ຄົ້ນຫາຂໍ້ມູນ

/ languages

Choisir langue
 

ກັມມາທິການ ອັຕຕາລີ

ຣາຍງານ ໓໑໖ ຂໍ້ ກັມມາທິການປະຕິຮູບ ອັຕຕາລີ

ໂດຍ ສີທູຍ ສຸວັນນະສີ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 24/01/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 06/10/2008 10:52 TU

ຢູ່ ສຳນັກປະທານປະເທດ ຝຣັ່ງ ກັມມາທິການ ປະຕິຮູບທີ່ ເອີ້ນວ່າ COMMISSION ATTALI ໄດ້ ນຳສເນີ ຜົນງານ ແກ ປະທານາທິບໍດີ SARKOSY

ຢູ່ ສຳນັກປະທານປະເທດ ຝຣັ່ງ ກັມມາທິການ ປະຕິຮູບທີ່ ເອີ້ນວ່າ COMMISSION ATTALI ໄດ້ ນຳສເນີ ຜົນງານ ແກ ປະທານາທິບໍດີ SARKOSY

ຣາຍງານ ກັມມາທິການປະຕິຮູບ ອັຕຕາລີ ສເນີ ເຖິງ ໓໕ ປະເດັນ ແຕ່ບໍ່ໃຫ້ ມີການຕັດຕໍ່ ຖອກຖອນ ແຕ່ຢ່າງໃດ ທັງນັກການເມືອງ ແລະ ກັມມະບານ ບໍພໍໃຈຖືວ່າ ແມ່ນ ການຖອຍຫລັງ ດ້ານສັງຄົມ.
1// ມື້ວານນີ້ ຢູ່ PALAIS ELYSEES ສຳນັກປະທານປະເທດ ຝຣັ່ງ ກັມມາ ທິການ ປະຕິຮູບ ເສຖກິດ ສັງຄົມ ຫລື ທີ່ ເອີ້ນວ່າ COMMISSION ATTALI ໄດ້ ນຳສເນີ ຜົນງານທີ່ໄດ້ ຖືກມອບຫມາຍ ແລະ ກະກຽມ ມາ ແຕ່ຣະດູຮ້ອນ ປີ ແລ້ວ ນີ້ - ຖືວ່າເປັນຂ່າວ ສຳຄັນ ສລູບຫຍໍ້ໆ ວ່າ ມັນມີຫຍັງແດ່ ສຳຄັນ ? 

ຖືໄດ້ວ່າ ເປັນ ເຣື່ອງສຳຄັນ ແລະແປກປລາດ ທີ່ສຸດ ທັງນີ້ກໍເພາະວ່າ ປະທານປະເທດ ທ່ານ ສາໂກສີ ເປັນຄົນຈາກພັກຂວາ UMP ຖືກເລືອກຕັ້ງມາ ເປັນປະທານປະເທດ ນຳ ພາການເມືອງ ຂວາ ແຕ່ວ່າ ທ່ານມອບຫມາຍໃຫ້ ທ່ານ ອັຕຕາລີ ທີ່ປຶກສາ ພິເສດ ປະ ທານ ມິຕເຕຣັງ ຜູ້ລາງ ພັກຊ້າຍ ມາ ເປັນປະທານ ກັມາທິການ ປະຕິຮູບ - ຊຶ່ງ ທ່ານ ຊັກ ອັຕຕາລີ ກໍຮັບ ແລະ ດຳເນີນ ການກະກຽມ ມາຕັ້ງແຕ່ ເດືອນສິງຫາ ແລ້ວນີ້. 

ທ່ານ ອັຕຕາລີ ປະກອບ ກັມມາທິການ ໂດຍການຮຽກຮ້ອງ ຜູ້ຊ່ຽວຊານ ສັນທັດກໍຣະນີ ທັງ ເປັນ ຊາວຝຣັ່ງ ແລະຜູ້ຊ່ຽວຊານ ຈາກຕ່າງປະະທດ ມາ ຮ່ວມມື ເຖິງ ໔໓ ທ່ານດ້ວຍກັນ. 

ແລ້ວ ວານນີ້ ທ່ານ ອັຕຕາລີ ກໍນຳສເນີ ວຽກງານ ທີ່ໄດ້ກະກຽມມາ ຊຶ່ງ ທ່ານໃຫ້ ແຕ່ລະ ຄົນລາຍງານເອງສັ້ນໆ. 

ຮວມແລ້ວ ມີ ໓໑໖ ຂໍ້ສເນີໃຫຍ່ໆ ເພື່ອປະຕິຮູບ ເສຖກິດ ແລະ ການຂຍາຍຕົວ ຮອບດ້ານ ຂອງຝຣັ່ງ ໂດຍ ບໍ່ມີການຂຶ້ນພາສີ ແຕຢ່າງໃດ. ບາງຂໍ້ ກໍຂັດ ກັບ ນະໂຍບາຍຣັຖບານ ຝຣັ່ງ ທີ່ໄດ້ ລົງມື ປະຕິບັດມາແລ້ວ. ໂດຍສະເພາະ ແມ່ນ ດ້ານ ຄົນເຂົ້າເມືອງ ໂດຍທີ່ທ່ານ ອາຕາ ລີ ສເນີວ່າ ໃຫ້ ຮັບເອົສ ຄົນຕ່າງດ້າວ ປະມານ ໒ ແສນ ໕ ເຂົ້າມາ ເພື່ອ ຈະມາ ສ້າງເສຖກິດຝຣັ່ງໃຫ້ຂຍາຍຕົວ ຕື່ມ ປີລະ ໑ ຈຸດ ເຄິງ ເປີເຊັນ. 

ນອກໄປຈາກນີ້ແລ້ວ ສຳຄັນອີກ ແມ່ນ ພວກອາຊີບສງວນ ເຊັ່ນ ພວກ ເວສະວະກັມ PHARMACIE – NOTAIRE – TAXI ແລະຮ້ານ ເສີມສວຍຕ່າງໆ ທີ່ເມື່ອກ່ອນ ຖືວ່າ ້ອາຊີບ ທີ່ ສງວນ ມີ ສິດພິເສດ ບໍ່ໃຫ້ໃຜ ເປີດໄດ້ຕາມໃຈ ມາບັດນີ້ ຈະໃຫ້ມີເສຣີ ໃຫ້ມີການ ແຂ່ງຂັນ ຫລື ມີCONCURRENCE ຣາຄາ ຈະຖືກລົງ ບໍຣິການຈະດີຂຶ້ນ ຢູ່ ຝຣັ່ງ ປະຕັງ ຕັກຊີ ໔໗໐໐໐ ປະຕັງ ຈະສາມາດ ເພີ່ມຂຶ້ນໄດ້ ອີກ ບໍ່ມີກຳນົດຄັກແນ່ ພາໃຫ້ພວກ ຂັບຕັກຊີ ຮ້ອງໂຮ ທັກທວງໃຫຍ່. >>>> ແລ້ວ ນອກໄປ ຈາກນີ້ ພວກ ສູງອາຍຸ ກາຍ ໕໐ -໖໐ ໄປ ຈະສາມາດ ເຮັດວຽກຕໍ່ໄດ້ ບໍ່ໃຫ້ໄລ່ ອອກໄປ ກິນບຳນານ ຣາຍໄດ້ຕໍ່າໆ ອີກຕໍ່ໄປ. 

ແຕ່ສິ່ງ ທີ່ ວິຕົກ ກໍຄື ທ່ານ ອັຕຕາລີ ວ່າ ໃຫ້ນຳ ປະຕິບັດ ຂໍ້ສເນີປະຕີຮູບນີ້ ທັງມວນ ໓໑໖ ຂ້ ບໍ່ ແມ່ນ ຢາກໄດ້ ຕອນໃດ ແມ່ນຈັບເອົາໄປໃຊ້ ທັງນີ້ ກໍເພາະ ວ່າ ທັງຫມົດນີ້ ມັນ ເປັນກ້ອມ ດຽວກັນ. ຄືກັບຣົດ ຊິໄປຕັດຟແຣງຊ້າຍອອກ ເອົາໄວ້ເແຕ່ຂວາ ມັນເປັນໄປບໍ່ໄດ້. 

ກ່າວແລ້ວ ກໍແມ່ນ ປະເພດ ເອົາທັງຫມົດ ຄັນຊັ້ນບໍ່ໃຫ້ ເລີຍ ພາໃຫ້ ເປັນຄຳຂາດ ທີ່ສ້າງ ຄວາມ ບໍ່ພໍໃຈແກ່ ນັກການເມືອງຂວາ ໃນສະພາຫລາຍທ່ານ. 

ທ່ານ ອັຕຕາລີ ຍໍ້າວ່າ ຫາກນຳ ແຜນ ຂອງທ່ານ ປະຕິບັດ ແຕ່ ນີ້ ຫາ ປີ ໒໐໑໒ ຈະສາ ມາດ ລົດ ເປີເຊັນຄົນຫວ່າງງານມາ ເຖິງຣະດັບ ໕% ຫມາຍຄວາມວ່າ ບໍມີຄົນ ຫວ່າງ ງານເລີຍ ກໍວ່າໄດ້ ແລະ ຈະສາມາດ ສ້າງ ທີ່ຢູ່ອາສັຍ LOGEMENTS ໃນເຂດຊານ ເມືອງ ເຖິງ ໒ ລ້ານ ທີ່ພັກອາສັຍ ແລະຈະ ສາມາດ ສ້າງວຽກເຮັດງານທຳ ໃນຄຸ້ມ ຊານເມືອງ QUARTIERS DIFFICILESຢ່າງຫລວງຫລາຍ ເພາະຈະອຳນວຍໃຫ້ ມີການສ້າງຕັ້ງບໍຣິສັດ ຂນາດ ກາງແລະນ້ອຍ PME PMI ບໍ່ຕໍ່າກວ່າ ຫມື່ນ ບໍຣິສັດ.

2// ກັມມາທິການ ອັຕຕາລີ ມີຈັກຂໍ້ແທ້ ແລະ ປະທານາທິບໍດີ SARKOSY ມີທັສນະ ແນວໃດ ?

 ຮວມທັງຫມົດ ໓໑໖ ຂໍ້ສເນີ ແຕ່ ແຍກເປັນຫລາຍ ຫົວຂໍ້ເຣື່ອງງດ້ວຍກັນ ສຳຄັນ ແມ່ນ ດ້ານ ເສຖກິດ ແລະ ການປ່ຽນ ປະຕິກິຣິຍາ ຊາວຝຣັ່ງ ທີ່ມີສ່ວນ ຫນ່ວງຫນ່ຽວ ບໍ່ໃຫ້ ປະ ເທດ ຝຣັ່ງ ກ້າວກະໂດດໄປຫນ້າໄດ້ ທັງໆ ທີ່ມີ ປັດຈັຍ ຫລາຍພຽງພໍ - ຂນະທີ່ ໂລກາວິວັດ ດຳເນີນໄປ ຢ່າງວ່ອງໄວ ເມືອງຝຣັ່ງຈັ້ງຢູ່ເກົ່າ ອັນຫມາຍຄວາມວ່າ ຖອຍຫລັງ ນັ້ນເອງ. 

ທ່ານກ່າວໃນຕອນນຶ່ງວ່າ ເມືອງຝຣັ່ງ ກຳລັງ ຕິດຂັດ EN PANNE ການຂຍາຍຕົວ ຂອງ ຝຣັ່ງ ແມ່ນ ມີປະຣິມານ ຕໍ່ທີ່ສຸດ ໃນໂລກ. ກັມມາທິການ ເຮັດວຽກ ໔ ເດືອນ ເພື່ອ ດຶງ ຝຣັ່ງ ຈາກ ສຖານະການນີ້ ແລະ ແບ່ງອອກ ເປັນ ໓໕ ປະເດັນ. 

ຮວມແລ້ວ ມີສິ່ງທີ່ກ່ຽວເຖິງ ອຳນາດ ການຊື້ / ກ່ຽວກັບ ການແຂ່ງຂັນ POUVOIR D ACHAT /ວຽກເຮັດງານທຳ/TRAVAIL/ ແລະລງທ້າຍດ້ວຍ ນະໂຍບາຍ ການເມືອງເພື່ອຊຸກຍູ້ໃຫ້ມີ ການຂຍາຍຕົວ / quelles mentalites pour liberer la croissance.

ການເມືອງຝຣັ່ງ

ກາຊາ/ ເຂດຕາເວັນອອກກາງ

ຊ່ວຍເຫລືອ ສ້າງສາ ຄາດວ່າ ຈະມີ ໓ ພັນກວ່າ ລ້ານໂດລາ

ກອງປະຊຸມ ຢູ່ ເມືອງ "ຊາກແອນເຊກ", ໂດຍ ການເປັນ ປະທານຮ່ວມ ຂອງ ທ່ານປະທານ ປະເທດຝຣັ່ງ ແລະ ປະເທດເອຢີບ ພ້ອມທັງ ອົງການ ຈັດຕັ້ງ ໙໐ ຊາດ ເຫັນພ້ອມ

02/03/2009 12:41 TU

ນິໂກລາສ໌ ຊາຣ໌ໂກຊີ ຢ້ຽມຢາມສຫະ ຣາຊອານາຈັກ ເອມີຣາ ອາຫຣັບ

ປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌
ໂກຊີ (ພາບ:euters)

ມີການລົງນາມ ໃຫ້ຝຣັ່ງເສດ ຕັ້ງຖານທັບ

ການຢ້ຽມຢາມສຫະຣາຊອານາຈັກ ເອມີຣາ ອາຫຣັບ ຂອງຜູ້ນຳຝຣັ່ງເສດ ເປັນຂັ້ນຕອນ ສຸດທ້າຍການຢ້ຽມຢາມສາມປະເທດໃນຂົງເຂດ

19/01/2008 08:59 TU

ຝລັ່ງ//ທະວີບອາຟຣິກ

ທ່ານສາກໂກຊີຢູ່ລີລີກັບກາດາຟີຮູບ: reuters

ສາກໂກຊີມ້ວນທ້າຍ ການຢ້ຽມຢາມຢູ່ກາບົງ

ທ່ານສາກໂກຊີສາລະເວຢ້ຽມຢາມ ບັນດາປະເທດໃນທະວີບອາຟຣິກ

27/07/2007 12:23 TU

ຊາຣ໌ໂກຊີສືບຕໍ່ ເປີດກວ້າງ ສູ່ຝ່າຍຄ້ານ

ສນັບສນຸນ DSK ຮັບຕຳແໜ່ງ ຜ.ອ.ກ. IMF

ຜູ້ນຳຝຣັ່ງສນັບສນຸນແກ່ນັກການເມືອງຝ່າຍ ຄ້ານເຂົ້າຊິງຕຳແໜ່ງຜູ້ອຳນວຍການອົງການ ເງິນທຶນສາກົນ FMI

08/07/2007 13:35 TU

ຝລັ່ງ//ຝ່າຍຂວາ ໄດ້ສຽງສ່ວນຫຼາຍ ເດັດຂາດ

ຝ່າຍຊ້າຍ ບໍ່ເສັຽຖ້ຽວ

ຝ່າຍຂວາບໍ່ໄດ້ຮັບຈຳຈວນຜູ້ແທນແບບ ຖ້ວມຖົມຝ່າຍຊ້າຍຕາມທີ່ຄາດໄວ້ແຕ່ ຢ່າງໃດ ເພາະຝ່າຍຊ້າຍກໍມີຜູ້ແທນພໍໃຊ້

18/06/2007 05:43 TU

ປະເທດຝຣັ່ງ

ເລືອກຕັ້ງ ສສ ຮອບທີສອງ

ປະຊາຊົນ 37 ລ້ານຄົນລົງຄະແນນສຽງຮອບ ສອງເລືອກ ສສ 467 ທ່ານ ຫລັງຈາກທີ່ 110 ທ່ານໄດ້ຮັບການເລືອກຕັ້ງແລ້ວ

17/06/2007 11:30 TU

ຝລັ່ງ//ເລືອກຜູ້ແທນຮອບສອງ

ຮອບສອງ ຍັງສາມມື້

ສະຖິຕິຢັ່ງສຽງອອກມາແຕ່ລະມື້ກ່ຽວກັບ ການເລືອກຕັ້ງຮອບສອງກໍຕ່າງກັນເລັກ ນ້ອຍລະຫວ່າງຂວາ~ກາງ~ຊ້າຍ

14/06/2007 05:11 TU

ເອີໂຣບ//ເສຖກິດແລະການເງິນ

ເງິນອັດຕະກູນເອີໂຣຮູບ: sovong

ເຂດເງິນເອີໂຣ €

ໃນໄລຍະນີ້ ເງິນຕະກຸນເອີໂຣມີຄ່າສູງ ປຽບໃສ່ເງິນດອນລາອະເມລິກາ $ ແລະປຽບໃສ່ຄ່າທຽບເມື່ອປີ 2000

12/06/2007 04:53 TU

ເລືອກຕັ້ງ ສສ ຝຣັ່ງເສດ 2007

ຂໍ້ມູນທີ່ຄວນຮູ້

ຜູ້ສມັກຕ້ອງມີອາຍຸ 23 ປີຂື້ນໄປ ແລະຜູ້ປ່ອນບັດ ຕ້ອງ 18 ປີຂື້ນໄປ ໃນຂນະທີ່ກົດໝາຍຣັຖທັມມະ ນູນກຳໜົດໃຫ້ຜູ້ສມັກ ຍິງ-ຊາຍ ມີຈຳນວນເທົ່າກັນ

10/06/2007 13:41 TU

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU