ຄົ້ນຫາຂໍ້ມູນ

/ languages

Choisir langue
 

ວິກິຕການ ການເງິນໂລກ ແຜ່ລາມ ເຖິງຢຸໂຣບແລ້ວ

Benluxe ທຸ້ມກວ່າ 11 ພັນລ້ານຢູໂຣ ຊ່ວຍ ທ. Fortis

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 29/09/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 29/09/2008 15:42 TU

ຈາກຊ້າຍໄປຂວາ: ນາຍົກ ຣມຕ ເບລຢ້ຽມ ທ່ານ Yves Leterme, ຣມຕ ການເງິນເບລຢ້ຽມ
ທ່ານ Didier Reynders, ຜູ້ອຳນວຍການທະນາຄານ Fortis ທ່ານ Filip Dierckx ແລະ
ຣມຕ ການເງິນເນເທີແລນດ໌ ທ່ານ Wouter Bos ຫລັງພິທີເປີດສັມພາດຕໍ່ຜູ້ສື່ຂ່າວຮ່ວມກັນທີ່
ກຸງບຣັສເຊລສ໌ ຫລັງຈາກສາມປະເທດ Benluxe (Belgium, Netherland, Luxemburg)
ຕັດສິນໃຈທຸ້ມກວ່າ 11 ພັນລ້ານຢູໂຣ ຊ່ວຍທະນາຄານ Fortis (ພາບ: Reuters)

ຈາກຊ້າຍໄປຂວາ: ນາຍົກ ຣມຕ ເບລຢ້ຽມ ທ່ານ Yves Leterme, ຣມຕ ການເງິນເບລຢ້ຽມ ທ່ານ Didier Reynders, ຜູ້ອຳນວຍການທະນາຄານ Fortis ທ່ານ Filip Dierckx ແລະ ຣມຕ ການເງິນເນເທີແລນດ໌ ທ່ານ Wouter Bos ຫລັງພິທີເປີດສັມພາດຕໍ່ຜູ້ສື່ຂ່າວຮ່ວມກັນທີ່ ກຸງບຣັສເຊລສ໌ ຫລັງຈາກສາມປະເທດ Benluxe (Belgium, Netherland, Luxemburg) ຕັດສິນໃຈທຸ້ມກວ່າ 11 ພັນລ້ານຢູໂຣ ຊ່ວຍທະນາຄານ Fortis (ພາບ: Reuters)

ໃນຂນະທີ່ສະພາຕໍ່າອະເມຣິກັນກຳໜົດລົງຄະແນນສຽງຮັບຮອງເອົາແຜນກອບກູ້
700 ຕື້ດອລລາຣ໌ ໃນມື້ນີ້ (ຈັນ 29 ກັນຍາ) ວິກິຕການການເງິນໂລກ ທີ່ເລີ້ມ
ຈາກສະຫະຣັດອະເມຣິກາ ກໍກາຍເປັນໂດ ມີໂນ ແຜ່ລາມເຖິງຢຸໂຣບແລ້ວ ຣັຖ
ບານສາມປະເທດ "Benluxe" (Belgium, Netherland ແລະ Luxem-
burg) ຕັດສິນໃຈທຸ່ມກວ່າ 11,2 ຕື້ຢູໂຣ ເພື່ອຊ່ວຍກູ້ຖານະຂອງທະນາຄານປະ
ກັນໄພ "Fortis" ຊຶ່ງເປັນທະນາຄານລົງທຶນຮ່ວມກັນຂອງພາກເອກຊົນສາມປະ
ເທດ ທີ່ທຳທ່າຈະລົ້ມລະລາຍ

ໃນຂນະທີ່ຣັຖບານແຫ່ງກຸງລອນດອນກໍມີແຜນຊ່ວຍທະນາຄານ "B&B" (Brad
fort & Bingley) ທີ່ມີປັນຫາ...ສ່ວນຢູ່ປະເທດເຍີຣະມັນ ທະນາຄານ "HRE"
(Hypo Real Estate) ກໍໄດ້ຮັບການຄໍ້າຊູໄວ້ດ້ວຍວົງເງິນ 35 ພັນລ້ານຢູໂຣ
ໂດຍມີຣັຖບານແຫ່ງກຸງເບີລິນເປັນຜູ້ຮັບປະກັນສ່ວນສຳຄັນ

ສາມປະເທດ Benluxe ຊ່ວຍ Fortis ເທົ່າໃດ?
ເມື່ອຕອນເດິກຄືນວັນອາທິດຕໍ່ວັນຈັນຜ່ານມາ ຣັຖບານເບລຢ້ຽມໄດ້ປະກາດການປ່ອຍເງິນ
ຈຳນວນ 4,7 ຕື້ຢູໂຣ, ຣັຖບານເນເທີແລນດ໌ 4 ຕື້ຢູໂຣ ແລະ ຣັຖບານລັກເຊມເບີກ 2,5
ຕື້ຢູໂຣ ທັງນີ້ເພື່ອແລກປ່ຽນກັບການເຂົ້າຖືຮຸ້ນໃນທະນາຄານ "Fortis" ນີ້ໃນຣະດັບ 49%
ໃນປະເທດຂອງໃຜຂອງມັນ

ແຕ່ເຖິງປານນັ້ນຮຸ້ນ "Fortis" ກໍຍັງຕົກຕໍ່າຕໍ່ໄປໃນຕລາດຮຸ້ນກຸງບຣັສແຊລສ໌ເຊົ້າມື້ນີ້ (ຈັນ
29 ກັນຍາ)

ຕຽມພ້ອມພ້ອມຊ່ວຍ Dexia
ນອກຈາກຕັດສິນໃຈທຸ້ມຊ່ວຍກູ້ຖານະຂອງ "Fortis" ແລ້ວ ຣັຖບານເບລຢ້ຽມຍັງປະກາດ
ວ່າຕຽມພ້ອມທີ່ຈະເຂົ້າແຊກແຊງຕື່ມອີກ ເພື່ອຊ່ວຍກູ້ຖານະຂອງທະນາຄານ Dexia ທີ່
ເປັນທະນາຄານລົງທຶນຮ່ວມ ຝຣັ່ງເສດ-ເບລຢ້ຽມ ທັງນີ້ຫລັງຈາກຮຸ້ນທະນາຄານນີ້ໄດ້ຕົກ
ຕໍ່າລົງກວ່າ 60% ນັບແຕ່ຕົ້ນປີນີ້ມາ ເຊົ້າມື້ນີ້ (ຈັນ 29 ກັນຍາ) ກໍຕົກເຖິງ 32,7%
ເຫລືອພຽງ 6,76% ຢູໂຣຕໍ່ຮຸ້ນເທົ່ານັ້ນ....ທະນາຄານ "Dexia" ສູນເສັຽເງິນເຖິງ 350
ລ້ານດອລລາຣ໌ກັບການລົ້ມລະລາຍຂອງ "Lehman Brothers"

ຣັຖບານລອນດອນຈະເຂົ້າຄຸມ "B&B"
ໃນຂນະທີ່ຣັຖບານອັງກິດກໍປະກາດວ່າຈະໂອນກິຈການຂອງທະນາຄານ B & B
(Bradfort & Bingley) ເປັນຂອງຣັຖບານ ຫລັງຈາກທະນາຄານນີ້ກໍທຳທ່າຈະເຈ້ງຄື
ກັນ ປັດຈຸບັນຮຸ້ນໃຫຍ່ສຳຄັນຂອງ "B&B" ໄດ້ຮັບການໂອນໄປໃຫ້ທະນາຄານ "Santan
der" ຂອງປະເທດສເປນ ບໍຣິຫານຊົ່ວຄາວແລ້ວ

"B&B" ເປັນທະນາຄານລົງທຶນກ່ຽວກັບອະສັງຫາຣິມະຊັບແຫ່ງທີສອງຂອງອັງກິດທີ່
ປະສົບຄວາມຫຍຸ້ງຍາກ ຫລັງຈາກທີ່ທະນາຄານປະເພດດຽວກັນ "Northern Rock"
ໄດ້ລົ້ມລະລາຍມາກ່ອນແລ້ວເມື່ອໜຶ່ງປີທີ່ຜ່ານມາ

ການປະກາດຂອງຣັຖບານລອນດອນຈະເຂົ້າຄຸມທະນາຄານ "B&B" ແມ່ນຫລັງຈາກ
ທີ່ຣາຄາຄ່າປະກັນໄພສຳລັບໜີ້ຂອງທະນາຄານໄດ້ສູງຂຶ້ນ ແລະທີ່ຕລາດຮຸ້ນກຸງລອນ
ດອນ ຮຸ້ນຂອງ "B&B" ຍັງສືບຕໍ່ຕົກຕໍ່ໄປເຖິງ 5,88% ເຊົ້າມື້ນີ້ (ຈັນ 29 ກັນຍາ)

ຣັຖບານເຍີຣະມັນເຂົ້າຊ່ວຍຄໍ້າ "HRE"
ສ່ວນຢູ່ປະເທດເຍີຣະມັນ ທະນາຄານ "Hypo Real Estate" ກໍທຳທ່າຈະເຈ້ງ ຈົນ
ວ່າຕ້ອງໄດ້ຮັບເງິນທຶນຊ່ວຍຄໍ້າ 35 ພັນລ້ານຢູໂຣຈາກທະນາຄານກາງແລະ
"BaFin" ເຈົ້າໜ້າທີ່ຄວບຸຄຸມຕລາດຮຸ້ນ

ກ່ອນໄດ້ຮັບເງິນທຶນຊ່ວຍຄໍ້າຊູຄັ້ງນີ້ ທະນາຄານ "HRE" ໄດ້ຮັບຄວາມຫຍຸ້ງຍາກມາ
ຈາກສາຂາຂອງຕົນຄື "Depfa" ທີສູນເສັຽເປັນຈຳນວນເງິນມະຫາສານໃນຕລາດ
ອະສັງຫາຣິມະຊັບ

ແຜນ "Paulson" ສູ່ສະພາຕໍ່າ
ທີ່ສະຫະຣັດອະເມຣິກາ ສະພາຕໍ່າມີກຳໜົດລົງມະຕິໃນວັນຈັນນີ້ (29 ກັນຍາ) ເພື່ອຮັບ
ຮອງເອົາແຜນກອບກູ້ຖານະການເງິນຂອງປະເທດຈຳນວນ 700 ຕື້ດອລລາຣ໌ ທີ່
ສເນີໂດຍ ຣມຕ ການເງິນ ""ທ່ານເຮັນຣີ ປອລສັນ" ທັງນີ້ຫລັງຈາກການເຈຣະຈາ
ຢ່າງເຄັ່ງຂຶມຕລອດທ້າຍສັປດາຜ່ານມາ ຣະຫວ່າງທໍານຽບຂາວແລະບັນດາຜູ້ນຳ
ຣັຖສະພາ ແລະສາມາດຕົກລົງກັນໄດ້ໃນຄືນຂອງວັນອາທິດຜ່ານມາ

ຄາດວ່າແຜນກອບກູ້ 700 ຕື້ດອລລາຣ໌ດັ່ງກ່າວຈະໄດ້ຮັບການສເນີສູ່ສະພາສູງໃນ
ວັນພຸດຈະເຖິງນີ້ ເພື່ອລົງມະຕິອີກເທື່ອໜຶ່ງ ກ່ອນທີ່ຈະນຳສເນີຕໍ່ການລົງລາຍເຊັນ
ໂດຍທ່ານປະທານາທິບໍດີ ຢອຣ໌ຊ ດັບ ເບີ້ລຢູ ບຸຊ ເພື່ອປະກາດໃຊ້ເປັນກົດໝານຕໍ່ໄປ

ຫລັງການບັນລຸເຖິງຂໍ້ຕົກລົງເມື່ອວານນີ້ ທ່ານປະທານາທິບໍດີບຸຊໄດ້ກ່າວວ່າ ແມ່ນ
ສັນຍານທີ່ສະຫະຣັດອະເມຣິກາສົ່ງເຖິງໂລກທັງມວນ ເພື່ອໃຫ້ຫລັກປະກັນວ່າການມີ
ສະເຖັຽຣະພາບທາງດ້ານການເງິນຈະ ໄດພ້ຮັບການຮື້ຟື້ນຄືນມາໃໝ່

ຕລາດຍັງຂາດຄວາມໄວ້ວາງໃຈ
ຢ່າງໃດກໍຕາມ ການບັນລຸເຖິງຂໍ້ຕົກລົງທີ່ກ່າວ ຍັງບໍ່ທັນສາມາດເຮັດໃຫ້ຕລາດ
ຮຸ້ນງຽບສງົບລົງໄດ້ເທື່ອ ຍັງເປັນທີ່ສົງສັຍຢູ່ວ່າແຜນກອບກູ້ຈະມີປິສິດທິພາບ
ນ້ອຍຫລາຍຊໍ່າໃດ

ດັ່ງນັ້ນ ຕລາດຮຸ້ນໂລກຈຶ່ງຍັງຕົກຕໍ່າຕໍ່ໄປໃນມື້ນີ້ ດັສນີນິເກອິ ກຸງໂຕກຽວຕົກ 1.26%
ເມືອ່ຕອນປິດຕລາດ, ຕລາດຊິດເນ ຕົກ 2%, ເຊອູລ ຕົກ 1.35%, ຮ່ອງກົງ ຕົກ
2.1%

ທາງທະວີຍຢຸໂຣບ ກໍບໍ່ໄດ້ຮັບການຍົກເວັ້ນ ດັສນີ Footsie-100 ຂອງຕລາດລອນ
ດອນກໍຕົກ 2.2% ເມື່ອຕອນເປີດຕລາດເຊົ້ານີ້, CAC 40 ຂອງນະຄອນຫລວງປາ
ຣີສ ຕົກ 3.11%, DAX ຂອງຕລາດຮຸ້ນ ແຟຣງເຟີດ ຕົກ2.31%, ມົສກູ ຕົກໜັກທີ່
ສຸດເຖິງ 4.03%

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU