ໂດຍ ໄຊຊະນະ ທານາດາບຸຕຣ໌
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 13/07/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 13/07/2007 19:04 TU
ແມ່ນ 5 ຄອບຄົວ ອະເມຣິກັນ-ລາວ-ເຜົ່າມົ້ງ ເປັນຜູ້ນຳເອົາບ້ານວາງປະກັນ
ມູນຄ່າ 1.5 ລ້ານດອລລາຣ໌ ຖ້ານາຍພົນວັງປາວລະເມີດກົດການຄວບຄຸມ
ບ້ານວາງປະກັນຈະຖືກຍຶດ
ນາຍພົນວັງປາວແລະຄນະໄດ້ຖືກເຈົ້າໜ້າທີ່ອະເມຣິກັນຈັບກຸມເມື່ອວັນທີ 4
ມິຖຸນາທີ່ຜ່ານມາ ໃນຂໍ້ຫາພຍາຍາມຈັດຊື້ອາວຸດເພື່ອນຳສົ່ງເຂົ້າໄປກໍ່ການ
ຮ້າຍໃນສຖານທີ່ຫລາຍແຫ່ງໃນ ສປປ ລາວ ໂດຍສເພາະແມ່ນທີ່ນະຄອນ
ວຽງຈັນ
ນາຍພົນວັງປາວ ອາຍຸ 77 ປີ ພ້ອມດ້ວຍສມັກພັກພວກຈຳນວນ 6 ຄົນ ໄດ້ຮັບການປະ
ກັນຕົວແລະອອກຈາກທີ່ຄຸມຂັງ ເດີນທາງກັບໄປພັກຜ່ອນຮັກສາຕົວທີ່ບ້ານພັກທີ່ເມືອງ
Westminster ໃນຣັດແຄລິຟໍເນັຽພາກໃຕ້ແລ້ວເມື່ອວານນີ້ (12 ກໍຣະກົດ) ທັງນີ້
ໂດຍຄຳສັ່ງຂອງຜູ້ພິພາກສາສູງສຸດ ທ່ານ Dale Drozd ຕາມການລາຍງານຂອງ
ລາຍວັນທ້ອງຖິ່ນ The Sacramento Bee
ໃນຂນະດຽວກັນ ທ່ານ Harrison Jack ອດີດນາຍທະຫານອະເມຣິກັນ ທີ່ເປັນຜູ້ສົມ
ຮູ້ຮ່ວມຄິດ ໂດຍເປັນຕົວກາງຕິດຕໍ່ກັບກຸ່ມຂາຍອາວຸດນັ້ນ ກໍໄດ້ຮັບການປະກັນຕົວເຊັ່ນ
ດຽວກັນໃນວົງເງິນ 1 ລ້ານດອລລາຣ໌
ຢ່າງໃດກໍຕາມ ບັນດາຜູ້ຕ້ອງຫາທັງໝົດທີ່ໄດ້ຮັບການປະກັນຕົວ ກໍຍັງຄົງຢູ່ໃນການ
ຄວບຄຸມຂອງຂບວນການຍຸດຕິທັມອະເມຣິກັນຕໍ່ໄປ ໂດຍຫ້າມບໍ່ໃຫ້ນາຍພົນວັງປາວ
ແລະພັກພວກ ມີການຕິດຕໍ່ພົວພັນກັບບຸກຄົນໃດໆທັງສິ້ນ ນອກຈາກສມາຊິກຄອບຄົວ
ທີ່ໃກ້ຊິດເທົ່ານັ້ນ ໝາຍຄວາມວ່າຫ້າມການຢ້ຽມຢາມຈາກທຸກບຸກຄົນທີ່ບໍ່ແມ່ນຍາດ
ພີ່ນ້ອງໃກ້ຊິດ ທີ່ບໍ່ແມ່ນທະນາຍຄວາມ ທີ່ບໍ່ແມ່ນນາຍແພດປະຈຳຕົວ ແລະໃຫ້ໄປ
ລາຍງານຕົວຕໍ່ສານຕາມເວລາທີ່ກຳໜົດ
ໃນກໍຣະນີທີ່ບັນດາຜູ້ຕ້ອງຫາຫາກລະເມີດເງື່ອນໄຂການຄວບຄຸມນີ້ໃນຂໍ້ໃດຂໍ້ໜຶ່ງ ຊັບ
ສິນທີ່ນຳໄປວາງປະກັນຈະຖືກຍຶດ
ຊາວອະເມຣິກັນເຊື້ອສາຍລາວເຜົ່າມົ້ງທີ່ມາຮ່ວມຊຸມນຸມຕໍ່ໜ້າສານເມື່ອວານນີ້ (12
ກໍຣະກົດ) ປະມານ 1000 ຄົນ ໄດ້ພາກັນໂຮ່ຮ້ອງສແດງຄວາມດີອົກດີໃຈເມື່ອໄດ້ຮັບ
ຊາບຂ່າວການອະນຸຍາດໃຫ້ມີການປະ ກັນຕົວນາຍພົນວັງປາວແລະພັກພວກດັ່ງກ່າວ
ເປັນທີ່ໜ້າສັງເກດວ່ານາຍພົນວັງປາວເດີນທາງມາສານຄັ້ງນີ້ດ້ວຍການນັ່ງຣົດເຂັນ
ສອງລໍ້ມາ
ຫລັງຈາກທີ່ຖືກຈັບກຸມເມື່ອວັນທີ 4 ມິຖຸນາທີ່ແລ້ວພຽງບໍ່ເທົ່າໃດວັນ ອດີດນາຍທະ
ຫານແຫ່ງກອງທັບຣາຊອານາຈັກລາວ ທີ່ຮ່ວມມືໂດຍກົງກັບ CIA ຜູ້ນີ້ ກໍເຂົ້າໂຮງ
ພຍາບານເປັນການດ່ວນຍ້ອນອາການໂຣກຫົວໃຈກຳເລີບ
ໃນການວ່າຄະດີຄວາມກ່ອນການອະນຸຍາດໃຫ້ມີການປະກັນຕົວດັ່ງກ່າວ ຄນະຂຸນສານ
ໄດ້ພາກັນສແດງການຄັດຕໍ່ການໃຫ້ປະກັນຕົວນາຍພົນວັງປາວ ທັງນີ້ໂດຍເຫັນວ່າຜູ້
ກ່ຽວເປັນຜູ້ທີ່ມີອັນຕຣາຍກວ່າຜູ້ຕ້ອງຫາຄົນອື່ນໆ ແລະຄວນຖືກຄຸມຂັງຕໍ່ໄປຈົນກວ່າ
ຈະມີການພິພາກສາຕັດສິນຄະດີຄວາມຂັ້ນສຸດທ້າຍ ແຕ່ໃນທີ່ສຸດຜູ້ພິພາກສາສູງສຸດ
ກໍໄດ້ຕັດສິນໃຈອະນຸຍາດໃຫ້ມີການປະກັນຕົວດັ່ງກ່າວ
ຂ່າວເກົ່າທີ່ກ່ຽວຂ້ອງ
ຂ່າວສຳຄັນປະຈຳວັນ
03/10/2008 13:36 TU
ບົດວິເຄາະ
ຂ່າວອື່ນໆ
ທ່ານ ໂອທອງ ຄຳອິນຊູ ເປັນຄົນລາວທີ່ ໑໑ ທີ່ໄດ້ ຮັບລາງວັນ ຊີ່ໄຣຕ໌ ລາຍງານໂດຍ ສີມະຫາໂນ
23/09/2008