ຄົ້ນຫາຂໍ້ມູນ

/ languages

Choisir langue
 

ນິໂກລາສ໌ ຊາຣ໌ໂກຊີ ຢ້ຽມຢາມສຫະ ຣາຊອານາຈັກ ເອມີຣາ ອາຫຣັບ

ມີການລົງນາມ ໃຫ້ຝຣັ່ງເສດ ຕັ້ງຖານທັບ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 15/01/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 19/01/2008 08:59 TU

ທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ (ຢືນຊ້າຍ) ແລະ ເອເມັຽຣ໌ ຊິກ ອາມັດ ບິນ ກາລີຟາ 
ອາລ ທານີ (ຢືນຂວາ) ປະມຸກແຫ່ງປະເທດກາຕາ ຮ່ວມເປັນສັກຂີພິຍານໃນການລົງນາມລະຫວ່າງ
ທ່ານ Jean-François Cirelli (ນັ່ງຊ້າຍ) ປະທານຜູ້ອຳນວຍການບໍຣິສັດ "GDF" (Gas de
France) ແລະ ຣມຕ ກະຊວງພລັງງານຂອງກາຕາ ທ່ານອັບດຸລລາ ອາລ ອັຕຕີຢາ (Abdullah
al-Attiyah) (ນັ່ງຂວາ) (ພາບ: Reuters)

ທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ (ຢືນຊ້າຍ) ແລະ ເອເມັຽຣ໌ ຊິກ ອາມັດ ບິນ ກາລີຟາ ອາລ ທານີ (ຢືນຂວາ) ປະມຸກແຫ່ງປະເທດກາຕາ ຮ່ວມເປັນສັກຂີພິຍານໃນການລົງນາມລະຫວ່າງ ທ່ານ Jean-François Cirelli (ນັ່ງຊ້າຍ) ປະທານຜູ້ອຳນວຍການບໍຣິສັດ "GDF" (Gas de France) ແລະ ຣມຕ ກະຊວງພລັງງານຂອງກາຕາ ທ່ານອັບດຸລລາ ອາລ ອັຕຕີຢາ (Abdullah al-Attiyah) (ນັ່ງຂວາ) (ພາບ: Reuters)

ຝຣັ່ງເສດ ແລະ ສຫະຣາຊອານາຈັກ ເອມີຣາ ອາຫຣັບ ຮ່ວມກັນລົງນາມໃນມື້
ນີ້ (ອັງຄານ 15 ມັງ ກອນ) ໃນສັນຍາກ່ຽວກັບການຕັ້ງຖານທັບຝຣັ່ງເສດທີ່ມີ
ລັກສນະຖາວອນ ທີ່ຈະມີກຳລັງພົນລະຫວ່າງ 400 – 500 ຄົນ ໃນດິນແດນ
ຂອງສຫະຣາຊອານາຈັກ ເອມີຣາ ອາຫຣັບ

ຜູ້ຮ່ວມລົງນາມຝ່າຍຝຣັ່ງເສດ ໄດ້ແກ່ ທ່ານແອຣ໌ເວ ມໍແຣັງ (Hervé Morin)
ຣມຕ ປ້ອງກັນປະເທດ ສ່ວນຜູ້ລົງນາມຝ່າຍ ເອມີຣາ ອາຫຣັບ ໄດ້ແກ່ ຣມຕ
ຕ່າງປະເທດ ຊິກ ອັບດາລລາ ເບັນ ຊາເຍດ ອາລ ນາຮາຢາເນ

ນອກຈາກນີ້ ຝຣັ່ງເສດ ແລະ ສຫະຣາຊອານາຈັກ ເອມີຣາ ອາຫຣັບ ກໍຍັງໄດ້
ຮ່ວມລົງນາມໃນສັນຍາວ່າດ້ວຍການຮ່ວມມືທາງດ້ານນິວເຄລັຽພົລເຮືອນນຳ
ດ້ວຍ ລົງນາມຝ່າຍຝຣັ່ງເສດໄດ້ແກ່ ທ່ານແບຣ໌ນາຣດ໌ ກຸສແນຣ໌ (Bernard
Kouchner) ຣມຕ ຕ່າງປະເທດ ຮ່ວມກັບຄູ່ຕຳແໜ່ງ ເອມີຣາ ອາຫຣັບ

ການລົງນາມໃນສັນຍາສອງສບັບມີຂຶ້ນທີ່ ກຸງອາບູ ດາບີ ນະຄອນຫລວງຂອງສຫະຣາຊ
ອານາຈັກ ເອມີຣາ ອາຫຣັບ ເນື່ອງໃນໂອກາດການເດີນທາງຢ້ຽມຢາມຂອງທ່ານປະ
ທານາທິບໍດີຝຣັ່ງເສດ ນິໂກ ລາສ໌ ຊາຣ໌ໂກຊີ

ສຫະຣາຊອານາຈັກ ເອມີຣາ ອາຫຣັບນີ້ ເປັນຂັ້ນຕອນສຸດທ້າຍຂອງການສາລະ ເວ
ຢ້ຽມຢາມສາມປະເທດໃນຂົງເຂດອ່າວເປີເຊັຽຂອງຜູ້ນຳຝຣັ່ງເສດ ທີ່ເລີ້ມມາຕັ້ງ
ແຕ່ວັນອາທິດ (13 ມັງກອນ) ທີ່ແລ້ວ ທີ່ປະເທດ ອາຣາບີ ຊາອູດິດ,  ເມື່ອວານນີ້
(14 ມັງກອນ) ທີ່ປະເທດກາຕາ

ການລົງນາມກ່ຽວກັບການຕັ້ງຖານທັບຝຣັ່ງເສດໃນສຫະຣາຊອານາຈັກ ເອມີຣາ ອາ
ຫຣັບ ດັ່ງກ່າວຖືໄດ້ວ່າເປັນບາດກ້າວສຳຄັນຂອງການພັທນາການພົວພັນລະຫວ່າງ
ສອງປະເທດ ທັງນີ້ເພາະຕາມປົກຕິນັ້ນ ຣັຖບານແຫ່ງ ກຸງອາບູ ດາບີ ມີແນວທາງ
ຫວງແຫນອະທິປະໄຕຂອງຕົນຢ່າງທີ່ສຸດ ແລະຈະບໍ່ຍອມໃຫ້ຕ່າງປະເທດຕັ້ງຖານ
ທັບໃນດິນແດນຂອງຕົນຢ່າງງ່າຍໆ

ສ່ວນທີ່ກ່ຽວກັບການລົງນາມໃນສັນຍາການຮ່ວມມືທາງດ້ານນິວເຄລັຽນັ້ນ ກໍນັບໄດ້
ວ່າສຫະຣາຊອານາຈັກ ເອມີຣາ ອາຫຣັບ ເປັນປະເທດອາຫຣັບປະເທດທີສາມແລ້ວ
ທີ່ລົງນາມກັບຝຣັ່ງເສດຮ່ວມມືໃນດ້ານນີ້ ຫລັງຈາກທີ່ ອາລເຊຣີ ແລະ ລີບີ ໄດ້ລົງ
ນາມມາກ່ອນໜ້ານີ້ແລ້ວ

ກຸ່ມບໍຣິສັດ Areva ແລະ Suez (ສາຂາໄຟຟ້າ) ໄດ້ປະກາດເມື່ອວັນຈັນຜ່ານມາຈະ
ຮ່ວມກັນກັບບໍຣິ ສັດ Total (ຂຸດເຈາະນ້ຳມັນ) ເພື່ອຂາຍເຕົາປະຕິກອນນິວເຄລັຽນ້ຳເ
ຢັນຮຸ່ນໃໝ່ "EPR" (European Pressurized Water Reactor) ໃຫ້ແກ່ ເອມີຣາ
ອາຫຣັບ

ສ່ວນໃນການຢ້ຽມຢາມ ອາຣາບີ ຊາອູດິດ ເມື່ອວັນອາທິດ 13 ມັງກອນ ທີ່ຜ່ານມາ
ຂອງທ່ານປະທານາທິບໍຊາຣ໌ໂກຊີແລະຄນະນັ້ນ ທັງສອງປະເທດກໍໄດ້ລົງນາມໃນສັນ
ຍາສີ່ສບັບດ້ວຍກັນຄື

1. ສັນຍາວ່າດ້ວການຮ່ວມມືທາງດ້ານການຂຸດເຈາະນ້ຳມັນແລະກ໊າສທັມມະຊາດ
2. ສັນຍາວ່າດ້ວຍການຮ່ວມມືທາງດ້ານການທູດ
3. ສັນຍາວ່າດ້ວຍການຮ່ວມມືທາງດ້ານການສຶກສາແລະການຄົ້ນຄວ້າວິທຍາສາດ
4. ສັນຍາວ່າດ້ວຍການຝຶກອົບຮົມ

ສອງສັນຍາຫລັງນີ້ຈະເອື້ອອຳນວຍໃຫ້ ອາຣາບີ ຊາອູດິດ ຈັດສົ່ງບັນດາເຈົ້າໜ້າທີ່
ແລະນັກສຶກສາ ເດີນທາງມາທຳການສຶກສາແລະຝຶກອົບຮົມໃນປະເທດຝຣັ່ງເສດຈຳ
ນວນຫລາຍກວ່າເກົ່າ ສ່ວນໃນການຢ້ຽມຢາມກາຕານັ້ນ ກໍມີການລົງນາມໃນການ
ຮ່ວມໄມ້ຮ່ວມມືທາງດ້ານພລັງງານ

ການເມືອງຝຣັ່ງ

ກາຊາ/ ເຂດຕາເວັນອອກກາງ

ຊ່ວຍເຫລືອ ສ້າງສາ ຄາດວ່າ ຈະມີ ໓ ພັນກວ່າ ລ້ານໂດລາ

ກອງປະຊຸມ ຢູ່ ເມືອງ "ຊາກແອນເຊກ", ໂດຍ ການເປັນ ປະທານຮ່ວມ ຂອງ ທ່ານປະທານ ປະເທດຝຣັ່ງ ແລະ ປະເທດເອຢີບ ພ້ອມທັງ ອົງການ ຈັດຕັ້ງ ໙໐ ຊາດ ເຫັນພ້ອມ

02/03/2009 12:41 TU

ກັມມາທິການ ອັຕຕາລີ

ຢູ່ ສຳນັກປະທານປະເທດ ຝຣັ່ງ ກັມມາທິການ ປະຕິຮູບທີ່ ເອີ້ນວ່າ COMMISSION ATTALI ໄດ້ ນຳສເນີ ຜົນງານ ແກ ປະທານາທິບໍດີ SARKOSY

ຣາຍງານ ໓໑໖ ຂໍ້ ກັມມາທິການປະຕິຮູບ ອັຕຕາລີ

ຣາຍງານ ກັມມາທິການປະຕິຮູບ ອັຕຕາລີ ສເນີ ເຖິງ ໓໕ ປະເດັນ ແຕ່ບໍ່ໃຫ້ ມີການຕັດຕໍ່ ຖອກຖອນ ແຕ່ຢ່າງໃດ ທັງນັກການເມືອງ ແລະ ກັມມະບານ ບໍພໍໃຈຖືວ່າ ແມ່ນ ການຖອຍຫລັງ ດ້ານສັງຄົມ.

06/10/2008 10:51 TU

ຝລັ່ງ//ທະວີບອາຟຣິກ

ທ່ານສາກໂກຊີຢູ່ລີລີກັບກາດາຟີຮູບ: reuters

ສາກໂກຊີມ້ວນທ້າຍ ການຢ້ຽມຢາມຢູ່ກາບົງ

ທ່ານສາກໂກຊີສາລະເວຢ້ຽມຢາມ ບັນດາປະເທດໃນທະວີບອາຟຣິກ

27/07/2007 12:23 TU

ຊາຣ໌ໂກຊີສືບຕໍ່ ເປີດກວ້າງ ສູ່ຝ່າຍຄ້ານ

ສນັບສນຸນ DSK ຮັບຕຳແໜ່ງ ຜ.ອ.ກ. IMF

ຜູ້ນຳຝຣັ່ງສນັບສນຸນແກ່ນັກການເມືອງຝ່າຍ ຄ້ານເຂົ້າຊິງຕຳແໜ່ງຜູ້ອຳນວຍການອົງການ ເງິນທຶນສາກົນ FMI

08/07/2007 13:35 TU

ຝລັ່ງ//ຝ່າຍຂວາ ໄດ້ສຽງສ່ວນຫຼາຍ ເດັດຂາດ

ຝ່າຍຊ້າຍ ບໍ່ເສັຽຖ້ຽວ

ຝ່າຍຂວາບໍ່ໄດ້ຮັບຈຳຈວນຜູ້ແທນແບບ ຖ້ວມຖົມຝ່າຍຊ້າຍຕາມທີ່ຄາດໄວ້ແຕ່ ຢ່າງໃດ ເພາະຝ່າຍຊ້າຍກໍມີຜູ້ແທນພໍໃຊ້

18/06/2007 05:43 TU

ປະເທດຝຣັ່ງ

ເລືອກຕັ້ງ ສສ ຮອບທີສອງ

ປະຊາຊົນ 37 ລ້ານຄົນລົງຄະແນນສຽງຮອບ ສອງເລືອກ ສສ 467 ທ່ານ ຫລັງຈາກທີ່ 110 ທ່ານໄດ້ຮັບການເລືອກຕັ້ງແລ້ວ

17/06/2007 11:30 TU

ຝລັ່ງ//ເລືອກຜູ້ແທນຮອບສອງ

ຮອບສອງ ຍັງສາມມື້

ສະຖິຕິຢັ່ງສຽງອອກມາແຕ່ລະມື້ກ່ຽວກັບ ການເລືອກຕັ້ງຮອບສອງກໍຕ່າງກັນເລັກ ນ້ອຍລະຫວ່າງຂວາ~ກາງ~ຊ້າຍ

14/06/2007 05:11 TU

ເອີໂຣບ//ເສຖກິດແລະການເງິນ

ເງິນອັດຕະກູນເອີໂຣຮູບ: sovong

ເຂດເງິນເອີໂຣ €

ໃນໄລຍະນີ້ ເງິນຕະກຸນເອີໂຣມີຄ່າສູງ ປຽບໃສ່ເງິນດອນລາອະເມລິກາ $ ແລະປຽບໃສ່ຄ່າທຽບເມື່ອປີ 2000

12/06/2007 04:53 TU

ເລືອກຕັ້ງ ສສ ຝຣັ່ງເສດ 2007

ຂໍ້ມູນທີ່ຄວນຮູ້

ຜູ້ສມັກຕ້ອງມີອາຍຸ 23 ປີຂື້ນໄປ ແລະຜູ້ປ່ອນບັດ ຕ້ອງ 18 ປີຂື້ນໄປ ໃນຂນະທີ່ກົດໝາຍຣັຖທັມມະ ນູນກຳໜົດໃຫ້ຜູ້ສມັກ ຍິງ-ຊາຍ ມີຈຳນວນເທົ່າກັນ

10/06/2007 13:41 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU