ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສ.ຫ.ພ. ເອີຣົບ ປະສົບຜົນສຳເລັດ ນາທີສຸດທ້າຍ

ຫລັງຖົກຖຽງ ແບບມາຣາທອນ ເຖິງ 27 ຊ.ມ.

ໂດຍ  ພອນແກ້ວ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 23/06/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 23/06/2007 à 13:46 TU

ພາຄີ ຂອງສະຫະພາບເອີຣົບຖ່າຍ
ຮູບຮ່ວມກັນ ທີ່ກຸງບຣຸກແຊລ
ພາບ Reuters

ພາຄີ ຂອງສະຫະພາບເອີຣົບຖ່າຍ ຮູບຮ່ວມກັນ ທີ່ກຸງບຣຸກແຊລ ພາບ Reuters

ກອງປັດຊຸມສຸດຍອດ ສະຫະພາບເອີລົບ ໄດ້ຮັບເອົາ ສົນທິສັນຍາ ດັດແປງ ການ ປະຕິບັດງານ ຂອງ ສະຫະພາບ ເອົາ ເຂົ້າມາແທນ ທັມນູນ ທີ່ ປະຊາຊົນຝຣັ່ງ ແລະ Hollande ໄດ້ປະຕິເສດ ບໍ່ຮັບເອົາ ໃນປີ 2005 ໃນຕອນເຊົ້າວັນເສົາ ວັນທີ່ 23 ມິຖຸນາ ທີ່ກຸງ Bruxelles ຫລັງຈາກ ໄດ້ມີ ການເຈລະຈາ ຕໍ່ລອງກັບ ນາຍຍົກ Pologne ທາງ ໂທລະສັບ ເປັນເວລາ ອັນຍືດຍາວທີ່ສຸດ
"ການເຈລະຈາ ບໍ່ໄດ້ເປັນໄປ ຢ່າງງ່າຍດາຍ ດອກ ແລະ ກໍໄດ້ໄຊ້ເວລາອັນ ອັນຍືດຍາວ ອີກຄືກັນ" ທ່ານນາງ Angela Merkel ນາຍຍົກເຢີລະມັນ ແລະ ປະທານ ສະຫະພາບປັດຈຸບັນ ໄດ້ກ່າວ ຫລັງຈາກໄດ້ສາມາດ ແກ່ດືງເອົາ ຜູ່ນຳ ຂອງ Pologne ໃຫ້ມາຮັບເອົາ ສົນທິສັນຍາ ທີ່ ທ່ານນາງ ເອງ ໄດ້ເອົາເປັນຈຸດໃຫຍ່ ເປັນ ເປົ້າໝາຍຕົ້ນຕໍ ຂອງການກຳຕຳແໜ່ງ ປະທານວຽນ ຂອງເຢີລະມັນ

ເປັນທີ່ຮູ້ກັນດີ ແລ້ວວ່າ ສະຫະພາບ ເອີລົບ ໄດ້ຕົກລົງໄປຢູ່ ໃນອັມພາດ ບໍ່ສາມາດປະຕິບັດງານ ຢ່າງມີປະສິດທິຜົນໄດ້ ຫລັງຈາກ ທີ່ ຝຣັ່ງ ແລະ Hollande ສອງປະເທດ ຜຸ່ລິເລີ້ມ ການສ້າງຕັ້ງ ສະຫະພາບອັນດຽວກັນ ໃນເມື່ອ 50 ປີ ກອ່ນນັ້ນ ໄດ້ປະຕິເສດ ບໍ່ຮັບເອົາ ຮ່າງກົດໝາຍ ລັດທະທັມນູນ ຂອງສະຫະພາບ ໃນການ ຢັ່ງປັດຊາມັດຕິ ໃນປີ 2005

ປະທານຝຣັ່ງພ່ໃຈ
ສຳລັບທ່ານ Nicolas Sarkozy ປະທານາທິບໍດີຝຣັ່ງ ຜູ່ໄໝ່ ທີ່ໄດ້ເຂົ້າຮ່ວມ ກອງປັດຊຸມ ສຸດຍອດດັ່ງກ່າວ ເປັນເທື່ອທຳອິດ ແລະ ໄດ້ແຈ້ງບອກວ່າ ໄດ້ມີບົດບາດ ອັນສຳຄັນ ໃນການເຈລະຈາ ແກ່ດືງເອົາ Pologne ໃຫ້ມາ ຮັບເອົາ ສົນທິສັນຍາ ດັ່ງກ່າວ ທ່ານ ກໍໄດ້ສະແດງ ຄວາມພໍໃຈ ເພາະວ່າ "ມັນແມ່ນ ຂ່າວທີ່ດີ ທີ່ສຸດ ສຳລັບ ເອີລົບ ແລະຂ່າວດີ ສຳລັບປະເທດ ຝຣັ່ງ ມາບາດນີ້ ເອີລົບ ກໍໄດ້ເລີ້ມເດີນໜ້າ ຕໍ່ໄປ ອີກໄໝ່ແລ້ວ"

ສ່ວນ ທ່ານ Tony Blair ນາຍຍົກອັງກິດ ໃນໃລຍະ ສີບປີ ທີ່ຜ່ານມາ ທີ່ໄດ້ເຂົ້າຮ່ວມ ກອງປັດຊຸມ ສຸດຍອດ ເອີລົບ ເປັນ ເທື່ອສຸດທ້າຍ ກອ່ນຈະລາອອກ ຈາກຕຳແໜ່ງ ໃນອາທິດໜ້າ ທ່ານ ກໍໄດ້ ອະທິບາຍວ່າ: "ສີ່ງທີ່ສຳຄັນທີ່ສຸດ ກໍແມ່ນມັນ ບັນລຸໃຫ້ ພວກເຮົາ ສາມາດກ້າວໜ້າ ໄປສູ່ ກິດຈະການ ທີ່ມີ ຄວາມສຳຄັນ ຫລາຍ ຕໍ່ອານາຄົດ ຂອງເອີລົບ"

ນາຍຍົກອັງກິດ ກໍໝາຍເຖີງ ການທີ່ ກອງປັດຊຸມ ລະຫວ່າງ ຜູ່ຕາງໜ້າ ຂອງລັຖບານ ຈາກພາຄີ ທັງ 27 ປະເທດ ຈະ ສາມາດມີຂື້ນໄດ້ ໃນທ້າຍເດືອນ ກໍລະກົດ ໜ້າ ເພື່ອພາກັນ ຂຽນ ເນື້ອໃນໃຈຄວາມ ອັນແທ້ຈີງ ຂອງສົນທິສັນຍາ ດັ່ງກ່າວ ໃຫ້ແລ້ວ ຢ່ງຊ້າທີ່ສຸດ ໃນທ້າຍປີນີ້ ກອ່ນຈະຖືກ ນຳເຂົ້າໄປສະເນີ ຕໍ່ລັດສະພາ ຫລື ປະຊາຊົນ ທາງດ້ານປັດຊາມັດຕິ ເພືອຈະຖືກຮັບເອົາ ຢ່າງເປັນ ທາງການ ໂດຍຜູ່ນຳ ຂອງ ເອີລົບ ມີຄວາມຫວັງວ່າ ສົນທິສັນຍາດັ່ງກ່າວ ຈະສາມາດ ໄດ້ຮັບສັດຕະຍາບັນ ແລະ ຖືກນຳເຂົ້າມາໃຊ້ ໃນກາງປີ 2009 ດັ່ງທີ່ໄດ້ ຄາດໝາຍເອົາໄວ້

ມີປະທານຖາວອນ
ການປ່ຽນແປງອັນສຳຄັນ ໃນສົນທິສັນຍາ ທີ່ ຜູ່ນຳ Pologne ໄດ້ປະຕິເສດ ບໍ່ຮັບເອົາ ໃນຕອນຕົ້ນນັ້ນ ກໍແມ່ນ ການຮັບເອົາກົດລະບຽບ ຫລື ການຕົກລົງຕ່າງໆ ພາຍໃນ ສະຫະພາບ ໂດຍໃຊ້ສຽງ ສ່ວນຫລາຍ ແທນທີ່ ຈະແມ່ນ ສຽງເອກສັນ ເຫັນພອ້ມ ກັນ ໝົດທຸກປະເທດ ທີ່ໄດ້ເປັນຕົ້ນເຫດ ຂອງການຂາດ ປະສິດທິຜົນ ຂອງ ສະຫະພາບ ນັ້ນເອງ

ເມື່ອສົນທິສັນຍາ ຂອງກຸງ Bruxelles ຫາກໄດ້ ຮັບສັດຕະຍາບັນແລ້ວ ສະຫະພາບ ເອີລົບ ກໍຈະສາມາດ ຮັບເອົາ ລັກການຕ່າງໆ ໃນຫລາຍໆດ້ານ ໂດຍສຽງສ່ວນ ຫລາຍ ສອງລະບົບ ຄື ຕອ້ງມີ 55% ຂອງບັນດາ ປະເທດພາຄີ ແລະ 67% ຂອງຈຳນວນ ປະຊາຊົນທັງໝົດ ຂອງ ສະຫະພາບ

ການນຳໃຊ້ ລະບົບສຽງສ່ວນຫລາຍ ສອງລະບົບ ດັ່ງກ່າວ ຈະຖືກນຳເຂົ້າມາປະຕິບັດ ໃນປີ 2014 ແທນທີ່ ຈະແມ່ນໃນປີ 2009 ເພື່ອເອົາໃຈ Pologne ແລະ ຈົນຮອດປີ 2017 ແຕ່ລະພາຄີ ກໍຈະສາມາດ ຮຽກຮອ້ງໃຫ້ ນຳເອົາລະບົບເກົ່າ ຂອງສົນທິສັນຍາ ຂອງ ເມືອງ Nice ເຂົ້າມາໃຊ້ໄດ້ ໃນໃລຍະ ສີ່ປີ ດັ່ງກ່າວ

ນອກຈາກນີ້ແລ້ວ ສະຫະພາບ ກໍຍັງ ຈະມີ ຜຸ່ຕາງໜ້າສຸງສຸດ ທາງດ້ານ ການທູດ ແລະ ຄວາມປອດໄພ ຈະກາຍເປັນ ຜຸ່ຮັບຜິດຊອບ ກິດຈະການທັງໝົດ ດັ່ງກ່າວ ແຕ່ພຽງຜູ່ດຽວ ພອ້ມທັງ ຈະມີ ປະທານ ເອີລົບ ມີອາຍຸປີການ ສອງປີເຄີ່ງ ຂື້ນມາແທນ ປະທານວຽນ ຄື ໃນປັດຈຸບັນນີ້

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU