ຄົ້ນຫາຂໍ້ມູນ

/ languages

Choisir langue
 

ວິກິຕການ ການເງິນໂລກ: "Morgan Stanley" ໂຈ໊ະເຈຣະຈາ ເພື່ອຮວມກັນ ກັບ "Wachovia"

ເພື່ອຮັບຄວາມຊ່ວຍເຫລືອ ຈາກຣັຖບານກາງ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 22/09/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 24/09/2008 07:25 TU

ສຳນັກງານໃຫຍ່ທະນາຄານ "Morgan Stanley" ທີ່ກຸງນິວຢອຣ໌ກ (ພາບ: Reuters)

ສຳນັກງານໃຫຍ່ທະນາຄານ "Morgan Stanley" ທີ່ກຸງນິວຢອຣ໌ກ (ພາບ: Reuters)

ທະນາຄານອະເມຣິກັນ "Morgan Stanley" ໄດ້ໂຈ໊ະການເຈຣະຈາ ເພື່ອຮວມ
ເຂົ້າກັນກັບທະນາຄານ "Wachovia" ເອົາໄວ້ຢ່າງບໍ່ມີກຳໜົດ ຕາມການເຜີຍ
ຂອງ Website ຂອງຣາຍວັນເສຖກິດ "The Financial Times" ທີ່ຢໍ້າອີກ
ວ່າ ກ່ອນໜ້ານີ້ "Morgan Stanley" ແລະ "Goldman Sachs" ໄດ້ຮັບອະ
ນຸຍາດຈາກທະນາຄານກາງ "Federal Reserve" ໃຫ້ລົດລົດຖານະລົງຈາກ
"ທະນາຄານທຸຣະກິດ" ມາເປັນພຽງທະນາຄານ "Holding" ໂດຍຖານະດັ່ງ
ກ່າວ ທັງ "Morgan Stanley" ແລະ "Goldman Sachs" ກໍຈະໄດ້ຮັບ
ຄວາມສະດວກໃນການກູ້ຢືມເງິນທຶນຈາກທະນາຄານກາງ ເພື່ອນຳມາໝຸນ
ຫລັງຈາກທີ່ໄດ້ປະສົບກັບປັນຫາ ການຂາດເງິນສົດແລະຕົກຢູ່ໃນຖານະຄອນ
ແຄນ

ການທີ່ຈະໄດ້ຮັບຄວາມສດວກໃນການກູ້ຢືມເງິນທຶນຈາກທະນາຄານກາງ "FED" ນີ້ເອງ
ຈຶ່ງທຳໃຫ້ ການເຈຣະຈາຣະຫວ່າງ "Morgan Stanley" ແລະ "Wachovia" ທີ່ເລີ້ມ
ມາຕັ້ງແຕ່ສັປດາທີ່ແລ້ວ ເພື່ອການຮວມເຂົ້າກັນ ບໍ່ມີຄວາມຈຳເປັນອີກຕໍ່ໄປ

ເມື່ອອາທິດທີ່ແລ້ວ ຣັຖບານອະເມຣິກັນໄດ້ອະນຸມັດງົບປະມານກ້ອນໃຫຍ່ເຖິງ 7 ແສນ
ລ້ານດອລລາຣ໌ ໂດຍຈະນຳເອົາໄປຊື້ "ຮຸ້ນເນົ່າ" ທັງໝົດຂອງບັນດາທະນາຄານຕ່າງໆ
ທີ່ຂາດທຶນຍ່ອຍຍັບຍ້ອນ ການລົງທຶນໃນອະສັງຫາຣິມະຊັບ "Subprime" ນັ້ນເອງ

ທັງນີ້ເພື່ອເປັນການປ້ອງກັນບໍ່ໃຫ້ວິກິຕການ ຕລາດຮຸ້ນ Wall Street ຂອງກຸງນິວຢອຣ໌ກ
ລຸກລາມໃຫຍ່ໂຕໄປທົ່ວໂລກ

ອີກປະການໜຶ່ງ ຣາຍວັນເສຖກິດ The Financial Times ຍັງເຜີຍອີກວ່າ ທະນາຄານ
"CIC" China Investment Corporation ຂອງ ສປ ຈີນ ກໍກຳລັງດຳເນີນການເຈຣະ
ຈາກັບ "Morgan Stanley" ເພື່ອເຂົ້າຖືຮຸ້ນຂອງ "Morgan Stanley" ໃນຣະດັບ 49%

ນອກຈາກນີ້ ສຳນັກຂ່າວ Reuters ກໍໄດ້ເຜີຍໃຫ້ຮູ້ວ່າ ທະນາຄານຍີ່ປຸ່ນ "ໂນມູຣະ" ປະ
ເພດ Holding ກໍກຳລັງດຳເນີນການເພື່ອເຂົ້າຊື້ຮຸ້ນໃນຢຸໂຣບແລະເອເຊັຽຂອງທະນາ
ຄານອະມຣິກັນ "Lehman Brothers" ໃນຂນະທີ່ Samsung Securities ກໍກຳລັງ
ວິ້ງເຕັ້ນເພື່ອເຂົ້າຄວບຄຸມກິຈ ການຂອງ "Lehman Brothers" ໃນທະວີບເອເຊັຽ
ເຊັ່ນດຽວກັນ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU