ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດວຽດນາມ / ຊົນກ່າໂຕລິກ

ຊົນກ່າໂຕລິກ ສືບຕໍ່ທ້າທາຍ ທາງການ

ໂດຍ  ສິຣິ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 21/09/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 21/09/2008 13:04 TU

ໂບດ St Joseph ທີ່ກຸງ ຮ່າໂນຍ
ໃກ້ບໍຣິເວນທີ່ໄດ້ມີການປະທ້ວງ
ຮູບ / ວີກີເປ້ດິອ່າ

ໂບດ St Joseph ທີ່ກຸງ ຮ່າໂນຍ ໃກ້ບໍຣິເວນທີ່ໄດ້ມີການປະທ້ວງ ຮູບ / ວີກີເປ້ດິອ່າ

ຊົນກ່າໂຕລິກ ສືບຕໍ່ ທ້າທາຍທາງການ
ວຽດນາມເຫັນ ໄດ້ວ່າ ທັງ ສອງຝ່າຍ
ຕ່າງບໍ່ຍອມອ່ອນຂໍ້ໃຫ້ ກັນແລະກັນແລະ
ຊົນກ່າໂຕລິກ ກໍ ຮ່ວມກຸ່ມ ຊຸມນຸມອີກທຳ
ການ ໄຫ້ວ ອ້ອນວອນ ສູດພອນ ຕໍ່ໜ້າ
ເຈົ້າໜ້າທີ່ໆທຳການສກັດກັ້ນບໍ່ໃຫ້ເຂົ້າ
ໄປໃກ້ທີ່ດີນ ທີ່ ເຄີຍເປັນ ຂອງໂບດກ່າ
ໂຕລິກ ມາກ່ອນ
ທ້າຍສປັດານີ້ ຊົນກ່າໂຕລິກ ທີ່ກຸງ ຮ່າໂນຍ ກໍ ໄດ້ສືບຕໍ່ ທຳການສູດພອນ
ແລະ ຜເຊີນໜ້າກັບເຈົ້ານ້າທີ່ໆໄດ້ທຳການຮັກສາຕອນດີນທີ່ເຄີຍຢູ່ໃນ
ຄວາມຄອບຄອງ ຂອງໂບດກ່າໂຕລິກມາກ່ອນ

ອົງການ ນັກຂ່າວໄຮ້ພົມແດນ ຫລື  Reporters sans frontières ໄດ້
ເຜີຍວ່າ ມີ ນັກຂ່າວ ຈາກ ສຳນັກງານ AP , Ben Stocking ,ໄດ້ຖືກ ທຳຮ້າຍຮ່າງກາຍໄປ ໃນຂນະຕິດຕາມເຫດການອັນນີ້ ໂດຍ Ben ໄດ້ຖືກ
ກຳ ປັ້ນແລະເຈົ້າໜ້າທີ່ໄດ້ເອົາ ກ້ອງຖ່າຍຮູບຟາດຫົວລາວຈົນໄດ້ຕ້ອງ
ຖືກຫຍິຍ ໔ ເຂັມ
 ຣັຖບານວຽດນາມປະຕິເສດການທຳຮ້າຍຮ່າງກາຍ ແລະບໍ່ເປັນຄວາມ
ຈີງແລະ ກໍໄດ້ ອ້າງວ່າ ນັກຂ່າວຄົນນີ້ ລະເມີດ ກົດໝາຍ ຂອງວຽດນາມ ໂດຍໄດ້ໄປຖ່າຍຮູບເຂດຫວງ ຫ້າມຂອງທາງການ

ດີນຕອນນີ້ໄດ້ຖືກ ປະຖີ້ມມາແລ້ວ ຫລັງຈາກເຂດເໜືອຂອງປະເທດໄດ້
ຖືກຣະບອບ ຄອມມູຍນີສມາຄອບຄອງຕັ້ງແຕ່ປີ 1954ແລະດີນຕອນດັ່ງ
ກ່າວ ກໍແມ່ນຢູ່ ໃຈກາງ ຂອງເມືອງຫລວງ ຂອງ ວຽດນາມ ໃນ ວັນສຸກ
ຜ່ານມາ ເມື່ອໄດ້ມີ ການເລີ່ມຈະສ້າງກໍ່ ບູຣະນະດີນດັ່ງກ່າວເພື່ອຈະ
ສ້າງ ໃຫ້ເປັນສວນສາທາຣະນະ

ຊົນກ່າໂຕລິກກໍພາກັນຊຸມນຸມກັນຕໍ່ໜ້າດີນຕອນນີ້ ຄຸນພໍ່ອະທິການໃຫຍ່ປະ
ຈຳກຸງ ຮ່າໂນຍ Mgr Ngo Quang Kiet ໄດ້ກ່າວວ່າຈະ ບໍ່ຍອມຖອຍ
ເລີຍ

ກ່ຽວເຣື້ອງນີ້ ສຖານທູດອະເມຣິກັນປະຈຳເມືອງຫລວງ ຂອງວຽດນາມ ໄດ້ຂໍໃຫ້ທາງການໃຫ້ຄວາມ ກະຈ່າງແຈ້ງຕື່ມກ່ຽວເຣື້ອງນີ້

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU