ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຝລັ່ງ//ທະວີບອາຟຣິກ

ສາກໂກຊີມ້ວນທ້າຍ ການຢ້ຽມຢາມຢູ່ກາບົງ

ໂດຍ  ໂສວົງ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 27/07/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 27/07/2007 14:23 TU

ທ່ານສາກໂກຊີ ກັບທ່ານວາດຢູ່
ເສເນການ
ຮູບ: reuters

ທ່ານສາກໂກຊີ ກັບທ່ານວາດຢູ່ ເສເນການ
ຮູບ: reuters

ມ້ວນທ້າຍຢູ່ປະເທດກາບົງໃນວັນທີ່ 26/7/07 ຫຼັງຈາກຢ້ຽມຢາມປະເທດ ເສເນການເຊິ່ງເປັນຫົວເມືອງຂຶ້ນເກົ່າ ກ່ອນນີ້ ທ່ານໄດ້ຢ້ຽມຢາມປະເທດລີບີ ເຊິ່ງເປັນປະເທດຕຳອິດທີ່ທ່ານຢ້ຽມຢາມ ນັບແຕ່ຮັບຕຳແໜ່ງເປັນຕົ້ນມາ
ກ່ຽວກັບການຢ້ຽມບັນດາປະເທດໃນທະວີບອາຟຣິກ ຂອງທ່ານສາກໂກຊີ
ນັ້ນ ພໍສລູບ ຜົນໄດ້ແນວໃດ-


ເວົ້າລວມສອງປະເທດເສັຽກ່ອນ ຄື ເສເນການ ແລະ ກາບົງເພາະວ່າ ຝລັ່ງກັບປະເທດ ດັ່ງກ່າວມີຄວາມພົວພັນໃກ້ສິດຕິດແທບກັນທີ່ສຸດລັກສນະດຽວກັນ ເຖິງວ່າ ມີອິດທິພົນ ການຄ້າ ເສຖກິດຂອງຈີນເຂົ້າໄປມີບົດບາດຢ່າງອອກໜ້າອອກຕາກໍຕາມ

ຢູ່ປະເທດກາບົງນັ້ນ ເຖິງວ່າ ຝລັ່ງຫາກເສັຽທ້າຍໃຫ້ແກ່ຈີນດ້າາເສຖກິດໄປແລ້ວກໍຕາມ ແຕ່ຝລັ່ງກໍຍັງເປັນຄູ່ຮ່ວມຄ້າອັນດັບນຶ່ງຢູ່ ຍ້ອນມີການພົວພັນພິເສດນັ້ນເອງ ກາບົງຍັງ ສະແດງຄວາມເພິ່ງພໍໃຈ ທີ່ຝລັ່ງຈັດຕົນເຂົ້າໃນຖັນແຖວພິເສດ ໂດຍສະເພາະການໃຫ້ ວິຊາເຂົ້າຝລັ່ງສຳລັບຊາວກາບົງ ທັງທີ່ມີນະໂຍບາຍຮັດຮິງດ້ານຄົນເຂົ້າເມືອງ

ກ່ຽວກັບດ້ານການທະຫານນັ້ນ ຝລັ່ງມີກຳລັງທະຫານໃນປະເທດເສເນການຈຳນວນ 1200 ຄົນ ຕັ້ງແຕ່ປີ 1974 ພຸ້ນມາ ສ່ວນຢູ່ກາບົງກໍມີຖານທັບຝລັ່ງ ໃນນັ້ນມີກຳລັງ ທະຫານຈຳນວນ 800 ຄົນ

ຝລັ່ງເສັຽທ້າຍດ້ານເສຖກິດ ແຕ່ກໍຫາກມີພື້ນຖານໝັ້ນແກ່ນດ້ານອື່ນໆ ເພາະເປັນການ ພົວພັນອັນເຫິງນານ ເຊິ່ງບໍ່ມີປະເທດໃດເຊົ້າໄປຊ້ອນອິດທິພົນຝລັ່ງດັ່ງກ່າວ ນອກຈາກ ສາມາດຮັກສາການພົວພັນດ້ານເສຖກິດໄວ້ໄດ້ ເຖິງວ່າ ຊິຫຼຸດປະຣິມາດລົງແດ່ກໍຕາມ ຝລັ່ງກໍຍັງຮັກສາການທູດ ການເມືອງ ການທະຫານ ໄວ້ຢ່າງໝັ້ນແກ່ນດີ

ແຕ່ບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບຣັຖບານ ໃນປະເທດກາບົງ ກໍທັກທ້ວງປະທານາທິ ບໍດີຝລັ່ງ ເພື່ອຂໍຄວາມເປັນທັມທາງເສຖກິດທີ່ບໍສັດຝລັ່ງເຂົ້າໄປລົງທຶນສຳປະທານ ຝ່າຍປະບາຊົນກາບົງບໍ່ໄດ້ຮັບຜົນປໂຍດພຽງພໍ ສ່ວນດ້ານນ້ຳມັນ ກໍມີແຕ່ບໍລິສັດໂຕຕານ Total ຫຸບເອົາຝ່າຍດຽວ

ອົງການຈັດຕັ້ງດັ່ງກ່າວຍັງຕໍ່ວ່າຕໍ່ຂານອີກວ່າ ອິດທິພົນເສຖກິດ ການເມືອງແບບລ່າ ເມືອງຂຶ້ນນັ້ນ ຍັງມີຊີວິດຢູ່ໃນປະເທດກາບົງ ໃຫ້ທ່ານສາກໂກຊີເອົາໃຈໃສ່ວ່າ ເຮັດ ແນວໃດຊາວກາບົງຈິ່ງຈະໄດ້ຮັບຜົນປໂຍດ ນຳຊັພຍາກອນຊາດດ້ານນ້ຳມັນ ບໍ່ແຮ່ ແລະປ່າໄມ້ ເພື່ອຊ່ອຍກາບົງໃຫ້ຫຼຸດພົ້ນຈາກສະພາບທຸກຍາກ

ລິສັດຝລັ່ງທີ່ລົງທຶນໃນກາບົງນີ້ ບໍ່ໃຫ້ຄວາມຮ່ວມມືເປັນຢ່າງດີ ເພື່ອຄວາມແຈ້ງຂາວ ພາຍໃນລາຍຮັບຈາກນ້ຳມັນດັ່ງນີ້ເປັນຕົ້ນ ລາຍຮັບທີ່ມາຈາກທັມມະຊາດກາບົງນັ້ນ ຊາວກາບົງບໍ່ໄດ້ມີສ່ວນນຳໃຊ້ສົມທີ່ຄວນ

ບັດນີ້ ມາກ່າວເຖິງຄຳປາສັຍຂອງທ່ານສາກໂກຊີຢູ່ມະຫາວິທຍາລັຍເມືອງ
ດາກາ ປະເທດເສເນການ ໃນມື້ກ່ອນຕໍ່ໜ້າຊາວໜຸ່ມ ເພື່ອນໄດ້ກ່າວແນວໃດ-


ທ່ານສາກໂກຊີໄດ້ຮັບຮູ້ວ່າ ການລ່າເມືອງຂຶ້ນ ເປັນຄວາມຜິດພາດອັນໃຫຍ່ຫຼວງ ຂໍ ຕື່ມອີກວ່າ ປະເທດດັ່ງກ່າວເຄີຍເປັນຫົວເມືອວຂຶ້ນຂອງໃລັ່ງຜ່ານມາ ທ່ານສາກໂກຊີ ກ່າວບ່ອນນຶ່ງອີກວ່າ ຂ້າພະເຈົ້າຜ່ານມານີ້ ບໍ່ແມ່ນເພື່ອມາປະຕິເສດຄວາມຜິດພາດ ບໍ່ແມ່ນປະຕິເສດອາຊຍາກັມຕ່າງໆໃນສມັຍລ່າເມືອງຂຶ້ນ ເພາະວ່າ ສມັຍຜ່ານມານັ້ນ ຄວາມຜິດພາດ ແລະອາຊຍາກັມ ແມ່ນມີແທ້ ເປັນຄວາມຈິງ

ທ່ານສາກໂກຊີກ່າວຕໍ່ອີກວ່າ ການຂົ່ມເຫັງຊາວຜິວດຳ ແລະການຄ້າທາດນັ້ນ ບໍ່ພຽງ ແຕ່ເປັນອາຊຍາກັມທໍ່ນັ້ນ ທີ່ມີຕໍ່ຊາວອາຟຣິກ ຍັງເປັນອາຊຍາກັມ ທີ່ມີຕໍ່ມະນຸດຊາດ ອີກດ້ວຍ ທີ່ມີຕໍ່ມະນຸສໂລກທັງ

ໃນຄຳປາສັຍຂອງທ່ານ ທ່ານຍັງກ່າວເຖິງຄວາມເຈັບແສບຂອງຊາວອາຟຣິກລັກສນະ ຕ່າງໆໃນສມັຍລ່າເມືອງຂຶ້ນ ເປັນຕົ້ນ ບ່ອນນຶ່ງທ່ານຢ້ຳວ່າ ບຸກຄົນທີ່ເປັນນັກລ່າຫົວ ເມືອງຂຶ້ນ ມັນຈັບຄົນເປັນຂ້າທາດ ສວນໃຊ້ຄົນໃນທຸກຮູບແບບ ປຸ້ນສະດົມຊັພຍາກແນ ທັມມະຊດາ ປຸ້ນສະດົມຄວາມຮັ່ງມີ ເຊິ່ງບໍ່ແມ່ນຂອງຕົນເອງນັ້ນ ມັນຍັງລອກເຖືອໜັງ ຂອງຜູ້ຖືກປົກຄອງ ຕັດອິສຣະພາບຂອງຜູ້ນັ້ນ ປຸ້ນເອົາທີ່ດິນ ປຸ້ນຜົນງານຂອງຜູ້ຖືກ ປົກຄອງ

ສ່ວນທີ່ທ່ານສາກໂກຊີໄດ້ເຊັນສັນຍາດ້ານພະລັງງານນິວເຄັຽກັບປະເທດລີບີ
ນັ້ນ ກໍຖືກ ຕິຕຽນຢ່າງໜັກຈາກປະເທດເຍລະມັນ ເລື້ອງນີ້ ເປັນແນວໃດ-

ກ່ອນຊິໄປປະເທດກາບົງ ທ່ານອອກຈາກເສເນການ ຫຼັງຈາກຢ້ຽມຢາມປະເທດລີບີ ຢູ່ ປະເທດລີບີ ທ່ານສາກໂກຊີໃຫ້ມີການເຊັນສັນຍາຂາຍປະຕິກອນນິວເຄັຽ ເຊິ່ງສາມາດ ເຮັດໃຫ້ນ້ຳທະເລກາຍເປັນນ້ຳຈືດໃຊ້ໄດ້ທັມມະດາ

ຫຼັງຈາກເຊັນສັນຍານີ້ແລ້ຝ່າຍເຍລະມັນສະແດງຄວາມບໍ່ດີໃຈ ໂຈມຕີທ່ານສາກໂກຊີ ຢ່າງໜັກ ວ່າ ສະແດງເປັນນັກນິຍມຊາດ (ເປັນຄຳເວົ້າຂອງພັກທັມມະຊາດຂຽວ) ທາງ ຮອງຣັຖມຸນຕີຕາງປະເທດເຍລະມັນກໍກ່າວວ່າ ລະວັງສັນຍາລັກສນະດັ່ງກ່າວ ຢ່າໃຫ້ ແຜ່ຂຍາຍໄປປະເທດທີ່ນຳມຊ້ພລັງງານນິວເຄັຽ

ຝ່າຍເຍລະມັນເຄີຍໄດ້ສເນີຂາຍພະລັງງານສາວສະອາດໃຫ້ແກ່ລີບີຜ່ານມາແລ້ວ ແຕ່ ຖືກປະຕິເສດ ຄື ພລັງງານແສງແດດ ແລະອື່ນໆເຂົ້າແທນນິວເຄັຽ ແຕ່ມາບັດນີ້ ທາງ ລີບີພັດຮັບເອົາຂໍ້ສເນີຂອງຝລັ່ງດ້ານນິວເຄັຽອັນຕະລາຍ ອັນຂັດຕໍ່ນະໂຍບາຍພັທນາ ພລັງງານສະອາດລະດັບເອີໂຣບ ນອກນັ້ນ ການທີ່ຝລັ່ງປະຕິບັດແນວນີ້ ກໍຍັງລວນ ລາມຜົນປໂຍດໃຫຍ່ຫຼວງຂອງເຍລະມັນອີກດ້ວຍ

ການເມືອງຝຣັ່ງ

ກາຊາ/ ເຂດຕາເວັນອອກກາງ

ຊ່ວຍເຫລືອ ສ້າງສາ ຄາດວ່າ ຈະມີ ໓ ພັນກວ່າ ລ້ານໂດລາ

ກອງປະຊຸມ ຢູ່ ເມືອງ "ຊາກແອນເຊກ", ໂດຍ ການເປັນ ປະທານຮ່ວມ ຂອງ ທ່ານປະທານ ປະເທດຝຣັ່ງ ແລະ ປະເທດເອຢີບ ພ້ອມທັງ ອົງການ ຈັດຕັ້ງ ໙໐ ຊາດ ເຫັນພ້ອມ

02/03/2009 12:41 TU

ກັມມາທິການ ອັຕຕາລີ

ຢູ່ ສຳນັກປະທານປະເທດ ຝຣັ່ງ ກັມມາທິການ ປະຕິຮູບທີ່ ເອີ້ນວ່າ COMMISSION ATTALI ໄດ້ ນຳສເນີ ຜົນງານ ແກ ປະທານາທິບໍດີ SARKOSY

ຣາຍງານ ໓໑໖ ຂໍ້ ກັມມາທິການປະຕິຮູບ ອັຕຕາລີ

ຣາຍງານ ກັມມາທິການປະຕິຮູບ ອັຕຕາລີ ສເນີ ເຖິງ ໓໕ ປະເດັນ ແຕ່ບໍ່ໃຫ້ ມີການຕັດຕໍ່ ຖອກຖອນ ແຕ່ຢ່າງໃດ ທັງນັກການເມືອງ ແລະ ກັມມະບານ ບໍພໍໃຈຖືວ່າ ແມ່ນ ການຖອຍຫລັງ ດ້ານສັງຄົມ.

06/10/2008 10:51 TU

ນິໂກລາສ໌ ຊາຣ໌ໂກຊີ ຢ້ຽມຢາມສຫະ ຣາຊອານາຈັກ ເອມີຣາ ອາຫຣັບ

ປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌
ໂກຊີ (ພາບ:euters)

ມີການລົງນາມ ໃຫ້ຝຣັ່ງເສດ ຕັ້ງຖານທັບ

ການຢ້ຽມຢາມສຫະຣາຊອານາຈັກ ເອມີຣາ ອາຫຣັບ ຂອງຜູ້ນຳຝຣັ່ງເສດ ເປັນຂັ້ນຕອນ ສຸດທ້າຍການຢ້ຽມຢາມສາມປະເທດໃນຂົງເຂດ

19/01/2008 08:59 TU

ຊາຣ໌ໂກຊີສືບຕໍ່ ເປີດກວ້າງ ສູ່ຝ່າຍຄ້ານ

ສນັບສນຸນ DSK ຮັບຕຳແໜ່ງ ຜ.ອ.ກ. IMF

ຜູ້ນຳຝຣັ່ງສນັບສນຸນແກ່ນັກການເມືອງຝ່າຍ ຄ້ານເຂົ້າຊິງຕຳແໜ່ງຜູ້ອຳນວຍການອົງການ ເງິນທຶນສາກົນ FMI

08/07/2007 13:35 TU

ຝລັ່ງ//ຝ່າຍຂວາ ໄດ້ສຽງສ່ວນຫຼາຍ ເດັດຂາດ

ຝ່າຍຊ້າຍ ບໍ່ເສັຽຖ້ຽວ

ຝ່າຍຂວາບໍ່ໄດ້ຮັບຈຳຈວນຜູ້ແທນແບບ ຖ້ວມຖົມຝ່າຍຊ້າຍຕາມທີ່ຄາດໄວ້ແຕ່ ຢ່າງໃດ ເພາະຝ່າຍຊ້າຍກໍມີຜູ້ແທນພໍໃຊ້

18/06/2007 05:43 TU

ປະເທດຝຣັ່ງ

ເລືອກຕັ້ງ ສສ ຮອບທີສອງ

ປະຊາຊົນ 37 ລ້ານຄົນລົງຄະແນນສຽງຮອບ ສອງເລືອກ ສສ 467 ທ່ານ ຫລັງຈາກທີ່ 110 ທ່ານໄດ້ຮັບການເລືອກຕັ້ງແລ້ວ

17/06/2007 11:30 TU

ຝລັ່ງ//ເລືອກຜູ້ແທນຮອບສອງ

ຮອບສອງ ຍັງສາມມື້

ສະຖິຕິຢັ່ງສຽງອອກມາແຕ່ລະມື້ກ່ຽວກັບ ການເລືອກຕັ້ງຮອບສອງກໍຕ່າງກັນເລັກ ນ້ອຍລະຫວ່າງຂວາ~ກາງ~ຊ້າຍ

14/06/2007 05:11 TU

ເອີໂຣບ//ເສຖກິດແລະການເງິນ

ເງິນອັດຕະກູນເອີໂຣຮູບ: sovong

ເຂດເງິນເອີໂຣ €

ໃນໄລຍະນີ້ ເງິນຕະກຸນເອີໂຣມີຄ່າສູງ ປຽບໃສ່ເງິນດອນລາອະເມລິກາ $ ແລະປຽບໃສ່ຄ່າທຽບເມື່ອປີ 2000

12/06/2007 04:53 TU

ເລືອກຕັ້ງ ສສ ຝຣັ່ງເສດ 2007

ຂໍ້ມູນທີ່ຄວນຮູ້

ຜູ້ສມັກຕ້ອງມີອາຍຸ 23 ປີຂື້ນໄປ ແລະຜູ້ປ່ອນບັດ ຕ້ອງ 18 ປີຂື້ນໄປ ໃນຂນະທີ່ກົດໝາຍຣັຖທັມມະ ນູນກຳໜົດໃຫ້ຜູ້ສມັກ ຍິງ-ຊາຍ ມີຈຳນວນເທົ່າກັນ

10/06/2007 13:41 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU