ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສັປດາຂອງມໍລະດົກ / ເອີຣົບ

ສຖານທີ່ສຳຄັນ ໄຂໃຫ້ ສາທາຣະນະຊົນ ຊົມສຳລັບ ວັນມໍລະດົກ

ໂດຍ  ສິຣິ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 20/09/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 20/09/2008 12:51 TU

ຫໍໄອແຟລ ມໍລະດົກຂອງປະເທດຝຣັ່ງ
ທີ່ໄດ້ດືງດູດໃຈໃຫ້ຄົນທົ່ວໂລກມາຊົມ
ຮູບ / ໂຟໂຕ້ລິອ່າ

ຫໍໄອແຟລ ມໍລະດົກຂອງປະເທດຝຣັ່ງ ທີ່ໄດ້ດືງດູດໃຈໃຫ້ຄົນທົ່ວໂລກມາຊົມ ຮູບ / ໂຟໂຕ້ລິອ່າ

ກະຊວງວັທນະທັມ ແລະປະຊາສຳພັນ ກໍໄດ້ຣົນນະຣົງເຊີນຊວນໃຫ້ໄປຊົມກັນ ຢ່າງໃຫຍ່ໃນ ວັນທ້າຍສັປດານີ້ຊື່ງເພີ່ນ ໄດ້ກຳໜົດ ປີທີ່ 25 ນີ້ ໃຫ້ ເປັນການ ເຊື່ອມໂຍງ ມໍລະດົກ ແລະ ການສ້າງ ຄິດປະດິດສ້າງ ດັ່ງນັ້ນ ປີນີ້ຈື່ງໄດ້ ມີ ການ ໄຂໃຫ້ ສາທາຣະນະຊົນໄດ້ ຊົມ ສຳລັບ ວັນມໍລະດົກນີ້ ໂດຍທາງການ ໄຂສຖານທີ່ສຳຄັນໃຫ້ໄດ້ຊົມກັນ ເປັນ ເຖີງ 15 000 ແຫ່ງ

ນັບແຕ່ປີ 1984 ເປັນຕົ້ນມາປະຊາຊົນຝຣັ່ງເປັນເຖີງ ກວ່າ 12 ລ້ານຄົນຕ່າງພາ
ກັນປະກອບສ່ວນຢ່າງດີ ແລະ ມີຄວາມສົນໃຈ ຢາກຄົ້ນຫາ ຊອກຮູ້ ຊອກເຫັນທີ່ສຸດ
ໃນ ຄວາມຮູ້ ທາງ ດ້ານ ສາສນາ ວັນນະກັມ ທະຫານ ຮູບປັ້ນ ສະຖາ ປັຕະຍະກັມ
ອຸດສາຫະກັມ ສາທາຣະນະ ສວນອຸທະຍານ ສວນສາທາຣະນະ ຜາສາທຣາຊວັງ
ແລະ ອື່ນໆ ໃນປີ 1999 ແນວຄິດອັນດັ້ງເດີມ ລິເລີ່ມໄປຈາກປະເທດຝຣັ່ງນີ້ກໍແຜ່
ຂຍາຍໄປ

ນັບແຕ່ປີ 1984 ປະຊາຊົນຝຣັ່ງ ປະກອບສ່ວນ ສັປດາ ແຫ່ງ ມໍລະດົກ ໂດຍໄດ້ ມີ
ຈຳນວນຄົນໄປຂົມຫລາຍສະຖານທີ່ ອັນໄດ້ສແດງໃຫ້ເຫັນເຖີງ ຄວາມອຸດົມສົມ
ບູນຂອງ ມໍລະດົກຝຣັ່ງ ທາງດ້ານ ປູສະນິຍະສຖານ ທົ່ວ ເອີຣົບ

ດັ່ງນັ້ນ  ວັນຂອງມໍລະດົກ ຈື່ງກ້າວໄກສູ່ຣັສມີກ້ວາງເອີຣົບ ປີທີ່ 25 ຂອງວັນສຳ
ຄັນ ນີ້ ມັນກໍ ພ້ອງກັບ ການເປັນ ປະທານວຽນ ຂອງ ສະຫະພາບ ເອີຣົບ ຂອງປະ
ເທດຝຣັ່ງ

ແລະ ຫົວຂໍ້ຂອງປີນີ້ມັນກໍແມ່ນ ‘’ ມໍລະດົກ ແລະການສ້າງສັນ ‘’ ເປັນ 2 ຈຸດໃຫຍ່
ທີ່ເປັນເປົ້າໝາຍຊື່ງໃນໂອກາດ 2 ມື້ນີ້ ຄື ວັນທີ່ 20 ແລະ 21 ກັນຍາ 2008 ນັ້ນ
ໃຫ້ເປັນທີ່ອຳນວຍໃຫ້ ມີການສ້າງສັນ ຄວາມຮູ້ສືກທາງດ້ານສິລປະ ວັທະນະທັມ
ອັນຫລາກຫລາຍ ທຸກຣົສ ທຸກແບບ ພ້ອມດ້ວຍ ການເຊື່ອມໂຍງໄປ ຫາ ແນວຄິດ
ປະດິດສ້າງ ຂອງ ສະຖາປັຕະຍະກັມຍຸກໃຫມ່ນຳດ້ວຍ

ຫໍໄອແຟລ ທີ່ກຸງ ປາຣີສ
ຮູບ /ໂຟໂຕ້ລິອ່າ

ຫໍໄອແຟລ ທີ່ກຸງ ປາຣີສ ຮູບ /ໂຟໂຕ້ລິອ່າ

 ຫໍໄອແຟລ Tour Eiffel ຖືກສ້າງ ໃນປີ 1889 ຕາມຊື່ຂອງສະຖາປະນິກຜູ່ອອກ ແບບ Gustave Eiffelເປັນໂຄງສ້າງເຫລັກຕັ້ງຢູ່ທີ່ ຊັງ ເດີ ມາກ ກຸງ ປາຣີສ .ເພີ່ນໃຊ້ເຫລັກທັງໝົດ 10 000 ໂຕນ ແລະ ມີຂັ້ນໃດ 1665 ຂັ້ນ
ຫໍນີ້ມີຄວາມສູງ 324 ແມຕ ອັນມັນສູງເທົ່າກັບຄວາມສູງຂອງຕຶກ 81 ຊັ້ນ ຈຸດປະ ສົງຂອງການສ້າງຫໍ ໄອແຟລນີ້ ກໍ ແມ່ນ ຕ້ອງການສ້າງປະຕູ ໂຄງທາງເຂົ້າງານ ມະຫະກັມ Exposition Universelle 1889 ເພື່ອ ສລອງການປະຕິວັດ ຝຣັ່ງ ທີ່ໄດ້ວຽນຄົບຮອບມາ ໑໐໐ ປີ

ວັງ Elysée ທຳນຽມປະທານາບໍດີຂອງ
ປະເທດຝຣັ່ງ     ຮູບ / ໂຟໂຕ້ລິອ່າ

ວັງ Elysée ທຳນຽມປະທານາບໍດີຂອງ ປະເທດຝຣັ່ງ ຮູບ / ໂຟໂຕ້ລິອ່າ

Palais de L'Elysée ເປັນ ທຳນຽບປະທານາທິບໍດີຝຣັ່ງ ໃນຂນະນີ້ ຊື່ງມີຄວາມ ເປັນມາວ່າແມ່ນ ສະຖາປານິກທີ່ມີຊື່ວ່າ Armand Claude Mollet ຊື່ງເມືອ່ໄດ້ຕົກ ແຕ່ງແປງງາມແລ້ວ ກໍຂາຍໃຫ້ ເຊື້ອເຈົ້າຜູ່ນື່ງຄື Comte d'Evreux ຕໍ່ມາ ພຣະ ເຈົ້າແຜ່ນດີນ ຫລູຍ ທີ່ 15 ກໍ ຊື້ເອົາ ວັງຫລັງນີ້ ເພື່ອໃຫ້ເປັນທີ່ພັກພີງ ຂອງ La Marquise de Pompadour ນາງສນົມຜູ່ມັດໃຈ ພຣະອົງຜູ່ນື່ງ

ປີ 1853 Napoléon III ໄດ້ສັ່ງໃຫ້ມີການປ່ຽນແປງຈາກສະຖາປານິກຄົນໃຫມ່ ຄື JosephEugène Lacroix
ປີ 1873 ວັງ ຫລັງນີ້ກໍກາຍເປັນ ທຳນຽບຂອງ ປະທານາທິບໍດີຝຣັ່ງຕັ້ງແຕ່ນັ້ນມາ

ສຳນັກງານໃຫຍ່ ວຸທິສະພາ ຮູບ / ໂຟໂຕ້ລິອ່າ

ສຳນັກງານໃຫຍ່ ວຸທິສະພາ ຮູບ / ໂຟໂຕ້ລິອ່າ

Palais de Luxembourg ເປັນສຳນັການໃຫຍ່ຂອງ ວຸທິສະພາ ຫລື ສະພາສູງ ຂອງຝຣັ່ງ ຢູ່ ປາຣີສ ທີ່ ໖ ຖືກສ້າງໃນສັຕວັດ  ໑໖ ສະຖາປະນິກ ອອກແບບສ້າງ ໄດ້ແກ່ ຊາໂລ່ມົ໋ງເດີ ບໂຣສ ແລະ ເນື້ອທີ່ຂອງ ຜາສາດຫລັງນີ້ ມີ 25 ha

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU