕໍ່ໜ້າສຳນັກງານໃຫຍ່ທະນາຄານ "Lehman Brothers" ທີ່ກຸງ
ນິວຢອຣ໌ກ (ພາບ: Reuters)

ນັກຂ່າວກຳລັງຣາຍງານຂ່າວສົດຕໍ່ໜ້າສຳນັກງານໃຫຍ່ທະນາຄານ "Lehman Brothers" ທີ່ກຸງ ນິວຢອຣ໌ກ (ພາບ: Reuters)

ພາຍຸໃຫຍ່ສອງລູກພັດກະໜໍ່າທຳລາຍຮິ່ມຝັ່ງທະເລຂອງສະຫະຣັດອະເມຣິກາ
ເມື່ອທ້າຍສັປດາທີ່ຜ່ານມາ ລູກໜຶ່ງພັດກະໜໍ່າຣັດເທັກຊັສ ແຕ່ອີກລູກໜຶ່ງແມ່ນ
ພາຍຸໃຫຍ່ການເງິນທີ່ໂຫມພັດກະໜໍ່າທຳລາຍບັນດາທະນາຄານການຄ້າຣະດັບ
ໂລກແຖວຖນົນ "Wall Street" ແຫ່ງກຸງນິວຢອຣ໌ກ ຈົນເປັນເຫດໃຫ້ທະນາ
ຄານທຸຣະກິດການຄ້າອັນດັບທີສີ່ຂອງສະຫະຣັດອະເມຣິກາ ຄືທະນາຄານ
"Lehman Brothers" ຕ້ອງປະກາດລົ້ມລະລາຍໃນວັນຈັນນີ້ (15 ກັນຍາ)
ຫລັງຈາກຂາດທຶນເຖິງ 3900 ລ້ານດອລລາຣ໌ ເມື່ອໄຕຣມາດທີສາມຂອງປີ
2008 ນີ້

ຕລອດຣະຍະເວລາໜຶ່ງປີຜ່ານມາ ຣາຄາຮຸ້ນຂອງ "Lehman Brothers"
ໃນຕລາດຮຸ້ນ "Wall Street" ຂອງກຸງ NY ກໍໄດ້ຕົກລົງຈາກກວ່າ 58
ດອລລາຣ໌ ເຫລືອພຽງ 3 ດອລລາຣ໌ 65 ເຊັນຕ໌ ເທົ່ານັ້ນ ເມື່ອວັນສຸກທີ່
ຜ່ານມາ

ສຖານະການການເງິນທີ່ປັ່ນປ່ວນໃນສະຫະຣັດອະເມຣິກາເຮັດໃຫ້ ດັຊນີຕລາດ
ຮຸ້ນໂລກ ດິ່ງພະສຸທາໄປຕາມໆກັນ ໃນຂນະທີ່ຄ່າຂອງເງິນດອລລາຣ໌ກໍຕົກຕໍ່າ
ລົງອີກ

ການເຈຣະຈາຂາຍກິຈການລົ້ມແຫລວ
ກ່ອນທີ່ທະນາຄານ "Lehman Brothers" ຈະຕັດສິນໃຈອອກຖແລງການປະກາດລົ້ມ
ລະລາຍໃນມື້ນີ້ (ຈັນ 15 ກັນຍາ) ໄດ້ມີການພຍາຍາມເຈຣະຈາເພື່ອຊື້ຕໍ່ກິຈການຂອງ
"Lehman Brothers" ມາແລ້ວຕລອດທ້າຍສັປດາ ໂດຍ "Bank of America"
ເປັນຜູ້ເຈຣະຈາຂໍຊື້ກ່ອນ ຕິດຕາມດ້ວຍທະນາຄານ "Barclays" ທີ່ໜ້າເຊື່ອຖືທີ່ສຸດ
ຂອງ "ສະຫະຣາຊອານາຈັກ" (ອັງກິດ)

ແຕ່ການເຈຣະຈາກໍປະສົບກັບຄວາມລົ້ມແຫລວ ທັງສອງທະນາຄານ "Bank of
America" ແລະ "Barclays" ຕ້ອງຖອນຕົວຈາກການເຈຣະຈາໃນທີ່ສຸດ ທັງນີ້
ເພາະທັງສອງທະນາຄານຕ້ອງການໃຫ້ທະນາຄານກາງ "Federal Reserve"
(FED) ຍື່ນມືເຂົ້າຊ່ວຍເຫລືອ ແຕ່ຝ່າຍຫລັງນີ້ປະຕິເສດ ຈຶ່ງໄດ້ນຳໄປສູ່ການຕັດສິນ
ໃຈປະກາດເປັນຜູ້ລົ້ມລະລາຍດັ່ງກ່າວຂອງ "Lehman Brothers"

ເປັນຫຍັງ "FED" ຈຶ່ງປະຕິເສດ?
ເມື່ອເດືອນມີນາ ປີ 2008 ນີ້ "FED" ໄດ້ເຄີຍຕັດສິນໃຈອະນຸມັດເງິນກູ້ໃຫ້ທະນາຄານ
"JP Morgan" ມາແລ້ວຈຳນວນ 30 ພັນລ້ານດອລລາຣ໌ ເພື່ອໃຫ້ທະນາຄານນີ້ສາ
ມາດຊື້ເອົາກິຈການຂອງທະນາຄານ "Bear Stearns" ທີ່ຢູ່ໃນຖານະສິ້ນຫວັງແລ້ວ
ແລະເມື່ອໜຶ່ງສັປດາທີ່ຜ່ານມາ "FED" ກໍຍັງໄດ້ຕັດສິນໃຈຊື້ເອົາກິຈການທັງໝົດຂອງ
"Freddie Mac" ແລະ "Fannie Mae" ເວົ້າອີກຢ່າງໜຶ່ງກໍຄືຊື້ເອົາມາເປັນຂອງຣັດ
ທັງໝົດນັ້ນເອງ

ແຕ່ມາເທື່ອນີ້ "FED" ຕັດສິນໃຈເດັດດ່ຽວ ປະຕິເສດການຍື່ນມືເຂົ້າຊ່ວຍ ທັງນີ້ເພາະ
ບໍ່ຕ້ອງການໃຫ້ຊາວອະເມຣິກັນຜູ້ເສັຽພາສີ ຕ້ອງເຂົ້າຮັບແບກພາຣະຂອງທະນາຄານ
ທີ່ປະໝາດເຫລິນເລີ້ແລະຂາດ ຄວາມຣະມັດຣະວັງ ທັງໆທີ່ວ່າ "Lehman Brothers"
ເປັນທະນາຄານທີ່ເກົ່າແກ່ ຖືກຳເນີດມາຕັ້ງ ແຕ່ປີ ຄ.ສ. 1850 ແລະມີພະນັກງານເຖິງ
27000 ຄົນກ່ອນການລົ້ມລະລາຍ

ນອກຈາກນີ້ອີກ "FED" ກໍບໍ່ຢູ່ໃນຖານະທີ່ຈະຍື່ນມືເຂົ້າຊ່ວຍທຸກທະນາຄານຂອງປະເທດ
ທີ່ມີປັນຫາໄດ້ ໂດຍບໍ່ກະທົບກະເທືອນຕໍ່ຖານະຄວາມໜ້າເຊື່ອຖືຂອງຕົນເອງ ໂດຍສະ
ເພາະ "FED" ເອງໄດ້ໃຊ້ຄວາມໜ້າເຊື່ອຖືຂອງຕົນກູ້ຍືມເງິນຈາກຕ່າງປະເທດ ໂດຍ
ສະເພາະຈາກທະວີບເອເຊັຽ ເພື່ອຄໍ້າຊູການຂາດດຸນງົບປະມານຂອງຣັຖບານກາງ

ໃນຂນະດຽວກັນ ການປ່ອຍໃຫ້ "Lehman Brothers" ລົ້ມລະລາຍ ກໍມີອັຕຣາການສ່ຽງ
ທີ່ສູງເຊັ່ນດຽວກັນ ທັງນີ້ເພາະຣະບົບການເງິນໂລກດຽວນີ້ແມ່ນຣະບົບ "ໂລກາພິວັດ" ຈຶ່ງ
ຍັງບໍ່ທັນມີໃຜຮູ້ຢ່າງແນ່ນອນວ່າການລົ້ມລະລາຍຂອງ "Lehman Brothers" ຈະມີຜົນ
ເຮັດໃຫ້ເກີດປາກົດການ "ໂດມີໂນ" ຕິດຕໍ່ໜໍ່ເນືອງໄປຫາທະນາຄານອື່ນໆ ທັງໃນອະເມຣິ
ກາແລະໃນປະເທດອື່ນໆທົ່ວໂລກອີກຈັກທະນາຄານ

Bank of America ຊື້ກິຈການຂອງ "Merrill Lynch"
ຫລັງຈາກທີ່ລົ້ມແຫລວໃນການເຈຣະຈາຊື້ກິຈການຂອງ "Lehman Brothers" ແລ້ວ
"Bank of America" ໄດ້ຕັດສິນໃຈຊື້ເອົາກິຈການຂອງທະນາຄານນາມກະເດື່ອງ
ແລະເປັນຄູ່ແຂ່ງຂອງ "Lehman Brothers" ນຳດ້ວຍ ຄືທະນາຄານ "Merrill Lynch"
ແທນທີ່ ເປັນຈຳນວນເງິນ 50 ພັນລ້ານດອລລາຣ໌ ທັງນີ້ຫລັງຈາກທີ່ "Merrill Lynch"
ໄດ້ຂາດທຶນເຖິງ 57 ພັນລ້ານດອລລາຣ໌ ຕັ້ງແຕ່ເກີດວິກິຕການ Subprime ເມື່ອຕົ້ນປີ
2007 ເປັນຕົ້ນມາ

ສິ່ງທີ່ "FED" ພໍຊ່ວຍໄດ້
ການປະກາດລົ້ມລະລາຍຂອງທະນາຄານ "Lehman Brothers" ນີ້ ມີຂຶ້ນໃນຂນະທີ່ທະ
ນາຄານກາງ (FED) ໄດ້ຕັດສິນໃຈອະນຸມັດການກູ້ຢືມໃຫ້ແກ່ບັນດາທະນາຄານອື່ນໆທີ່ມີ
ປັນຫາ ແຕ່ "FED" ຕີຣາຄາວ່າ "ພໍເຂົ້າຊ່ວຍໄດ້" ໂດຍຍອມສ່ຽງຮັບ ໃຫ້ບັນດາທະນາ
ຄານເຫລົ່ານີ້ນຳເອົາ "ຮຸ້ນເນົ່າ" ຂອງຕົນ ມາວາງເປັນຫລັກປະກັນ

ອີກປະການໜຶ່ງ ບັນດາທະນາຄານອະເມຣິກັນອີກ 10 ທະນາຄານທີ່ຖານະດີ ກໍປະກາດ
ກະກຽມຫ້າງຫາເງິນທຶນສຳຮອງເອົາໄວ້ເປັນຈຳນວນ 70 ພັນລ້ານດອລລາຣ໌ ເງິນທຶນ
ສຳຮອງດັ່ງກ່າວຈະຖືກນຳອອກໃຊ້ໃນກໍຣະນີທີ່ເງິນສົດຂອງທະນາຄານອື່ນໆຫາກ
ຫລ້ອຍຫລໍລົງ

"ເຫດການແນວນີ້ ສາມາດເກີດຂຶ້ນໄດ້ 50 ປີຄັ້ງໜຶ່ງ ຫລື 100 ປີຄັ້ງໜຶ່ງ ແຕ່ ຂພຈ
ເຊື່ອວ່າບໍ່ເຄີຍເຫັນທີ່ໜັກໜ່ວງເທົ່າກັບຄັ້ງນີ້ຈັກເທື່ອ" ນີ້ແມ່ນການສແດງທັສນະຂອງ
ທ່ານອາລັນ ກຣິນສແປນ (Alan Greenspan) ອດີດຜູ້ວ່າການ "FED"

ຜົນກະທົບຕໍ່ດັສນີຕລາດຮຸ້ນໂລກ
ສຖານະການຄວາມປັ່ນປ່ວນຂອງຕລາດການເງິນຂອງສະຫະຣັດອະເມຣິກາດັ່ງກ່າວ
ໄດ້ເຮັດໃຫ້ດັນີຕລາດຮຸ້ນຂອງເອເຊັຽແລະຢຸໂຣບຕົກຕໍ່າໄປຕາມໆກັນ

ເມື່ອຕອນເປີດຕລາດເຊົ້າມື້ນີ້ (ຈັນ 15 ກັນຍາ) ທີ່ປາຣີສ ດັສນີ CAC 40 ຕົກລົງ
4.32%, ລອນດອນຕົກ 3.47%, ແຟຣງເຟີດ ຕົກ 3.35%

ທີ່ທະວີບເອເຊັຽເມື່ອຕອນປິດຕລາດ ໃຕ້ຫວັນດິ່ງ 4.09%, ສີງຄະໂປ ດິ່ງ 3.27%,
ບອມເບ ດິ່ງ 5.19%.....ສ່ວນຕລາດຮຸ້ນ ໂຕກຽວ ຮ່ອງກົງ ຊຽງໄຮ້ ແລະ ເຊອູລ ປິດ
ໃນມື້ນີ້ ອັນເນື່ອງມາຈາກເປັນ ວັນພັກເທສການທາງສາສນາ

ໃນຂນະດຽວກັນຄ່າຂອງເງິນດອລລາຣ໌ ກໍຕົກລົງອີກຄັ້ງໃໝ່ ໃນຕລາດການແລກປ່ຽນ
ທີ່ສິງຄະໂປ 1 ດອລລາຣ໌ ແລກໄດ້ພຽງ 69 ເຊັນຕ໌ຢູໂຣເທົ່ານັ້ນ ຕົກຈາກ 70 ເຊັນຕ໌
ຢູໂຣ ເມື່ອວັນສຸກຜ່ານມາ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU