ຄົ້ນຫາຂໍ້ມູນ

/ languages

Choisir langue
 

DSK ຜ.ອ.ກ. IMF ຄົນຕໍ່ໄປ?

Eurogroupe ສນັບສນຸນ ຢ່າງເປັນເອກສັນ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 11/07/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 11/07/2007 15:00 TU

ສຳນັກງານໃຫຍ່ອົງການເງິນທຶນສາກົນ IMF
ທີ່ກຸງວໍຊິງຕັນ (ພາບ: IMF)

ສຳນັກງານໃຫຍ່ອົງການເງິນທຶນສາກົນ IMF ທີ່ກຸງວໍຊິງຕັນ (ພາບ: IMF)

ອດີດ ຣມຕ ເສຖກິດແລະການເງິນ ຝຣັ່ງເສດ ທ່ານ ໂດມີນິກ ສໂຕຣສ ການ (Dominique Strauss-Kahn ສື່ມວນຊົນແລະຜູ້ສນິດສນົມມັກຂຽນແຕ່ ສັ້ນໆ DSK)) ຕົກລົງຈະເປັນຜູ້ສມັກຊິງ ຕຳແໜ່ງຜູ້ອຳນວຍການອົງການເງິນທຶນ ສາກົນ International Monetary Fund (IMF) ແລະເປັນຜູ້ມີຫວັງຈະໄດ້ ຄອງຕຳແໜ່ງສືບຕໍ່ຈາກ ທ່ານໂຣດຣີໂກ ຣາໂຕ (Rodrigo Rato) ຈາກປະ
ເທດສເປນ ທີ່ຈະພົ້ນຕຳແໜ່ງໃນເດືອນຕຸລາໜ້າ

ອດີດ ຣມຕ ເສຖກິດແລະການເງິນ ຝຣັ່ງເສດໄດ້ຮັບການສນັບສນຸນດ້ວຍສຽງ ທີ່ເປັນເອກສັນຈາກກອງປະຊຸມ Eurogroupe ຫລື ກອງປະຊຸມບັນດາ ຣມຕ ເສຖກິດແລະ ການເງິນຂອງສຫະພາບເອີຣົບເມື່ອວານນີ້ (ອັງຄານ ທີ 10 ກໍຣະກົດ) ທີ່ກຸງບຣສແຊລສ໌ (Bruxelles)

ສຽງສນັບສນຸນເອກສັນຈາກ 27 ປະເທດ ສ.ພ.ອ.
ຫລັງຈາກທີ່ປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌ໂກຊີ (Nicolas Sarkozy)
ໄດ້ປະກາດໃຫ້ການສນັບສນຸນຕໍ່ທ່ານ DSK ເພື່ອເຂົ້າຊິງຕຳແໜ່ງ ແລະທາບທາມ
ບັນດາຜູ້ນຳເອີຣົບຫລາຍປະເທດແລຜູ້ນຳອະເມຣິກັນແລ້ວ ມີການຫວັ່ນເກງກັນວ່າ
ທ່ານ DSK ອາດຈະບໍ່ໄດ້ຮັບການສນັບສນຸນ ທັງນີ້ອັນເນື່ອງມາຈາກປະເທດອີຕາ
ລີແລະໂປໂລຍ (ໂປແລນດ໌) ກໍປະສົງຈະສົ່ງຜູ້ສມັກຂອງຕົນຊິງຕຳແໜ່ງເຊັ່ນດຽວກັນ

 

ອີກປະການໜຶ່ງ ນັບຕັ້ງແຕ່ກໍ່ຕັ້ງຂຶ້ນມາ ອົງການເງິນທຶນສາກົນ IMF ກໍມີຊາວຝຣັ່ງ
ເສດເປັນ ຜ.ອ.ກ. ແລ້ວຈຳນວນເຖິງ 3 ທ່ານຕາມລຳດັບຄື ທ່ານຢັງ-ໂປລ ຊໄວຕ໌
ແຊຣ໌ (Jean-Paul Schweitzer), ທ່ານຈ໊າກ ເດີ ລາ ໂຣຊິແອຣ໌ (Jacques de
La Rosière) ແລະຫລ້າສຸດ ທ່ານມີແຊລ ກັມເດີສຊູສ໌ (Michel Camdessus)

 

ນອກຈາກນີ້ ກໍຍັງມີຊາວຝຣັ່ງເສດອີກສອງທ່ານທີ່ຄອງຕຳແໜ່ງ ຜ.ອ.ກ. ສຖາບັນ
ນາໆຊາດໃນປັດຈຸ ບັນ ເຊັ່ນ ທ່ານປາສກາລ ລາມີ (Pascal Lamy) ຜ.ອ.ກ. ອົງ
ການການຄ້າໂລກ, ທ່ານຢັງ-ໂກລດ ຕຣິເຊ (Jean-Claude Trichet) ປະທານທະ
ນາຄານກາງເອີຣົບ ດັ່ງນັ້ນສັນຊາດຂອງທ່ານ DSK ອາດເປັນຈຸດລົບສຳລັບການ
ສມັກຄອງຕຳແໜ່ງ ຜ.ອ.ກ. ອົງການເງິນທຶນສາກົນ IMF ກໍໄດ້

 

ແຕ່ກໍຜິດການຄາດໝາຍ ໃນກອງປະຊຸມ Eurogroup ຊຶ່ງກໍຄືກອງປະຊຸມບັນດາ ຣມຕ
ເສຖກິດແລະການເງິນຂອງສຫະພາບເອີຣົບນັ້ນເອງ ທີ່ກຸງບຣຸສແຊລສ໌ (Bruxelles)
ເມື່ອວານນີ້ ປາກົດວ່າ 27 ປະເທດສມາຊິກຂອງສຫະພາບໄດ້ຕົກລົງໃຫ້ການສນັບສນຸນ
ຢ່າງເປັນເອກສັນຕໍ່ການສມັກຊິງຕຳແໜ່ງຂອງ ທ່ານ DSK

 

ປະເທດໂປໂລຍທີ່ສແດງຄວາມປະສົງຈະສເນີອດີດນາຍົກ ຣມຕ ທ່ານມາເຣັກ ເບລກາ
(Marek Belka) ກໍບໍ່ໄດ້ຕອກຢ້ຳການສມັກດັ່ງກ່າວແຕ່ຢ່າງໃດ ໃນຂນະທີ່ ຣມຕ ເສຖ
ກິດແລະການເງິນຂອງອິຕາລີ ທ່ານໂຕມາໂຊ ປາໂດອາ-ຊິໂອປາ (Tommaso Padoa
Schioppa) ກໍບໍ່ໄດ້ຕອກຢ້ຳຄວາມປະສົງເດີມທີ່ຈະສົ່ງ ຜ.ອ.ກ. ທະນາຄານແຫ່ງຊາດ
ທ່ານມາຣິໂອ ດຣາກີ (Mario Draghi) ເຂົ້າສມັກແຕ່ຢ່າງໃດ

 

ທ່ານ DSK ອາຍຸ 58 ປີ ເຄີຍດຳຣົງຕຳແໜ່ງເປັນ ຣມຕ ເສຖກິດແລະການເງິນຈາກປີ
1997 – 1999 ໃນຣັຖບານຝ່າຍຊ້າຍທີ່ມີ ທ່ານລີໂອແນລ ໂຈ໊ສແປັງ (Lionel Jospin)
ເປັນນາຍົກ ຣມຕ

 

ນອກຈາກເປັນຜູ້ມີປະສົບການດີເລີດທາງດ້ານການເງິນແລ້ວ ທ່ານຍັງເປັນຜູ້ທີ່ມີຄວາມ
ສາມາດປາກເວົ້າໄດ້ຫລາຍພາສາຢ່າງຄ່ອງແຄ້ວນຳດ້ວຍ ໂດຍສເພາະພາສາອັງກິດ
ປະສົບປະການແລະຄວາມສາມາດຂອງທ່ານເປັນທີ່ຮັບຮູ້ກັນຢ່າງຖ້ວນໜ້າພາຍໃນບັນດາ
ປະເທດສມາຊິກຂອງສຫະພາບເອີຣົບ ໃນນັ້ນຮວມທັງທ່ານປະທານາທິບໍດີຝຣັ່ງເສດ ນິໂກ
ລາສ໌ ຊາຣ໌ໂກຊີ ເອງດ້ວຍ ທີ່ເປັນຜູ້ຊຸກຍູ້ແລະສເນີຊື່ຂອງ ທ່ານ DSK ທັງໆທີ່ວ່າເປັນຄູ່
ແຂ່ງທາງດ້ານການເມືອງຂອງກັນແລະກັນ

 

ເມື່ອຕົ້ນປີນີ້ ທ່ານ DSK ເປັນໜຶ່ງໃນຈຳນວນຜູ້ສມັກເປັນຕົວແທນຂອງພັກສັງຄົມນິຍົມ
ເພື່ອລົງສມັກຊິງຕຳແໜ່ງປະທານາທິບໍດີ ແຕ່ກໍໄດ້ຮັບການປລາໄຊຕໍ່ໜ້າ ທ່ານນາງເຊ
ໂກແລນ ໂຣຢາລ (Ségolène Royal) ຊຶ່ງໃນທີ່ສຸດທ່ານນາງກໍປລາໄຊຕໍ່ໜ້າ ທ່ານນິ
ໂກລາສ໌ ຊາຣ໌ໂກຊີ

   ປະເພນີທີ່ບໍ່ເປັນ
   ລາຍລັກອັກສອນ
ຕາມປະເພນີ (ແຕ່ບໍ່ແມ່ນກົດ
ເກນທີ່ເປັນລາຍລັກອັກສອນ)
ທີ່ປະຕິບັດກັນມາຕັ້ງແຕ່ກໍ່ຕັ້ງ
ຕາມສົນທິສັນຍາ Bretton
Woods ເມື່ອປີ 1944 ນັ້ນ
ຜູ້ຄອງຕຳແໜ່ງ ຜ.ອ.ກ.IMF
ເປັນຊາວເອີຣົບມາຕລອດ,
ໃນຂນະທີ່ປະທານທະນາຄານໂລກກໍເປັນຊາວອະເມຣິກັນແລະຜ.ອ.ກ. ທະນາຄານພັທນາ
ເອເຊັຽເປັນຊາວຍີ່ປຸ່ນ

 

ໃນຣະຍະຫລັງໆທີ່ຜ່ານມາ ມີກະແສສຽງຕຳນິຕິຕຽນທີ່ໜາຫູຂຶ້ນເລື້ອຍໆຕໍ່ປະເພນີດັ່ງກ່າວ ໂດຍສເພາະແມ່ນກະແສສຽງທີ່ມາຈາກບັນດາປະເທດທີ່ກຳລັງກ້າວເຂົ້າຍຸກອຸດສາຫະກັມໃນທວີບ
ເອເຊັຽແລະອະເມຣິກາລາຕິນ ທີ່ຕ້ອງການໃຫ້ມີການປ່ຽນແປງປະເພນີດັ່ງກ່າວ

 

ເມື່ອວັນຈົນທີ່ຜ່ານມາ (9 ກໍຣະກົດ) ທາງ IMF ກໍໄດ້ແຈ້ງວ່າທຸກປະເທດທີ່ຮ່ວມໃນຄນະ
ກັມມະການບໍຣິຫານ ມີສິດທີ່ຈະສົ່ງຜູ່ສມັກຂອງຕົນເພື່ອຮັບຕຳແໜ່ງຜູ້ອຳນວຍການໄດ້
ໂດຍບໍ່ມີການໃຈ້ແຍກສັນຊາດດັ່ງທີ່ເຕີຍປະຕິບັດຜ່ານມາ

 

ຢ່າງໃດກໍຕາມ ກໍຍັງເປັນທີ່ຖົກຖຽງກັນຢູ່ ສຳລັບທວີບເອີຣົບແລ້ວເກືອບທຸກກະແສສຽງ
ເປັນໄປໃນທຳນອງທີ່ວ່າການປ່ຽນແປງໃດໆຈະນຳມາປິຕິບັດໄດ້ກໍຕໍ່ເມື່ອການປະຕິຮູບ
IMF ທີ່ກຳລັງດຳເນີນຄຽງຄູ່ກັນໄປກັບການປະຕິຮູບທະນາຄານໂລກ ຕ້ອງເສັດສິ້ນເສັຽ
ກ່ອນ ຊຶ່ງກໍໝາຍຄວາມວ່າຍັງຈະບໍ່ຖືກນຳມາໃຊ້ສຳລັບການເລືອກ ຜ.ອ.ກ. IMF ໃນຄັ້ງ
ນີ້

 

ອີກປະການໜຶ່ງ ຊາວອະເມຣິກັນຄື ທ່ານໂຣເບີດຕ໌ ໂຊແອລລິກ (Robert Zoellick)
ຫາກໍໄດ້ຮັບ ການແຕ່ງຕັ້ງໃໝ່ໆໃຫ້ດຳຣົງຕຳແໜ່ງປະທານທະນາຄານໂລກທົດແທນ
ຊາວອະເມຣິກັນອີກທ່ານໜຶ່ງຄື ທ່ານປອລ ວອລໂຟວິຊ (Paul Wolfowitz) ທີ່ໄດ້ລາ
ອອກ

 

ດັ່ງນັ້ນທວີບເອີຣົບຈຶ່ງມີທ່າທີວ່າຍັງບໍ່ພ້ອມທີ່ຈະສລະຕຳແໜ່ງ ຜ.ອ.ກ. IMF ໃນຕອນ
ນີ້ ມີພຽງ ຣມຕ ເສຖກິດແລະການເງິນອັງກິດ ທ່ານອາລິສແຕຣ໌ ດາຣ໌ລິງ (Alistair
Darling) ທ່ານດຽວເທົ່ານັ້ນທີ່ສແດງການຕິຕຽນຕໍ່ວິທີການຄັດເລືອກ ຜ.ອ.ກ.IMF
ທີ່ປະຕິບັດກັນມາຈົນຮອດປັດຈຸບັນ

 

ທ່ານກ່າວວ່າຣັຖບານອັງກິດຕ້ອງການຢາກເຫັນຜູ້ສມັກທີ່ມາຈາກທວີບອື່ນແດ່ ແຕ່
ທ່ານກໍບໍ່ໄດ້ເຈາະຈົງເທື່ອວ່າຣັຖບານແຫ່ງກຸງລອນດອນຈະໃຫ້ການສນັບສນຸນຕໍ່ຜູ້
ສມັກຈາກທວີບໃດທີ່ບໍ່ແມ່ນທວີບເອີຣົບ ຊຶ່ງຈົນຮອດດຽວນີ້ກໍຍັງບໍ່ມີປະເທດໃດສເນີ
ຕົວແທນຂອງຕົນເຈົ້າສມັກເທື່ອ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU