ຄົ້ນຫາຂໍ້ມູນ

/ languages

Choisir langue
 

ວິກິຕການ ການເງິນໂລກ

GWB ອ້ອນວອນ ຂໍການສນັບສນຸນ ຈາກຣັຖສະພາ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 25/09/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 25/09/2008 14:30 TU

"ພວກເຮົາກຳລັງຢູ່ໃນຖ້າມກາງວິກິຕການການເງິນທີ່ຮ້າຍແຮງທີ່ສຸດ ແລະຣະບົບເສຖກິດຂອງ
ພວກເຮົາກໍກຳລັງຕົກຢູ່ໃນອັນຕຣາຍ" ທ່ານປະທານາທິບໍດີອະເມຣິກັນໄດ້ກ່າວທາງໂທຣະທັດ
ເຖິງຊາວອະເມຣິກັນທົ່ວປະເທດ ເພື່ອຮຽກຮ້ອງການສນັບສນຸນແຜນກອບກູ້ 700 ຕື້ດອລລາຣ໌
ທີ່ກຳລັງຢູ່ໃນການພິຈາຣະນາຂອງຣັຖສະພາ (ພາບ: Reuters)

"ພວກເຮົາກຳລັງຢູ່ໃນຖ້າມກາງວິກິຕການການເງິນທີ່ຮ້າຍແຮງທີ່ສຸດ ແລະຣະບົບເສຖກິດຂອງ ພວກເຮົາກໍກຳລັງຕົກຢູ່ໃນອັນຕຣາຍ" ທ່ານປະທານາທິບໍດີອະເມຣິກັນໄດ້ກ່າວທາງໂທຣະທັດ ເຖິງຊາວອະເມຣິກັນທົ່ວປະເທດ ເພື່ອຮຽກຮ້ອງການສນັບສນຸນແຜນກອບກູ້ 700 ຕື້ດອລລາຣ໌ ທີ່ກຳລັງຢູ່ໃນການພິຈາຣະນາຂອງຣັຖສະພາ (ພາບ: Reuters)

ປະທານາທິບໍດີອະເມຣິກັນ GWB ພຍາຍາມເຕັມທີ່ ທີ່ຈະຜັກດັນຮ່າງກົດໝາຍ
ວ່າດ້ວຍການອອກງົບ ປະມານ 700 ຕື້ດອລລາຣ໌ (700 000 ລ້ານດອລ
ລາຣ໌) ເພື່ອກູ້ຖານະຣະບົບການເງິນຂອງປະເທດ ຊຶ່ງກຳລັງປະສົບກັບວິກິຕການ
ຮ້າຍແຮງທີ່ສຸດບໍ່ເຄີຍມີມາກ່ອນໃນປວັດສາດ ຮ້າຍແຮງກວ່າປີ 1929 ຊຶ່ງຮ່າງ
ກົດໝາຍດັ່ງກ່າວກຳລັງຢູ່ໃນການພິຈາຣະນາຂອງຣັຖສະພາ

ຕໍ່ໜ້າການຂຶ້ນສຽງຂອງບັນດາສະມາຊິກຣັຖສະພາ ທັງຂອງພັກຣີພັບບລິກກັນ
ແລະພັກດີໂມແຄຣຕ ທ່ານປະທານາທິບໍດີ ຢອຣ໌ຊ ດັບເບີ້ລຢູ ບຸຊ ໄດ້ກ່າວ
ຜ່ານໂທຣະທັດເມື່ອຄືນຜ່ານມາ (ພຸດ 24 ກັນຍາ) ຮຽກຮ້ອງວົງການການ
ເມືອງທຸກພັກທຸກຝ່າຍໃຫ້ສາມັກຄີກັນ ເພື່ອໃຫ້ການສນັບສນຸນຕໍ່ແຜນການນີ້ ຊຶ່ງ
ຈະບໍ່ຊ່ວຍສະເພາະຣະບົບການເງິນຂອງສະຫະຣັດອະເມຣິກາເທົ່ານັ້ນ ແຕ່ຍັງຈະ
ເປັນການຊ່ວຍຣະບົບການເງິນຂອງໂລກນຳດ້ວຍ ຂໍເຊີນທ່ານຄລິກລຸ່ມນີ້ເພື່ອຮັບ
ຟັງຂ່າວຣາຍລະອຽດໂດຍ: ໄຊຊະນະ ທານາດາບຸຕຣ໌

t4_250908

25/09/2008

 

Hedge fund ຄືພວກສ້າງຄວາມປັ່ນປ່ວນ
ໃນບົດສັມພາດທີ່ຄົບຖ້ວນ ທ່ານນິກອນ ພັນກອງສີ ອດີດນັກທະນາຄານລາວ ແລະຊ່ຽວ
ຊານເສຖກິດໂລກ ຍັງໄດ້ອະທິບາຍເຖິງບົດບາດຂອງນັກສແວງກຳໄລ (Spécula-
teurs ຫລື Hedge fund) ທີ່ເປັນຕົວການໃຫຍ່ທຳໃຫ້ເກີດວິກິຕການໃນຄັ້ງນີ້ ວ່າແມ່ນ
ພວກນຳເງິນສົກປົກຜິດກົດໝາຍເຂົ້າມາສ້າງຄວາມປັ່ນປ່ວນໄດ້ຢ່າງຖືກຕ້ອງຕາມກົດ
ໝາຍ ເຊີນທ່ານຄລິກລຸ່ມນີ້ເພື່ອຮັບຟັງການໃຫ້ສຳພາດທີ່ຄົບຖ້ວນຂອງອດີດນັກທະນາ
ຄານລາວ

mag_economie_250908

25/09/2008

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU