ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຝລັ່ງ//ຝ່າຍຂວາ ໄດ້ສຽງສ່ວນຫຼາຍ ເດັດຂາດ

ຝ່າຍຊ້າຍ ບໍ່ເສັຽຖ້ຽວ

ໂດຍ  ໂສວົງ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 18/06/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 18/06/2007 à 07:43 TU

ນາຍົກຝລັ່ງ ທ່ານຟຣັງຊົວຟີຢົງ
ກ່າວຄຳປາສັຍ ຫຼັງຜົນເລືອກຕັ້ງ
ຜູ້ແທນ ແລງວັນທີ່ 17/6/07
ຮູບ:reuters

ນາຍົກຝລັ່ງ ທ່ານຟຣັງຊົວຟີຢົງ ກ່າວຄຳປາສັຍ ຫຼັງຜົນເລືອກຕັ້ງ ຜູ້ແທນ ແລງວັນທີ່ 17/6/07
ຮູບ:reuters

ຝ່າຍຂວາ UMP ມີສຽງສ່ວນຫຼາຍ ທັມມະດາ ໃນສະພາຊຸດທີ່ 13 ຈະມານີ້ ບໍ່ໄດ້ຮັບຈຳນວນຕາມທີ່ຕ້ອງການ ເພາະ ປະຊາຊົນຫັນໄປປ່ອນເອົາຝ່າຍຊ້າຍຫຼາຍ ຕື່ມຂຶ້ນໃນຮອບສອງ ເຊິ່ງຝ່າຍຊ້າຍກໍຖື ວ່າ ເປັນຊັຍຊນະວາດນຶ່ງ ຫຼັງຈາກໄດ້ ຄາດວ່າ ຈະລົ້ມເຫຼວຫຼາຍໃນຮອບສອງ
ໃນຈຳນວນຣັຖມຸນຕີ 11 ທ່ານທີ່ເຂົ້າສມັກຜູ້ແທນຊຸດທີ່ 13 ນີ້ ກໍມີແຕ່ທ່ານອາແລັງ ຊຸບເປເສັຽຊັຍຢູ່ເມືອງບອກໂດ ອັນເຮັດໃຫ້ເພິ່ນຕ້ອງປະກາດລາອອກຈາກຕຳແໜ່ງ ຣັຖມຸນຕີກະຊວງສະພາບແວດລ້ອມ ເຊິ່ງຖືວ່າ ເປັນກະຊວງສຳຄັນໃນສັຕວັດທີ່ 21 ນີ້ ແລະ ເປັນກະຊວງຕັ້ງໃໝ່ ອີກຢ່າງນຶ່ງ ທ່ານອາແລັງຊຸບເປກໍຍັງເປັນບຸກຄົນອັນ ດັບສອງໃນຣັຖບານ

ກ່ຽວກັບຣັຖມຸນຕີຄົນໃດທີ່ເຂົ້າສມັກຜູ້ແທນນີ້ ຖ້າວ່າ ຕົກຜູ້ແທນກໍຕ້ອງລາອອກຈາກ ຕຳແໜ່ງຣັຖມຸນຕີ ຕາມເງື່ອນໄຂທີ່ນາຍົກຟີຢົງໄດ້ປະກາດໄປແລ້ວໃນວັນທີ່ 23 ພຶສພາຜ່ານມາ ເພາະນາຍົກວ່າ ເມື່ອສມັກຜູ້ແທນບໍ່ໄດ້ ກໍໝາຍຄວາມວ່າ ປະຊາຊົນ ບໍ່ມັກຕົນ ຈິ່ງຕ້ອງລາອອກ

ໃນການປ່ອນບັດວັນທີ່ 17 ເມຖຸນານີ້ ກໍມີປະຊາຊົນບໍ່ໄປອອກສຽງ 40.01% ເຊິ່ງ ຖືວ່າ ຫຼາຍທີ່ສຸດໃນສາທາລະນະລັດທີ່ຫ້າ ນັບແຕ່ປີ 1958 ເປັນຕົ້ນມາ ສ່ວນຜົນ ການເລືອກຕັ້ງນັ້ນ ມີດັ່ງຕໍ່ໄປນີ້ :

ພັກຂວາ UMP ຂອງປະທານາທິບໍດີໃີຈຳນວນຜູ້ແທນ (314 ຄົນ)
ພັກສັງຄົມນິຍົມ (185)
ພັກກາງໃໝ່ ພັນທະມິດຂອງພັກ UMP (22)
ພັກກອມມຸນິດ (15)
ຝ່າຍຊ້າຍອື່ນໆ (15)
ຝ່າຍຂວາອື່ນໆ (9)
ພັກຣາດີການຊ້າຍ/Radicaux de gauche (7)
ພັກທັມມະຊາດຂຽວ/Verts (4)
ພັກກາງ/Modem/Mouvement de démocratie (3)
ພັກເພື່ອປະເທດຝລັ່ງ/MPF (1)
ພັກຂວາຈັດ FN (ບໍ່ໄດ້ຜູ້ແທນຈັກຄົນ)

ສຳລັບຝ່າຍສັງຄົມນິຍົມນັ້ນ ກໍສະແດງຄວາມພໍໃຈທີ່ກ້າວຂຶ້ນທ່າສຳຄັນ ເປັນຝ່າຍຄ້ານ ໃນສະພາ ຮ່ວມກັບຝ່າບຊ້າຍບາງສ່ວນ ພັກນີ້ຖືວ່າ ຝ່າຍຕົນໄດ້ຮັບການເຫັນໃຈຈາກ ປະຊາຊົນ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຕື່ມຂຶ້ນ ເພື່ອໃຫ້ຕໍ່ສູ້ເອົາຄວາມເປັນທັມມາໃຫ້ ຈາກຝ່າຍກຳອຳນາດ ເພື່ອບໍ່ໃຫ້ ເປັນອຳນາດຜູກຂາດແຕ່ພັກຝ່າຍດຽວ

ແຕ່ເຖິງຢ່າງໃດ ພັກຂວາ UMP ກໍມີສຽງຂ້າງຫຼາຍຢູ່ແລ້ວໃນສະພາ ມີແຕ່ປະກອບ ຣັຖບານໃໝ່ຂຶ້ນທໍ່ນັ້ນ ໂດຍສະເພາະກໍຊອກຜູ້ຈະເຂົ້າແທນທ່ານອາແລັງຊຸບເປທີ່ລາ ອອກຈາກຣັຖມຸນຕີກະຊວງສະພາບແວດລ້ອມ ຍ້ອນຕົກຜູ້ແທນດັ່ງກ່າວ

ການເມືອງຝຣັ່ງ

ກາຊາ/ ເຂດຕາເວັນອອກກາງ

ຊ່ວຍເຫລືອ ສ້າງສາ ຄາດວ່າ ຈະມີ ໓ ພັນກວ່າ ລ້ານໂດລາ

ກອງປະຊຸມ ຢູ່ ເມືອງ "ຊາກແອນເຊກ", ໂດຍ ການເປັນ ປະທານຮ່ວມ ຂອງ ທ່ານປະທານ ປະເທດຝຣັ່ງ ແລະ ປະເທດເອຢີບ ພ້ອມທັງ ອົງການ ຈັດຕັ້ງ ໙໐ ຊາດ ເຫັນພ້ອມ

02/03/2009 12:41 TU

ກັມມາທິການ ອັຕຕາລີ

ຢູ່ ສຳນັກປະທານປະເທດ ຝຣັ່ງ ກັມມາທິການ ປະຕິຮູບທີ່ ເອີ້ນວ່າ COMMISSION ATTALI ໄດ້ ນຳສເນີ ຜົນງານ ແກ ປະທານາທິບໍດີ SARKOSY

ຣາຍງານ ໓໑໖ ຂໍ້ ກັມມາທິການປະຕິຮູບ ອັຕຕາລີ

ຣາຍງານ ກັມມາທິການປະຕິຮູບ ອັຕຕາລີ ສເນີ ເຖິງ ໓໕ ປະເດັນ ແຕ່ບໍ່ໃຫ້ ມີການຕັດຕໍ່ ຖອກຖອນ ແຕ່ຢ່າງໃດ ທັງນັກການເມືອງ ແລະ ກັມມະບານ ບໍພໍໃຈຖືວ່າ ແມ່ນ ການຖອຍຫລັງ ດ້ານສັງຄົມ.

06/10/2008 10:51 TU

ນິໂກລາສ໌ ຊາຣ໌ໂກຊີ ຢ້ຽມຢາມສຫະ ຣາຊອານາຈັກ ເອມີຣາ ອາຫຣັບ

ປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌
ໂກຊີ (ພາບ:euters)

ມີການລົງນາມ ໃຫ້ຝຣັ່ງເສດ ຕັ້ງຖານທັບ

ການຢ້ຽມຢາມສຫະຣາຊອານາຈັກ ເອມີຣາ ອາຫຣັບ ຂອງຜູ້ນຳຝຣັ່ງເສດ ເປັນຂັ້ນຕອນ ສຸດທ້າຍການຢ້ຽມຢາມສາມປະເທດໃນຂົງເຂດ

19/01/2008 08:59 TU

ຝລັ່ງ//ທະວີບອາຟຣິກ

ທ່ານສາກໂກຊີຢູ່ລີລີກັບກາດາຟີຮູບ: reuters

ສາກໂກຊີມ້ວນທ້າຍ ການຢ້ຽມຢາມຢູ່ກາບົງ

ທ່ານສາກໂກຊີສາລະເວຢ້ຽມຢາມ ບັນດາປະເທດໃນທະວີບອາຟຣິກ

27/07/2007 12:23 TU

ຊາຣ໌ໂກຊີສືບຕໍ່ ເປີດກວ້າງ ສູ່ຝ່າຍຄ້ານ

ສນັບສນຸນ DSK ຮັບຕຳແໜ່ງ ຜ.ອ.ກ. IMF

ຜູ້ນຳຝຣັ່ງສນັບສນຸນແກ່ນັກການເມືອງຝ່າຍ ຄ້ານເຂົ້າຊິງຕຳແໜ່ງຜູ້ອຳນວຍການອົງການ ເງິນທຶນສາກົນ FMI

08/07/2007 13:35 TU

ປະເທດຝຣັ່ງ

ເລືອກຕັ້ງ ສສ ຮອບທີສອງ

ປະຊາຊົນ 37 ລ້ານຄົນລົງຄະແນນສຽງຮອບ ສອງເລືອກ ສສ 467 ທ່ານ ຫລັງຈາກທີ່ 110 ທ່ານໄດ້ຮັບການເລືອກຕັ້ງແລ້ວ

17/06/2007 11:30 TU

ຝລັ່ງ//ເລືອກຜູ້ແທນຮອບສອງ

ຮອບສອງ ຍັງສາມມື້

ສະຖິຕິຢັ່ງສຽງອອກມາແຕ່ລະມື້ກ່ຽວກັບ ການເລືອກຕັ້ງຮອບສອງກໍຕ່າງກັນເລັກ ນ້ອຍລະຫວ່າງຂວາ~ກາງ~ຊ້າຍ

14/06/2007 05:11 TU

ເອີໂຣບ//ເສຖກິດແລະການເງິນ

ເງິນອັດຕະກູນເອີໂຣຮູບ: sovong

ເຂດເງິນເອີໂຣ €

ໃນໄລຍະນີ້ ເງິນຕະກຸນເອີໂຣມີຄ່າສູງ ປຽບໃສ່ເງິນດອນລາອະເມລິກາ $ ແລະປຽບໃສ່ຄ່າທຽບເມື່ອປີ 2000

12/06/2007 04:53 TU

ເລືອກຕັ້ງ ສສ ຝຣັ່ງເສດ 2007

ຂໍ້ມູນທີ່ຄວນຮູ້

ຜູ້ສມັກຕ້ອງມີອາຍຸ 23 ປີຂື້ນໄປ ແລະຜູ້ປ່ອນບັດ ຕ້ອງ 18 ປີຂື້ນໄປ ໃນຂນະທີ່ກົດໝາຍຣັຖທັມມະ ນູນກຳໜົດໃຫ້ຜູ້ສມັກ ຍິງ-ຊາຍ ມີຈຳນວນເທົ່າກັນ

10/06/2007 13:41 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU