ຄົ້ນຫາຂໍ້ມູນ

/ languages

Choisir langue
 

ເລືອກຕັ້ງ ສສ ຝຣັ່ງເສດ 2007

ຂໍ້ມູນທີ່ຄວນຮູ້

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 10/06/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 10/06/2007 à 15:41 TU

ການໃຊ້ສິດປະຊາທິປະໄຕລົງຄະແນນສຽງ
ຂອງຊາວຝຣັ່ງເສດເລືອກ ສສ ຮອບທີໜຶ່ງ
(ພາບ: Reuters)

ການໃຊ້ສິດປະຊາທິປະໄຕລົງຄະແນນສຽງ ຂອງຊາວຝຣັ່ງເສດເລືອກ ສສ ຮອບທີໜຶ່ງ (ພາບ: Reuters)

ການເລືອກຕັ້ງສະມາຊິກສະພາຜູ້ແທນ
ຣາສດອນປີ 2007 ຊຶ່ງການລົງຄະແນນ
ສຽງຮອບທີໜຶ່ງມີຂື້ນໃນມື້ນີ້ ເປັນການ
ເລືອກຕັ້ງຄັ້ງທີ 13 ນັບຕັ້ງແຕ່ "ກົດ
ໝາຍຣັຖທັມມະນູນແຫ່ງສາທາຣະ ນະ
ຣັດທີ 5" ໄດ້ຮັບການປະກາດໃຊ້ຕັ້ງແຕ່
ວັນທີ 4 ຕຸລາ 1958 ເປັນຕົ້ນມາ ໂດຍ
ມີບັນດາຜູ້ສມັກທັງໝົດ 7369 ທ່ານ
ຈາກກວ່າ 80 ພັກການເມືອງ ໃນນັ້ນເປັນສຕຣີ 3177 ທ່ານ ທັງນີ້ເພື່ອຊ່ວງ
ຊິງກັນເປັນຜູ້ຄອງທີ່ນັ່ງໃນສະພາຈຳນວນທັງໝົດ 577 ທີ່ນັ່ງ ຕາມກົດໝາຍ
ຣັຖທັມມະນູນ ຜູ້ສມັກ ສສ ແຕ່ລະທ່ານຕ້ອງມີສັນຊາດຝຣັ່ງເສດອາຍຸບໍ່ຕ່ຳກວ່າ
23 ປີ ແລະຕ້ອງເປັນຜູ້ທີ່ບໍ່ຖືກຕັດສິດພົລເມືອງໃນການລົງສມັກຮັບເລືອກຕັ້ງ
ໃນຂນະທີ່ຜູ້ ປ່ອນບັດກໍຕ້ອງອາຍຸຢ່າງນ້ອຍ 18 ປີ

ວິທີການລົງຄະແນນສຽງ

ພົລເມືອງຝຣັ່ງເສດ 44.5 ລ້ານຄົນທີ່ມີອາຍຸຕັ້ງແຕ່ 18 ປີຂຶ້ນໄປ ເປັນຜູ້ມີສິດອອກສຽງ
ເລືອກຕັ້ງໃນຈຳນວນພົລເມືອງທັງໝົດ 64 ລ້ານຄົນ ໂດຍແຕ່ລະຄົນໃຊ້ສິດປະຊາທິປະ
ໄຕຂອງຕົນລົງຄະແນນສຽງໂດຍກົງສອງຄັ້ງ ຄືໃນຮອບທີ່ໜຶ່ງແລະຮອບທີ່ສອງ ເລືອກ
ເອົາຜູ້ສມັກຜູ້ໃດຜູ້ໜຶ່ງພຽງຜູ້ດຽວ ທີ່ສັງກັດພັກໃດພັກໜຶ່ງ ທີ່ຕົນນິຍົມ

ຜູ້ສມັກທ່ານໃດ ໃນເຂດເລືອກຕັ້ງໃດໆ ທີ່ໄດ້ຮັບຄະແນນສຽງ (50% + 1) ຂອງຄະ
ແນນສຽງທີ່ປ່ອນລົງໃນຫີບເລືອກຕັ້ງ ກໍຈະໄດ້ຮັບການເລືອກຕັ້ງໄປເລີຍໃນຮອບທີໜຶ່ງ
ສ່ວນຜູ້ສມັກທີ່ໄດ້ຮັບຄະແນນນ້ອຍກວ່າຕົວເລກທີ່ກ່າວເທິງນີ້ ຈະຜ່ານເຂົ້າໄປຊິງໄຊກັນ
ໃໝ່ອີກເທື່ອໜຶ່ງໃນຮອບທີ່ສອງ

ແຕ່ວ່າການທີ່ຈະມີສິດເຂົ້າແຂ່ງຂັນໃນຮອບທີ່ສອງໄດ້ນັ້ນ ຜູ້ສມັກໃດໆ ຈະຕ້ອງໄດ້ຮັບຄະ
ແນນສຽງຢ່າງນ້ອຍທີ່ສຸດບໍ່ຕ່ຳ ກ ວ່າ 12.5% ຂອງບັນຊີລາຍຊື່ຜູ້ມີສິດອອກສຽງເລືອກ
ຕັ້ງທັງໝົດໃນເຂດເລືອກຕັ້ງ

ນັ້ນກໍໝາຍຄວາມວ່າຜູ້ສມັກທີ່ເຂົ້າແຂ່ງຂັນຊິງກັນເປັນ ສສ ໃນຮອບທີ່ສອງນີ້ອາດມີຫລາຍ
ກວ່າສອງທ່ານກໍໄດ້ ສ່ວນຜູ້ສມັກທີ່ໄດ້ຄະແນນຕ່ຳ ກ ວ່າ 12.5%  ກໍຕົກຮອບໄປເລີຍ
ບໍ່ມີສິດເຂົ້າໄປແຂ່ງຂັນໃນຮອບທີ່ສອງ

ແຕ່ໃນກໍຣະນີທີ່ໃນຮອບທີໜຶ່ງ ບໍ່ມີຜູ້ສມັກທ່ານໃດໄດ້ຮັບຄະແນນສຽງເຖິງ 12.5% ກໍຈະ
ແມ່ນຜູ້ສມັກສອງທ່ານທີ່ໄດ້ຮັບຄະແນນສຽງຫລາຍທີ່ສຸດ ເປັນຜູ້ເຂົ້າໄປຊິງໄຊກັນໃນຮອບ
ທີສອງແລະຜູ້ສມັກທີ່ໄດ້ຮັບຄະແນນສຽງຫລາຍທີ່ສຸດຈະເປັນຜູ້ໄດ້ຮັບການເລືອກຕັ້ງ ແຕ່
ໃນກໍຣະນີທີ່ຄະແນນສຽງເທົ່າກັນຜູ້ທີ່ມີອາຍຸຫລາຍກວ່າຈະເປັນຜູ້ໄດ້ຮັບການເລືອກຕັ້ງ

ວິທີການເລືອກຕັ້ງສອງຮອບຕາມທີ່ກ່າວມານີ້ ເປັນປັດໃຈເອື້ອອຳນວຍເຮັດໃຫ້ພັກການ
ເມືອງໃຫຍ່ໆ ໂດຍສະເພາະພັກການເມືອງທີ່ເປັນຝ່າຍຣັຖບານ ສາມາດມີສຽງເັດດຂາດ
ໃນສະພາໄດ້ ແລະເປັນຣັຖບານທີ່ມີສະເຖັຽຣະພາບ ໂດຍໄດ້ຮັບການສນັບສນຸນຈາກສະ
ພາຢ່າງຖ້ວມລົ້ນ ທັງນີ້ກໍເພາະພັກເລັກພັກນ້ອຍທີ່ບໍ່ໄດ້ຮັບສຽງເກິນກວ່າ 12.5% ນັ້ນ
ບໍ່ມີໂອກາດໄດ້ຮັບການເລືອກຕັ້ງໃຫ້ມີ ສສ ໃນສະພານັ້ນເອງ

ຄວາມສເມີພາບຂອງຈຳນວນຜູ້ສມັກຍິງ-ຊາຍ 

ປີນີ້ເປັນປີທີ່ແປດແລ້ວຫລັງຈາກທີ່ມີການປະຕິຮູບກົດໝາຍຣັຖທັມມະນູນກຳໜົດໃຫ້ຈຳນວນ
ຜູ້ສມັກຍິງແລະຊາຍຂອງແຕ່ລະພັກຕ້ອງເທົ່າທຽມກັນ (50/50) ແຕ່ເຖິງປານນັ້ນປະ ເທດ
ຝຣັ່ງເສດກໍຍັງມີຄວາມກ້າວໜ້າຢ່າງເຊື່ອງຊ້າໃນເຣື່ອງຄວາມສເມີພາບດັ່ງກ່າວ ໂດຍຢູ່
ໃນອັນດັບທີ 59 ຂອງໂລກ ມີສຸພາບສຕຣີເປັນຜູ້ລົງສມັກໃນການເລືອກຕັ້ງ ສສ ຄັ້ງນີ້
ພຽງແຕ່ 41.6% ເທົ່ານັ້ນ ເພີ້ມຂຶ້ນຢ່າງເຊື່ອງຊ້າເມື່ອປຽບທຽບກັບ 5 ປີກ່ອນທີ່ມີ 39%

ໃນຣະຍະແປດປີທີ່ຜ່ານມານັ້ນ ພັກການເມືອງທີ່ມີຄວາມກ້າວໜ້າຫລາຍກວ່າໝູ່ໃນເຣື່ອງ
ຄວາມສເມີພາບຜູ້ສມັກຍິງຊາຍນີ້ ໄດ້ແກ່ບັນດາພັກເລັກພັກນ້ອຍ ທັງນີ້ເພາະເປັນພັກທີ່ບໍ່ມີ
ງົປມານຫລາຍ ຈຶ່ງພຍາຍາມຫລີກເວັ້ນການຕັດເງິນການຊ່ວຍເຫລືອຈາກຣັຖບານຍ້ອນ
ຄວາມບໍ່ສເມີພາບຂອງຜູ້ສມັກຍິງຊາຍນີ້

ຄວາມສເມີພາບ ຍິງ-ຊາຍ ແລະເງິນຊ່ວຍເຫລືອຈາກຣັຖບານ

ກົດໝາຍຣັຖທັມມະນູນຫ້າມບໍ່ໃຫ້ພັກການເມືອງຮັບເງິນຊ່ວຍເຫລືອຈາກນິຕິບຸກຄົນ (Per-
sonne morale) ໃນຂນະທີ່ສ່ວນບຸກຄົນ (Personne physique) ກໍສາມາດໃຫ້ເງິນ
ຊ່ວຍເຫລືອແກ່ພັກການເມືອງໄດ້ຄົນໜຶ່ງບໍ່ເກີນ 7500 ເອີໂຣຕໍ່ປີ ດັ່ງນັ້ນຣັຖບານຈຶ່ງເປັນ
ຜູ້ທີ່ຮັບພາຣະຫລາຍກວ່າຜູ້ອື່ນໃນການໃຫ້ເງິນຊ່ວຍເຫລືອແກ່ບັນດາພັກການເມືອງຕ່າງ
ໆ ໂດຍຄຳນວນຕາມຈຳນວນຄະແນນສຽງທີ່ພັກການເມືອງໄດ້ຮັບໃນການເລືອກຕັ້ງ ຄື
1 ຄະແນນຕໍ່ 1.63 ເອີໂຣ

ແຕ່ການທີ່ຈະໄດ້ຮັບເງິນຊ່ວຍເຫລືອນັ້ນ ພັກການເມືອງຕ່າງໆຈະຕ້ອງໄດ້ຮັບຄະແນນສຽງ
ໃນການເລືອກຕັ້ງຢ່າງນ້ອຍທີ່ສຸດ 1% ຂຶ້ນໄປ ແລະຕ້ອງສົ່ງສມາຊິກຂອງຕົນລົງສມັກ
ຢ່າງນ້ອຍ 50 ທ່ານໃນ 50 ເຂດເລືອກຕັ້ງໃນຈຳນວນທັງໝົດ 577 ເຂດເລືອກຕັ້ງ

ຢ່າງໃດກໍຕາມ ຈຳນວນເງິນຊ່ວຍເຫລືອນີ້ຈະຖືກຕັດເຖິງ 50% ຂອງຄວາມແຕກຕ່າງລະ
ຫວ່າງຈຳນວນຜູ້ສມັກຍິງ-ຊາຍທີ່ພັກການເມືອງສົ່ງລົງສມັກ

ຕົວຢ່າງ "ພັກ X" ສົ່ງຜູ້ສມັກຊາຍລົງແຂ່ງຂັນ 55 ທ່ານ ແລະຍີງ 45 ທ່ານ ຄວາມ
ແຕກຕ່າງກໍຄື 10 ເຄິ່ງໜຶ່ງຂອງ 10 ກໍຄື 5 ເພາະສນັ້ນເງິນຊ່ວຍເຫລືອແກ່ພັກການເມືອງ
ກໍຈະຖືກຕັດລົງ 5%

ເມື່ອປຽບທຽບກັບປີ 2002 ພັກສັງຄົມນິຍົມມີຄວາມກ້າວໜ້າ 11% ໂດຍມີຜູ້ສມັກທີ່ເປັນ
ສຕຣີໃນການເລືອກຕັ້ງ ສສ ປີ 2007 ນີ້ 45.5% ໃນຂນະທີ່ພັກຝ່າຍຂວາ UMP ມີ
26.6% ຢ່າງໃດກໍຕາມ ເຖິງກົດໝາຍຣັຖທັມມະນູນສົ່ງເສີມຄວາມສເມີພາບຍິງຊາຍໃນ
ເວທີການເມືອງກໍຕາມ ແຕ່ຜູ້ທີ່ໄດ້ຮັບການເລືອກຕັ້ງຫລາຍກວ່າກໍຍັງເປັນນັກການເມືອງ
ເພດຊາຍຄືເກົ່າ ໂດຍເຫັນໄດ້ຈາກສະພາຊຸດປັດຈຸບັນທີ່ຈະໝົດອາຍຸລົງໃນໄວໆນີ້ ໃນຈຳ
ນວນ ສສ 577 ທ່ານ ມີ ສສ ທີ່ເປັນສຕຣີພຽງແຕ່ 13% ເທົ່ານັ້ນ

ນອກຈາກໄດ້ຮັບເງິນຕາມຈຳນວນຄະແນນສຽງແລ້ວ ສສ ພັກການເມືອງຕ່າງໆກໍຍັງໄດ້
ຮັບເງິນຊ່ວຍເຫລືອຈາກຣັຖບານຕາມຈຳນວນ ສສ ອີກດ້ວຍ ຄື ສສ ໜຶ່ງທ່ານຕໍ່ 44 ພັນ
ເອີໂຣຕໍ່ປີເປັນເວລາ 5 ປີ ແລະເງິນຈຳນວນນີ້ບໍ່ແມ່ນເຂົ້າກະເປົ໋າຂອງ ສສ ຫາກແຕ່ວ່າ
ເຂົ້າບັນຊີຂອງພັກການເມືອງ

ໂດຍຫລັກການການຊ່ວຍເຫລືອດັ່ງກ່າວ ພັກ UMP ທີ່ມີ ສສ 352 ທ່ານໃນສະພາຊຸດ
ປັດຈຸບັນທີ່ຈະຄົບວາຣະໄວໆນີ້ ຈຶ່ງໄດ້ຮັບ 15 ລ້ານເອີໂຣເມື່ອປີ 2006 ທີ່ຜ່ານມາ ໃນ
ຂນະທີ່ພັກສັງຄົມນິຍົມແລະພັນທະມິດທີ່ມີຈຳນວນ ສສ ຮວມກັນທັງໝົດ 150 ທ່ານ ໄດ້
ຮັບ 7 ລ້ານເອີໂຣ, ສ່ວນພັກ UDF ໄດ້ຮັບກວ່າ 1 ລ້ານເອີໂຣເລັກນ້ອບສຳລັບຈຳນວນ
ສສ 28 ທ່ານ

ການເມືອງຝຣັ່ງ

ກາຊາ/ ເຂດຕາເວັນອອກກາງ

ຊ່ວຍເຫລືອ ສ້າງສາ ຄາດວ່າ ຈະມີ ໓ ພັນກວ່າ ລ້ານໂດລາ

ກອງປະຊຸມ ຢູ່ ເມືອງ "ຊາກແອນເຊກ", ໂດຍ ການເປັນ ປະທານຮ່ວມ ຂອງ ທ່ານປະທານ ປະເທດຝຣັ່ງ ແລະ ປະເທດເອຢີບ ພ້ອມທັງ ອົງການ ຈັດຕັ້ງ ໙໐ ຊາດ ເຫັນພ້ອມ

02/03/2009 12:41 TU

ກັມມາທິການ ອັຕຕາລີ

ຢູ່ ສຳນັກປະທານປະເທດ ຝຣັ່ງ ກັມມາທິການ ປະຕິຮູບທີ່ ເອີ້ນວ່າ COMMISSION ATTALI ໄດ້ ນຳສເນີ ຜົນງານ ແກ ປະທານາທິບໍດີ SARKOSY

ຣາຍງານ ໓໑໖ ຂໍ້ ກັມມາທິການປະຕິຮູບ ອັຕຕາລີ

ຣາຍງານ ກັມມາທິການປະຕິຮູບ ອັຕຕາລີ ສເນີ ເຖິງ ໓໕ ປະເດັນ ແຕ່ບໍ່ໃຫ້ ມີການຕັດຕໍ່ ຖອກຖອນ ແຕ່ຢ່າງໃດ ທັງນັກການເມືອງ ແລະ ກັມມະບານ ບໍພໍໃຈຖືວ່າ ແມ່ນ ການຖອຍຫລັງ ດ້ານສັງຄົມ.

06/10/2008 10:51 TU

ນິໂກລາສ໌ ຊາຣ໌ໂກຊີ ຢ້ຽມຢາມສຫະ ຣາຊອານາຈັກ ເອມີຣາ ອາຫຣັບ

ປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌
ໂກຊີ (ພາບ:euters)

ມີການລົງນາມ ໃຫ້ຝຣັ່ງເສດ ຕັ້ງຖານທັບ

ການຢ້ຽມຢາມສຫະຣາຊອານາຈັກ ເອມີຣາ ອາຫຣັບ ຂອງຜູ້ນຳຝຣັ່ງເສດ ເປັນຂັ້ນຕອນ ສຸດທ້າຍການຢ້ຽມຢາມສາມປະເທດໃນຂົງເຂດ

19/01/2008 08:59 TU

ຝລັ່ງ//ທະວີບອາຟຣິກ

ທ່ານສາກໂກຊີຢູ່ລີລີກັບກາດາຟີຮູບ: reuters

ສາກໂກຊີມ້ວນທ້າຍ ການຢ້ຽມຢາມຢູ່ກາບົງ

ທ່ານສາກໂກຊີສາລະເວຢ້ຽມຢາມ ບັນດາປະເທດໃນທະວີບອາຟຣິກ

27/07/2007 12:23 TU

ຊາຣ໌ໂກຊີສືບຕໍ່ ເປີດກວ້າງ ສູ່ຝ່າຍຄ້ານ

ສນັບສນຸນ DSK ຮັບຕຳແໜ່ງ ຜ.ອ.ກ. IMF

ຜູ້ນຳຝຣັ່ງສນັບສນຸນແກ່ນັກການເມືອງຝ່າຍ ຄ້ານເຂົ້າຊິງຕຳແໜ່ງຜູ້ອຳນວຍການອົງການ ເງິນທຶນສາກົນ FMI

08/07/2007 13:35 TU

ຝລັ່ງ//ຝ່າຍຂວາ ໄດ້ສຽງສ່ວນຫຼາຍ ເດັດຂາດ

ຝ່າຍຊ້າຍ ບໍ່ເສັຽຖ້ຽວ

ຝ່າຍຂວາບໍ່ໄດ້ຮັບຈຳຈວນຜູ້ແທນແບບ ຖ້ວມຖົມຝ່າຍຊ້າຍຕາມທີ່ຄາດໄວ້ແຕ່ ຢ່າງໃດ ເພາະຝ່າຍຊ້າຍກໍມີຜູ້ແທນພໍໃຊ້

18/06/2007 05:43 TU

ປະເທດຝຣັ່ງ

ເລືອກຕັ້ງ ສສ ຮອບທີສອງ

ປະຊາຊົນ 37 ລ້ານຄົນລົງຄະແນນສຽງຮອບ ສອງເລືອກ ສສ 467 ທ່ານ ຫລັງຈາກທີ່ 110 ທ່ານໄດ້ຮັບການເລືອກຕັ້ງແລ້ວ

17/06/2007 11:30 TU

ຝລັ່ງ//ເລືອກຜູ້ແທນຮອບສອງ

ຮອບສອງ ຍັງສາມມື້

ສະຖິຕິຢັ່ງສຽງອອກມາແຕ່ລະມື້ກ່ຽວກັບ ການເລືອກຕັ້ງຮອບສອງກໍຕ່າງກັນເລັກ ນ້ອຍລະຫວ່າງຂວາ~ກາງ~ຊ້າຍ

14/06/2007 05:11 TU

ເອີໂຣບ//ເສຖກິດແລະການເງິນ

ເງິນອັດຕະກູນເອີໂຣຮູບ: sovong

ເຂດເງິນເອີໂຣ €

ໃນໄລຍະນີ້ ເງິນຕະກຸນເອີໂຣມີຄ່າສູງ ປຽບໃສ່ເງິນດອນລາອະເມລິກາ $ ແລະປຽບໃສ່ຄ່າທຽບເມື່ອປີ 2000

12/06/2007 04:53 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU