ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຝລັ່ງ//ເລືອກຜູ້ແທນຮອບສອງ

ຮອບສອງ ຍັງສາມມື້

ໂດຍ  ໂສວົງ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 14/06/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 14/06/2007 à 07:11 TU

ຍັງອີກສາມມື້ ຄືວັນອາທິດວັນທີ່ 17 ເມຖຸນາ ປະຊາຊົນກໍຈະປ່ອນບັດເອົາ ຜູ້ແທນຮອບສອງ ສະເພາະພວກທີ່ ບໍ່ໄດ້ຮັບຄະແນນກວ່າຫ້າສິບສ່ວນຮ້ອຍ ໃນຮອບທີ່ນຶ່ງພວກດັ່ງກ່າວກໍແຂ່ງກັນ ໃນແຕ່ລະເຂດບາງແຫ່ງກໍມີສອງຄົນ ຫຼື ສາມ ຫຼື ສີ່ ທີ່ແຂ່ງກັນອີກ
ພັກຂວາ UMP ພັກກາງໃໝ່ ແລະຝ່າຍຂວາຕ່າງໆ ຄາດວ່າຈະໄດ້ຮັບ 394-434 ບ່ອນນັ່ງໃນສະພາ ຫຼັງຈາກຮອບສອງວັນທີ່ 17/6/07 ສ່ວນພັກສັງຄົມນິຍົມຄົງໄດ້ ຮັບ 105-131 ບ່ອນນັ່ງ ສະຖິຕິດັ່ງກ່າວ ແມ່ນອີງຕາມສະຖາບັນ BVA ທີ່ອອກມາ ວັນທີ່ 14/6/07

ພັກກອມມຸນິດຄົງໄດ້ຈຳນວນຜູ້ແທນລະຫວ່າງ 10-16 ຄົນ ເຊິ່ງເຫັນວ່າ ບໍ່ພຽງພໍໃນ ການປະກອບເປັນຄນະໃນສະພາ ສ່ວນພັກທັມມະຊາດຂຽວ (Verts) ຄົງໄດ້ 3-4 ຄົນ ພັກປະຊາທິປະໄຕຂອງທ່ານບາຍຣູຄົງໄດ້ 1-3 ຄົນ (ສະຖິຕິນີ້ ແມ່ນ ອີງໃສ່ ຈຳນວນຜູ້ແທນໃນແຜ່ນດິນໃຫຍ່ທໍ່ນັ້ນ 555 ຄົນ)

ເມື່ອອີງຕາມການຢັ່ງສຽງ BVA ແລ້ວ ມີປະຊາຊົນ 53% ປາຖນາໃຫ້ຝ່າບຂວາມີຊັຍ ຊນະ (ຂຶ້ນສາມແຕ້ມ ປຽບໃສ່ສະຖິຕິວັນທີ່ 7/5/07) ແລະ 40% ຕ້ອງການໃຫ້ຝ່າຍ ຊ້າຍໄດ້ຮັບຊັຍຊນະ (ຫຼຸດສີ່ແຕ້ມ ປຽບໃສ່ມື້ກ່ອນໆຜ່ານມາ) ຝ່າຍຂວາລື່ນຊ້າຍ 13 ແຕ້ມ ປະຊາຊົນທີ່ຍັງບໍ່ຮູ້ເທື່ອນັ້ນມີ 7% (ຂຶ້ນສາມແຕ້ມ)

ນອກນັ້ນ ປະຊາຊົນກໍຍັງປາຖນາໃຫ້ຣັຖບານໃໝ່ນີ້ກຳກັບແກ້ໄຂບັນຫາວ່າງງານ ຄ່າ ຄອງຊີບແລະສະພາບທຸກຍາກໃນຝລັ່ງ ສ່ວນຄ່າຄອງຊີບນັ້ນ ແມ່ນບັນຫາຕົ້ນຕໍສຳຄັນ ທີ່ຄວນນຳມາແກ້ໄຂກ່ອນບັນຫາອື່ນໆ

ປະຊາຊົນໄວ້ເນື້ອເຊື່ອໃຈຣັຖບານໃໝ່ມີຈຳນວນໜ້ອຍລົງໃນໂຄງການແກ້ໄຂການວ່າງ ງານດັ່ງກ່າວ ຄື ມີພຽງ 50% ເຊິ່ງແຕ່ກ່ອນນັ້ນມີເຖິງ 56% ລະຫວ່າງວັນທີ່ 21-22 ພຶສພາຜ່ານມາ ປຽບໃສ່ສະຖິຕິໃໝ່ດັ່ງກ່າວນີ້

ໃນເວລານີ້ ຝ່າຍຊ້າຍພວມບຸກມາແຮງ ໂຈມຕີຣັຖບານກ່ຽວກັບການຂຶ້ນຄ່າອາກອນ 5% ເພື່ອຖົມລະບົບປ້ອງກັນສັງຄົມ ຮອດດຽວນີ້ ອາກອນດັ່ງກ່າວຢູ່ໃນຂີດ 19% ຖ້າ ວ່າຂຶ້ນອີກ 5% ກໍເກືອບເຖິງ 25% (ເຊັ່ນ ຢາສູບເປັນຕົ້ນ)

ສະນັ້ນ ໃນການໂຄສະນາຫາສຽງຮອບສອງນີ້ ຝ່າຍຊ້າຍຈິ່ງນຳເອົານະໂຍບາຍຕ້ານ ການເພີ່ມຂຶ້ນຂອງອາກອນດັ່ງກ່າວ ອັນເຮັດໃຫ້ຣັຖບານຂວາຕ້ອງລະດົມກັນແກ້ຂໍ້ຂ້ອງ ໃຈໃຫ້ແຈ້ງຂາວວ່າ ເຫດຜົນໃດຈິ່ງຂຶ້ນຄ່າອາກອນນີ້

ຝ່າຍຂວາວ່າ ອາກອນນັ້ນ ຄົງບໍ່ຂຶ້ນອັດຕາຕື່ມແຕ່ຢ່າງໃດໃນປີ 2008 ແຕ່ຫຼັງຈາກ ນັ້ນ ອາດເປັນໄປໄດ້ທີ່ຈະຂຶ້ນຕື່ມ 5% ນາຍົກຣັຖມຸນຕີວ່າ ເປັນພື້ນຖານຈາກເອີໂຣບ ບັນຍັດໃຫ້ ແລະ ອາດພົບກັບສະພາບເຟີ້ກໍເປັນໄດ້ ແຕ່ກໍຈະຖືກຄວບຄຸມໄວ້ຢ່າງເຄັ່ງ ຄັດ ສ່ວນລາຄາສິນຄ້ານັ້ນ ກໍອາດເລັ່ງຂຶ້ນໄປຕາມອີກ

ການເມືອງຝຣັ່ງ

ກາຊາ/ ເຂດຕາເວັນອອກກາງ

ຊ່ວຍເຫລືອ ສ້າງສາ ຄາດວ່າ ຈະມີ ໓ ພັນກວ່າ ລ້ານໂດລາ

ກອງປະຊຸມ ຢູ່ ເມືອງ "ຊາກແອນເຊກ", ໂດຍ ການເປັນ ປະທານຮ່ວມ ຂອງ ທ່ານປະທານ ປະເທດຝຣັ່ງ ແລະ ປະເທດເອຢີບ ພ້ອມທັງ ອົງການ ຈັດຕັ້ງ ໙໐ ຊາດ ເຫັນພ້ອມ

02/03/2009 12:41 TU

ກັມມາທິການ ອັຕຕາລີ

ຢູ່ ສຳນັກປະທານປະເທດ ຝຣັ່ງ ກັມມາທິການ ປະຕິຮູບທີ່ ເອີ້ນວ່າ COMMISSION ATTALI ໄດ້ ນຳສເນີ ຜົນງານ ແກ ປະທານາທິບໍດີ SARKOSY

ຣາຍງານ ໓໑໖ ຂໍ້ ກັມມາທິການປະຕິຮູບ ອັຕຕາລີ

ຣາຍງານ ກັມມາທິການປະຕິຮູບ ອັຕຕາລີ ສເນີ ເຖິງ ໓໕ ປະເດັນ ແຕ່ບໍ່ໃຫ້ ມີການຕັດຕໍ່ ຖອກຖອນ ແຕ່ຢ່າງໃດ ທັງນັກການເມືອງ ແລະ ກັມມະບານ ບໍພໍໃຈຖືວ່າ ແມ່ນ ການຖອຍຫລັງ ດ້ານສັງຄົມ.

06/10/2008 10:51 TU

ນິໂກລາສ໌ ຊາຣ໌ໂກຊີ ຢ້ຽມຢາມສຫະ ຣາຊອານາຈັກ ເອມີຣາ ອາຫຣັບ

ປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌
ໂກຊີ (ພາບ:euters)

ມີການລົງນາມ ໃຫ້ຝຣັ່ງເສດ ຕັ້ງຖານທັບ

ການຢ້ຽມຢາມສຫະຣາຊອານາຈັກ ເອມີຣາ ອາຫຣັບ ຂອງຜູ້ນຳຝຣັ່ງເສດ ເປັນຂັ້ນຕອນ ສຸດທ້າຍການຢ້ຽມຢາມສາມປະເທດໃນຂົງເຂດ

19/01/2008 08:59 TU

ຝລັ່ງ//ທະວີບອາຟຣິກ

ທ່ານສາກໂກຊີຢູ່ລີລີກັບກາດາຟີຮູບ: reuters

ສາກໂກຊີມ້ວນທ້າຍ ການຢ້ຽມຢາມຢູ່ກາບົງ

ທ່ານສາກໂກຊີສາລະເວຢ້ຽມຢາມ ບັນດາປະເທດໃນທະວີບອາຟຣິກ

27/07/2007 12:23 TU

ຊາຣ໌ໂກຊີສືບຕໍ່ ເປີດກວ້າງ ສູ່ຝ່າຍຄ້ານ

ສນັບສນຸນ DSK ຮັບຕຳແໜ່ງ ຜ.ອ.ກ. IMF

ຜູ້ນຳຝຣັ່ງສນັບສນຸນແກ່ນັກການເມືອງຝ່າຍ ຄ້ານເຂົ້າຊິງຕຳແໜ່ງຜູ້ອຳນວຍການອົງການ ເງິນທຶນສາກົນ FMI

08/07/2007 13:35 TU

ຝລັ່ງ//ຝ່າຍຂວາ ໄດ້ສຽງສ່ວນຫຼາຍ ເດັດຂາດ

ຝ່າຍຊ້າຍ ບໍ່ເສັຽຖ້ຽວ

ຝ່າຍຂວາບໍ່ໄດ້ຮັບຈຳຈວນຜູ້ແທນແບບ ຖ້ວມຖົມຝ່າຍຊ້າຍຕາມທີ່ຄາດໄວ້ແຕ່ ຢ່າງໃດ ເພາະຝ່າຍຊ້າຍກໍມີຜູ້ແທນພໍໃຊ້

18/06/2007 05:43 TU

ປະເທດຝຣັ່ງ

ເລືອກຕັ້ງ ສສ ຮອບທີສອງ

ປະຊາຊົນ 37 ລ້ານຄົນລົງຄະແນນສຽງຮອບ ສອງເລືອກ ສສ 467 ທ່ານ ຫລັງຈາກທີ່ 110 ທ່ານໄດ້ຮັບການເລືອກຕັ້ງແລ້ວ

17/06/2007 11:30 TU

ເອີໂຣບ//ເສຖກິດແລະການເງິນ

ເງິນອັດຕະກູນເອີໂຣຮູບ: sovong

ເຂດເງິນເອີໂຣ €

ໃນໄລຍະນີ້ ເງິນຕະກຸນເອີໂຣມີຄ່າສູງ ປຽບໃສ່ເງິນດອນລາອະເມລິກາ $ ແລະປຽບໃສ່ຄ່າທຽບເມື່ອປີ 2000

12/06/2007 04:53 TU

ເລືອກຕັ້ງ ສສ ຝຣັ່ງເສດ 2007

ຂໍ້ມູນທີ່ຄວນຮູ້

ຜູ້ສມັກຕ້ອງມີອາຍຸ 23 ປີຂື້ນໄປ ແລະຜູ້ປ່ອນບັດ ຕ້ອງ 18 ປີຂື້ນໄປ ໃນຂນະທີ່ກົດໝາຍຣັຖທັມມະ ນູນກຳໜົດໃຫ້ຜູ້ສມັກ ຍິງ-ຊາຍ ມີຈຳນວນເທົ່າກັນ

10/06/2007 13:41 TU

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU