ຄົ້ນຫາຂໍ້ມູນ

/ languages

Choisir langue

ຊາຣ໌ໂກຊີສືບຕໍ່ ເປີດກວ້າງ ສູ່ຝ່າຍຄ້ານ

ສນັບສນຸນ DSK ຮັບຕຳແໜ່ງ ຜ.ອ.ກ. IMF

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 08/07/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 08/07/2007 15:35 TU

ປະທານາທິບໍດີຊາຣ໌ໂກຊີ (ຊ້າຍ) ອອກມາ
ສົ່ງ ທ່ານຟາບີອຸສ (ຂວາ) ອະດີດນາຍົກ
ຣມຕ ຈາກພັກສັງຄົມນິຍົມ ຫລັງເສັດສິ້ນ
ການປຶກສາຫາລືທີ່ທຳນຽບປະທານາທິບໍດີ
ວັງເອລີເຊ (Elysées) ຕາມນະໂຍບາຍ
ເປີດກວ້າງສູ່ຝ່າຍຄ້ານຂອງທ່ານປະທານາ
ທິບໍດີ (ພາບ: Reuters)

ປະທານາທິບໍດີຊາຣ໌ໂກຊີ (ຊ້າຍ) ອອກມາ
ສົ່ງ ທ່ານຟາບີອຸສ (ຂວາ) ອະດີດນາຍົກ
ຣມຕ ຈາກພັກສັງຄົມນິຍົມ ຫລັງເສັດສິ້ນ
ການປຶກສາຫາລືທີ່ທຳນຽບປະທານາທິບໍດີ
ວັງເອລີເຊ (Elysées) ຕາມນະໂຍບາຍ
ເປີດກວ້າງສູ່ຝ່າຍຄ້ານຂອງທ່ານປະທານາ
ທິບໍດີ (ພາບ: Reuters)

ປະທານາທິບໍດີຝຣັ່ງເສດ ນີໂກລາສ໌ ຊາຣ໌ໂກຊີ (Nicolas Sarkozy) ສືບ ຕໍ່ດຳເນີນນະໂຍບາຍເປີດກວ້າງຕໍ່ໄປ ແຕ່ຄັ້ງນີ້ແມ່ນແນໃສ່ບຸກຄົນ "ຣະດັບ ແຖວໜ້າ" ຂອງພັກການເມືອງຝ່າຍຄ້ານ ດ້ວຍການສນັບສນຸນ ທ່ານໂດມີນິກ ສໂຕຣສການ (Domique Strauss-Kahn = DSK) ອດີດ ຣມຕ ເສຖກິດ ແລະການເງິນແຫ່ງພັກສັງຄົມນິຍົມ ໃຫ້ ເຂົ້າຊິງຕຳແໜ່ງຜູ້ອຳນວຍການອົງການ ເງິນທຶນສາກົນ IMF ພ້ອມດຽວກັນກໍ
ສນັບສນຸນບຸກຄົນຝ່າຍຊ້າຍອື່ນໆໃຫ້ຮັບຕຳແໜ່ງສຳຄັນ

ຍົກຍ້ອງຄຸນສົມບັດຂອງ DSK
ໃນການໃຫ້ສັມພາດຕໍ່ລາຍສັປດາ Le Journal de dimanche ທີ່ວາງຕລາດໃນມື້ນີ້
(8 ກໍຣະກົດ) ທ່ານປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌ໂກຊີ ໄດ້ກ່າວຢືນຢັນຈະດຳ
ເນີນນະໂຍບາຍເປີດກວ້າງໄປຫາຝ່າຍຄ້ານຕໍ່ໄປ ໂດຍທ່ານສນັບສນຸນໃຫ້ ທ່ານໂດມີນິກ
ສໂຕຣສການ ອດີດ ຣມຕ ກະຊວງເສຖກິດແລະການເງິນແຫ່ງພັກສັງຄົມນິຍົມຝ່າຍຄ້ານ
ໃຫ້ສມັກຮັບຕຳແໜ່ງຜູ້ອຳນວຍການຂອງອົງການ ເງິນທຶນສາກົນ FMI ເພື່ອທົດແທນ
ທ່ານ Rodrigo Rato ທີ່ຈະພົ້ນຕຳແໜ່ງໃນເດືອນຕຸລາໜ້າ

"ຖ້າ ຂພຈ ບໍ່ສນັບສນຸນ ທ່ານ DSK ຍ້ອນວ່າເພີ່ນເປັນບຸກຄົນທີ່ສັງກັດພັກສັງ
ຄົມນິຍົມແລ້ວ ຂພຈ ຈະເປັນປະທານາທິບໍດີຂອງຊາວຝຣັ່ງເສດທຸກຄົນໄດ້
ແນວໃດ?"
ທ່ານຊາຣ໌ໂກຊີໄດ້ກ່າວໃນຕອນໜຶ່ງຂອງການໃຫ້ສັມພາດ

"ທ່ານ DSK ເປັນບຸກຄົນຜູ້ທີ່ມີຄວາມເໝາະສົມທີ່ສຸດ ເພາະເປັນຜູ້ມີປະສົບ
ການແລະຄວາມສາມາດທີ່ໃຜຈະປະຕິເສດບໍ່ໄດ້ ນອກຈາກນີ້ກໍຍັງເປັນຜູ້ມີ
ຄວາມສາມາດເວົ້າໄດ້ຫລາຍພາສານານຳດ້ວຍ ແລະ DSK ແລະ ຂພຈ
ກໍມີແນວຄວາມຄິດແບບດຽວກັນກ່ຽວກັບການບໍຣິຫານ FMI"
ທ່ານປະທານາ
ທິບໍດີໄດ້ກ່າວຍ້ອງຍໍອດີດ ຣມຕ ເສຖກິດແລະການເງິນຈາກພັກສັງຄົມນິຍົມ

ກ່ອນໜ້ານີ້ທ່ານປະທານາທິບໍດີໄດ້ຕິດຕໍ່ທາບທາມບັນດາຜູ້ນຳຂອງປະເທດແອສປາຍ
(ສເປນ), ອັງກິດ, ອິຕາລີ ແລະປະທານາທິບໍດີອະເມຣິກັນແລ້ວ ເພື່ອຂໍໃຫ້ສນັນສນຸນ
ທ່ານ DSK

ຈົນຮອດດຽວນີ້ ອດີດ ຣມຕ ເສຖກິດແລະການເງິນຍັງບໍ່ໄດ້ສແດງຄວາມເຫັນແນວໃດ
ກ່ຽວກັບຂໍ້ສເນີຂອງທ່ານປະທານາທິບໍດີ ແຕ່ແວດວົງໃກ້ຊິດຂອງທ່ານກໍໄດ້ໃຫ້ທັສນະວ່າ
ການທີ່ທ່ານ DSK ຈະຮັບຂໍ້ສເນີນັ້ນກໍຕໍ່ເມື່ອໄດ້ຮັບການສນັບສນຸນຈາກບັນປະເທດເອີຣົບ
ອື່ນໆແລະສຫະຣັດອະເມຣິກາເທົ່ານັ້ນ

ສນັບສນຸນ ຈ໊າກ ລັງກ໌ (Jack Lang)
ນອກຈາກໃຫ້ການສນັບສນຸນຕໍ່ທ່ານ DSK ແລ້ວ ທ່ານປະທານາທິບໍດີຍັງໄດ້ປະກາດໃຫ້
ການສນັບສນຸນບຸກຄົນສຳຄັນ "ຣະດັບແຖວໜ້າ" ຂອງພັກສັງຄົມນິຍົມອີກທ່ານໜຶ່ງ ຄື
ທ່ານຈ໊າກ ລັງກ໌ (Jack Lang) ອດີດ ຣມຕ ກະຊວງວັທນະທັມ ໃຫ້ເຂົ້າຮ່ວມໃນຄນະກັມ
ມາທິການຄນະໜຶ່ງທີ່ຈະຈັດຕັ້ງຂື້ນສຳລັບການພິຈາຣະນາການປະຕິຮູບສຖາບັນຕ່າງໆ
ຂອງປະເທດ

ຫລັງຈາກທີ່ໄດ້ຮັບຊາບຂ່າວ ອດີດ ຣມຕ ວັທນະທັມ ຜູ້ອອກແນວຄິດກໍ່ຕັ້ງ "21 ມິຖຸ
ນາ ວັນແຫ່ງດົນຕຣີ"
ເມື່ອປີ 1982 ແລະມີການສລອງກັນມາໃນທົ່ວໂລກຈົນເທົ່າທຸກ
ວັນນີ້ ໄດ້ກ່າວຕອບໃນທຳນອງຮູ້ສຶກເປັນກຽດຢ່າງສູງຕໍ່ຂໍ້ສເນີຂອງທ່ານປະທານາທິບໍດີ

"ບໍ່ມີເຫດຜົນອັນໃດທີ່ຈະປະຕິເສດຖ້າຫາກທ່ານປະທານາທິບໍດີມີການເປີດ
ກວ້າງເຖິງຂນາດນັ້ນ ຂພຈ ຈະຄອຍຖ້າເບີ່ງວ່າມີລາຍລະອຽດແນວໃດໃນຂໍ້ສ
ເນີຂອງເພີ່ນ"
ທ່ານຈ໊າກ ລັງກ໌ ໄດ້ກ່າວຕໍ່ຜູ້ສື່ຂ່າວ

ສນັບສນຸນບຸກຄົນຝ່າຍຊ້າຍອື່ນໆ
ນອກຈາກ ທ່ານຈ໊າກ ລັງກ໌ ແລ້ວ ທ່ານໂອລີວີເອ ຊຣາເມັກ (Olivier Schrameck)
ຜູ້ເຄີຍດຳຣົງຕຳແໜ່ງຫົວໜ້າຫ້ອງການເລຂານຸການຂອງອດີດນາຍົກ ຣມຕ ລີໂອ
ແນລ ໂຈ໊ສແປັງ (Lionel Jospin) ແຫ່ງພັກສັງຄົມນີຍົມ ແລະ ທ່ານກີ ກັກກັສຊອນ
(Guy Carcassone) ຜູ້ຊ່ຽວຊານດ້ານກົດໝາຍຣັຖທັມມະນູນ ຊຶ່ງເປັນຜູ້ໃກ້ຊິດກັບ
ທ່ານມີແຊລ ໂຣກາຣດ໌ (Michel Rocard) ອດີດນາຍົກ ຣມຕ ແຫ່ງພັກສັງຄົມນິຍົມ
ກໍໄດ້ຮັບການເຊື້ອເຊີນຈາກທ່ານປະທານາທິບໍດີໃຫ້ເຂົ້າຮ່ວມໃນຄນະກັມມາທິການ
ດຽວກັນດ້ວຍ

ກ່ອນໜ້ານີ້ ປະທານາທິບໍດີຝຣັ່ງເສດທີ່ສັງກັດພັກການເມືອງຝ່າຍຂວາ ກໍໄດ້ປະຕິ
ບັດນະໂຍບາຍເປີດກວ້າງຫາຝ່າຍຄ້ານມາແລ້ວ ໂດຍໄດ້ເຊື້ອເຊີນໃຫ້ບຸກຄົນຈາກ
ພັກການເມືອງຝ່າຍຊ້າຍ ຫລືທີ່ຮູ້ກັນດີວ່າເປັນບຸກຄົນແນວຄິດຊ້າຍ ໃຫ້ເຂົ້າຮ່ວມໃນ
ຄນະຣັຖບານເຖິງຈຳນວນ 6 ທ່ານ ໃນນັ້ນຮວມທັງ ທ່ານແບຣ໌ນາຣດ໌ ກຸສແນຣ໌
(Bernard Kouchner) ຣມຕ ຕ່າງປະ ເທດຄົນປັດຈຸບັນນຳດ້ວຍ

ນອກຈາກນີ້ ທ່ານນິໂກລາສ໌ ຊາຣ໌ໂກຊີ ຍັງໄດ້ແຕ່ງຕັ້ງ ທ່ານອຸຍແບຣຕ໌ ເວດຣີນ
(Hubert Védrine) ອດີດ ຣມຕ ຕ່າງປະເມດແຫ່ງພັກສັງຄົມນິຍົມ ໃຫ້ເປັນຜູ້ດຳ
ເນີນການສຶກສາແລະເຮັດລາຍງານສເນີຕໍ່ຣັຖບານກ່ຽວກັບຜົນບວກແລະຜົນລົບທີ່ມີ
ຕໍ່ສັງຄົມຂອງລະບົບເສຖກິດໂລກາພິວັດນຳດ້ວຍ

ສຽງຄັດຄ້ານຕໍ່ນະໂຍບາຍເປີດກວ້າງ
ການດຳເນີນນະໂຍບາຍເປີດກວ້າງຂອງທ່ານປະທານາທິບໍດີ ໄດ້ສ້າງຄວາມບໍ່ພໍໃຈ
ຈາກບາງພາກສ່ວນພາຍໃນຖັນແຖວຂອງພັກຝ່າຍຂວາ UMP ຊຶ່ງເປັນພັກການ
ເມືອງຂອງທ່ານປະທານາທິບໍດີເອງ

ແຕ່ຜູ້ທີ່ບໍ່ພໍໃຈຢ່າງອອກໜ້າອອກຕາທີ່ສຸດຄົງບໍ່ມີໃຜລື່ນ ທ່ານຟຣັງຊົວສ໌ ໂຮລລັງດ໌
(François Hollande) "ບໍ່ເປັນການເໝາະສົມເລີຍທີ່ມີບາງບຸກຄົນສວຍໃຊ້
ຄວາມເປັນໄປໄດ້ທີ່ປະເທດຝຣັ່ງເສດແລະເອີຣົບຈະຄອບຄອງຕຳແໜ່ງຜູ້
ອຳນວຍການອົງການເງິນທຶນສາກົນ FMI ສ້າງຄວາມແຕກແຍກເພື່ອຜົນ
ປໂຍດທາງດ້ານການເມືອງພາຍໃນ"
ເລຂາທິການໃຫຽ່ພັກສັງຄົມນິຍົມໄດ້ກ່າວ

ພ້ອມທັງເສີມອີກວ່າ "ການແຕ່ງຕັ້ງບຸກຄົນໃດຈະໃຫ້ໄປດຳຣົງຕຳແໜ່ງໃດນັ້ນ
ຈະຕ້ອງແມ່ນພັກເປັນຜູ້ແຕ່ງຕັ້ງແລະຄວນມີການປຶກສາຫາລືກັບພັກ ແຕ່ຖ້າ
ຫາກມີບຸກຄົນໃດຮັບຂໍ້ສເນີຂອງທ່ານປະທານາທິບໍດີໂດຍພລະການ ກໍຕ້ອງຖື
ວ່າເປັນເຣື່ອງຂອງສ່ວນບຸກຄົນ ບໍ່ໄດ້ກ່ຽວກັບພັກ"

ກ່ຽວກັບການວິພາກວິຈານດັ່ງກ່າວຂອງເລຂາທິການໃຫຽ່ຂອງພັກສັງຄົມນິຍົມ ທ່ານ
ປະທານາທິບໍດີໄດ້ໃຫ້ຄຳຕອບວ່າ "ໃນການສນັບສນຸນ ຂພຈ ກໍບໍ່ເຄີຍຂໍຮ້ອງໃກ້
ທ່ານ DSK ລາອອກຈາກພັກສັງຄົມນິຍົມຈັກເທື່ອ"

ຢ່າງໃດກໍຕາມ ການວິພາກວິຈານຂອງເລຂາທິການໃຫຍ່ຂອງພັກສັງຄົມນິຍົມກໍບໍ່ໄດ້
ຊ່ວຍຍັບຍັ້ງໃຫ້ສມາຊິກພັກເບີ່ງຂໍ້ສເນີຂອງປະທານາທິບໍດີຊາຣ໌ໂກຊີໃນທາງບວກແຕ່
ຢ່າງໃດ

ໃນການໃຫ້ສັມພາດຕໍ່ລາຍວັນ Le Parisien ທ່ານມານູແອລ ວາລສ໌ (Manuel
Valls) ສສ ເຂດແອສຊອນ (Essonne) ແຫ່ງພັກສັງຄົມນິຍົມ ໄດ້ກ່າວວ່າ "ບໍ່ຄວນ
ຕີໂພຍຕີພາຍໄປວ່າຂໍ້ສເນີຂອງທ່ານປະທານາທິບໍດີແມ່ນແຜນປີສາດຮ້າຍ"

ນອກຈາກນີ້ ກະແສຂ່າວທີ່ໜ້າເຊື່ອຖືໄດ້ຍັງເຜີຍອີກວ່າເນື່ອງໃນໂອກາດການເລືອກຕັ້ງ
ສມາຊິກສພາທ້ອງຖິ່ນໃນມໍ່ໆນີ້ ທ່ານປະທານາທິບໍດີຍັງວາງແຜນບຸກຢ່າງນິ້ມນວນໂດຍ
ຈະໃຊ້ນະໂຍບາຍເປີດກວ້າງໄປໃນທິດທາງຂອງພັກຝ່າຍກາງ "Modem" ຂອງ ທ່ານ
ຟຣັງຊົວສ໌ ໄບຣູ (François Bayrou) ຕື່ມອີກ

ບໍ່ມີນີຣະໂທດກັມແລະສັມພາດພິເສດໃນໂອກາດວັນຊາດ
ອີກປະການໜຶ່ງ ທ່ານປະທານາທິບໍດີຍັງກ່າວໃນການໃຫ້ສັມພາດຕໍ່ລາຍສັປດາ Le
Journal de dimanche ອີກວ່າ ທ່ານຈະບໍ່ປະກາດການນີຣະໂທດກັມໃຫ້ແກ່ນັກໂທດ
ເປັນໝູ່ຄນະເນື່ອງໃນໂອກາດວັນຊາດ 14 ກໍຣະກົດທີ່ຈະເຖິງນີ້ ແຕ່ທ່ານກໍຮັບຮູ້ວ່າການ
ນີຣະໂທດກັມໃຫ້ສ່ວນບຸກຄົນນັ້ນ ມີຄຸນຄ່າທາງດ້ານມະນຸສຍະທັມ

ທ່ານປະທານາທິບໍດີຍັງກ່າວອີກວ່າ ທ່ານຈະບໍ່ໃຫ້ສັມພາດພິເສດແຕ່ຢ່າງໃດເນື່ອງ
ໃນໂອກາດສລອງວັນຊາດນີ້ຊຶ່ງຖືໄດ້ວ່າແຕກຕ່າງຈາກອດີດປະທານາທິບໍດີ ຈ໊າກ ຊີຣັກ
ທີ່ໃຫ້ສັມພາດພິເສດແກ່ສຖານີໂທຣະທັດເປັນປະຈຳທຸກໆປີຫລັງເສັດສິ້ນພິທີສວນ
ສນາມສລອງວັນຊາດທີ່ຖນົນ ຊັງ ເອລີເຊ (Champs Elysées)

ການເມືອງຝຣັ່ງ

ກາຊາ/ ເຂດຕາເວັນອອກກາງ

ຊ່ວຍເຫລືອ ສ້າງສາ ຄາດວ່າ ຈະມີ ໓ ພັນກວ່າ ລ້ານໂດລາ

ກອງປະຊຸມ ຢູ່ ເມືອງ "ຊາກແອນເຊກ", ໂດຍ ການເປັນ ປະທານຮ່ວມ ຂອງ ທ່ານປະທານ ປະເທດຝຣັ່ງ ແລະ ປະເທດເອຢີບ ພ້ອມທັງ ອົງການ ຈັດຕັ້ງ ໙໐ ຊາດ ເຫັນພ້ອມ

02/03/2009 12:41 TU

ກັມມາທິການ ອັຕຕາລີ

ຢູ່ ສຳນັກປະທານປະເທດ ຝຣັ່ງ ກັມມາທິການ ປະຕິຮູບທີ່ ເອີ້ນວ່າ COMMISSION ATTALI ໄດ້ ນຳສເນີ ຜົນງານ ແກ ປະທານາທິບໍດີ SARKOSY

ຣາຍງານ ໓໑໖ ຂໍ້ ກັມມາທິການປະຕິຮູບ ອັຕຕາລີ

ຣາຍງານ ກັມມາທິການປະຕິຮູບ ອັຕຕາລີ ສເນີ ເຖິງ ໓໕ ປະເດັນ ແຕ່ບໍ່ໃຫ້ ມີການຕັດຕໍ່ ຖອກຖອນ ແຕ່ຢ່າງໃດ ທັງນັກການເມືອງ ແລະ ກັມມະບານ ບໍພໍໃຈຖືວ່າ ແມ່ນ ການຖອຍຫລັງ ດ້ານສັງຄົມ.

06/10/2008 10:51 TU

ນິໂກລາສ໌ ຊາຣ໌ໂກຊີ ຢ້ຽມຢາມສຫະ ຣາຊອານາຈັກ ເອມີຣາ ອາຫຣັບ

ປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌
ໂກຊີ (ພາບ:euters)

ມີການລົງນາມ ໃຫ້ຝຣັ່ງເສດ ຕັ້ງຖານທັບ

ການຢ້ຽມຢາມສຫະຣາຊອານາຈັກ ເອມີຣາ ອາຫຣັບ ຂອງຜູ້ນຳຝຣັ່ງເສດ ເປັນຂັ້ນຕອນ ສຸດທ້າຍການຢ້ຽມຢາມສາມປະເທດໃນຂົງເຂດ

19/01/2008 08:59 TU

ຝລັ່ງ//ທະວີບອາຟຣິກ

ທ່ານສາກໂກຊີຢູ່ລີລີກັບກາດາຟີຮູບ: reuters

ສາກໂກຊີມ້ວນທ້າຍ ການຢ້ຽມຢາມຢູ່ກາບົງ

ທ່ານສາກໂກຊີສາລະເວຢ້ຽມຢາມ ບັນດາປະເທດໃນທະວີບອາຟຣິກ

27/07/2007 12:23 TU

ຝລັ່ງ//ຝ່າຍຂວາ ໄດ້ສຽງສ່ວນຫຼາຍ ເດັດຂາດ

ຝ່າຍຊ້າຍ ບໍ່ເສັຽຖ້ຽວ

ຝ່າຍຂວາບໍ່ໄດ້ຮັບຈຳຈວນຜູ້ແທນແບບ ຖ້ວມຖົມຝ່າຍຊ້າຍຕາມທີ່ຄາດໄວ້ແຕ່ ຢ່າງໃດ ເພາະຝ່າຍຊ້າຍກໍມີຜູ້ແທນພໍໃຊ້

18/06/2007 05:43 TU

ປະເທດຝຣັ່ງ

ເລືອກຕັ້ງ ສສ ຮອບທີສອງ

ປະຊາຊົນ 37 ລ້ານຄົນລົງຄະແນນສຽງຮອບ ສອງເລືອກ ສສ 467 ທ່ານ ຫລັງຈາກທີ່ 110 ທ່ານໄດ້ຮັບການເລືອກຕັ້ງແລ້ວ

17/06/2007 11:30 TU

ຝລັ່ງ//ເລືອກຜູ້ແທນຮອບສອງ

ຮອບສອງ ຍັງສາມມື້

ສະຖິຕິຢັ່ງສຽງອອກມາແຕ່ລະມື້ກ່ຽວກັບ ການເລືອກຕັ້ງຮອບສອງກໍຕ່າງກັນເລັກ ນ້ອຍລະຫວ່າງຂວາ~ກາງ~ຊ້າຍ

14/06/2007 05:11 TU

ເອີໂຣບ//ເສຖກິດແລະການເງິນ

ເງິນອັດຕະກູນເອີໂຣຮູບ: sovong

ເຂດເງິນເອີໂຣ €

ໃນໄລຍະນີ້ ເງິນຕະກຸນເອີໂຣມີຄ່າສູງ ປຽບໃສ່ເງິນດອນລາອະເມລິກາ $ ແລະປຽບໃສ່ຄ່າທຽບເມື່ອປີ 2000

12/06/2007 04:53 TU

ເລືອກຕັ້ງ ສສ ຝຣັ່ງເສດ 2007

ຂໍ້ມູນທີ່ຄວນຮູ້

ຜູ້ສມັກຕ້ອງມີອາຍຸ 23 ປີຂື້ນໄປ ແລະຜູ້ປ່ອນບັດ ຕ້ອງ 18 ປີຂື້ນໄປ ໃນຂນະທີ່ກົດໝາຍຣັຖທັມມະ ນູນກຳໜົດໃຫ້ຜູ້ສມັກ ຍິງ-ຊາຍ ມີຈຳນວນເທົ່າກັນ

10/06/2007 13:41 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU