ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດຝຣັ່ງ

ເລືອກຕັ້ງ ສສ ຮອບທີສອງ

ໂດຍ  ພອນແກ້ວ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 17/06/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 17/06/2007 à 13:30 TU

ສະພາແຫ່ງຊາດຝຣັ່ງ
ຮູບ AFP

ສະພາແຫ່ງຊາດຝຣັ່ງ ຮູບ AFP

ຊາວຝຣັ່ງ 37 ລ້ານຄົນ ໄດ້ພາກັນ
ໄປເລືອກເອົາສະມາຊິກສະພາແຫ່ງ
ຊາດ 467 ທ່ານ ໃນຮອບທີສອງໃນ
ມື້ນີ້ ວັນອາທິດ 17 ມິຖຸນາ ຫລັງ
ຈາກໄດ້ມີຜູ້ສມັກ 110 ທ່ານ ໄດ້ຮັບ
ການເລືອກຕັ້ງໄປແລ້ວໃນຮອບທີໜຶ່ງ
ເມື່ອວັນທິດກອ່ນ (10 ມິຖຸນາ) ໃນນັ້ນ
ກໍມີທ່ານນາຍຍົກ François Fillon ຮ່ວມນຳດ້ວຍ ໃນບັນດາຜູ້ສະມັກທັງໝົດ
933 ທ່ານມີສຕຣີເຫລືອຢູ່ 306 ທ່ານໃນຮອບທີສອງນີ້ ແປວ່າ 32.8% ຂອງ
ຈຳນວນທັງໝົດ

ຕາມກົດໝາຍແລ້ວ ແຕ່ລະພັກຕອ້ງສເນີຜູ້ສມັກ ຊາຍ-ຍີງ ເທົ່າທຽມກັນ ຣັຖມົນຕຣີ 4
ທ່ານໄດ້ຮ່ວມສມັກໃນຮອບທີສອງນີ້ ໃນນັ້ນກໍມີ ທ່ານ Alain Juppe ໝາຍເລກ 2 ຂອງ
ຣັຖບານ ຮ່ວມແຂ່ງຂັນນຳດ້ວຍ ການປອ່ນບັດໃນທົ່ວປະເທດ ໄດ້ເລີ້ມເວລາ 08.00
ໂມງ ຈົນຮອດ 20.00 ໂມງໃນບັນດາຫົວເມືອງໃຫຍ່ໆ

ກໍນັບວ່າແມ່ນການໃຊ້ສີດປະຊາທິປະໄຕຄັ້ງທີ່ 4 ແລ້ວໃນປີນີ້ຂອງຊາວຝຣັ່ງ ໂດຍນັບຕັ້ງ
ແຕ່ການເລືອກຕັ້ງປະທານາທິບໍດີຮອບທີໜຶ່ງເປັນຕົ້ນມາ ຊຶ່ງກໍຮູ້ກັນແລ້ວວ່າແມ່ນທ່ານ
Nicolas Sarkozy ຈາກພັກຂວາ UMP ເປັນຜູ້ໄດ້ຮັບໄຊຊະນະຄອງຕຳແໜ່ງເປັນ
ເວລາ 5 ປີ ທົດແທນທ່ານ Jacques Chirac ຈາກພັກ UMP ດຽວກັນ

ຈະເຫລືອແຕ່ສອງກຸ່ມ

ຣັຖບານໄດ້ຮຽກຮອ້ງໃຫ້ປະຊາຊົນເລືອກເອົາຕົວແທນຂອງຕົນຢ່າງຫລວງຫລາຍໃນ
ການເລືອກຕັ້ງຮອບທີສອງນີ້ ເພື່ອທີ່ຣັຖບານຈະສາມາດນຳໂຄງການເມືອງຕ່າງໆ
ຂອງທ່ານປະທານາທິບໍດີຄົນໃໝ່ ອອກປະຕິບັດໄດ້ຢ່າງຄົບຖ້ວນ

ພັກສັງຄົມນິຍົມແລະບັນດາພັກຝ່າຍຊ້າຍອື່ນໆ ຊຶ່ເປັນຝ່າຍຄ້ານນັ້ນ ພັດໄດ້ ຮຽກຮ້ອງ
ໃຫ້ຊາວຝຣັ່ງ ຢ່າໄດ້ມອບໝາຍອຳນາດຫລາຍເກີນໄປໃຫ້ແກ່ພັກ UMP ແຕ່ພຽງຜູ່
ດຽວ

ບັນດານັກສັງເກດການຄາດວ່າ ຈະແມ່ນບັນດາຜູ້ທີ່ນອນຫລັບທັບສີດ ບໍ່ໄປອອກສຽງ
ໃນຮອບທີ່ໜຶ່ງ ທີ່ມີຫລາຍເປັນປວັດການເຖີງ 39.56% ຈະເປັນຜູ້ຊີ້ຂາດໃນຮອບສອງ
ນີ້ວ່າ ສະພາແຫ່ງຊາດຊຸດໃໝ່ (ຊຸດທີ 13 ແຫ່ງສາທາຣະນະຣັດທີ 5) ຈະເຕັມໄປດ້ວຍ
"ສີຟ້າ" ຂອງພັກຂວາ UMP ຫລືບໍ່

ໃນຮອບທີ່ສອງຂອງການເລືອກຕັ້ງ ສສ ເມື່ອປີ 2002 ບັນດາຜູ້ບໍ່ໄດ້ໄປໄຊ້ສີດນັ້ນ ມີ
ຫລາຍເຖີງ 39.71% ຫລັງຈາກໄດ້ມີ ແຕ່ພຽງ 35.62% ໃນຮອບທີ່ນື່ງ

ຕາມຂໍ້ມູນຂອງການຢັ່ງສຽງແລ້ວ ກໍຄາດວ່າ ພັກ UMP ຈະໄດ້ຕົວແທນລະຫວ່າງ
400 ຫາ 450 ທ່ານ ຫລືອາດຈະໄດ້ຫລາຍກວ່ານີ້ກໍໄດ້

ກໍແປວ່າ ໃນສະພາຊຸດໄໝ່ນີ້ຈະມີແຕ່ສອງກຸ່ມທາງການ ຫລື groupe parlementaire
ເທົ່ານັ້ນ ການທີ່ຈະສາມາດຕັ້ງກຸ່ມໃນສະພາໄດ້ນັ້ນ ພັກການເມືອງໜຶ່ງຈະຕ້ອງມີ ສສ
ຢ່າງນ້ອຍຈຳນວນ 20 ທ່ານຂື້ນໄປ

ສະພາຊຸດໃໝ່ນີ້ ຈະມີພາລະກິດສຳຄັນໃນຫລາຍໆດ້ານ ເຊັ່ນ ອອກກົດຫມາຍກ່ຽວກັບ
ການປາບ ປາມອາຊຍາກັມ, ການລົງໂທດພວກທີ່ລ່ວງລ້ຳກົດໝາຍແຕ່ສອງເທື່ອຂື້ນ
ໄປ, ການເຮັດວຽກຢ່າງນ້ອຍທີ່ສຸດຂອງຣັດວິສາຫະກິດໃນເວລານັດຢຸດງານປະທ້ວງ
(ແທນທີ່ຈະບໍ່ເຮັດວຽກເລີຍ) ແລະ ກົດໝາຍກ່ຽວກັບຄົນເຂົ້າເມືອງ ເປັນຕົ້ນ ກອງປັດ
ຊຸມສະໄໝວິສາມັນຂອງສະພາແຫ່ງຊາດຊຸດໃມ່ຈະມີຂື້ນ ໃນວັນທີ່ 26 ເດືອນມິຖຸນານີ້

ການເມືອງຝຣັ່ງ

ກາຊາ/ ເຂດຕາເວັນອອກກາງ

ຊ່ວຍເຫລືອ ສ້າງສາ ຄາດວ່າ ຈະມີ ໓ ພັນກວ່າ ລ້ານໂດລາ

ກອງປະຊຸມ ຢູ່ ເມືອງ "ຊາກແອນເຊກ", ໂດຍ ການເປັນ ປະທານຮ່ວມ ຂອງ ທ່ານປະທານ ປະເທດຝຣັ່ງ ແລະ ປະເທດເອຢີບ ພ້ອມທັງ ອົງການ ຈັດຕັ້ງ ໙໐ ຊາດ ເຫັນພ້ອມ

02/03/2009 12:41 TU

ກັມມາທິການ ອັຕຕາລີ

ຢູ່ ສຳນັກປະທານປະເທດ ຝຣັ່ງ ກັມມາທິການ ປະຕິຮູບທີ່ ເອີ້ນວ່າ COMMISSION ATTALI ໄດ້ ນຳສເນີ ຜົນງານ ແກ ປະທານາທິບໍດີ SARKOSY

ຣາຍງານ ໓໑໖ ຂໍ້ ກັມມາທິການປະຕິຮູບ ອັຕຕາລີ

ຣາຍງານ ກັມມາທິການປະຕິຮູບ ອັຕຕາລີ ສເນີ ເຖິງ ໓໕ ປະເດັນ ແຕ່ບໍ່ໃຫ້ ມີການຕັດຕໍ່ ຖອກຖອນ ແຕ່ຢ່າງໃດ ທັງນັກການເມືອງ ແລະ ກັມມະບານ ບໍພໍໃຈຖືວ່າ ແມ່ນ ການຖອຍຫລັງ ດ້ານສັງຄົມ.

06/10/2008 10:51 TU

ນິໂກລາສ໌ ຊາຣ໌ໂກຊີ ຢ້ຽມຢາມສຫະ ຣາຊອານາຈັກ ເອມີຣາ ອາຫຣັບ

ປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌
ໂກຊີ (ພາບ:euters)

ມີການລົງນາມ ໃຫ້ຝຣັ່ງເສດ ຕັ້ງຖານທັບ

ການຢ້ຽມຢາມສຫະຣາຊອານາຈັກ ເອມີຣາ ອາຫຣັບ ຂອງຜູ້ນຳຝຣັ່ງເສດ ເປັນຂັ້ນຕອນ ສຸດທ້າຍການຢ້ຽມຢາມສາມປະເທດໃນຂົງເຂດ

19/01/2008 08:59 TU

ຝລັ່ງ//ທະວີບອາຟຣິກ

ທ່ານສາກໂກຊີຢູ່ລີລີກັບກາດາຟີຮູບ: reuters

ສາກໂກຊີມ້ວນທ້າຍ ການຢ້ຽມຢາມຢູ່ກາບົງ

ທ່ານສາກໂກຊີສາລະເວຢ້ຽມຢາມ ບັນດາປະເທດໃນທະວີບອາຟຣິກ

27/07/2007 12:23 TU

ຊາຣ໌ໂກຊີສືບຕໍ່ ເປີດກວ້າງ ສູ່ຝ່າຍຄ້ານ

ສນັບສນຸນ DSK ຮັບຕຳແໜ່ງ ຜ.ອ.ກ. IMF

ຜູ້ນຳຝຣັ່ງສນັບສນຸນແກ່ນັກການເມືອງຝ່າຍ ຄ້ານເຂົ້າຊິງຕຳແໜ່ງຜູ້ອຳນວຍການອົງການ ເງິນທຶນສາກົນ FMI

08/07/2007 13:35 TU

ຝລັ່ງ//ຝ່າຍຂວາ ໄດ້ສຽງສ່ວນຫຼາຍ ເດັດຂາດ

ຝ່າຍຊ້າຍ ບໍ່ເສັຽຖ້ຽວ

ຝ່າຍຂວາບໍ່ໄດ້ຮັບຈຳຈວນຜູ້ແທນແບບ ຖ້ວມຖົມຝ່າຍຊ້າຍຕາມທີ່ຄາດໄວ້ແຕ່ ຢ່າງໃດ ເພາະຝ່າຍຊ້າຍກໍມີຜູ້ແທນພໍໃຊ້

18/06/2007 05:43 TU

ຝລັ່ງ//ເລືອກຜູ້ແທນຮອບສອງ

ຮອບສອງ ຍັງສາມມື້

ສະຖິຕິຢັ່ງສຽງອອກມາແຕ່ລະມື້ກ່ຽວກັບ ການເລືອກຕັ້ງຮອບສອງກໍຕ່າງກັນເລັກ ນ້ອຍລະຫວ່າງຂວາ~ກາງ~ຊ້າຍ

14/06/2007 05:11 TU

ເອີໂຣບ//ເສຖກິດແລະການເງິນ

ເງິນອັດຕະກູນເອີໂຣຮູບ: sovong

ເຂດເງິນເອີໂຣ €

ໃນໄລຍະນີ້ ເງິນຕະກຸນເອີໂຣມີຄ່າສູງ ປຽບໃສ່ເງິນດອນລາອະເມລິກາ $ ແລະປຽບໃສ່ຄ່າທຽບເມື່ອປີ 2000

12/06/2007 04:53 TU

ເລືອກຕັ້ງ ສສ ຝຣັ່ງເສດ 2007

ຂໍ້ມູນທີ່ຄວນຮູ້

ຜູ້ສມັກຕ້ອງມີອາຍຸ 23 ປີຂື້ນໄປ ແລະຜູ້ປ່ອນບັດ ຕ້ອງ 18 ປີຂື້ນໄປ ໃນຂນະທີ່ກົດໝາຍຣັຖທັມມະ ນູນກຳໜົດໃຫ້ຜູ້ສມັກ ຍິງ-ຊາຍ ມີຈຳນວນເທົ່າກັນ

10/06/2007 13:41 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU